ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວແລະຫວຽດນາມ ມຸ້ງໝັ້ນເສີມຂະຫຍາຍ ສາຍພົວພັນແບບພິເສດ ລະຫວ່າງກັນ


ທ່ານຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ
ລາວ (ຊ້າຍ) ໂອ້ລົມກັບທ່ານຫງວຽນ ຟູຈອງ, (ຂວາ) ເລຂາທິການ
ໃຫຍ່ ພັກຄອມມີວນິສຫວຽດນາມ.
ທ່ານຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ (ຊ້າຍ) ໂອ້ລົມກັບທ່ານຫງວຽນ ຟູຈອງ, (ຂວາ) ເລຂາທິການ ໃຫຍ່ ພັກຄອມມີວນິສຫວຽດນາມ.

ຜູ້ນໍາພັກ-ລັດຖະບານລາວ ແລະຫວຽດນາມເນັ້ນຢໍ້າ ທີ່ຈະເສີມຂະຫຍາຍສາຍພົວພັນແບບ ພິເສດ ແລະການຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດຕໍ່ໄປ ຢ່າງບໍ່ຢຸດຢັ້ງ.



ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ ແລະ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ
​ປະຕິວັດ​ລາວໄດ້ສິນສຸດການຢ້ຽມຢາມປະເທດຫວຽດນາມ ຢ່າງເປັນທາງການເມື່ອວັນທີ
10 ສິງຫາ ທີ່ຜ່ານມານີ້. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອເປັນການສະໜອງຕອບຕໍ່ການ
ເຊື້ອເຊີນຂອງທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຂອງພັກຄອມມິວນິສຫວຽດນາມ
ແລະ ທ່ານ ເຈືອງ ເຕີນ ຊາງ ປະທານປະເທດຫວຽດນາມ ເຊິ່ງກໍນັບເປັນຄັ້ງທີ 2 ແລ້ວ ທີ່ທ່ານຈູມມະລີໄດ້ເດີນທາງມາຢ້ຽມຢາມປະເທດຫວຽດນາມ ໃນຖານະປະທານປະເທດ
ແລະ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ.

ທ່ານຈູມມະລີ ໄຊຍະສອນ (ຊ້າຍ), ປະທານປະເທດລາວ ຈັບມືກັບ ທ່ານ ເຈືອງ ເຕີນ ຊາງ, ປະທານປະເທດຫວຽດນາມ
ທ່ານຈູມມະລີ ໄຊຍະສອນ (ຊ້າຍ), ປະທານປະເທດລາວ ຈັບມືກັບ ທ່ານ ເຈືອງ ເຕີນ ຊາງ, ປະທານປະເທດຫວຽດນາມ

ສໍາລັບການຢ້ຽມຢາມປະເທດ
ຫວຽດນາມໃນຄັ້ງຫລ້າສຸດນີ້
ທ່ານຈູມມະລີ ກໍໄດ້ພົບປະເຈ
ລະຈາທັງກັບທ່ານ ຫງວຽນ
ຟູ ຈອງ ແລະ ທ່ານ ເຈືອງ
ເຕີນ ຊາງ ຢ່າງຄົບຄະນະ
ເຊິ່ງປາກົດວ່າຜູ້ນໍາພັກ ແລະ
ລັດຖະບານຂອງທັງສອງຝ່າຍ
ກໍຍັງຢືນຢັນທີ່ຈະເສີມຂະຫຍາຍ
ສາຍພົວພັນແບບພິເສດ ແລະ
ຄວາມຮ່ວມມືຢ່າງຮອບດ້ານ
ລະຫວ່າງສອງພັກ ແລະ ສອງ
ປະເທດຕໍ່ໄປຢ່າງບໍ່ຢຸດຢັ້ງ ເນື່ອງ
ຈາກຖືວ່າ ສາຍພົວພັນແບບພິເສດລະຫວ່າງລາວກັບຫວຽດນາມ ຄືມໍລະດົກອັນລໍ້າຄ່າ
ທີ່ເປັນປັດໃຈຮັບປະກັນໄຊຊະນະຂອງການປະຕິວັດ ທີ່ຈະພັດທະນາໄປສູ່ຄວາມຈະເລີນ
ກ້າວໜ້າໄປສູ່ທຸກໆດ້ານຮ່ວມກັນ ໃນໄລຍະຕໍ່ໄປ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫຼງເນັ້ນຢໍ້າ ໂດຍມີໃຈຄວາມສໍາຄັນໃນຕອນນຶ່ງວ່າ:

