ADB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວ ເພີ່ມຂຶ້ນ ເຖິງ 8.1% ໃນປີນີ້

ADB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວ ເພີ່ມຂຶ້ນ ເຖິງ 8.1% ໃນປີນີ້

ຮອງຜູ້ອໍານວຍການຂອງທະນາຄານພັດທະນາອາຊີ ປະຈໍາປະເທດລາວ ໃຫ້ການ ຄາດໝາຍວ່າ ເສດຖະກິດຂອງລາວໃນປີນີ້ ຈະຂະຫຍາຍຕົວເພີ່ມຂຶ້ນເຖິງ 8.1% ໂດຍເປັນຜົນຈາກການສົ່ງ ອອກໄຟຟ້າ ແລະແຮ່ທາດ.

ທ່ານ Baren Frielink ຮອງຜູ້ອໍານວຍການຂອງທະນາຄານພັດທະນາອາຊີ (ADB) ສໍານັກງານປະຈໍາປະເທດລາວ ໄດ້ຖະແຫຼງການຄາດໝາຍວ່າເສດຖະກິດຂອງລາວ ໃນ
ຕະຫຼອດປີ 2011 ນີ້ຈະມີການຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍທີ່ສູງເຖິງ 8.1% ເຊິ່ງຖືເປັນການຂະຫຍາຍຕົວທາງເສດຖະກິດທີ່ສູງກວ່າລະດັບທີ່ໄດ້ມີການຄາດໝາຍໄວ້
ກ່ອນໜ້ານີ້ໂດຍສາເຫດສໍາຄັນທີ່ເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວເພີ່ມ
ຂຶ້ນໃນອັດຕາທີ່ສູງດັ່ງກ່າວນີ້ ກໍຄືການສົ່ງອອກພະລັງງານໄຟຟ້າແລະແຮ່ທາດທີ່ມີມູນຄ່າ
ເພີ່ມສູງຂຶ້ນ.

ແຕ່ຢ່າງໃດກໍຕາມທ່ານ Barend Frielink ກໍໄດ້ເຕືອນວ່າເສດຖະກິດຂອງລາວໃນປີ
2012 ຈະຂະຫຍາຍຕົວໃນລະດັບທີ່ຕໍ່າກວ່າໃນປີນີ້ ເຊິ່ງຄາດໝາຍວ່າຈະມີການຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ເກີນ 7.6% ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າອຸບ
ປະໂພກ-ບໍລິໂພກ ແລະນໍ້າມັນເຊື້ອເພິງທີ່ມີລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງນອກຈາກຈະ
ເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບບັນຫາຄ່າຄອງຊີບທີ່ສູງຂຶ້ນແລ້ວກໍຍັງຈະເຮັດໃຫ້
ເກີດບັນຫາໄພເງິນເຟີ້ທີ່ອາດຈະສູງເຖິງ 8.5% ອີກດ້ວຍ.

ເຄື່ອງຈັກຂຸດຄົ້ນບໍ່ແຮ່ທີ່ໃຊ້ນໍ້າມັນຢ່າງຫລວງຫລາຍ ຊຶ່ງພາໃຫ້ມີຄວາມຕ້ອງການນໍ້າມັນເຊື້ອໄຟໃນລາວ ເພີ້ມຂຶ້ນ ອັນເປັນສາເຫດພາໃຫ້ລາຄານໍ້າມັນເພີ້ມຂຶ້ນ ເຊັ່ນດຽວກັນ

ຍິ່ງໄປກວ່ານັ້ນທ່ານ Barend
Frielink ກໍຍັງໄດ້ເຕືອນດ້ວຍວ່າ
ບັນຫາທີ່ໜ້າເປັນຫ່ວງອີກຢ່າງ
ນຶ່ງກໍຄືຄວາມແຕກໂຕນກັນຂອງ
ລະດັບການພັດທະນາທາງເສດ
ຖະກິດ ແລະລາຍໄດ້ຂອງປະຊາ
ຊົນລາວໃນເຂດຕົວເມືອງກັບ
ເຂດຊົນນະບົດເພາະຖ້າຫາກວ່າ
ລັດຖະບານລາວດໍາເນີນການ
ປະຕິບັດແຜນການພັດທະນາ
ເສດຖະກິດ ແລະສັງຄົມໂດຍ
ຂາດການກະຈາຍຜົນປະໂຫຍດ
ໄປສູ່ເຂດຊົນນະບົດນັ້ນກໍຍິ່ງເຮັດ
ໃຫ້ເກີດບັນຫາແຕກໂຕນກັນຫຼາຍ
ຂຶ້ນໃນດ້ານຊີວິດການເປັນຢູ່ຂອງ
ປະຊາຊົນໃນເຂດຕົວເມືອງກັບເຂດຊົນນະບົດນັ້ນເອງ.

