ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເອີ້ນນັກຂ່າວຕ່າງປະເທດ ໄປເຕືອນ


ຕຳຫຼວດຈີນ ພະຍາຍາມຂັດຂວາງບໍ່ໃຫ້ພວກນັກຂ່າວຖ່າຍຮູບ ທີ່ນະຄອນຊຽງໄຮ້
ຕຳຫຼວດຈີນ ພະຍາຍາມຂັດຂວາງບໍ່ໃຫ້ພວກນັກຂ່າວຖ່າຍຮູບ ທີ່ນະຄອນຊຽງໄຮ້

ກຸ່ມນັກຂ່າວທີ່ສຳຄັນກຸ່ມນຶ່ງກ່າວວ່າ ພວກນັກຂ່າວຕ່າງ
ປະເທດທີ່ປະຈຳຢູ່ຈີນໄດ້ຖືກພວກເຈົ້າໜ້າທີ່ຮັກສາຄວາມ
ສະຫງົບ ຮຽກໂຕໄປພົບຢ່າງເປັນລະບົບ ແລະເຕືອນບໍ່
ໃຫ້ລາຍງານຂ່າວໃດໆກໍຕາມ ໂດຍບໍ່ໄດ້ຮັບອະນຸຍາດຢູ່​
ບ່ອນທີ່ ມີປະທ້ວງຕ່າງໆໃນທົ່ວປະເທດ.

ສະໂມສອນນັກຂ່າວຕ່າງປະເທດຢູ່ຈີນກ່າວໃນຈົດໝາຍ
ສະບັບນຶ່ງທີ່ສົ່ງໄປເຖິງສະມາຊິກຂອງຕົນໃນວັນພະຫັດ
ມື້ນີ້ວ່າມີນັກຂ່າວຫຼາຍສິບຄົນ ທີ່ປະຈຳຢູ່ນະຄອນຫຼວງ
ປັກກິ່ງ ແລະນະຄອນຊຽງໄຮ້ ໄດ້ຖືກເຈົ້າໜ້າທີ່ຈີນຮຽກ
ໂຕໄປພົບໃນສັບປະດານີ້. ພວກນັກຂ່າວສ່ວນໃຫຍ່ໄດ້​
ໄປມີໜ້າ ຢູ່ບ່ອນທີ່ຂ່າວທີ່​ລົງແບບລຶກລັບທາງອິນເຕີ
ແນັດບອກ​ວ່າ ຈະມີການປະທ້ວງໃນມື້ວັນອາທິດແລ້ວ ແລະພວກເຂົາ​ເຈົ້າ​ໄດ້ຖືກຮາວີແລະທຸບຕີນັ້ນ.

ສະໂມສອນນັກຂ່າວຕ່າງປະເທດເວົ້າວ່າ ການໄປພົບພໍ້
ກັບ​ເຈົ້າໜ້າທີ່ຂອງຫ້ອງການຮັກສາຄວາມສະຫງົບພາຍ
ໃນຂອງຈີນ ແມ່ນໄດ້ຖືກຕຳຫຼວດຖ່າຍວີດີໂອໄວ້ຂະນະທີ່ພວກນັກຂ່າວ ບໍ່ໄດ້ຮັບອະນຸຍາດ
ໃຫ້ຈົດບັນທຶກໃດໆ. ສະໂມສອນນັກຂ່າວຕ່າງປະເທດກ່າວຕື່ມວ່າ ພວກນັກຂ່າວຖືກເຕືອນ
ວ່າ ເຂົາເຈົ້າຈະຖືກຖອນໃບອະນຸຍາດ​ໃຫ້ເຮັດວຽກຢູ່ໃນຈີນຫຼືປະເຊີນກັບການຖືກ​ລົງໂທດ
ຖ້າພວກເຂົາເຈົ້າ ຫາກໄປຍັງສະຖານທີ່​ເຫລົ່າ​ນັ້ນ​ອີກ ໂດຍບໍ່ໄດ້ຮັບອະນຸຍາດ.

ຫຼາຍໆອົງການຂ່າວທີ່ສຳຄັນໆກ່າວວ່າ ພວກນັກຂ່າວຂອງຕົນ ໄດ້ຖືກເອີ້ນໄປພົບແລະກໍ
ໄດ້ຮັບການເຕືອນໃນທຳນອງດຽວກັນນີ້.

XS
SM
MD
LG