ທ່ານ ສີຕາເຮັ່ງ ລາດຊະພົນ ລັດຖະມົນຕີກະຊວງກະສິກໍາ
-ປ່າໄມ້ລາວ ໄດ້ຖະແຫລງຍອມຮັບວ່າ ຜົນຜະລິດເຂົ້າໃນ
ຕະຫລອດລະດູການປະຈຳປີ 2010 ທີ່ຜ່ານມາບໍ່ສາມາດ
ປະຕິບັດໄດ້ຕາມເປົ້າໝາຍທີ່ວາງໄວ້ ຊຶ່ງກໍຄື ໃນຂະນະທີ່
ແຜນການໄດ້ວາງເປົ້າໝາຍເອົາໄວ້ບໍ່ໜ້ອຍກວ່າ 3.3 ລ້ານ
ໂຕນນັ້ນ ກັບປາກົດວ່າ ສາມາດປະຕິບັດຕົວຈິງໄດ້ ພຽງ
3.26 ລ້ານໂຕນເທົ່ານັ້ນ.
ພ້ອມກັນນີ້ ອີງຕາມການລາຍງານຈາກເຂດແຂວງຕ່າງໆ
ໃນທົ່ວປະເທດລາວ ກໍຍັງປາກົດອີກດ້ວຍວ່າມີປະຊາຊົນ
ລາວໃນເຂດ 56 ເມືອງຈາກທັງໝົດ 143 ເມືອງໃນທົ່ວ
ປະເທດລາວນັ້ນ ກໍາລັງປະເຊີນກັບບັນຫາຂາດເຂົ້າກິນ
ຄິດເປັນໄລຍະເວລາລະຫວ່າງ 3-6 ເດືອນຕໍ່ປີໃນປັດຈຸບັນ
ນີ້ ໂດຍສະເພາະແມ່ນເຂດຊົນນະບົດແລະເຂດພູດອຍນັ້ນ
ກໍປາກົດວ່າມີຢູ່ເຖິງ 40 ເມືອງ ທີ່ປະຊາຊົນຕ້ອງຂາດ
ເຂົ້າກິນເຖິງ 6 ເດືອນ.
ທັງນີ້ ນອກຈາກຈະເປັນຍ້ອນສະພາບການຂອງພື້ນທີ່ບໍ່ເອື້ອອໍານວຍແລ້ວ ກໍ່ຍັງມີສາຍເຫດ
ສໍາຄັນມາຈາກໄພທໍາມະຊາດທັງໄພນໍ້າຖ້ວມແລະໄພແຫ້ງແລ້ງທີ່ມີລະດັບຄວາມຮຸນແຮງຫຼາຍ
ຂຶ້ນທຸກປີອີກດ້ວຍ ດັ່ງທີ່ເຈົ້າໜ້າທີໃນແຂວງຫົວພັນໄດ້ອະທິບາຍເຖິງສະພາບການທີ່ເກີດຂຶ້ນ
ໃນແຂວງຫົວພັນໃນເວລານີ້ ວ່າ:
“ເນື່ອງຈາກວ່າມີສະພາບ
ໄພແລ້ງ ຊັ້ນຈຶ່ງເຮັດໃຫ້
ເນື້ອທີ່ການຜະລິດຂອງ
ພວກເຮົາຫັ້ນ ຖືວ່າມີການ
ເສຍຫາຍໄປຈໍານວນນຶ່ງ
ເຮັດໃຫ້ການຜະລິດຂອງ
ພວກເຮົາບໍ່ໄດ້ຕາມແຜນ
ການພວກເຮົາວາງໄວ້
50,144 ເຮັກຕ້າ ແຕ່ວ່າ
ຜົນກະທົບຈາກໄຟແຫ້ງ
ແລ້ງນັ້ນແມ່ນມັນມີເນື້ອທີ່
ທີ່ພວກເຮົາບໍ່ໄດ້ປັກດໍາ
ແລະບາງເນື້ອທີ່ປັກດໍາໄປ
ແລ້ວ ແຕ່ໄພແລ້ງແກ່ຍາວ ມັນກະຕາຍ”
ຢ່າງໃດກໍ່ຕາມ ທ່ານຈັນເພັງໄຊ ຫົວໜ້າກົມກະສິກໍາກະຊວງກະສິກໍາ-ປ່າໄມ້ໄດ້ຖະແຫລງ
ຢືນຢັນວ່າ ທາງການລາວໄດ້ວາງແຜນການ ແລະເປົ້າໝາຍທີ່ຈະສົ່ງເສີມການຜະລິດສິນ
ຄ້າກະເສດເຊັ່ນເຂົ້າ, ມັນຕົ້ນ, ອ້ອຍ, ສາລີ ແລະກາເຟ ເພື່ອສົ່ງອອກໄປຕ່າງປະເທດ
ໃຫ້ໄດ້ຫລາຍຂຶ້ນຢ່າງຕໍ່ເນື່ອງໃນ ຕະຫຼອດໄລຍະ 5 ປີຕໍ່ໄປ ນີ້ກໍ່ຄືຈາກປີ 2011-2015.
