ປະທານປະເທດ ແລະ ນາຍົກ ລມຕ ລາວ ສືບຕໍ່ດໍາລົງຕໍາແໜ່ງ ອີກສະໄໝນຶ່ງ

ທ່ານ ຈູມມະລີ ໄຊຍະສອນ ເປັນປະທານປະເທດລາວ ຊຶ່ງໄດ້ຖືກ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ຕໍ່ໄປອີກສະໄໝນຶ່ງຢ່າງເປັນທາງການໃນ ວັນທີ 15 ມິຖຸນາ, 2011 ນີ້

ສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ລົງມະຕິແຕ່ງຕັ້ງ ທ່ານ ຈູມມະລີ ໄຊຍະສອນ ເປັນປະທານປະເທດ ຕໍ່ອີກສະໄໝນຶ່ງ. ເຊັ່ນດຽວກັນ ທ່ານ ທອງສິງ ທໍາມະວົງ ກໍໄດ້ຮັບ ການແຕ່ງຕັ້ງເປັນນາຍົກລັດຖະມົນຕີ.

ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກຂອງສະພາແຫ່ງຊາດລາວຊຸດທີ 7 ໄດ້ລົງມັດ
ຕິດ້ວຍສຽງສ່ວນ ໃຫຍ່ເພື່ອຮັບຮອງການແຕ່ງຕັ້ງໃຫ້ທ່ານ ຈູມມະລີ ໄຊຍະສອນ ເປັນປະ ທານປະເທດລາວຕໍ່ອີກສະໄໝໜຶ່ງ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 15 ມິຖຸນາ
ນີ້ ໂດຍການລົງມັດຕິດັ່ງກ່າວນີ້ໄດ້ມີຂຶ້ນພາຍຫຼັງຈາກສະມາຊິກສະພາແຫ່ງຊາດລາວຊຸດ
ທີ 7 ໄດ້ມີມັດຕິດ້ວຍສຽງສ່ວນໃຫຍ່ໃນການແຕ່ງຕັ້ງທ່ານນາງ ປານີ ຢາທໍຕູ້ ເປັນປະທານ ສະພາແຫ່ງຊາດຊຸດທີ 7 ຢ່າງເປັນທາງການໃນມື້ດຽວກັນ.

ທ່ານນາງປານີ ຢາທໍຕູ ປະທານສະພາແຫ່ງຊາດລາວ ຊຸດທີ 7.

ໂດຍພາຍຫຼັງາການໄດ້ຮັບແຕ່ງຕັ້ງເປັນປະທານປະເທດອີກ
ສະໄໝນຶ່ງຢ່າງເປັນທາງການແລ້ວນັ້ນ ທ່ານ ຈູມມະລີ
ໄຊຍະສອນ ກໍໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມວ່າ ທ່ານ
ຈະຢືນຢັດໃນການນໍາພາປະເທດຊາດ ເພື່ອເຮັດໃຫ້ປະ
ຊາຊົນຫຼຸດພົ້ນຈາກຄວາມຍາກຈົນໃຫ້ໄດ້ຕາມເປົ້າໝາຍ
ໃນປີ 2015 ແລະເພື່ອຮອງຮັບໃຫ້ກັບການນຳພາປະ
ເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ໃນປີ 2020 ຕໍ່ໄປ, ຊຶ່ງທ່ານ ຈູມມະລີ ໄດ້ເນັ້ນຢໍ້າວ່າ:

“ຂ້າພະເຈົ້າປະຕິຍານວ່າ ຈະອອກແຮງປະຕິບັດພາລະກິດປະມຸກລັດດ້ວຍຄວາມ
ຈົງຮັກພັກດີ ແລະເດັດຂາດຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າ, ເດັດ

ດ່
ຽວປະຕິບັດຕາມລັດຖະທຳມະນູນ ແລະກົດໝາຍແຫ່ງ ສປປ ລາວ, ຈອຸທິດ
ໝົດສະຕິປັນຍາ ແລະສຸມເຫື່ອເທແຮງຂອງຕົນເພື່ອການນໍາພາສ້າງ
ສາປະເທດ
ຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ​ສັງຄົມມີຄວາມສາມັກ
ຄີປອງດອງ,​ ປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ
.

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

ພ້ອມກັນນີ້ ທ່ານ ຈູມມະລີ ກໍໄດ້ໃຊ້ອໍານາດໃນຖານະ
ປະທານປະເທດ ສະເໜີຕໍ່ກອງປະຊຸມໃຫ້ຮັບຮອງເອົາ
ການແຕ່ງຕັ້ງທ່ານທອງສິງ ທໍາມະວົງ ເປັນນາຍົກລັດ
ຖະມົນຕີ, ຊຶ່ງກໍ່ປະກົດວ່າ ສະມາຊິກສະພາແຫ່ງຊາດ
ລາວ ໄດ້ມີມະຕິຮັບຮອງດ້ວຍສຽງສ່ວນຫລາຍເຊັ່ນກັນ
ແລະຕໍ່ຈາກນັ້ນ ທ່ານທອງສິງກໍໄດ້ສະເໜີໂຄງປະກອບ
ການຈັດຕັ້ງຂອງຄະນະບັດຖະບານຊຸດໃໝ່ທີ່ປະກອບ
ດ້ວຍ 18 ກະຊວງກັບ 3 ອົງການທຽບເທົ່າກະຊວງ.

