ຈີນຖືວ່າ ການປັບປຸງຊີວິດ ຄວາມເປັນຢູ່ ຂອງປະຊາຊົນ ເປັນບູລິມະສິດສູງສຸດ

  • ທອງປານ ເທບວົງສາ

ສາລາປະຊາຊົນສູງສຸດ ຫລືຕຶກສະພາແຫ່ງຊາດຂອງຈີນ ໃນນະຄອນຫລວງປັກກິ່ງ.

ມີຜູ້ຕາງໜ້າປະມານສາມພັນຄົນຈາກທົ່ວປະເທດຈີນ ​ໄປເຕົ້າໂຮມກັນຢູ່ທີ່ນະຄອນຫລວງປັກ ກິ່ງ ເພື່ອປະກອບສ່ວນໃນກອງ​ປະຊຸມ​ຫລວງ​ປະຈໍາປີຂອງສະພາປະຊາຊົນແຫ່ງຊາດຈີນ ຊຶ່ງ​ຄາດ​ກັ​ນວ່ານຶ່ງໃນຫລາຍໆບຸລິມະສິດອັນດັບສູງສຸດນັ້ນ ກໍຄືການປັບປຸງຊີວິດຄວາມເປັນຢູ່ ຂອງພວກຄົນທຸກໃຫ້ດີຂຶ້ນ ອັນເປັນພາກສ່ວນນຶ່ງຂອງຄວາມພະຍາຍາມ ເພື່ອປ້ອງກັນບໍ່ໃຫ້ ເກີດການປະທ້ວງ ຫລື​ຄວາມ​ບໍ່​ສະຫງົບ.

ໃນຂະນະທີ່ຈີນກຽມຕົວ ສໍາລັບກອງ​ປະຊຸມ​ຫລວງ​ປະຈໍາປີ
ຂອງສະພາປະຊາຊົນແຫ່ງຊາດ ທີ່​ຈະ​ໄຂ​ຂຶ້ນໃນມື້ວັນເສົາມື້
ອື່ນນີ້ ທາງລັດຖະບານໄດ້ກ່າວວ່າ ການປະຄັບປະຄອງຮັກ
ສາ​ໄວ້​ຊຶ່ງສະຖຽນລະພາບຂອງສັງຄົມນັ້ນ ແມ່ນຄວາມເປັນ ຫ່ວງອັນດັບສູງສຸດຂອງຕົນ.

ໃນການໂອ້ລົມສົນທະນາທາງອິນເທີເ​ເນັດກັບປະຊາຊົນຈີນ
ເມື່ອໝໍ່ໆມານີ້ ນາຍົກລັດຖະມົນຕີ ເຫວິນ ເຈ້ຍບາວ ກ່າວ
ວ່າ ວິທີທາງນຶ່ງທີ່ລັດຖະບານຫວັງທີ່ຈະປ້ອງກັນບັນຫາສັງ
ຄົມຕ່າງໆນັ້ນ ກໍຄືການໃຫ້ຄວາມຊ່ວຍເຫລືອແກ່ພວກຄົນ ທຸກຈົນ. ທ່ານ ເຫວິນ ​ເວົ້າວ່າ

//ສຽງ//

ບັນຫາຂອງການຍົກລະດັບມາດຕະຖານການຄອງ
ຊີບຂອງປະຊາຊົນນັ້ນ ແມ່ນຈະເປັນຈຸດເລີ່ມຕົ້ນຂອງ
ທຸກໆກົດເກນໃນແຜນການຫ້າປີຕໍ່ໜ້າຂອງປະເທດ ຄືຈາກປີ 2011 ຫາ ປີ 2015.”

ໃນລະຫວ່າງກອງປະຊຸມປະ​ຈໍາປີນີ້ ທີ່ໃຊ້ເວລານຶ່ງອາທິດນັ້ນ
ຝ່າຍນິຕິບັນຍັດຈະ​ໃຫ້ການອະນຸມັດຂັ້ນສຸດທ້າຍ​ແກ່ແຜນ
ການຫ້າປີດັ່ງກ່າວ ທີ່ໄດ້ກໍານົດເປົ້າໝາຍຫລາຍໆຢ່າງສໍາລັບປະເທດຊາດ ຂອງພັກຄອມມີວ
ນີສທີ່ປົກຄອງປະເທດຢູ່ໃນເວລານີ້ ຊຶ່ງ​ເປົ້າ​ໝາຍ​ເຫລົ່າ​ນັ້ນແມ່ນ​ໄດ້​ຮັບ​ການອະນຸມັດແລ້ວ ຢູ່
ໃນກອງປະຊຸມຂອງ​ຄະນະນໍາພາ​ຂອງ​ພັກ ເມື່ອປີຜ່ານມານີ້.

