ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈູມມະລີຖືກເລືອກເປັນ ປະທານປະເທດລາວ ຕື່ມອີກສະໄໝນຶ່ງ


ທ່ານຈູມມະລີຖືກເລືອກເປັນ ປະທານປະເທດລາວ ຕື່ມອີກສະໄໝນຶ່ງ
ທ່ານຈູມມະລີຖືກເລືອກເປັນ ປະທານປະເທດລາວ ຕື່ມອີກສະໄໝນຶ່ງ

ທ່ານ ຈູມມະລີ ໄຊຍະສອນ
ທ່ານ ຈູມມະລີ ໄຊຍະສອນ















ສະພາ​ແຫ່ງ​ຊາດ​ ທີ່ມີການເລືອກຕັ້ງ 5 ປີ​ເທື່ອນຶ່ງຂອງ​ລາວ​ ໄດ້ມອບໝາຍໃຫ້​ປະທານ
ປະເທດ​ແລະ​ນາຍົກລັດຖະມົນຕີ ເຂົ້າຮັບຕຳແໜ່ງຕື່ມອີກ​ສະ​ໄໝ​ນຶ່ງ ຊຶ່ງເປັນການຄາດ
ຄະເນກັນວ່າ ເປັນການ​ສືບຕໍ່ກຳ​ອໍານາດ​ໃນ​ປະ​ເທດ ທີ່​ມີ​ພັກ​ການ​ເມືອງ​ພັກ​ດຽວ​ນັ້ນ.

ປະທານ​ປະ​ເທດ​ຈູມ​ມາລີ​ໄຊ​ຍະ​ສອນ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດໍາລົງ​ຕໍາແໝ່ງເປັນສະ​ໄໝ​ທີ​ສອງ​ຕື່ມ​ອີກ​ຫ້າ​ປີ​ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກສະມາຊິກ​ສະພາ​ນິຕິບັນຍັດ 132 ທ່ານ​ໃນ
ວັນ​ພຸດ​ມື້​ນີ້ ຊຶ່ງ​ເປັນ​ເວລາຫລາຍ​ເດືອນ​ຫລັງ​ຈາກ​ທ່ານໄດ້​ຖືກ​ສະ​ເໜີແຕ່ງ​ຕັ້ງ​ຈາກ​ຄະນະ​ກໍາ ມະການ​ກົມ​ການ​ເມືອງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ນອກ​ນັ້ນ ສະພາແຫ່ງ​ຊາດ​ຍັງ​ໄດ້​ໃຫ້ການອະນຸມັດຕໍ່ການເຂົ້າຮັບຕຳແໜ່ງ​ຕື່ມ​ອີກ 5 ປີ​ຂອງ​ນາຍົກລັດຖະມົນຕີທອງ​ສິງ ທໍາ ​ມະ​ວົງ ຊຶ່ງ​ໄດ້​ເຂົ້າກຳຕຳແໜ່ງດັ່ງກ່າວ​ມາ​ໃນ​ເດືອນ​ທັນວາ​ປີ​ແລ້ວນີ້ ຫລັງ​ຈາກ​ທ່ານ​ບົວ​ສອນ ​ບຸບຜາ​ວັນ ​ລາ​ອອກ​ຈາກຕໍາ​ແໜ່​ງ.

ກ່ອນໜ້າການມອບໝາຍຄວາມຮັບຜິດຊອບໃຫ້ແກ່ທ່ານຈູມມະລີ ແລະທ່ານທອງສິງນັ້ນ
ທ່ານນາງປານີ ຢາທໍຕູ້ກໍໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງເປັນປະທານສະພາແຫ່ງຊາດ
ຊຸດທີ 7.

ທ່ານ​ທອງ​ສິງ​ໄດ້​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຊຸດທີ 6 ກ່ອນ​ຂຶ້ນ​ມາ​ເປັນ​ນາຍົກລັດຖະມົນຕີ.

ລາວ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນ​ເອ​ເຊຍ ຊຶ່ງ​ຈີນ​ແລະ​ຫວຽດນາມ​ພວມຊ່ວງ​ຊີງ​ກັນຫາ​ອິດ​ທິພົນ​ໃນ​ປະ​ເທດ​ທີ່​ທຸກ​ຈົນ​ແລະ​ບໍ່ມີ​ທາງ​ອອກ​ສູ່​ທະ​ເລ​ແຫ່ງ​ນີ້. ​ແຕ່​ລາວ​ກໍາລັງ​ທໍາ​ການ​ປະຕິ​ຮູບຢາງໃຫຍ​ ໂດຍມີ​ວັດຖຸປະສົງ​ທຈະ​ເຂົ້າ​ຮ່ວມ​ກັບ​ພວກ​ປະ​ເທດ​ເພື່ອນ​ບ້ານ ໃນ​ຖານະ​ເປັນປະ​ເທດ​ທີ່​ມີ​ການ​ເສດຖະກິດ​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​.

XS
SM
MD
LG