ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສານສູງສຸດອອສເຕຣ​ເລຍ ​​ປະຕິ​ເສດກົດໝາຍ ການແຕ່ງງານເພດດຽວກັນ​ ຂອງເຂດນະຄອນຫລວງ


ມີບາງຄູ່ໄດ້​ໄປໂຮມຕົວກັນຂ້າງນອກສານ ​ເພື່ອສະແດງ
ຄວາມ​ບໍ່ພໍ​ໃຈ​ແລະບໍ່ຍອມຮັບ​ ໃນຄໍາຕັດສິນຂອງສານ ເລື້ອງຮ່າງກົດໝາຍເພດດຽວກັນ.
ມີບາງຄູ່ໄດ້​ໄປໂຮມຕົວກັນຂ້າງນອກສານ ​ເພື່ອສະແດງ ຄວາມ​ບໍ່ພໍ​ໃຈ​ແລະບໍ່ຍອມຮັບ​ ໃນຄໍາຕັດສິນຂອງສານ ເລື້ອງຮ່າງກົດໝາຍເພດດຽວກັນ.
ສານສູງສຸດຂອງອອສເຕຣ​ເລຍ ​ໄດ້​ປະຕິ​ເສດບໍ່​ຮັບຮູ້​ກົດໝາຍທີ່
​ອະນຸຍາດ​ໃຫ້ມີ​ການແຕ່ງງານ ຂອງຄົນເພດດຽວກັນ​ໄດ້ພຽງ 5 ມື້
ຫຼັງຈາກກົດໝາຍ​ດັ່ງກ່າວມີຜົນບັງຄັບໃຊ້ ຊຶ່ງ​ສົ່ງ​ຜົນ​ໃຫ້ ພິທີ
ແຕ່ງງານຂອງຄົນ​ເພດ​ດຽວ​ກັນ ຫຼາຍສິບຄູ່ ​ເປັນ​ໂມ​ຄະ​ໄປ.

ສານສູງໄດ້ຕັດສິນ ໃນວັນພະຫັດມື້ນີ້ ວ່າ ກົດໝາຍດັ່ງກ່າວ​
ຂອງ​ດິນ​ແດນ​ນະຄອນຫລວງ​ຂອງ ອອສ​ເຕຣ​ເລຍ ຫລື the
Australian Capital Territory ນັ້ນແມ່ນບໍ່ຖືກຕ້ອງ ໂດຍກ່າວ
ວ່າ ​ເລື້ອງ​ການແຕ່ງງານຂອງຄົນເພດດຽວກັນນັ້ນ ແມ່ນໜ້າ​ທີ່
ຂອງສະພານິຕິບັນຍັດ ໃນລະດັບລັດຖະບານກາງ ທີ່ຈະຕັດສິນ.

ມີເກືອບ 30 ຄູ່ ໄດ້ປະກອບ​ພິທີແຕ່ງງານກັນ​ ນັບຕັ້ງແຕ່ກົດໝາຍສະບັບດັ່ງກ່າວ ໄດ້ມີຜົນ
ບັງຄັບໃຊ້ ໃນວັນເສົາທີ່ແລ້ວນີ້. ມີບາງຄູ່ໄດ້​ໄປໂຮມຕົວກັນຂ້າງນອກສານ ​ເພື່ອສະແດງ
ຄວາມ​ບໍ່ພໍ​ໃຈ​ແລະບໍ່ຍອມຮັບ​ ໃນຄໍາຕັດສິນດັ່ງກ່າວນີ້.

ກົດໝາຍສະບັບດັ່ງກ່າວ ໄດ້ຖືກທ້າທາຍ ໂດຍລັດຖະບານທີ່ນິຍົມແນວທາງເດີມຂອງ​
ອອສ​ເຕຣ​ເລຍ ທີ່ໂຕ້​ແຍ້​ງວ່າ ການອອກກົດໝາຍທີ່ແຕກຕ່າງອອກໄປໃນແຕ່ລະຂົງເຂດນັ້ນ
ແມ່ນສັບສົນ.

ສະພາແຫ່ງ​ຊາດອອສ​ເຕຣ​ເລຍ ​ໄດ້​ປະຕິ​ເສດ ຮ່າງກົດໝາຍອະນຸມັດການແຕ່ງງານຂອງ
ຄົນເພດດຽວກັນ ​ໃນ​ເດືອນກັນຍາ ປີ 2010. ​ແລະ​ກົດໝາຍ​ຂອງ​ລັດຖະບານ​ກາງ​ທີ່​ມີ​ຜົນ​
ບັງຄັບ​ໃຊ້​ໃນ​ປັດຈຸບັນ​ນີ້ ກໍ​ຕີ​ຄວາມ​ໝາຍ​ຂອງ​ຄໍາ​ວ່າ ​ແຕ່ງງານ ອອກຢ່າງ​ເປີດແປ​ນວ່າ
ໝາຍເຖິງການ ຮວມ​ເຂົ້າເປັນອັນນຶ່ງອັນດຽວກັນ ລະຫວ່າງຜູ້ຊາຍແລະແມ່ຍິງ.

ພວກທີ່ສະໜັບສະໜູນການແຕ່ງງານຂອງຄົນເພດດຽວກັນ ໄດ້ສະ​ແດງຄວາມຜິດ​ຫວັງ
ອອກມາ ໃນວັນພະຫັດມື້ນີ້ ແຕ່ກໍກ່າວວ່າ ພວກເຂົາເຈົ້າຍັງຈະສືບຕໍ່ຊຸກຍູ້ໃຫ້ມີ​ການ​ອອກ​
ກົດໝາຍ​ ອະນຸຍາດ​ໃຫ້ມີການແຕ່ງງານຂອງຄົນເພດດຽວກັນ.
XS
SM
MD
LG