ແມ່ຍິງຈີນສູງອາຍຸຄົນນຶ່ງ ກວດເບິ່ງລາຄາອາຫານ ທີ່ແພງຂຶ້ນ ຊຶ່ງລາວຊຶ້ມາຈາກຮ້ານຕະຫລາດແຫ່ງນຶ່ງ ນອກນະຄອນຫລວງປັກກິ່ງ, ວັນທີ 27 ກຸມພາ 2011.

ລັດຖະບານຈີນກ່າວວ່າ ໃນປີ
2009 ນັ້ນ ປະຊາຊົນເກືອບ
36 ລ້ານຄົນມີ ຊີວິດຄວາມເປັນ
ຢູ່ທີ່ຕໍ່າກວ່າລະດັບຄວາມທຸກຈົນ
ຄືປະມານ 180 ໂດລາຕໍ່ຄົນຕໍ່ປີ
ຫລືປະມານສີ່ພັນກີບຕໍ່ມື້ ຊຶ່ງ​ເທົ່າ
ກັບ​ພຽງ​ແຕ່ນຶ່ງສ່ວນສາມຂອງ
ຈໍານວນ ທີ່ທະນາຄານໂລກ​ໃຊ້
ເປັນ​ຂີດ​ໝາຍລະດັບຄວາມທຸກ
ຈົນນັ້ນ ຊຶ່ງ​ຕາມມາດຕະຖານ
ທີ່ວ່າ​ນີ້ ກໍ​ຈະ​ມີປະຊາຊົນຈີນ
ຫລາຍເຖິງ 150 ລ້ານຄົນທີ່
ຕົກຢູ່ໃນສະພາບທຸກຈົນທີ່ສຸດ.

ນອກນີ້ແລ້ວ ນາຍົກລັດຖະມົນຕີ
ເຫວິນ ຍັງໃຫ້ຮ່ອງຮອຍວ່າ ລັດ
ຖະບານ ມີແຜນຈະ​ຈັດການກັບ
ບັນຫາທີ່ອ່ອນໄຫວທີ່ສຸດທາງການເມືອງສອງບັນຫາ ຄືການສໍ້ລາດບັງຫລວງ ແລະສະພາວະ ເງິນເຟີ້. ທ່ານເຫວິນ ​ເຈ້ຍ​ບາ​ວ ກ່າວວ່າ

//ສຽງ//

ເນຶ່ອງຈາກສະພາວະເງິນເຟີ້ມີຜົນກະທົບ ຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນແລະ
ຍັງສາມາດກະທົບກະ​ເທືອ​ນ ຕໍ່ສະຖຽນລະພາບດ້ານສັງຄົມ​ໄດ້ນໍານັ້ນ ລັດຖະບານ
ຈີນຈຶ່ງ​ຖື​ວ່າ ການຮັກສາສະຖຽນລະພາບດ້ານລາຄາເອົາໄວ້ ເປັນບັນຫາໃຫຍ່.”

ສະພາວະເງິນເຟີ້ໃນເດືອນມັງກອນຜ່ານມາ ​ແມ່ນ 4.9 ເປີເຊັນ ແຕ່ລາຄາເຂົ້າປາອາຫານ
ໄດ້ຖີບຕົວສູງຂຶ້ນ ຫລາຍກວ່າ 10 ເປີເຊັນ.

ທ່ານ ຮວງ ຈິງ ອາຈານສອນວິຊານະໂຍບາຍສາທາລະນະ ທີ່ມະຫາວິທະຍາໄລສິງກະ​ໂປ​
ຫລື University of Singapore ກ່າວວ່າ ທ່ານຄິດວ່າການປາບປາມການສໍ້ລາດບັງ
ຫລວງ ຄວນ​ຈະ​ເປັນ​ນຶ່ງ​ໃນ​ບັນດາບຸລິມະສິດ ອັນດັບສູງສຸດ ຂອງລັດຖະບານຈີນ.

//ສຽງ//

“ສໍາລັບລັດຖະບານຈີນ​ນັ້ນ ຄວາມ​ຈິງແລ້ວ ມັນ​ເປັນການເລືອກທີ່​ຍາກ​ຫລາຍ
ແຕ່ມັນກໍງ່າຍຫລາຍ ຄື​ເຂົາ​ເຈົ້າຈະຕາຍໄປ ພ້ອມກັບການສໍ້ລາດບັງຫລວງ
ຄືກັນກັບໂຣກມະເຮັງ ຫລືວ່າຈະຕັດມັນຖິ້ມໄປໂລດ. ບັນຫາສໍາລັບ​ເຂົາ​ເຈົ້າ
ກໍ​ແມ່ນວ່າ ຈະຕັດບ່ອນໃດກ່ອນ?”

