ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ບໍລິສັດຫວຽດນາມ ລົງທຶນສ້າງເຂື່ອນໄຟຟ້າ ໃນລາວ 15 ໂຄງການ


ກອງປະຊຸມວ່າດ້ວຍການພົວພັນພິເສດລະຫວ່າງລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນ ໃນເດືອນ ມິຖຸນາ 2011
ກອງປະຊຸມວ່າດ້ວຍການພົວພັນພິເສດລະຫວ່າງລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນ ໃນເດືອນ ມິຖຸນາ 2011

ບໍລິສັດຈາກຫວຽດນາມ 7 ແຫ່ງລົງທຶນກໍ່ສ້າງ ເຂື່ອນຜະລິດກະແສໄຟຟ້າ 15 ໂຄງການ ໃນລາວ, ໂດຍຈະມີຄວາມອາດສາມາດໃນການຜະລິດກະແສໄຟຟ້າໄດ້ລວມກັນເຖິງ 3,357 MW ໃນປີ 2015.

ກະຊວງແຜນການ ແລະການລົງທຶນຂອງລາວ ລາຍງານວ່າ ໃນປັດຈຸບັນນີ້ ມີບໍລິສັດ
ຈາກຫວຽດນາມເຖິງ 7 ບໍລິສັດ ທີ່ຈະລົງທຶນກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ
15 ໂຄງການຢູ່ໃນລາວ ດ້ວຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າ ທີ່ຜະລິດໄດ້ສ່ວນໃຫຍ່
ໄປປະເທດຫວຽດນາມ. ໂດຍຄາດໝາຍວ່າເຂື່ອນທັງ 15 ໂຄງການດັ່ງກ່າວນີ້ ຈະມີ
ຄວາມອາດສາມາດໃນການຜະລິດກະແສໄຟຟ້າໄດ້ລວມກັນເຖິງ 3,357 MW ນັບຈາກ
ທ້າຍປີ 2015 ເປັນຕົ້ນໄປ.

ພາບຈໍາລອງເຂື່ອນແຫ່ງນຶ່ງ ທີ່ຈະສ້າງໂດຍບໍລິສັດຫວຽດນາມ
ພາບຈໍາລອງເຂື່ອນແຫ່ງນຶ່ງ ທີ່ຈະສ້າງໂດຍບໍລິສັດຫວຽດນາມ

ການລົງທຶນຂອງຫວຽດນາມ
ໃນໂຄງການກໍ່ສ້າງເຂື່ອນຜະ
ລິດກະແສໄຟຟ້າໃນລາວດັ່ງ
ກ່າວນີ້ ຖືເປັນສ່ວນນຶ່ງຂອງ
ການລົງທຶນຂອງຫວຽດນາມ
ໃນລາວ ທີ່ມີຢູ່ທັງໝົດເຖິງ
422 ໂຄງການໃນທຸກມື້ນີ້
ແລະຖ້າຫາກຈະຄິດໄລ່ນັບ
ຈາກປີ 1993 ເປັນຕົ້ນມາຈົນ
ເຖິງປັດຈຸບັນນີ້ ກໍປະກົດວ່າ
ຫວຽດນາມມີມູນຄ່າລົງທຶນສະ
ສົມໃນລາວແລ້ວຫຼາຍກວ່າ 3,500 ລ້ານໂດລາ ໂດຍໄດ້ແຊງໜ້າປະເທດໄທຂຶ້ນມາເປັນ
ອັນດັບ 2 ຫຼື ມີມູນຄ່າການລົງທຶນສະສົມຢູ່ໃນລາວເປັນຮອງພຽງແຕ່ປະເທດຈີນເທົ່ານັ້ນ.

ສໍາລັບເຂດທີ່ພາກທຸລະກິດຂອງຫວຽດນາມໄດ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ກໍຄືເຂດ
ນະຄອນຫຼວງວຽງຈັນ ທີ່ມີມູນຄ່າການລົງທຶນເຖິງ 1,888 ລ້ານໂດລາ ຫຼືຄິດເປັນ 52%
ຂອງມູນຄ່າການລົງທຶນທັງໝົດຂອງຫວຽດນາມໃນລາວ. ສ່ວນເຂດແຂວງຊາຍແດນ ທີ່ພາກທຸລະກິດຂອງຫວຽດນາມ ໄດ້ເຂົ້າມາລົງທຶນຫຼາຍທີ່ສຸດກໍຄືແຂວງເຊກອງ, ຕິດ
ຕາມດ້ວຍແຂວງຈໍາປາສັກ ແລະ ອັດຕະປືຕາມລໍາດັບ. ແຕ່ເຂດທີ່ບໍ່ມີການລົງທຶນຂອງ
ຫວຽດນາມເລີຍນັ້ນກໍມີພຽງແຕ່ແຂວງບໍ່ແກ້ວເທົ່ານັ້ນ. ແຕ່ກໍ່ເຊື່ອໝັ້ນວ່າ ພາກທຸລະກິດ
ຂອງຫວຽດນາມຈະພາກັນຂະຫຍາຍການລົງທຶນໄປໃນທຸກເຂດແຂວງ ທົ່ວປະເທດລາວ ໃນໄລຍະຕໍ່ໄປ.