ບົນຈິດໃຈເຊື່ອໝັ້ນ, ຮັກແພງ ແລະ ເຂົ້າອົກ, ເຂົ້າໃຈກັນຢ່າງເລິກເຊິ່ງ, ແລະ ມູນເຊື້ອແຫ່ງຄວາມສາມັກຄີພິເສດອັນຍິ່ງໃຫຍ່ ລະຫວ່າງລາວກັບຫວຽດນາມ ສອງຝ່າຍໄດ້ຕົກລົງຢ່າງເປັນເອກະພາບສູງເຖິງຄວາມຕັດສິນໃຈ ສືບຕໍ່ເຮັດ
ໃຫ້ມູນເຊື້ອແຫ່ງຄວາມສາມັກຄີພິ ເສດຂອງສອງພັກ, ສອງລັດ ແລະປະຊາຊົນ
ໄດ້ຮັບການບໍາລຸງຮັກສາ ເສີມຂະຫຍາຍໃຫ້ແຕກດອກອອກຜົນຕໍ່ໄປຢ່າງບໍ່
ຢຸດຢັ້ງ”

ທັງນີ້ ໂດຍໃນສ່ວນຂອງພັກປະຊາຊົນປະຕິວັດລາວ ກັບ​ພັກຄອມມີວນິສຫວຽດນາມນັ້ນ
ທັງສອງພັກກໍ​ຈະ​ເພີ່ມ​ການ​ພົບ​ປະ​ແລກປ່ຽນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລະຫວ່າງ​ກັນ ​ໃຫ້​ຫຼາຍ​ຂຶ້ນ
​ໂດຍ​ຈະ​ເນັ້ນ​ໜັກ​ການ​ແລກປ່ຽນທາງ​ດ້ານ​ທິດສະ​ດີ ​ແລະດ້ານ​ແຜນການປ່ຽນ​ແປງ​ໃໝ່
ລວມ​ເຖິງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ພັດທະນາທາງ​ສັງຄົມ, ການ​ເມືອງ
​ແລະຄວາມ​ໝັ້ນຄົງ​ໃນ​ທັງ​ສອງ​ປະ​ເທດຮ່ວມກັນ​ຢ່າງ​ໃກ້​ຊິດ.

ກອງປະຊຸມສໍາມະນາແກ່ນັກທຸລະກິດຫວຽດນາມ ກ່ຽວກັບໂອກາດໃນການຮ່ວມມື ແລະລົງທຶນທີ່ລາວ ຈັດຂຶ້ນໂດຍສະຖານທູດຫວຽດນາມ ທີ່ວຽງຈັນ ໃນເດືອນກໍລະກົດ, 2011
ກອງປະຊຸມສໍາມະນາແກ່ນັກທຸລະກິດຫວຽດນາມ ກ່ຽວກັບໂອກາດໃນການຮ່ວມມື ແລະລົງທຶນທີ່ລາວ ຈັດຂຶ້ນໂດຍສະຖານທູດຫວຽດນາມ ທີ່ວຽງຈັນ ໃນເດືອນກໍລະກົດ, 2011

ສ່ວນ​ໃນ​ດ້ານ​ເສດຖະກິດ​ນັ້ນ ທັງ​ສອງ​ ຝ່າຍກໍ​ຈະ​ສົ່ງ​ເສີມ​ໃຫ້​ມີ​ການ​ຄ້າ​ຫຼາຍຮູບ​ແບບ ​ແລະ ມີ​ການອໍານວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະນາ​ການ​ເຊື່ອມ​ຕໍ່ທາງ​ດ້ານ​ການ​ຄົມມະນາຄົມ​ຂົນສົ່ງ​ລະຫວ່າງກັນ​ ຢ່າງ​ຄົບ
​ຊຸດ ​ແລະຢ່າງທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອ
ຮອດພາກ​ໃຕ້ໃຫ້ໄດ້ຢ່າງເປັນຮູບປະທໍາ.

