ຄວາມສາມາດຂອງໄທ ໃນການເພີ້ມຈຳນວນປະຊາກອນເສືອຂຶ້ນນັ້ນ ແມ່ນອາໃສການປະຕິບັດງານຂອງພວກເຈົ້າໜ້າທີ່ເຝົ້າປ່າ ເຊ່ນ ນາຍປຣາພາດ ໝັ້ນຄົງ ນັກຮົບເກົ່າທີ່ເຄີຍຮັບໃຊ້ກອງທັບມາເປັນເວລາ 20 ປີ. ລາວຈື່ໄດ້ດີ ເຖິງການລ່າສັດປ່າຢູ່ໃນປ່າດົງ ເວລາທີ່ລາວຍັງ ໜຸ່ມຢູ່ນັ້ນ.
ນາຍປຣາພາດເວົ້າວ່າ ດຽວນີ້ປ່າສ່ວນໃຫຍ່ແມ່ນເປົ່າແປນ ບໍ່ມີສັດປ່າອາໃສຢູ່ເລີຍ. ສະນັ້ນ ລາວຈຶ່ງຮູ້ສຶກວ່າ ລາວຕ້ອງໄດ້ເຮັດສິ່ງໃດສິ່ງນຶ່ງກ່ຽວກັບເລື້ອງນີ້.
ບ່ອນຫລົບໄພຫລືເຂດອານຸລັກສັດປ່າຫ້ວຍຂາແຂ້ງ ເປັນບ່ອນຢູ່ອາໃສຂອງເສືອປ່າຢ່າງ ໜ້ອຍ 80 ໂຕ ຊຶ່ງ10 ປີກ່ອນ ແມ່ນໄດ້ມີການລັກ ລອບລ່າເສືອກັນຢ່າງໜັກ ໃນເຂດນີ້.
ລູກເສືອນ້ອຍທີ່ເອົາມາຈາກຫີບ ທີ່ຖືກຈັບໄດ້ທີ່ເດີ່ນບິນບາງກອກ
ການລັກລອບລ່າເສືອ ກໍຄືການຂ້າເສືອປ່າໃນ
ທົ່ວ 13 ປະເທດທີ່ມີເສືອອາໃສຢູ່. ສ່ວນໃຫຍ່
ແລ້ວ ເສືອພວກນີ້ແມ່ນຖືກຂ້າເພື່ອເອົາຂິ້ນ
ສ່ວນຕ່າງໆຂອງໂຕມັນ, ຊຶ່ງໃນບາງປະເທດ
ຄິດວ່າ ຊິ້ນສ່ວນຂອງສັດປະເພດນີ້ ມີພະລັງ
ໃນການປິ່ນປົວພະຍາດ. ຫວ່າງບໍ່ນານມານີ້
ກໍໄດ້ມີກ ານພົບເຫັນລູກເສືອໂຕນຶ່ງ ທີ່ຖືກສັກ
ຢາໃສ່ໃຫ້ນອນຫລັບໃນຫີບໜ່ວຍນຶ່ງ ຢູ່ເດີ່ນ
ບິນບາງກອກທີ່ກຳລັງຈະຖືກນໍາໄປຍັງອີຣານ.
ໝໍຢາພື້ນເມືອງຈີນ ນາງ ຊຸນຈຽນ ເວົ້າວ່າໃນທຸກວັນນີ້ ໝໍຢາສ່ວນຫລາຍບໍ່ໄດ້ໃຊ້ກະດູກ
ເສືອເພື່ອປົວພະຍາດແລ້ວ ສ່ວນນາງເອງກໍໄດ້ວາງຢາໂດຍໃຊ້ສະໝຸນໄພແທນ.
ຢາພື້ນເມືອງຈີນຈຳນວນນຶ່ງທີ່ບັນຈຸ ກະດູກເສືອ ແລະສິ້ນສ່ວນຂອງແຮດ ທີ່ຖືກຢຶດຢູ່ເດີ່ນບິນລອສ ແອນເຈີແລັສ ຂອງສະຫະລັດ
ແຕ່ນາງຊຸນຈຽນກໍເວົ້າວ່າ ຫລາຍຄົນຍັງເຊື່ອກັນວ່າ ກະດູກເສືອເປັນຢາທີ່ດີທີ່ສຸດໃນການປົວພະຍາດຫລາຍຢ່າງ ເຊ່ນ ໂຣກຂໍ້ຕໍ່ອັກເສບ, ອາການເຈັບແອວ, ແລະ ໂຣກຂາດສະມັດຕະພາບຂອງຜູ້ຊາຍ.ນອກນີ້ແລ້ວ ພວກເສືອປ່າຍັງໄດ້ຮັບອັນຕະລາຍ ຍ້ອນການສູນເສຍເຫຍື່ອ ຫລືສັດທີ່ເປັນອາຫານເສືອ ເນື່ອງມາຈາກການລ່າສັດຂອງຄົນ ແລະບ່ອນຢູ່ອາໃສ ກໍຖືກຈຳກັດຮັດແຄບລົງ ຍ້ອນການພັດທະນາດິນດອນ.
ທ່ານ ອານັກ ພັດທະນະວິບູນ ຫົວໜ້າໂຄງການ ຂອງສະມາຄົມ ອານຸລັກສັດປ່າຂອງໄທ ຫລື Widlife Conservation Society Thailand ເວົ້າວ່າ ຖ້າມີ ກວາງ ແລະ ໝູປ່າຢ່າງຫລວງຫລາຍ ກໍຈະຊ່ວຍເພີ້ມຈຳນວນເສືອ ຢູ່ໃນເຂດອະນຸລັກຫ້ວຍຂາແຂ້ງ ໃຫ້ຫລາຍຂຶ້ນໄດ້.
