ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນໄດ້ຖະແຫຼງ
ຢືນຢັນ ໃນໂອກາດທີ່ທ່ານ ຫງວຽນ ເຕີນຢຸງ ນາຍົກລັດຖະມົນຕີຫວຽດນາມໄດ້ເດີນທາງ ມາຢ້ຽມຢາມປະເທດລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9-10 ກັນຍາ ທີ່ຜ່ານມາ
ນີ້ວ່າ ການລົງທຶນຂອງຫວຽດນາມ ໃນລາວມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈົນເຖິງປັດ
ຈຸບັນນີ້ກໍປະກົດວ່າ ພາກທຸລະກິດຂອງຫວຽດນາມ ໄດ້ມີການລົງທຶນໃນລາວແລ້ວໃນ 422
ໂຄງການ ແລະຄິດເປັນມູນຄ່າລົງທຶນລວມຫຼາຍກວ່າ 3,057 ລ້ານໂດລາ ຫຼື 24,456 ຕື້ກີບ.
ທ່ານສົມດີ ດວງດີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຂອງລາວ
ສໍາລັບເຂດທີ່ພາກທຸລະກິດຂອງ
ຫວຽດນາມໄດ້ລົງທຶນຫຼາຍທີ່ສຸດ
ໃນລາວນັ້ນ ກໍຄືເຂດນະຄອນ
ຫຼວງວຽງຈັນ ທີ່ມີມູນຄ່າການ
ລົງທຶນເຖິງ 1,888 ລ້ານໂດລາ
ຫຼືຄິດເປັນ 52% ຂອງມູນຄ່າ
ການລົງທຶນທັງໝົດຂອງຫວຽດ
ນາມໃນລາວ.
ສ່ວນເຂດແຂວງຊາຍແດນທີ່ພາກທຸລະກິດຂອງຫວຽດນາມໃນລາວສ່ວນເຂດແຂວງຊາຍ
ແດນທີ່ພາກທຸລະກິດຂອງຫວຽດນາມໄດ້ເຂົ້າມາລົງທຶນຫຼາຍທີ່ສຸດກໍຄືແຂວງເຊກອງ, ຕິດ
ຕາມດ້ວຍແຂວງຈໍາປາສັກ ແລະ ອັດຕະປືຕາມລໍາດັບ. ແຕ່ເຂດທີ່ບໍ່ມີການລົງທຶນຂອງ
ຫວຽດນາມເລີຍນັ້ນກໍມີພຽງແຕ່ແຂວງບໍ່ແກ້ວເທົ່ານັ້ນ. ແຕ່ກໍ່ເຊື່ອໝັ້ນວ່າ ພາກທຸລະກິດຂອງ
ຫວຽດນາມຈະພາກັນຂະຫຍາຍການລົງທຶນໄປໃນທຸກເຂດແຂວງ ທົ່ວປະເທດລາວໃນໄລຍະ
ຕໍ່ໄປ.
ທັງນີ້ກໍ່ເນື່ອງຈາກວ່າ ທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງກັນ
ນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການ
ລົງທຶນລະຫວ່າງກັນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ. ໃນປະຈຸບັນທາງການທັງສອງ
ຝ່າຍກໍກໍາລັງຮ່ວມກັນ ພິຈາລະນາປັບປຸງສັນຍາວ່າ ດ້ວຍການສົ່ງເສີມ ແລະປົກປ້ອງການລົງ
ທຶນດັ່ງກ່າວ ໃຫ້ມີຄວາມທັນສະໄໝອີກດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຊີ້ແຈງໃນຕອນ
ນຶ່ງວ່າ:
ການທົບທວນຄືນ ການຮ່ວມມືດ້ານພັດທະນາເສດຖະກິດ ແລະສັງຄົມ ລະຫວ່າງລາວ ແລະຫວຽດນາມ
“ເພື່ອຕອບສະໜອງການ
ສົ່ງເສີມການລົງທຶນໃນສະ
ພາບແວດລ້ອມເສດຖະກິດ
-ສັງຄົມອັນໃໝ່ນີ້ ສອງປະ
ເທດພວກເຮົາກໍາລັງດໍາເນີນ
ການທົບທວນສັນຍາສະບັບ
ດັ່ງກ່າວຮ່ວມກັນ ແລະຄາດ
ວ່າຈະໃຫ້ສໍາເລັດໃນທ້າຍປີ
2011 ນີ້ ພ້ອມດຽວກັນນັ້ນ
ສອງຝ່າຍໄດ້ເອົາໃຈໃສ່ກໍາ
ນົດທິດລະອຽດ ແລະສ້າງ
ເງື່ອນໄຂອໍານວຍຄວາມ
ສະດວກໃຫ້ແກ່ບັນດາຫົວ
ໜ່ວຍທຸລະກິດຂອງທຸກພາກສ່ວນເສດຖະກິດຂອງແຕ່ລະຝ່າຍ ໃຫ້ເຂົ້າໄປລົງທຶນ
ຂອງກັນແລະກັນ.”
ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວນີ້ ທັງສອງຝ່າຍກໍຈະ
ສົ່ງເສີມໃຫ້ມີການພົວພັນທາງເສດຖະກິດຫຼາຍຮູບແບບ ແລະມີການອໍານວຍຄວາມສະດວກ
ໃຫ້ກັບພາກທຸລະກິດການຄ້າ, ການລົງທຶນ ແລະພັດທະນາການເຊື່ອມຕໍ່ທາງດ້ານການຄົມ
ມະນາຄົມ-ຂົນສົ່ງລະຫວ່າງກັນຢ່າງຄົບຊຸດ ແລະຢ່າງທົ່ວເຖິງຕະຫຼອດພາກເໜືອຮອດພາກໃຕ້
ໃຫ້ໄດ້ ຢ່າງເປັນຮູບປະທໍາ.
ໂຮງງານຜະລິດເຫລັກຮ່ວມທຶນກັນລະຫວ່າງລາວ ແລະຫວຽດນາມ
ສໍາລັບໃນດ້ານການຄ້ານັ້ນ, ທັງສອງຝ່າຍກໍໄດ້ວາງເປົ້າໝາຍທີ່ຈະເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ເຖິງ 2 ພັນລ້ານໂດລາໃນປີ 2015 ນີ້ ແລະໃຫ້ເພີ່ມຂຶ້ນເປັນ 5 ພັນລ້ານໂດລາໃນປີ
2020. ໃນປີ 2010 ທີ່ຜ່ານມາ
ກໍປາກົດວ່າ ການຄ້າລະຫວ່າງ
ລາວກັບຫວຽດນາມ ມີມູນຄ່າ
ລວມເກີນກວ່າ 1 ພັນລ້ານໂດ
ລາ ເປັນປີທໍາອິດ ແລະໃນໄລຍະ 6 ເດືອນຂອງປີ 2011 ນີ້ ການຄ້າສອງຝ່າຍກໍມີມູນຄ່າ
ລວມເກີນກວ່າ 500 ລ້ານໂດລາ ຫລືເພີ້ມຂຶ້ນກວ່າ 17% ແລ້ວ.
ນອກຈາກນັ້ນ ໃນໂອກາດ ທີ່ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດລາວ ແລະ
ເລຂາທິການໃຫຍ່ພັກປະຊາຊົນໄດ້ເດີນທາງໄປຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງ
ການ ເມື່ອເດືອນສິງຫາ ທີ່ຜ່ານມານີ້. ຜູ້ນໍາພັກ ແລະລັດຖະບານຂອງທັງສອງຝ່າຍກໍຍັງ
ຢືນຢັນທີ່ ຈະເສີມຂະຫຍາຍສາຍພົວພັນແບບພິເສດ ແລະຄວາມຮ່ວມມືຢ່າງຮອບດ້ານລະ
ຫວ່າງສອງພັກແລະສອງປະເທດ ຕໍ່ໄປຢ່າງບໍ່ຢຸດຢັ້ງອີກດ້ວຍ.