ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ ໂອບາມາ ກັບ ທ່ານ ສີ ຢືນຢັນເຖິງ ການຮ່ວມມື ໃນດ້ານ ທີ່ສຳຄັນ


ປະທານາທິບໍດີ ຈີນ ທ່ານ ສີ ຈິ່ນຜິງ ແລະ ຄະນະຜູ້ແທນຂອງ
ທ່ານ ປະຊຸມກັບ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ແຄມບທະເລສາບຕາເວັນຕົກໃນເມືອງ ຮັງໂຈ, ຈີນ. 3 ກັນຍາ, 2016.
ປະທານາທິບໍດີ ຈີນ ທ່ານ ສີ ຈິ່ນຜິງ ແລະ ຄະນະຜູ້ແທນຂອງ ທ່ານ ປະຊຸມກັບ ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ແຄມບທະເລສາບຕາເວັນຕົກໃນເມືອງ ຮັງໂຈ, ຈີນ. 3 ກັນຍາ, 2016.

ສະຫະລັດ ແລະ ຈີນ ໄດ້ໃຫ້ຄຳສັນຍາທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດກັນກວ່າເກົ່າ ກ່ຽວກັບ ຄວາມປອດໄພ, ການຄ້າ ແລະ ບັນຫາສຸຂະພາບ ໃນລະຫວ່າງການເຈລະຈາ ຍາວກວ່າ 3 ຊົ່ວໂມງໃນວັນເສົາວານນີ້ ລະຫວ່າງປະທານາທິບໍດີ ບາຣັກ ໂອບາມາ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຈີນ ທ່ານ ສີ ຈິ່ນຜິງ.

ແນວໃດກໍຕາມໃນການຖົກຖຽງກັນທີ່ບໍ່ທຳມະດາ, ລະຫວ່າງ ເຈົ້າໜ້າທີ່ທຳນຽບຂາວ, ນັກ ຂ່າວ ອາເມຣິກັນ ແລະ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງ ຈີນ ໃນລະຫວ່າງ ການ ເດີນທາງຮອດເມືອງ Hangzhou ໄດ້ຂົ່ມຂູ່ທີ່ຈະສ້າງຄວາມດ່າງພ້ອຍໃຫ້ແກ່ກອງປະຊຸມ ກ່ອນທີ່ມັນຈະເກີດຂຶ້ນ.

ປະທານາທິບໍດີ ໂອບາມາ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດມື້ນີ້ວ່າທ່ານ “ຈະບໍ່ຖື ຄວາມສຳຄັນເກີນໄປ” ກ່ຽວກັບການຖຽງກັນຢ່າງຮຸນແຮງທີ່ວ່ານັ້ນ. ທ່ານກ່າວວ່າການ ປະທະຄາລົມກັນມັກຈະເກີດຂຶ້ນຕະຫຼອດ ເມື່ອທຳນຽບຂາວເຈລະຈາກ່ຽວກັບວ່ານັກ ຂ່າວ ສະຫະລັດ ຈະສາມາດເຂົ້າເຖິງຂອບເຂດຂອງທ່ານປະທານາທິບໍດີ ແລະ ຜູ້ນຳ ຕ່າງປະເທດຄົນອື່ນໆ. ທ່ານ ໂອບາມາ ໄດ້ກ່າວວ່າ “ພວກເຮົາບໍ່ລະຖິ້ມຄຸນຄ່າຂອງ ພວກເຮົາ ແລະ ແນວຄິດຂອງພວກເຮົາໄວ້ທາງຫຼັງ” ເມື່ອເດີນທາງໄປບ່ອນອື່ນ.”

ຫຼັງຈາກເຮືອບິນ Air Force Once ໄດ້ບິນລົງຈອດໃນເມືອງ Hangzhou ແລ້ວ, ພວກ ເຈົ້າໜ້າທີ່ ຈີນ ໄດ້ຮ້ອງໃສ່ພະນັກງານຂອງທຳນຽບຂາວ ສຳລັບການອະນຸຍາດໃຫ້ພວກ ນັກຂ່າວ ອາເມຣິກັນ ທີ່ເດີນທາງສົບທົບ ຍ່າງຢູ່ເທິງທາງຍ່າງເຮືອບິນ. ເຈົ້າໜ້າທີ່ຄົນໜຶ່ງ ໄດ້ປະເຊີນໜ້າກັບຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ທ່ານນາງ Susan Rice ຢ່າງ ຮຸນແຮງ.

ຕໍ່ມາ, ທີ່ອາຄານລັດຖະບານ ທະເລສາບຕາເວັນຕົກ, ບ່ອນທີ່ບັນດາຜູ້ນຳທັງສອງຄົນໄດ້ ວາງແຜນທີ່ຈະພົບປະກັນ, ພວກເຈົ້າໜ້າທີ່ ຈີນ ແລະ ອາເມຣິກັນ ໄດ້ຖຽງກັນເປັນພາສາ ຈີນ ກ່ຽວກັບ ຈຳນວນພະນັກງານ ແລະ ນັກຂ່າວທີ່ຈະຖືກອະນຸຍາດໃຫ້ເຂົ້າໄປດ້ານໃນ. ໃນຈຸດໜຶ່ງ, ນັກຂ່າວຫຼາຍຄົນໄດ້ກ່າວວ່າ ເຈົ້າໜ້າທີ່ ຈີນ ຄົນໜຶ່ງໄດ້ຄັດຄ້ານໂດຍສຽງທີ່ດັງ ແຮງ ຕໍ່ວິທີທີ່ພວກເຈົ້າໜ້າທີ່ ຈີນ ທີ່ໄດ້ປະຕິບັດຕໍ່ຊາວ ອາເມຣິກັນ. ແນວໃດກໍຕາມ, ທ່ານ ໂອບາມາ ແລະ ທ່ານ ສີ ກໍໄດ້ໃຊ້ເວລາ 3 ຊົ່ວໂມງເຄິ່ງ ໃນການເຈລະຈາ ກ່ອນທີ່ຈະໄປ ຍ່າງຢ້ຽມຊົມສວນໃນຕອນຄ່ຳນຳກັນ.

ຖະແຫຼງການສະບັບໜຶ່ງຂອງທຳນຽບຂາວ ກ່າວວ່າ ບັນດາຜູ້ນຳໄດ້ຕົກລົງທີ່ຈະເຮັດວຽກ ຮ່ວມກັນເພື່ອສ້າງຄວາມສາມາດໃນການຮັກສາສັນຕິພາບຂອງຄູ່ຮ່ວມງານຈາກໂລກທີ 3, ດ້ວຍນະຄອນຫຼວງ ວໍຊິງຕັນ ສະໜອງດ້ານວິສະວະກອນ ແລະ ສະໜັບສະໜູນພະລາທິ ການທະຫານ ເພື່ອທີ່ຈະຮັບປະກັນການສົ່ງທະຫານໄປຈຸດປະຈຳການດັ່ງກ່າວໄດ້ຢ່າງ ວ່ອງໄວ. ຈີນ ກ່າວວ່າພວກເຂົາເຈົ້າຕັ້ງໃຈທີ່ຈະເຮັດໃຫ້ໜ່ວຍກອງບາງຈຸດທີ່ມີກອງກຳລັງ ສະມາຊິກນັກສາສັນຕິພາບຂອງພວກເຂົາເຈົ້າ ມີຄວາມພ້ອມພາຍໃນ 60 ມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG