ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກໍາ ແລະການຄ້າ ໄດ້ໃຫ້ການຢືນຢັນວ່າ ອັດຕາ
ເງິນເຟີ້ ໂດຍສະເລ່ຍພາຍໃນລາວ ໄດ້ປັບໂຕຂຶ້ນພຽງເລັກນ້ອຍເທົ່ານັ້ນ ໃນໄລຍະ 2
ເດືອນທີ່ຜ່ານມາຂອງປີ 2012 ນີ້ ເຊິ່ງກໍຄ ືອັດຕາເງິນເຟີ້ໂດຍສະເລ່ຍໄດ້ເພີ້ມຂຶ້ນຈາກ
ລະດັບ 6.69% ໃນຊ່ວງເດືອນມັງກອນ ມາເປັນ 6.79% ໃນຊ່ວງເດືອນກຸມພາ ຫລື
ເພີ່ມຂຶ້ນພຽງ 0.1% ເທົ່ານັ້ນ.
ປັດໃຈສໍາຄັນທີ່ສຸດ ທີ່ເຮັດໃຫ້ອັດຕາເງິນເຟີ້ໃນລາວ
ເພີ້ມຂຶ້ນບໍ່ຫລາຍໃນຊ່ວງ 2 ເດືອນດັ່ງກ່າວ ກໍເນື່ອງ
ຈາກວ່າ ການຜະລິດສິນຄ້າ ແລະເສດຖະກິດໂດຍ
ລວມຂອງລາວ ກໍຍັງມີທ່າອ່ຽງຂະຫຍາຍໂຕເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ແລະເຖິງແມ່ນວ່າ ໃນໄລຍະດຽວກັນນີ້
ທາງການລາວ ຈະໄດ້ປັບຂຶ້ນລາຄານໍ້າມັນໃນປະເທດ
ມາແລ້ວສອງຄັ້ງກໍຕາມ ຫາກແຕ່ເນື່ອງຈາກວ່າເງິນກີບ
ແຂັງຄ່າຂຶ້ນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະ
ເງິນບາດ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຂັ້ນສູງຂອງລາວມີຄວາມເຊື່ອໝັ້ນວ່າ ຈະສາມາດຄວບຄຸມ
ອັດຕາເງິນເຟີ້ໂດຍສະເລ່ຍຂອງລາວ ໃຫ້ຢູ່ໃນລະດັບຕໍ່ກວ່າເລກສອງຫຼັກ ຫຼືບໍ່ເຖິງ 10%
ໄດ້ຢ່າງແນ່ນອນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ທ່ານນຶ່ງໄດ້ໃຫ້ການຊີ້ແຈງວ່າ:
“ຄາດວ່າອັດຕາເງິນເຟີ້ຄົງບໍ່ຂຶ້ນຮອດສອງໂຕເລກໃນທ້າຍປີນີ້ ຕາມທີ່ພວກເຮົາ
ກັງວົນກັນຢູ່ ເພາະວ່າເສດຖະກິດຂອງພວກເຮົານີ້ ດີຂຶ້ນ ແລະມີປັດໃຈພາຍໃນ
ທີ່ມາກະຕກຊຸກຍູ້ໃຫ້ອັດຕາເງິນເຟີ້ນີ້ຫຼຸດລົງເລື້ອຍໆ, ຕົ້ນຕໍລະແມ່ນພວກເຮົາ
ມີການຊີ້ນໍາຕະຫຼອດເວລາຈາກທ່ານນາຍົກ, ທ່ານຮອງນາຍົກລັດຖະມົນຕີ
ຜູ້ຊີ້ນໍາວຽກງານເສດຖະກິດ ແລະຄະນະນໍາຂອງກະຊວງອຸດສາຫະກໍາ ແລະ
ການຄ້າ.”
ກ່ອນໜ້ານີ້ ທະນາຄານພັດ
ທະນາອາຊີ (ADB) ສໍານັກ
ງານປະຈໍາປະເທດລາວໄດ້
ລາຍງານວ່າເສດຖະກິດຂອງ
ລາວໃນປີ 2011 ນີ້ ໄດ້ຂະ
ຫຍາຍຕົວເພີ່ມຂຶ້ນໃນອັດຕາ
ສະເລ່ຍທີ່ສູງເຖິງ 8.1% ເຊິ່ງ
ຖືເປັນການຂະຫຍາຍຕົວທາງ
ເສດຖະກິດ ທີ່ສູງກວ່າລະດັບ
ທີ່ໄດ້ມີການຄາດໝາຍໄວ້ກ່ອນ
ໜ້ານີ້ ໂດຍສາເຫດສໍາຄັນທີ່
ເຮັດໃຫ້ເສດຖະກິດຂອງລາວ
ມີການຂະຫຍາຍຕົວເພີ່ມຂຶ້ນ
ໃນອັດຕາທີ່ສູງດັ່ງກ່າວນີ້ ກໍຄື
ການສົ່ງອອກພະລັງງານໄຟຟ້າ ແລະແຮ່ທາດ ທີ່ມີມູນຄ່າເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ແຕ່ຢ່າງໃດກໍຕາມ ADB ກໍໄດ້ເຕືອນວ່າ ເສດຖະກິດຂອງລາວໃນປີ 2012 ຈະຂະຫຍາຍ
ຕົວໃນລະດັບທີ່ຕໍ່າກວ່າປີກາຍນີ້ ເຊິ່ງຄາດໝາຍວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນໃນ
ອັດຕາສະເລ່ຍບໍ່ເກີນ 7.6% ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າອຸບປະໂພກ-ບໍລິ
ໂພກ ແລະນໍ້າມັນເຊື້ອເພີງທີ່ມີລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງນອກຈາກຈະເຮັດໃຫ້ປະຊາ
ຊົນລາວ ຕ້ອງປະເຊີນກັບບັນຫາຄ່າຄອງຊີບທີ່ສູງຂຶ້ນແລ້ວ ກໍຍັງຈະເຮັດໃຫ້ເກີດບັນຫາໄພ
ເງິນເຟີ້ທີ່ອາດຈະສູງເຖິງ 8.5% ອີກດ້ວຍ.
ຍິ່ງໄປກວ່ານັ້ນ ADB ກໍຍັງໄດ້ເຕືອນອີກດ້ວຍວ່າ ບັນຫາທີ່ໜ້າເປັນຫ່ວງອີກຢ່າງນຶ່ງກໍຄື ຄວາມແຕກໂຕນກັນຂອງລະດັບການພັດທະນາທາງເສດຖະກິດ ແລະລາຍໄດ້ຂອງປະຊາ
ຊົນລາວໃນເຂດຕົວເມືອງກັບເຂດຊົນນະບົດ ເພາະຖ້າຫາກວ່າລັດຖະບານລາວດໍາເນີນການ
ປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມໂດຍຂາດການກະຈາຍຜົນປະໂຫຍດ
ໄປສູ່ເຂດຊົນນະບົດນັ້ນ ກໍຍິ່ງເຮັດໃຫ້ເກີດບັນຫາແຕກໂຕນກັນຫຼາຍຂຶ້ນ ໃນດ້ານຊີວິດການ
ເປັນຢູ່ຂອງປະຊາຊົນໃນເຂດຕົວເມືອງກັບເຂດຊົນນະບົດນັ້ນເອງ.
ຫາກແຕ່ວ່າກ່ອນໜ້ານີ້ ທ່ານ ສົມສະຫວາດ ເລັ່ງສະ
ຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະ
ບານ ກໍໄດ້ຖະແຫຼງຢືນຢັນວ່າ ເປົ້າໝາຍທີ່ສໍາຄັນທີ່
ສຸດຂອງພັກ ໃນການນໍາພາປະເທດໃນໄລຍະຕໍ່ໄປນີ້
ກໍຄືການເຮັດໃຫ້ປະຊາຊົນລາວບັນດາເຜົ່າ ຫຼຸດພົ້ນ
ຈາກຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານໃນປີ 2015
ແລະເຮັດໃຫ້ລາວ ພົ້ນຈາກສະພາບດ້ອຍພັດທະນາ
ໃຫ້ໄດ້ພາຍໃນປີ 2020 ຢ່າງແທ້ຈິງ.
ແຕ່ຢ່າງໃດກໍຕາມ ຄະນະກໍາມາທິການເສດຖະກິດແລະສັງຄົມແຫ່ງອົງການສະຫະປະຊາ
ຊາດ ປະຈໍາພູມມີພາກເອເຊຍ ແລະປາຊີຟິກ (ESCAP) ກໍໄດ້ສະເໜີລາຍງານກ່ອນໜ້າ
ນີ້ວ່າ ລາວເປັນປະເທດໜຶ່ງທີ່ກໍາລັງປະເຊີນໜ້າກັບສະພາວະເງິນເຟີ້ ໃນອັດຕາທີ່ສູງ ເມື່ອ
ທຽບກັບປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ໂດຍເປັນຮອງແຕ່ພຽງຫວຽດນາມ
ປະເທດດຽວ ເທົ່ານັ້ນ.