ທັງນີ້ກໍ່ເນື່ອງຈາກວ່າ ທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງ
ກັນ ນັບຈາກປີ 1993 ແລະໄດ້ມີການຕົກລົງໃນສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງ
ການລົງທຶນລະຫວ່າງກັນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ. ໃນປະຈຸບັນທາງການທັງ
ສອງຝ່າຍກໍກໍາລັງຮ່ວມກັນ ພິຈາລະນາປັບປຸງສັນຍາວ່າ ດ້ວຍການສົ່ງເສີມ ແລະປົກປ້ອງ
ການລົງທຶນດັ່ງກ່າວ ໃຫ້ມີຄວາມທັນສະໄໝອີກດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຊີ້ແຈງ
ໃນຕອນນຶ່ງວ່າ:

ກອງປະຊຸມກ່ຽວກັບການຮ່ວມມືລົງທຶນລະຫວ່າງລາວ-ຫວຽດນາມ ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນກັນຍາ, 2011
ກອງປະຊຸມກ່ຽວກັບການຮ່ວມມືລົງທຶນລະຫວ່າງລາວ-ຫວຽດນາມ ຈັດຂຶ້ນທີ່ນະຄອນວຽງຈັນ ໃນເດືອນກັນຍາ, 2011

ເພື່ອຕອບສະໜອງການ
ສົ່ງເສີມການລົງທຶນໃນສະ
ພາບແວດລ້ອມເສດຖະກິດ
-ສັງຄົມອັນໃໝ່ນີ້ ສອງປະ
ເທດພວກເຮົາກໍາລັງດໍາເນີນ
ການທົບທວນສັນຍາສະບັບ
ດັ່ງກ່າວຮ່ວມກັນ ແລະຄາດ
ວ່າຈະໃຫ້ສໍາເລັດໃນທ້າຍປີ
2011 ນີ້ ພ້ອມດຽວກັນນັ້ນ
ສອງຝ່າຍໄດ້ເອົາໃຈໃສ່ກໍາ
ນົດທິດລະອຽດ ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍ
ທຸລະກິດຂອງທຸກພາກສ່ວນເສດຖະກິດຂອງແຕ່ລະຝ່າຍ ໃຫ້ເຂົ້າໄປລົງທຶນ
ຂອງ
ກັນແລະກັນ
.

ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວນີ້ ທັງ​ສອງ​ຝ່າຍກໍ​ຈະ
​ສົ່ງ​ເສີມ​ໃຫ້​ມີ​ການພົວພັນທາງ​ເສດຖະກິດ​ຫຼາຍຮູບ​ແບບ ​ແລະມີ​ການອໍານວຍ​ຄວາມ​ສະດວກ​
ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະນາ​ການ​ເຊື່ອມ​ຕໍ່ທາງ​ດ້ານການ​ຄົມ
ມະນາຄົມ-​ຂົນສົ່ງ​ລະຫວ່າງກັນ​ຢ່າງ​ຄົບ​ຊຸດ ​ແລະຢ່າງທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອຮອດພາກ
​ໃຕ້ໃຫ້ໄດ້ ຢ່າງເປັນຮູບປະທໍາ.

ສໍາລັບ​ໃນ​ດ້ານ​ການ​ຄ້າ​ນັ້ນ, ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະ
ຫວ່າງ​ກັນ​ ໃຫ້​ເຖິງ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ​ 2015 ນີ້ ​ແລະໃຫ້​ເພີ່ມ​ຂຶ້ນ​ເປັນ 5 ພັນ​ລ້ານ​
ໂດ​ລາ​ໃນ​ປີ 2020. ໃນປີ 2010 ທີ່ຜ່ານມາກໍປາກົດວ່າ ການຄ້າລະຫວ່າງລາວກັບຫວຽດ
ນາມມີມູນຄ່າລວມເກີນກວ່າ 1 ພັນລ້ານ​ໂດ​ລາ ເປັນ​ປີທໍາອິດ ແລະໃນໄລຍະ 6 ເດືອນ
ຂອງປີ 2011 ນີ້ ການຄ້າສອງຝ່າຍກໍມີມູນຄ່າລວມເກີນກວ່າ 500 ລ້ານໂດລາ ຫລືເພີ້ມ
ຂຶ້ນກວ່າ 17% ແລ້ວ.

XS
SM
MD
LG