ຫາກແຕ່ວ່າກ່ອນໜ້ານີ້ ທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາ​ຍົກ​ລັດຖະມົນຕີ
ຜູ້​ປະ​ຈໍາ​ການ​ລັດຖະບານ ກໍໄດ້ຖະ​ແຫຼງຢືນຢັນວ່າ ​ເປົ້າໝາຍທີ່​ສໍາຄັນ​ທີ່​ສຸດ​ຂອງ​ພັກ
ໃນ​ການ​ນໍາພາ​ປະເທດ​ໃນ​ໄລຍະ 10ປີ​ ຕໍ່​ໜ້ານີ້ ກໍ​ຄື​ການ​ເຮັດ​ໃຫ້​ປະ​ຊາ​ຊົນລາວບັນດາ
ເຜົ່າຫຼຸດພົ້ນ​ຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2015 ແລະ​ເຮັດ​ໃຫ້​ລາວ
ພົ້ນ​ຈາ​ກສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ພາຍ​ໃນ​ປີ 2020.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ ຜູ້ປະຈໍາການສໍານັກງານນາຍົກລາວ

ການ​ທີ່​ຈະ​ເຮັດ​ໃຫ້​ສາ​ມາດບັນລຸ
ເປົ້າໝາຍທີ່​ວາງ​ໄວ້​ດັ່ງກ່າວ​ໄດ້
ຢ່າງ​ແທ້​ຈິງ​ນັ້ນ​ ພັກ​ກໍ​ໄດ້ກໍານົດ
ຄາດໝາຍ ທີ່​ຈະ​ຕ້ອງ​ດໍາ​ເນີນ
ການພັ​ດທະນາ​ເສດຖະກິດ​ໃຫ້
ມີ​ການ​ຂະຫຍາຍຕົວເພີ່​ມຂຶ້ນ
ຢ່າງ​ຕໍ່​ເນື່ອງ​ເພື່ອ​ເຮັດ​ໃຫ້​ລາຍ​
ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ລາວ
ເພີ່ມ​ສູງ​ຂື້ນ​ທຸກໆປີ ທັງຍັງ​ຈະ
ສ້າງ​ປັດ​ໄຈ ​ແລະ​ເງື່ອນ​ໄຂ​ຕ່າງໆ
ເພື່ອ​ຮອງ​ຮັບ​ການ​ພັດທະນາ​ປະ
ເທດ​ໄປ​ສູ່​ຄວາມ​ທັນສະ​ໄໝອີກ
ດ້ວຍ ດັ່ງທີ່ທ່ານສົມສະຫວາດ ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນນຶ່ງວ່າ:

ພວກ​ເຮົາ​ວາງ​ຈຸດໝາຍລວມຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ່ 7 ດັ່ງ​ນີ້​ເຮັດ​ໃຫ້​ເສດ ຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະໝັ້ນທ່ຽງ ​ເຖິງ​ປີ 2015 ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະພັນ​ລວມພາຍ​ໃນ​ໄລ່​ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້ 1,700 ໂດລາ ບັນລຸ​ເປົ້າໝາຍສະຫັດສະຫວັດດ້ານ​ການ​ພັດທະນາ​ສ້າງ​ພື້ນຖານ​ເທັກ​ນິກອັນ​ຈໍາ​ ເປັນ​ເພື່ອ​ເອົາ​ປະ​ເທດ​ເຮົາຫຼຸດພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ ພັດທະນາ​ໃນ​ປີ 2020”.

ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າ ສົ່ງອອກໄປຂາຍທີ່ໄທ

ອີ​ງຕາມ​ມະຕິກອງປະຊຸມ
ໃຫຍ່ຄັ້ງທີ 9 ຂອງພັກທີ່​
ດໍາ​ເນີນ​ການ​ປະຊຸມ​ໃນ
ລະຫວ່າງວັນທີ 17-21
ມີນາ 2011 ທີ່​ຜ່ານ​ມາ
ນັ້ນ ພັກ​ໄດ້​ວາງ​ເປົ້າໝາຍ
ທີ່ຈະພັດທະນາເສດຖະ
ກິດໃນ​ໄລຍະແຕ່ 2011
-2015 ​ໃຫ້​ຂະຫຍາຍ
ຕົວ​ໃນ​ອັດຕາ​ສະ​ເລ່ຍບໍ່
ຫລຸດ 8% ຕໍ່ປີຊຶ່ງຈະເປັນ
ຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍໃນປະ​ເທດຫລື GDP ຂອງ​ລາວ​ມີມູນຄ່າ
ລວມທີ່​ສາມາດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ​ເປັນ​ເຖິງ
1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ທັງ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາ
ຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດໃນ​ປີ 2015
ອີກ​ດ້ວຍ.