ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງທຶນຂອງຫວຽດນາມ ໃນລາວມີມູນຄ່າລວມຫຼາຍ ກວ່າ 3,300 ລ້ານໂດລາ


ການເຊັນສັນຍາລົງທຶນລະຫວ່າງລາວແລະບໍລິສັດລົງທຶນຂອງຫວຽດ
ນາມ
ການເຊັນສັນຍາລົງທຶນລະຫວ່າງລາວແລະບໍລິສັດລົງທຶນຂອງຫວຽດ ນາມ

ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ໄດ້​ເປັນ​ຜົນ​ເຮັດ​ໃຫ້ມີ​ມູນ​ຄ່າ​ ລົງທຶນ​ສະ​ສົມ​ຫຼາຍ​ກ່ວາ 3,300 ລ້ານ​ໂດ​ລາ ​ໃນ​ຂະນະດຽວກັນ​ຫວຽດນາມ​ກໍ​ຍັງໄດ້​ໃຫ້ ການ​ຊ່ວຍ​ເຫຼືອ​ລາວ​ຫຼາຍ​ຂຶ້ນ​ອີກ​ດ້ວຍ.

ຄະນະກະຊວງ​ແຜນການ ​ແລະການລົງທຶນ​ຂອງ​ລາວ​ລາຍງານ​ວ່າ ກາ​ນລົງທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ລາວ​ທີ່​ມີ​ມູນ​ຄ່າ​ຫຼາຍ​ທີ່​ສຸດ​ໃນ​ໄລຍະ 2 ​ເດືອນທຳ​ອິດ​ຂອງ​ປີ 2011 ນີ້​ ກໍ​ຄືການ​ລົງທຶນຈາກ​ຫວຽດນາມຊຶ່ງ​ມີ​ມູນ​ຄ່າ​ຫຼາຍ​ກ່ວາ 430 ລ້ານ​ໂດ​ລາ​ຈາກ​ການ​ລົງທຶນ​ໃນ 5 ​ໂຄງການ ​ແລະກໍໄດ້​ເຮັດ​ໃຫ້​ຫວຽດນາ​ມ​ເປັນ​ປະ​ເທດ​ອັນ​ດັບທີ 3 ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ໃນ​ລາວ​ຫຼາຍ​ທີ່​ສຸດ ຫຼື​ເປັນ​ຮອງ​ພຽງ​ແຕ່​ຈີນ ​ແລະໄທ​ເທົ່າ​ນັ້ນ.

ທັງນີ້ ລັດຖະບານ​ຫວຽດນາມ​ກໍໄດ້ໃຫ້ການ​ສະໜັບ​ສະ​ໜູນ ​ແລະສົ່ງ​ເສີມ​ໃຫ້​ບັນດາ​ວິ​ສະຫະ
ກິດ ທັງທີ່​ເປັນ​ຂອງ​ລັດຖະບານ ​ແລະພາກ​ເອກະ​ຊົນ​ໃນ​ຫວຽດນາມ​ນັ້ນ​ ໃຫ້​ເຂົ້າ​ມາ​ລົງ​ທຶນ​ຢູ່​ໃນ​ລາວ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຈົນ​ເຖິງ​ເດືອນ​ກຸມພາ 2011 ກໍ​ປະກົດ​ວ່າ ການ​ລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ ​ມີ​ມູນ​ຄ່າ​ລວມຫຼາຍ​ກ່ວາ 3,300 ລ້ານ​ໂດ​ລາ ຈາກ​ການ​ລົງທຶນ​ໃນ 225 ​ໂຄງການ​ຢູ່​ໃນ​ເຂດ 16 ​ແຂວງ, ຈາກ​ທັງ​ໝົດ 17 ​ແຂວງ​ໃນ​ລາວ ​ໂດຍ​ເຂດ​ນຶ່ງ​ທີ່​ຫວຽດນາມໄດ້​ເຂົ້າ​ມາ​ລົງທຶນ​ຢ່າງ​ໄວວາ​ກໍ​ຄື ​ແຂວງ​ອັດຕະປື ​ເຊິ່ງ​ລວມ​ເຖິງ​ການທີ່​ແຂວງ​ດັ່ງກ່າວ​ນີ້​ ໄດ້ຮັບການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ບໍລິສັດ​ຈາກ​ຫວຽດນາມ​ເພີ່ມ​ຫຼາຍຂຶ້ນ​ອີກດ້ວຍ. ດັ່ງ​ທີ່​ທ່ານ ຄຳ​ພັນ ພົມ​ມະ​ທັດ​, ​ເຈົ້າ​ແຂວງ​ອັດ​ຕະປື​ໄດ້ໃຫ້ການ​ຢືນຢັນ​ວ່າ:

