ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ທີ່ໄດ້ຮັບລາງວັນໂນແບລ ຂະແໜງ
ສັນຕິພາບ ໄປຢ້ຽມຢາມ ອິນເດຍຢ່າງເປັນທາງການ ເປັນເວລາ 1 ອາທິດ.
ການຢ້ຽມຢາມອິນເດຍ ຂອງທ່ານນາງ ອອງຊານ ຊູຈີ

໑
ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໄດ້ຖືກຕ້ອນຮັບຈາກຝູງຊົນທີ່ສະໜັບສະໜຸນຢ່າງໜາແໜ້ນ ໃນລະຫວ່າງທີ່ທ່ານນາງໄປເຖິງກຸງ New Delhi ໃນວັນອັງຄານ ທີ 13 ພະຈິກມື້ນີ້. (AP Photo/ Mustafa Quraishi)

໒
ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ໄປເຖິງສະໜາມບິນສາກົນອິນທິຣາຄານທີ ບ່ອນທີ່ໄດ້ຖືກຕ້ອນຮັບໂດຍລັດຖະມົນຕີການຕ່າງປະເທດອິນເດຍ ທ່ານ Ranjan Mathai (ຂວາ) ໃນຂະນະທີ່ທ່ານນາງໄປເຖິງ ກຸງ New Delhi ໃນວັນອັງຄານ ທີ 13 ພະຈິກ 2012 ມືນີ້.

໓
ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ທີ່ສະໜາມບິນສາກົນຢ້າງກຸ້ງ ເພື່ອຈະອອກເດີນທາງໄປ ປະເທດອິນເດຍ ໃນວັນທີ 12 ພະຈິກ 2012.

໔
ທ່ານນາງອອງຊານ ຊູຈີ ຜູ້ນໍາສົ່ງເສີມປະຊາທິປະໄຕມຽນມາ ພົບປະກັບ ທ່ານ Manmohan Singh (ຂວາ) ນາຍົກລັດຖະມົນຕີອິນເດຍ ຢູ່ທີ່ນະຄອນຢ້າງກຸ້ງ ໃນຂະນະທີ່ທ່ານໄປຢ້ຽມຢາມມຽນມາ ໃນວັນທີ 29 ພຶດສະພາ 2012 ຜ່ານມາ ຊຶ່ງເປັນຄັ້ງທໍາອິດ ໃນຮອບ 25 ປີ ທີ່ຜູ້ນໍາອິດເດຍ ໄດ້ໄປຢ້ຽມຢາມ ມຽນມາ.