ເຈົ້າໜ້າທີ່ຂັ້ນສູງໃນອົງການທ່ອງທ່ຽວແຫ່ງຊາດລາວໄດ້
ໃຫ້ການຢືນຢັນວ່າຄະນະບໍລິຫານງານຂອງອົງການທ່ອງ
ທ່ຽວຊາດລາວໄດ້ກໍາໜົດແຜນການຢ່າງຄັກແນ່ແລ້ວວ່າ
ຈະຈັດການສົ່ງເສີມ ປີການທ່ອງທ່ຽວປະເທດລາວໃນຕະ
ຫຼອດປີໜ້າກໍຄືປີ 2012 ນີ້ ໂດຍຄາດຫວັງວ່າຈະເຮັດໃຫ້
ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ
ຢູ່ໃນລາວຫຼາຍຂຶ້ນກວ່າໃນໄລຍະທີ່ຜ່ານມາ.
ການແຫ່ຂະບວນຊ້າງໃນງານບຸນຊ້າງທີ່ແຂວງໄຊຍະ ບູລີ, ພາກຕາເວັນຕົກສຽງເໜືອຂອງລາວຊຶ່ງທາງ ການລາວເຊື່ອວ່າຈະເປັນສິ່ງນຶ່ງທີ່ດຶງດູດເອົານັກ ທ່ອງທ່ຽວເຂົ້າໄປລາວຫລາຍຂຶ້ນນັບມື້
ທັງນີ້ໂດຍໃນຕະຫຼອດປີ 2010
ທີ່ຜ່ານມານັ້ນ ເຖິງແມ່ນວ່າລາວ
ຈະໄດ້ຮັບຜົນກະທົບໃນຫຼາຍໆ
ດ້ານທັງທີ່ເກີດຂຶ້ນຢູ່ພາຍໃນປະ
ເທດລາວເອງ ແລະຜົນກະທົບ
ຈາກພາຍນອກປະເທດກໍ່ຕາມ
ຫາກແຕ່ກໍຍັງຄົງປາກົດວ່າມີນັກ
ທ່ອງທ່ຽວຊາວຕ່າງປະເທດພາ
ກັນເດີນທາງເຂົ້າໄປທ່ອງທ່ຽວ
ໃນລາວເພີ້ມຂຶ້ນກວ່າທຸກປີທີ່
ຜ່ານມາ ດັ່ງທີ່ທ່ານສຸກກະເສີມ
ໂພທິສານ ຮອງປະທານອົງ
ການທ່ອງທ່ຽວແຫ່ງຊາດລາວ ໄດ້ຊີ້ແຈງວ່າ:
“ເຖິງແມ່ນວ່າບາງໄລຍະຈະມີນັກທ່ອງທ່ຽວຫລຸດລົງຍ້ອນພະຍາດລະບາດ, ຍ້ອນ
ໄພທຳມະຊາດ ແລະສະພາບຄວາມວຸ້ນວາຍໃນປະເທດໃກ້ຄຽງກໍຕາມ ແຕ່ອັດ
ຕາການເພີ້ມຂຶ້ນຂອງນັກທ່ອງທ່ຽວ ສະເລ່ຍແລ້ວກໍມີເຖິງ 20%ຕໍ່ປີ. ສະເພາະ
ໃນປີ 2010 ນີ້ ໄດ້ມີນັກທ່ອງທ່ຽວຊາວຕ່າງປະເທດເຂົ້າມາ ສປປ ລາວເຮົາ
ຈຳນວນເຖິງ 2.5 ລ້ານກວ່າ/ເທື່ອຄົນ.”
ຈຸດດຶງດູດນັກທ່ອງທ່ຽວ ອັນສໍາຄັນທີ່ຫລວງພະ ບາງ
ທາງດ້ານ ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈໍາ
ສໍານັກງານນາຍົກລັດຖະມົນຕີ ແລະປະທານອົງການທ່ອງ
ທ່ຽວແຫ່ງຊາດລາວໄດ້ສະແດງຄວາມເຊື່ອໝັ້ນວ່າພາຍ
ຫລັງໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລະຫວ່າງ
ຈີນກັບລາວ ທີ່ຈະເຊື່ອມຕໍ່ໄປຍັງປະເທດໄທ-ມາເລເຊຍ
ແລະສິງກະໂປ ຫຼືທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງລົດໄຟ
ອາຊຽນ-ຈີນນັ້ນ ໄດ້ດໍາເນີນການສຳເລັດສົມບູນແລ້ວນັ້ນ
ກໍນັບເປັນອີກປັດໃຈນຶ່ງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມ
ຫຼາຍຂຶ້ນອີກ.