ທ່ານ ຮວງ ກ່າວຕໍ່ໄປວ່າ ບັນຫາໃຫຍ່ອີກປະການນຶ່ງສໍາລັບລັດຖະບານຈີນ ທີ່ຈະຕ້ອງແກ້
ໄຂ ກໍຄືຊ່ອງຫວ່າງຂອງຄວາມຮັ່ງມີທີ່ກໍາລັງກວ້າງ​ອອກນັບມື້ ທີ່​ສະ​ແດງ​ໃຫ້ເຫັນວ່າ ພວກ
ຄົນທີ່ອາໃສຢູ່ໃນຕົວເມືອງນັ້ນ ມີລາຍໄດ້ຫລາຍກວ່າພວກທີ່ອາໃສຢູ່ຕາມຊົນນະບົດ ເຖິງ
ສາມເທົ່າຕົວ. ທ່ານຮວງ ກ່າວອີກວ່າ ຈີນແມ່ນໄດ້ສະສົມຄວາມມັ່ງມີຂຶ້ນ​ຢ່າງ​ຫລວງຫລາຍ
ຕະຫລອດໄລຍະ 30 ປີຜ່ານມາ ຈາກການເປີດກວ້າງເສດຖະກິດຂອງ​ຕົນນັ້ນ ແຕ່​ເວລາ​ນີ້ ​ແມ່ນຕ້ອງມີການປະຕິຮູບທາງການເມືອງ ຖ້າຫາກລັດຖະບານຕ້ອງການຈະກະຈາຍຄວາມ
ມັ່ງມີໃຫ້ສະໝໍ່າສະເໝີກັນ ໃນໝູ່ປະຊາຊົນ.

//ສຽງ//

“ທ່ານ​ກໍຮູ້ວ່າ ​ເວລາ​ທີ່ພວກເຮົາພະຍາຍາມ​ຈະສ້າງຄວາມມັ່ງມີນັ້ນ ເຮົາບໍ່ຈໍາເປັນ
ຕ້ອງມີລະບົບການເມືອງໃໝ່ ຢູ່​ສະ​ເໝີ​ໄປ ແຕ່ຖ້າຫາກເຮົາຢາກຈະກະຈາຍຄວາມ
ມັ່ງມີ ພວກ​ເຮົາ​ຈໍາ​ເປັນຕ້ອງມີລະບົບການເມືອງໃໝ່ຢູ່ສະເໝີ. ຖ້າ​ເຮົາ​ພິຈາລະນາ
ເບິ່ງ ການປະຕິຮູບທາງການເມືອງທັງໝົດ ​ແລະການປະຕິວັດທາງການເມືອງ ມັນລ້ວນແລ້ວແຕ່ມີສາເຫດມາຈາກການແຈກຢາຍຄວາມມັ່ງມີທັງນັ້ນ.”

ລັດຖະບານຈີນຖືວ່າ ການປະຕິຮູບທາງການເມືອງໝາຍ​ເຖິງ​ການ​ບໍ່​ມີສະຖຽນລະພາບທາງ
ສັງຄົມ ແລະດັ່ງນັ້ນ ຈຶ່ງໄດ້ດໍາ​ເນີນພະຍາຍາມຢ່າງ​ໃຫຍ່​ຫລວງ ​ເພື່ອ​ຍັບ​ຍັ້ງການຮຽກຮ້ອງ
ຂອງປະຊາຊົນ ທີ່​ທວງໃຫ້ລັດຖະບານມີຄວາມຮັບຜິດຊອບຫລາຍ​ຂຶ້ນນັ້ນ.

ຕໍາຫລວດຈີນຄົນນຶ່ງ ພະຍາຍາມຂັດ ຂວາງບໍ່ໃຫ້ນັກຂ່າວຕ່າງປະເທດຖ່າຍ ຮູບເອົາຂ່າວໃນລະຫວ່າງທີ່ຕໍາຫລວດ ທໍາການຈັບກຸມຊາວຈີນ ທີ່ພະຍາຍາມ ຈະທໍາການປະທ້ວງທີ່ນະຄອນຊຽງໄຮ້, ວັນທີ 3 ກຸມພາ 2011.

ການຮັກສາຄວາມປອດໄພຢ່າງໜາແໜ້ນ
ເຂັ້ມແຂງໃນຕົວເມືອງຕ່າງໆຂອງຈີນ​ເວລາ​ນີ້ ​
ໄດ້​ຂັດຂວາງບໍ່ໃຫ້ປະຊາຊົນ​ໄປໂຮມຊຸມນຸມ​
ເພື່ອ​ປະ​ທ້ວງຕໍ່ຄວາມບໍ່ຍຸຕິທໍາ​ ​ແລະ​ສະ​ແດງ​
ຄວາມເຫັນອົກເຫັນໃຈຕໍ່ການປະຕິວັດດອກ
ມະລິ ທີ່ໄດ້ລຸກລາມໄປທົ່ວຂົງເຂດຕາເວັນ ອອກກາງນັ້ນ.