ການວາງສີລາເລີກກໍ່ສ້າງໂຮງຮຽນທີ່ໄດ້ຮັບການຊ່ວຍຈາກບໍລິສັດຫວຽດນາມ
ການວາງສີລາເລີກກໍ່ສ້າງໂຮງຮຽນທີ່ໄດ້ຮັບການຊ່ວຍຈາກບໍລິສັດຫວຽດນາມ

“ບໍລິສັດ ຮ່ວງ​ແອ​ງ ຢາ​ລາຍ ຊ່ວຍ​ແຂວງ​ກໍ່ສ້າງ​ຂົວ​ເຊ​ສຸ, ກຽມ​ລົງມື​ກໍ່ສ້າງຂົວ​ຫ້ວຍ​ເຕີ, ສ້າງ​ຂົວ​ຂ້າມ​ຫ້ວຍ​ນ້ອຍ​ຈຳນວນ​ໜຶ່ງ, ສ້າງ​ໂຮງໝໍ​ທັນ​ສະ​ໄໝສອງ​ຮ້ອຍ​ຕຽງ, ​ໃຫ້​ທຶນ​ການ​ສຶກສາ, ​ໃຫ້​ເງິນ​ທຶນ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຢູ່ເມືອງ​ຕ່າງໆ ກຳລັງ​ຈະ​ສ້າງຕົວ​ເມືອງ​ພູ​ວົງ​ໃໝ່ ​ແລະ ຫຼາຍ​ບໍລິສັດ​ກໍໄດ້​ເຮັດ​ເສັ້ນທາງ​ໃຫ້​ບ້ານ ​ແລະ ຕໍ່​ຕາ ຂ່າ​ຍ​ໄຟຟ້າ​ແຮງກາງ ​ແລະແຮງຕໍ່າ​ໃຫ້ບ້ານ, ຖ້າ​ຄິດ​ໄລ່​ການ​ຊ່ວຍ​ເຫຼືອ​ລ້າ​ກໍ​ເປັນ​ເງິນ​ຈຳນວນ​ຫຼາຍ​ສິບ​ລ້ານ​ໂດ​ລາ”

ສ່ວນ​ໃນ​ດ້ານ​ການ​ຄ້າ​ນັ້ນ ທັງ​ສອງ​ຝ່າຍກໍ​ໄດ້​ສົ່ງ​ເສີມ​ໃຫ້​ມີ​ການ​ຄ້າ​ຫຼາຍຮູບ​ແບບ ​ແລະ ມີ​ການອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະນາ​ການ​ເຊື່ອມ​ຕໍ່ທາງ​ດ້ານ​ການ​ຄົມມະນາຄົມ​ຂົນສົ່ງ​ລະຫວ່າງກັນ​ຢ່າງ​ຄົບ​ຊຸດ ​ແລະຢ່າງທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອຮອດພາກ​ໃຕ້.