ທັງນີ້ກໍເນື່ອງຈາກວ່າ ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວ
ທີ່ເຊື່ອມຕໍ່ຈາກຈີນທີ່ຢູ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນຈະມີການກໍ່ສ້າງສະຖາ
ນີໃຫຍ່ 5 ແຫ່ງ ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງ
ຈັນ ກັບທັງຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງ ສະຖານີໃຫຍ່ທັງ 5 ແຫ່ງດັ່ງ
ກ່າວຊຶ່ງກໍເປັນເຂດທີ່ນັກທ່ອງທ່ຽວຊາວຕ່າງຊາດນະຍົມເຂົ້າໄປທ່ອງທ່ຽວຢູ່ແລ້ວ ເພາະສະ
ນັ້ນ ເມື່ອການເດີນທາງມີຄວາມສະດວກສະບາຍຂຶ້ນກວ່າເດີມກໍຍ່ອມຈະເຮັດໃຫ້ມີນັກທ່ອງ
ທ່ຽວຊາວຕ່າງປະເທດເດີນທາງເຂົ້າໄປໃນລາວຫຼາຍຂຶ້ນກວ່າເກົ່າໂດຍທາງການລາວຄາດ
ໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 2.8 ລ້ານຄົນທີ່ຈະເດີນທາງເຂົ້າໄປ
ລາວໃນປີ 2015.
ການເຊັນບົດບັນທຶກຄວາມເຂົ້າໃຈໃນທ້າຍປີ 2010 ເພື່ອລົງທຶນຮ່ວມກັນລະຫວ່າງລາວ-ຈີນໃນການ ສ້າງທາງລົດໄຟເຊື່ອມຕໍ່ຈາກຈີນຫາວຽງຈັນ, ລາວ.
ກ່ອນໜ້ານີ້ທ່ານ ສົມສະຫວາດ
ໄດ້ຖະແຫຼງຊີ້ແຈງວ່າທາງການ
ລາວແລະຈີນໄດ້ຕົກລົງໃນບົດ
ບັນທຶກຄວາມເຂົ້າໃຈຮ່ວມກັນ
ຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນ
ຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ
ເພື່ອຮັບຜິດຊອບໃນການກໍ່ສ້າງ
ທາງລົດໄຟຄວາມໄວສູງທີ່ເຊື່ອມ
ຕໍ່ຈາກຈີນມາຍັງລາວໂດຍລັດຖະ
ບານລາວຈະຖືຫຸ້ນລົງທຶນໃນສັດ
ສ່ວນ 30% ໃນຂະນະທີ່ລັດຖະ
ບານຈີນຈະຖືຫຸ້ນໃນສັດສ່ວນ
70% ຂອງມູນຄ່າການລົງທຶນ ທັງໝົດ.
ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ
2011 ເປັນຕົ້ນໄປ ແລະຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ກໍ່ຄາດ
ວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ
ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງ ການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວພໍດີ.
ທາງຊາຍແດນລາວ ແລະຈີນ
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ
ການກໍ່ສ້າງທາງລົດໄຟສ່ວນໃຫຍ່
ໃນລາວນັ້ນ ຈະຕ້ອງຜ່ານເຂດພູ
ດອຍ ຊຶ່ງເຮັດໃຫ້ຕ້ອງມີການຂຸດ
ເຈາະອຸໂມງ ຄິດເປັນໄລຍະທາງ
ລວມເຖິງ 190 ກິໂລແມັດແລະ
ຍັງຈະຕ້ອງກໍ່ສ້າງຂົວອີກຫຼາຍ
ແຫ່ງທີ່ມີຄວາມຍາວຮວມກັນເຖິງ
90 ກິໂລແມັດອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ຄາດໝາຍວ່າການກໍ່ສ້າງ
ທາງລົດໄຟຄວາມໄວສູງສະເພາະໃນເຂດລາວນີ້ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານ
ໂດລາ ຊຶ່ງກໍຄືທາງການລາວຈະຕ້ອງຮ່ວມລົງທຶນຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ
ແລະກໍເຊື່ອວ່າທາງການລາວຈະໄດ້ມາຈາກການກູ້ຢືມຈາກທາງການຈີນນັ້ນເອງ.