“ແລະຖ້າຫາກຢູ່ຕາມຂົງເຂດນີ້ມີເຫຍື່ອ ຫລືສັດທີ່ເປັນອາຫານເສືອຢ່າງພຽງພໍແລ້ວ ພວກ ເຮົາກໍຈະມີເສືອໃນຈໍານວນເພີ່ມຫລາຍຂຶ້ນ ຍ້ອນເຫຍື່ອຫລືສັດທີ່ ເປັນອາຫານເສືອນັ້ນ.”
GPS ຊຶ່ງເປັນອຸປະກອນທີ່ທັນສະໄໝ ທີ່ເຈົ້າໜ້າທີ່ຍາມປ່າຂອງໄທ ໃຊ້ ເພື່ອຊີ້ບອກຈຸດທີ່ຢູ່ໃຫ້ ບ່ອນທີ່ຕ້ອງການ ການລາດຕະເວນຫລາຍກວ່າໝູ່ (FILE).
ເທັກໂນໂລຈີ ເປັນຂໍກຸນແຈສຳຄັນໃນຄວາມພະຍາຍາມຂອງໄທ
ເພື່ອເພີ້ມຈຳນວນປະຊາກອນ
ຂອງເສືອນັ້ນ. ເຈົ້າໜ້າທີ່ຍາມປ່າ
ຂອງໄທພາກັນໃຊ້ອຸປະກອນ ຊີ້
ບອກຈຸດທີ່ຢູ່ ຫລື GPS ເພື່ອ
ໃຫ້ຮູ້ວ່າ ບ່ອນໃດຕ້ອງການ
ການລາດຕະເວນຫລາຍກວ່າໝູ່
ເຊ່ນ ຢູ່ໃນເຂດທີ່ມີຮ່ອງຮອຍຊີ້
ໃຫ້ເຫັນວ່າ ມີການລັກລອບຈັບ
ຫລືລ່າເສືອຫລືມີການຕັດໄມ້ທີ່
ຜິດກົດໝາຍ.
ທຸກໆເດືອນ ພວກເຈົ້າໜ້າທີ່ຍາມປ່າ ຈະມາແບ່ງປັນຂໍ້ມູນ ກ່ຽວກັບການລາດຕະເວນປ່າ ໃຫ້ຮູ້ຈັກນຳກັນ. ໃນທີ່ນີ້ ພວກເຂົາເຈົ້າໄດ້ພົບວ່າ ພວກລ່າເສືອ ໄດ້ເອົາຢາຂ້າແມງໄມ້ໃສ່ໃນຊີ້ນ ທີ່ໃຊ້ເປັນເຫຍື່ອລໍ້ເສືອນັ້ນ..
ທະຫານເຮືອ ແລະເຈົ້າໜ້າທີ່ຍາມປ່າໄມ້ ຂອງໄທກຳລັງເບິ່ງເສືອຕາຍທີ່ຖືກຢຶດໄດ້ ຈາກການກວດຄົ້ນເຂດຄ້າສັດປ່າເຖື່ອນ ທີ່ແຄມແມ່ນໍ້າຂອງແຫ່ງນຶ່ງໃນຈັງຫວັດ ທາດພະນົມ ຂອງໄທ ໃນປີ 2008
ທ່ານຊັດຊະວານ ພິດດຳຂໍາ ຫົວໜ້າ
ຫ້ອງການ ອານຸລັກສັດປ່າຂອງລັດ
ຖະບານເວົ້າວ່າ ໂດຍມີເຈົ້າໜ້າທີ່ຍາມ
ປ່າ ພຽງແຕ່ 170 ຄົນເທົ່ານັ້ນ ພວກ
ເຂົາເຈົ້າກໍສາມາດຮັກສາເຂດຢູ່ອາໃສ
ຂອງສັດປ່າ ບໍ່ໃຫ້ຖືກບຸກລຸກໄດ້ຮອດ
257 ພັນເຮັກຕາ ຍ້ອນເທັກໂນໂລຈີ
ຫລື GPS ນັ້ນ. ແຕ່ທ່ານກ່າວວ່າບັນ
ຫາກໍຄືວ່າ ປ່ານີ້ແມ່ນຂ້າມໄປຫາດິນ
ມຽນມາອີກດ້ວຍ. ທ່ານເວົ້າວ່າ:
“ມັນບໍ່ມີປະໂຫຍດຫຍັງທີ່ຈະພິທັກ
ປົກປ້ອງສະເພາະໃນປະເທດໄທ
ພຽງແຫ່ງດຽວເທົ່ານັ້ນ ເພາະວ່າ
ປ່າຢູ່ຕາມເຂດຊາຍແດນຂອງພວກ
ເຮົາ ແມ່ນຕິດກັນກັບປ່າຂອງປະ
ເທດ ພື່ອນບ້ານ. ເພາະສະນັ້ນ ເຖິງ
ແມ່ນວ່າພວກເຮົາຈະທໍາການພິທັກປົກປ້ອງຢ່າງດີທີ່ສຸດກໍຕາມ ຂ້ອຍຄິດວ່າ ມັນກໍຍັງບໍ່ເປັນການພຽງພໍ.”
ທ່ານຊັດຊະວານຫວັງວ່າ ກອງປະຊຸມສຸດຍອດກ່ຽວກັບເສືອ ທີ່ຣັດເຊຍ ຈະຊ່ວຍກະຈາຍຄວາມພະຍາຍາມໃນການອານຸລັກສັດປ່າຊະນິດນີ້ ໄປທົ່ວຊາຍແດນປະເທດຕ່າງໆ ໃນພາກພື້ນເອເຊຍ.