ລາວເປີດໃຫ້ມີການຊຶ້ຂາຍ ໃນຕະຫລາດຫຸ້ນແລ້ວ

  • ສິງ ບູຣົມມະວົງ

ຕະຫລາດຮຸ້ນແຫ່ງທໍາອິດຂອງລາວ ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນຫລວງວຽງຈັນ ເມື່ອວັນທີ 10 ຕຸລາ 2010 ແຕ່ຫາກໍເປີດໃຫ້ຊຶ້ຂາຍຮຸ້ນເປັນເທື່ອທໍາອິດ ໃນວັນອັງຄານ ທີ 12 ມັງກອນ 2011.

ປະຊາຊົນ​ລາວ​ຈະ​ມີ​ໂອກາດເປັນຄັ້ງທໍາອິດ ໄດ້​ເປັນ​ເຈົ້າ​ຂອງ
ຫຸ້ນ ​ເວລາ​ປະ​ເທດ​ຄອມ​ມິ​ວນິດ​ທີ່​ທຸກ​ຍາກແຫ່ງ​ນີ້ ໄຂ​ຕະ
ຫລາດ​ຮຸ້ນ​ເປັນເທື່ອທໍາ​ອິດ ​ໃນ​ວັນ​ອັງຄານ​ມື້​ນີ້.

ໃນ​ຂັ້ນ​ຕົ້ນນີ້ ມີ​ສອງ​ບໍລິສັດ​ເທົ່າ​ນັ້ນ​ຈະ​ຢູ່​ໃນ​ບັນຊີ​ຕະຫລາດ​
ຫລັກ​ຊັບ​ຂອງ​ລາວ ອັນ​ມີ​ບໍລິສັດທີ່ແຍກອອກຈາກລັດ​ວິ​ສາ​
ຫະກິດ​ໄຟຟ້າ ​ແລະ​ທະນາຄານ​ການ​ຄ້າໃຫຍ່​ທີ່​ສຸດ​ຂອງ​ປະ​
ເທ​ດ.

ໜັງສືພິມ Vientiane Times ​ແຈ້ງ​ໃຫ້ຊາບ​ໃນ​ວັນ​ຈັນ​
ວານ​ນີ້​ວ່າ ຈະ​ມີ​ຂໍ້​ຈໍາກັດ​ຮັດ​ແຄບສໍາລັບຊາວຕ່າງປະເທດ
ໃນການ​ຊື້ຫຸ້ນຂອງ​ບໍລິສັດ​ຜະລິດໄຟຟ້າ Electricite du
Laos Generation ຊຶ່ງມີ​ຜູ້​ປະມູນຊື້​ຫຸ້ນ ​ຫຼາຍ​ກວ່າຈໍາ
ນວນ​ຫຸ້ນ​ທີ່ນຳ​ອອກ​ສະເໜີແກ່ປະຊາ​ຊົນ​ ໃນຕອນສະເໜີ ຂາຍຫຸ້ນຂັ້ນຕົ້ນນັ້ນ.

ພວກ​ຊາວ​ຕ່າງປະ​ເທດ​ຈະ​ຊື້​ຫຸ້ນ​ໄດ້​ ບໍ່ກາຍ​ 3 ສ່ວນ 100 ຂອງ​ຈໍານວນ​ຫຸ້ນທັງ
ໝົດຂອງບໍລິສັດດັ່ງກ່າວ ​ແຕ່ວ່າ​ພວກ​ບໍລິສັດ​ແລະ​ສະ​ຖາ​ບັນ​ຕ່າງໆ​ຂອງ​ຕ່າງປະ
ເທດ​ຈະ​ມີສິດ​ຊື້​ຫຸ້ນ​ ເຖິງ 10 ສ່ວນ 100 ​ໄດ້.

ພວກ​ຊາວ​ຕ່າງ​ດ້າວຈະ​ຕ້ອງ​ໃຊ້​ເງິນ​ກີບຂອງ​ລາວ ໃນ​ການ​ຊື້​ຂາຍ​ຫຸ້ນ​ທຸກ​ຢ່າງ.