ສຳລັບ​ໃນ​ດ້ານ​ການ​ຄ້າ​ນັ້ນ, ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ໃຫ້​ເຖິງ 1 ພັນ​ລ້ານ​ໂດ​ລາ​ໃນ​ປີ​ນີ້ ​ແລະ ​ໃຫ້​ເພີ່ມ​ຂຶ້ນ​ເປັນ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ 2015 ​ແລະ 5 ພັນ​ລ້ານ​ໂດ​ລາ​ໃນ​ປີ 2020. ສ່ວນ​ໃນ​ດ້ານ​ກາ​ນລົງທຶນ​ນັ້ນ ທາງ​ຝ່າຍ​ຫວຽດນາມ ​ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ມູນ​ຄ່າ​ການລົງທຶນ​ຂອງ​ຫວຽດນາມ​ໃນ​ລາວ​ຈະ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກ່ວາ 5 ພັນ​ລ້ານ​ໂດ​ລາ​ໃນ​ປີ 2015 ຢ່າງ​ແນ່ນອນ, ທັງນີ້​ກໍ​ເນື່ອງ​ຈາກ​ວ່າ​ ກຸ່ມ​ທຸລະ​ກິດ​ຈາກ​ຫວຽດນາມ ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃນ​ການເພີ່ມ​ການ​ລົງທຶນ​ດ້ານ​ພະລັງງານ​ບໍ່ແຮ່ ​ແລ​ະການ​ປູກ​ພືດ​ເສດຖະກິ​ດທີ່​ຈະ​ຕ້ອງ​ໃຊ້​ເງິນ​ລົງ​ທຶນຫຼາຍ​ເປັນ​ພິ​ເສດ​ນັ້ນ​ເອງ.

ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະປະທານປະເທດລາວ
ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະປະທານປະເທດລາວ

ທາງ​ດ້ານ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະປະທານ​ປະ​ເທດ​ລາວ ກໍ່​ໄດ້​ໃຫ້ການ​ຢືນຢັນ​ເຖິງ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະການຮ່ວມມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ​ວ່າ ​ເປັນ​ມໍລະດົກອັນລ້ຳຄ່າ​ທີ່​ຈະ​ຕ້ອງ​ຖ່າຍ​ທອດ​ໄປ​ສູ່​ຄົນ​ຮຸ່ນ​ໃໝ່ ​ເພື່ອ​ໃຫ້ຮ່ວມມື​ກັນ​ພັດທະນາ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະວັດທະນາ​ຖາວອນ​ສືບ​ຕໍ່ໄປ.

ນອກຈາກ​ນີ້​ ໃນ​ຊ່ວງ​ບຸນປີ​ໃໝ່​ລາວ​ເມື່ອປີ​ກາຍ​ນັ້ນ ທ່ານ ນົງ
ດຶກ​ແໝ໋ງ, ອະດີດ​ເລຂາທິການ​ໃຫຍ່​ພັກຄອມ​ມູນິດ​ຫວຽດ
ນາມກໍ​ໄດ້​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ມາ​ແລ້ວ​ນັ້ນ ກໍ​ໄດ້​ຖະ​ແຫຼ​ງການຮ່ວມກັນ
ກັບ​ທ່ານ ຈູ​ມມະ​ລີວ່າ ​ທັງ​ສອງ​ພັກ​ຈະ​ເພີ່ມ​ການ​ພົບ​ປະ​ແລກປ່ຽນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລະ
ຫວ່າງ​ກັນ​ໃຫ້​ຫຼາຍ​ຂຶ້ນ ​ໂດຍ​ຈະ​ເນັ້ນ​ໜັກ​ການ​ແລກປ່ຽນທາງ​ດ້ານ​ທິດສະ​ດີ ​ແລະດ້ານ​ແຜນ
ການປ່ຽນ​ແປງ​ໃໝ່ລວມ​ເຖິງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ພັດທະນາທາງ​ສັງ
ຄົມ, ການ​ເມືອງ ​ແລະຄວາມ​ໝັ້ນຄົງ​ໃນ​ທັງ​ສອງ​ປະ​ເທດຮ່ວມກັນ​ຢ່າງ​ໃກ້​ຊິດ.

XS
SM
MD
LG