ໃນໂຄງປະກອບດັ່ງກ່າວນີ້ ກໍມີ 4 ກະຊວງຈັດຕັ້ງໃໝ່
ຄືກະຊວງພາຍໃນ, ກະຊວງວິທະຍາສາດ ແລະເທັກ
ໂນໂລຈີ, ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະກະຊວງໄປສະນີ-
ຄົມມະນາຄົມສື່ສານ. ນອກນັ້ນ ກໍມີ 2 ກະຊວງປັບປຸງໃໝ່ ຄືກະຊວງສຶກສາທິການແລະ
ກິລາ, ກັບກະຊວງຖະແຫຼງຂ່າວ-ວັດທະ ນະທຳ ແລະທ່ອງທ່ຽວ.

ທ່ານ ອາຊາງ ລາວລີ, ຮອງນາຍົກ ລມຕ ລາວ

ສ່ວນຄະນະລັດຖະບານຊຸດໃໝ່ ກໍປະກອບດ້ວຍຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະຫົວໜ້າອົງ
ການທຽບເທົ່າກະຊວງ ຈໍານວນລວມກັນທັງໝົດ 28
ທ່ານ, ໂດຍສ່ວນໃຫຍ່ກໍເປັນບຸກຄະລາກອນໃນຄະນະ
ລັດຖະບານລາວຊຸດທີ່ແລ້ວ.


ທີ່ຖືວ່າເປັນລັດຖະມົນຕີໜ້າໃໝ່ນັ້ນກໍແມ່ນທ່ານ ວິໄລວັນ
ພົມເຂ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ
ບໍ່ແສງຄໍາ ວົງດາລາ,​ ລັດຖະມົນຕີກະຊວງຖະແຫຼງຂ່າວ-
ວັດທະນາທໍາ ແລະທ່ອງທ່ຽວ, ທ່ານ ຫຽມ ພົມມະຈັນ,​
ລັດຖະມົນຕີກະຊວງໄປສະນີ-ໂທລະຄົມ ແລະສື່ສານ, ທ່ານ ເອກສະຫວ່າງ ວົງວິຈິດ, ລັດ
ຖະມົນຕີກະຊວງສາທາລະນະສຸກ,​ ທ່ານ ນູລິນ ສິນບັນດິດ,​ ລັດຖະມົນຕີກະຊວງຊັບພະ
ຍາກອນທໍາມະຊາດ ແລະສິ່ງແວດລ້ອມທາມະຊາດ, ທ່ານ ຄໍາປານ ພິລາວົງ, ລັດຖະມົນ
ຕີກະຊວງພາຍໃນ ແລະທ່ານສົມພາວ ໄພສິດ, ຜູ້ວ່າການທະນາຄານແຫ່ງຊາດ.

ນາຍພົນ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ

ສ່ວນທ່ານ ທອງລຸນ ສີສຸລິດ ກໍຍັງຄົງເປັນຮອງນາຍົກ
ລັດຖະມົນຕີ, ທີ່ຄວບລັດຖະມົນຕີກະຊວງການຕ່າງປະ
ເທດ; ທ່ານ ດວງໃຈ ພິຈິດ ກໍເປັນຮອງນາຍົກລັດຖະມົນ
ຕີ, ຄວບລັດຖະມົນຕີວ່າການປ້ອງກັນປະເທດແລະຮອງ
ນາຍົກລັດຖະມົນຕີອີກ 2 ທ່ານ ກໍຍັງຄົງເປັນທ່ານ ອາ
ຊາງ ລາວລີ ແລະທ່ານ ສົມສະຫວາດ ເລັ່ງສະຫວັດ.

ໃນຂະນະທີ່ທ່ານ ບຸນທອງ ຈິດມະນີ ກໍໄດ້ເປັນປະທານ
ອົງການກວດກາລັດ. ທ່ານ ຄໍາພັນ ສິດທິຄໍາພາ ເປັນ
ປະທານສານປະຊາຊົນສູງສຸດ ແລະທ່ານ ຄໍາສານ ສຸວົງ
ເປັນປະທານໄອຍະການປະຊາຊົນສູງສຸດ ໂດຍທັງໝົດ
ຈະຢູ່ໃນຕໍາແໜ່ງເປັນເວລາ 5 ປີ ນັບຈາກນີ້ເປັນຕົ້ນໄປ.