ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຈີນຈັບ​ ພວກ​ໂຕນ​ໜີ​ ຈາກ ​ເກົາຫຼີ​ເໜືອ ແລະ ຜູ້ນຳທາງ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ
ພວກນັກ​ເຄື່ອນ​ໄຫວ​ຂອງ​ອົງການ​ສິດທິ​ມະນຸດ​ເກົາ​ຫຼີໃຕ້​ ກ່າວ​ວ່າ
​ພວກເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ຈັບ​ກຸມ ພວກ​ທີ່​ໂຕນ​ໜີ​ອອກ​ຈາກ​ເກົາຫຼີ
​ເໜືອຈຸ​ນຶ່ງ ທີ່​ພະຍາຍາມ​ເດີນທາງ​ໄປ​ຍັງ ​ປະ​ເທດ​ເອເຊຍຕາ​ເວັນ
​ອອກສຽງ​ໃຕ້ປະ​ເທດ​ນຶ່ງ ​ເພື່ອ​ໃຫ້​ໄປ​ຮອດ​ຈຸດໝາ​ຍປາຍທາງ
ຄື​ເກົາຫຼີ​ໃຕ້.

ພວກນັກ​ເຄື່ອນ​ໄຫວສິດ​ທິ​ມະນຸດ ​ໄດ້​ກ່າວ​ຕໍ່ VOA ພະ​ແນ​ກ​ເກົາ
ຫຼີ​ວ່າ ຕໍາຫຼວດ​ຈີນ​ໄດ້​ກັກ​ຂັງ ພວກທີ່ໂຕນ​ໜີ 11 ຄົນ ​ແລະຫົວໜ້າ
​ນໍາພາ​ອີກ 2 ຄົນ ​ໃນແຂວງຄຸນ​ໝິງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​
ໃນ​ວັນສຸກ​ແລ້ວນີ້. ​ພວ​ກ​ເຂົາເຈົ້າໄດ້​ກ່າວ​ວ່າ ພວກ​ໂຕນ​ໜີ​ຈຸນີ້
​ກໍາລັງ​ຈະ​ຂຶ້ນ​ລົດ​ເມ ​ເພື່ອເຂົ້າ​ໄປ​ຍັງ​ປະ​ເທດນຶ່ງ ​ທີ່​ບໍ່​ໄດ້​ລະບຸ​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້. ​ແຫຼ່ງຂ່າວໄດ້​ລາຍ​ງານ​ວ່າ ມີ 2 ຄົນສາມາດ​ຫລົບ​ໜີຈາກ​ການ​ຈັບ​ກຸມ​ດັ່ງກ່າວ​ນີ້​ໄດ້.

ພວກນັກ​ເຄື່ອນ​ໄຫວຍັງ​ໄດ້​ກ່າວ​ອີກ​ວ່າ 2 ຄົນ ຫົວໜ້າ​ນໍາພາ​ນັ້ນ​ແມ່ນຖື​ສັນຊາດ​ຈີນ ​
ເຊື້ອສາຍ​ເກົາຫຼີ.

ການ​ໂຕນ​ໜີຈາກ​ການ​ກົດ​ຂີ່ແລະ​ຄວາມທຸກ​ຍາກຂອງ​ຊາວ​ເກົາຫຼີ​ເໜືອ​ນີ້ ຕາມ​ປົກກະ
ຕິ​ແລ້ວ​ຈະ​ເດີນທາງ​ແບບ​ລັບໆ ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຈີນ​ໂດຍ​ໄພ​ຮັບ​ຄວາມ
​ຊ່ວຍ​ເຫຼືອຈາກ​ພວກ​ນຳ​ທາງ. ມີພວກໂຕນ​ໜີ​ຊາວ​ເກົາຫຼຼີ​ເໜືອ​ຫລາ​ຍໆ​ຄົນພະຍາຍາມ
​ເດີນທາງ​ໄປມຽນມາລາວ ​ແລະ​ຫວຽດນາມ ​ໃນ​ຄວາມ​ຫວັງເພື່ອ​ຈະ​ໄປຂຶ້ນ​ເຮືອບິນຢູ່​ໃນ
​ປະ​ເທດ​ທີ່​ກ່າວ​ມາ​ນັ້ນ ບິນ​ໄປ​ຍັງປະ​ເທດ​ເກົາຫຼີ​ໃຕ້ ​ໃນ​ທີ່​ສຸດ.

ຈີນ​ຖື​ພວກ​ທີ່​ໂຕນ​ໜີດັ່ງກ່າວ​ນີ້​ວ່າ ​ເປັນ​ພວກ​ອົບ​ພະຍົບຫລົບ​ໜີ​ທາງ​ດ້ານ​ເສດຖະກິດ
​ທີ່​ຜິດ​ກົດໝາຍ ​ແລະ​ຖືກສົ່ງ​ກັບ​ຄືນປະ​ເທດ ຖ້າ​ຫາກ​ວ່າ​ຖືກ​ທາງ​ການ​ຈີນ​ຈັບ​ໄດ້.
XS
SM
MD
LG