ຢູ່​ສະຖານ​ທີ່​ແຫ່ງ​ນຶ່ງ ທີ່ອາດຈະ​ໄດ້ເປັນຈຸດປະ
ທ້ວງບັ້ນນຶ່ງໃນກຸງປັກກິ່ງເມື່ອ ວັນອາທິດທີ່
ຜ່ານມານັ້ນ ກໍາລັງຮັກສາຄວາມປອດໄພໄດ້
ທຸບຕີ ຮາວີພວກນັກຂ່າວຕ່າງປະເທດທີ່ພະ
ຍາຍາມຈະເອົາຂ່າວ. ພວກນັກເຄຶ່ອນໄຫວ
ຫລາຍສິບ​ຄົນໄດ້ຖືກຈັບ​ໄປ​ຄວບ​ຄຸມ​ໂຕ​ໄວ້
ລ່ວງ​ໜ້າ ​ເພື່ອຂັດຂວາງ​ບໍ່​ໃຫ້ພວກເຂົາເຈົ້າ ທໍາການປະທ້ວງ.

ນັກເຄຶ່ອນໄຫວຍິງທີ່ປັກກິ່ງຄົນນຶ່ງ ທີ່ບໍ່ຂໍ
ເປີດເຜີຍຊື່ ກ່າວວ່າ ນາງອາດໄດ້ໄປ​ຮ່ວມ
ນໍາການປະທ້ວງ ຖ້າຫາກວ່າພວກເຈົ້າໜ້າທີ່ບໍ່ໄດ້ເອົາຕົວນາງໄປກັກໄວ້ທີ່ໂຮງແຮມປັກກິ່ງ
ແຫ່ງນຶ່ງ ​ໃນມື້ກ່ອນການປະທ້ວງທີ່ໄດ້ວາງແຜນໄວ້ແລ້ວນັ້ນ ແຕ່ນາງກໍສາມາດໂທລະສັບ
ໄດ້ ​ເຖິງ​ແມ່ນຈະໜີອອກຈາກໂຮງແຮມໄປ ບໍ່ໄດ້ກໍ​ຕາມ.

//ສຽງ//

ນາງເວົ້າວ່າ ພວກຕໍາຫລວດບອກນາງວ່າ ນາງຈະອອກຈາກໂຮງແຮມ​ໄປໄດ້ ໃນວັນທີ່ 20
ເດືອນມີນານີ້ ຫລັງຈາກກອງປະຊຸມຫລວງຂອງພັກປະຊາຊົນ​ແຫ່ງ​ຊາດ ສິ້ນສຸດລົງ.

ນາຍ ບາວ ຕົງ ຜູ້ທີ່ຄັດຄ້ານລັດຖະບານ ​ເປັນອະດີດເຈົ້າໜ້າທີ່ອັນດັບສູງສຸດທີ່ຖືກຈໍາຄຸກ ໃນຂໍ້ຫາຄັດຄ້ານການໃຊ້ກໍາລັງປາບປາມພວກປະທ້ວງເພື່ອປະຊາທິປະໄຕທີ່ຈະຕຸລັດ ທຽນ ອັນເມິນ ໃນປີ 1989 ນັ້ນ.

ນາຍ ບາວ ຕົງ ມີ​ຄວາມເຫັນກ່ຽວ​ກັບປະຕິກິລິຍາດັ່ງກ່າວຂອງຕໍາຫລວດ ວ່າເປັນຮ່ອງ
ຮອຍທີ່​ສະ​ແດງ​ເຖິງ​ຄວາມ​ຫວາດ​ຫວັ່ນ​ວິຕົກກັງວົນຂອງລັດຖະບານ ກ່ຽວກັບສຽງ​ຄັດ ຄ້ານ
ລັດຖະບານນັ້ນ.

//ສຽງ//

ນາຍ ບາວ ຕົງ​ ເວົ້າວ່າ ລາວຄິດວ່າ ລັດຖະບານບໍ່ຄວນຈະກັງວົນ​ໃຈນໍາ​ເລື້​ອງນີ້ ແລະຄວນ
ຈະເອົາພະລັງ​ເຫື່ອ​ແຮງຂອງຕົນ ​ໄປ​ວິຕົກ​ກັງວົນ​ກ່ຽວ​ກັບ​ວ່າ ​ເຮັດວິທີໃດຈຶ່ງຈະແກ້ໄຂບັນຫາ ຂອງປະເທດຊາດໄດ້ນັ້ນ​ແທນ.