ສໍາລັບ​ໃນ​ດ້ານ​ການ​ຄ້າ​ນັ້ນ, ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ
​ລະຫວ່າງ​ກັນ​ໃຫ້​ເຖິງ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ​ນີ້ ​ແລະ ​ໃຫ້​ເພີ່ມ​ຂຶ້ນ​ເປັນ 5 ພັນ​ລ້ານ​ໂດ​ລາ​
ໃນ​ປີ 2020 ​ໂດຍໃນປີ 2010 ທີ່ຜ່ານມາ ກໍປາກົດວ່າ ການຄ້າລະຫວ່າງລາວກັບຫວຽດ
ນາມ ມີມູນຄ່າລວມເກີນກວ່າ 1 ພັນລ້ານ​ໂດ​ລາ ເປັນ​ປີທໍາອິດ ແລະໃນໄລຍະ 6 ເດືອນ
ຂອງປີ 2011 ນີ້ ການຄ້າສອງຝ່າຍກໍມີມູນຄ່າລວມເກີນກວ່າ 500 ລ້ານໂດລາ ຫລືເພີ້ມ
ຂຶ້ນກວ່າ 17% ແລ້ວ.

ສ່ວນ​ກ່ຽວກັບກາ​ນລົງທຶນ​ນັ້ນ ກໍປາກົດວ່າ​ຫວຽດນາມ ມີມູນຄ່າ​ການລົງທຶນສະສົມໃນ
​ລາວຫລາຍກວ່າ 2,800 ລ້ານໂດລາແລ້ວ ໂດຍເປັນການລົງທຶນໃນ 252 ໂຄງການ
ຊຶ່ງກໍາລັງແຊງໜ້າ ການລົງທຶນຂອງໄທຂຶ້ນມາຄອງອັນດັບ 2 ຫຼືເປັນຮອງພຽງແຕ່ການ ລົງທຶນຂອງຈີນຢູ່ໃນລາວເທົ່ານັ້ນ.

ພິທີສະຫລຸບການປັກຫລັກຊາຍແດນລະຫວ່າງ ລາວແລະຫວຽດນາມ ທີ່ໄດ້ດໍາເນີນໄປໃນໄລຍະ 6 ເດືອນຕົ້ນປີ 2011 ນີ້
ພິທີສະຫລຸບການປັກຫລັກຊາຍແດນລະຫວ່າງ ລາວແລະຫວຽດນາມ ທີ່ໄດ້ດໍາເນີນໄປໃນໄລຍະ 6 ເດືອນຕົ້ນປີ 2011 ນີ້

ນອກຈາກນີ້ຜູ້ນໍາຂອງສອງ
ຝ່າຍຍັງຢືນຢັນ ທີ່ຈະດໍາເນີນ
ການກໍາຈັດເງື່ອນໄຂຕ່າງໆ
ທີ່ເປັນອຸບປະສັກຕໍ່ການເສີມ
ຂະຫຍາຍການຮ່ວມມືຮອບ
ດ້ານອີກດ້ວຍ, ເຊິ່ງຮວມທັງ
ການທີ່ຈະປັກຫຼັກໝາຍຊາຍ
ແດນໃໝ່ເພີ່ມຕື່ມຂື້ນໃນຕະ
ຫຼອດແນວເຂດຊາຍແດນ
ລະຫວ່າງກັນ ໃຫ້ແລ້ວພາຍ ໃນປີ 2014 ເປັນຢ່າງຊ້າ.

XS
SM
MD
LG