ສໍາລັບຜົນຜະລິດເຂົ້ານັ້ນ
ລັດຖະບານລາວໄດ້ຕັ້ງເປົ້າ
ໝາຍທີ່ຈະສົ່ງເສີມການຜະ
ລິດໃຫ້ໄດ້ ບໍ່ໜ້ອຍກວ່າ
4.15 ລ້ານໂຕນ ພາຍໃນ
ປີ 2015 ດ້ວຍການຂະ
ຫຍາຍລະບົບຊົນລະປະ
ທານເພື່ອຕອບສະໜອງ
ນໍ້າໃຫ້ແກ່ພື້ນທີ່ປູກເຂົ້າ
ເພີ້ມຂຶ້ນຈາກ 362,000
ເຮັກຕ້າ ໃນປັດຈຸບັນເປັນ
ບໍ່ໜ້ອຍກວ່າ 8 ແສນເຮັກ
ຕ້າ ຊຶ່ງຈະເຮັດໃຫ້ລາວມີ
ຜົນຜະລິດເຂົ້າເຫຼືອກິນ ເພື່ອສົ່ງອອກໄປຕ່າງປະເທດ ຄິດເປັນມູນຄ່າຫຼາຍວ່າ 15 ລ້ານ ໂດລາ.
ແຕ່ຢ່າງໃດກໍ່ຕາມ ທ່ານນາງ ມົນທາທິບ ກໍຍອມຮັບວ່າ ການທີ່ຈະສາມາດບັນລຸເປົ້າໝາຍ
ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍ່ບໍ່ແມ່ນເລື້ອງງ່າຍ ເນື່ອງຈາກວ່າລາວກໍາລັງປະເຊີນກັບບັນຫາ
ທ້າທາຍຫລາຍດ້ານ ທີ່ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານຂອງປະຊາ
ຊົນລາວໄດ້ ເຊັ່ນການປ່ຽນສະພາບເນື້ອທີ່ນາ ແລະພື້ນທີ່ການກະເສດ ໄປເປັນເຂດທີ່ຢູ່ອາ
ໃສແລະເຂດຊຸມຊົນຫລາຍຂຶ້ນນັບມື້.
ໂດຍສະເພາະແມ່ນພື້ນທີ່ການກະເສດທີ່ຢູ່ໃກ້ເຂດຕົວເມືອງໃຫຍ່ ແລະທີ່ຢູ່ແຄມທາງນັ້ນ ນັບ
ເປັນພື້ນທີ່ການກະເສດທີ່ຖືກແປສະພາບໄປເປັນເຂດທີ່ຢູ່ອາໃສເພີ່ມຂຶ້ນຢ່າງວ່ອງໄວ. ອີກທັງ
ຍັງຄົງບໍ່ມີການກໍານົດພື້ນທີ່ການກະເສດ ແລະເຂດທີ່ຢູ່ອາໃສໃນລາວຢ່າງຊັດເຈນ ເມື່ອປະ
ກອບກັບການທີ່ໃນເຂດແຂວງພາກເໜືອກໍ່ຍັງຂາດແຄນລະບົບຊົນປະທານ ເນື່ອງຈາກພື້ນທີ່
ສ່ວນໃຫຍ່ຢູ່ໃນເຂດພູດອຍອີກດ້ວຍແລ້ວ ກໍນັບເປັນອີກປັດໃຈນຶ່ງທີ່ຈະສົ່ງຜົນກະທົບຕໍ່ແຜນ
ການດັ່ງກ່າວຂອງທາງການລາວ.