ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນາຍົກຈີນກ່າວຄໍາປາໄສ ໄຂກອງປະຊຸມ ສະພາແຫ່ງຊາດ


ນາຍົກລັດຖະມົນຕີຈີນທ່ານ Wen Jiabao ກ່າວຄຳປາໄສ ເປີດສະໄໝປະຊຸມປະຈຳປີສະພາປະຊາຊົນແຫ່ງຊາດ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (5 ມີນາ 2011)
ນາຍົກລັດຖະມົນຕີຈີນທ່ານ Wen Jiabao ກ່າວຄຳປາໄສ ເປີດສະໄໝປະຊຸມປະຈຳປີສະພາປະຊາຊົນແຫ່ງຊາດ ທີ່ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (5 ມີນາ 2011)

ນາຍົກລັດຖະມົນຕີຈີນທ່ານ Wen Jiabao ໄດ້ກ່າວຄຳ
ປາໄສເປັນເວລາ 2 ຊົ່ວໂມງ ໃນລະຫວ່າງພິທີເປີດກອງ
ປະຊຸມສະພາປະຊາຊົນແຫ່ງຊາດຂອງຈີນ ໃນວັນເສົາມື້ນີ້
ໂດຍໄດ້ເວົ້າເຖິງບຸລິມມະສິດ ແລະໂຄງການຕ່າງໆ ຂອງ
ລັດຖະບານສຳລັບປີ 2011.

ໃນຄຳປາໄສ ຊຶ່ງທຽບເທົ່າກັບການລາຍງານກ່ຽວກັບສະ
ພາບຂອງປະເທດຊາດຂອງຈີນນັ້ນ ທ່ານ Wen ກ່າວຕໍ່
ພວກຜູ້ແທນເກືອບ 3,000 ຄົນທີ່ເຂົ້າຮ່ວມກອງປະຊຸມ
ວ່າ ໃນບັນດາຄວາມວິຕົກກັງວົນທີ່ສໍາຄັນທີ່ສຸດຂອງລັດ
ຖະບານ ກໍມີເງິນເຟີ້ ການຢຶດເອົາດິນແບບຜິດກົດໝາຍ
ຄວາມໝັ້ນຄົງທາງດ້ານອາຫານແລະການສໍ້ລາດບັງຫຼວງ.

ທ່ານ Wen ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມລາຍໄດ້ໃຫ້ແກ່
ປະຊາຊົນ ໂດຍຈະຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສຸດແລະເບ້ຍ
ບໍານານໃຫ້ພວກທີ່ມີລາຍໄດ້ຕໍ່າ ຍົກເວັ້ນການເສຍພາສີ
ແລະເພີ່ມການໃຊ້ຈ່າຍໃນດ້ານການສຶກສາ ແລະປະກັນໄພສຸກຂະພາບ.

ນອກນັ້ນແລ້ວນາຍົກລັດຖະມົນຕີຈີນຍັງໄດ້ຕັ້ງເປົ້າໝາຍ
ການເຕີບໂຕຂອງເສດຖະກິດໄວ້ 7% ສຳລັບໄລຍະ 5
ປີຂ້າງໜ້າ ລຸນຫຼັງທີ່ເສດຖະກິດໄດ້ຂະຫຍາຍໂຕ 10.3% ໃນປີ 2010 ຜ່ານມານີ້.

XS
SM
MD
LG