ທ່ານນາງ Aung Saan Suu Kyi ຢ້ຽມຢາມ ອິນເດຍ (ສະໄລດ໌)

ຜູ້ນໍາຝ່າຍຄ້ານ ທ່ານນາງ Aung San Suu Kyi ສົນທະນາກັບ ນາຍົກລັດຖະມົນຕີ Manmohan Singh ໃນລະຍະການຢ້ຽມຢາມ ເປັນເວລານຶ່ງອາທິດ.

ນັກ​ເຄື່ອນ​ໄຫວປະຊາທິປະໄຕທີ່ມີ​ຊື່​ສຽງຂອງ​ມຽນມາ ທ່ານ​ນາງ
Aung Saan Suu Kyi ​ໄດ້​ຖືກ​ຕ້ອນຮັບ​ຈ​າກຝູງ​ຊົນ​ທີ່​ສະ​ໜັບ​
ສະ​ໜຸນຢ່າງ​ໜາແໜ້ນ ​ໃນ​ລະ​ຫວ່າງ​ທີ່ທ່ານ​ນາງ ​ໄປເຖິງ ກຸງ
New Delhi ​ໃນ​ວັນ​ອັງ​ຄານ​ມື້​ນີ້ ຊຶ່ງ​ເປັນ​ການ​ເດີນທາງໄປ​ຢ້ຽມ
ຢາມອິນ​ເດຍຄັ້ງ​ທໍາ​ອິດໃນຮອບ ສີ່​ສິບປີ.


ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ
ສັນຕິ ພາບ ຈະ​ພົບ​ປະ​ກັບນາຍົກລັດຖະມົນ​ຕີອິນ​ເດຍ ທ່ານ
Manmohan Singh ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງອື່ນໆ ​ໃນ​
ຂະນະ​ທີ່​ທ່ານ​ນາງ​ຢ້ຽມ ຢາມປະ​ເທດ​ດັ່ງກ່າວ​ ເປັນ​ເວລາ​ນານ
​ນຶ່ງ​ອາທິດ . ນອກ​ນັ້ນທ່ານ​ນາງ ຍັງ​ຈະ​ໄປ​ຢ້ຽມຢາມ ​ໂຮງຮຽນ​
ສໍາລັບ​ຜູ້ຍິງ​ທີ່ທ່ານນາງ​ເຄີຍ​ສຶກສາ ຄື ມະຫາວິທະຍາ​ໄລ
Lady Sri Ram ຊຶ່​ງ​ເປັນ​ໂຮງຮຽນ​ຜູ້ຍິງ ​ໃນກຸງ New Delhi.

ການ​ຢ້ຽມຢາມ​ຂອງ​ທ່ານນາງສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ການ​ພະຍາຍາມ ເພື່ອ​ຟື້ນຟູ​ຄວາມ​ສຳພັນລະຫວ່າງຝ່າຍ​ຄ້ານມຽນມາ ​ແລະ​ອິນ​ເດຍ ທີ່​ໄດ້​ມີ​ການພົວພັນ​ກັບອະ​ດີດພວກ
ນາຍ​ທະຫານ​ທີ່​ເຄີຍປົກຄອງ​ມຽນມາ ​ໃນ​ຊຸມປີ 1990.

ທ່ານ​ນາງ Aung Saan Suu Kyi ​ໄດ້​ໃຊ້​ເວລາ​ສ່ວນ​ໃຫຍ່​ໃນ​ໄລຍະ ສອງ​ທົດ​ສະ​ວັດ
ຜ່ານ​ມາ ຢູ່​ໃນ​ການ​ຄຸມ​ຂັງ​ບໍ່​ຮູບ​ໃດ​ກໍ​ຮູບ​ນຶ່ງ​ຂອງ​ພວກ​ທະຫານ​ທີ່​ເຄີຍ​ປົກຄອງ​ປະ​ເທດ.

ຜູ້ນຳ​ພົນລະເຮືອນພຽງ​ແຕ່​ໃນ​ນາມ​ທີ່ ເຂົ້າກໍາ​ອໍານາດປີ​ກາຍ​ນີ້ ​ໄດ້​ອະ​ນຸຍາດ​ໃຫ້ທ່ານ​ນາງ ສະມັກ​ເອົາ​ທີ່​ນັ່ງ​ຢູ່​ໃນ​ສະພາ​ແຫ່ງຊາດ ​ໄດ້ຢ່າງ​ເປັນ​ຜົນ​ສໍ​າ​ເລັດ.

ເບິ່ງສະໄລດ໌ ປະມວນພາບການແລກປ່ຽນຢ້ຽມຢາມກັນ ລະຫວ່າງ ຜູ້ນໍາອິນເດຍ ແລະມຽນມາ:

ການຢ້ຽມຢາມອິນເດຍ ຂອງທ່ານນາງ ອອງຊານ ຊູຈີ