ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເຊື່ອໝັ້ນວ່າ ອັດຕາເງິນເຟີ້ໃນປະເທດ ຈະບໍ່ຖີບໂຕຂຶ້ນເຖິງ ເລກສອງຫຼັກ


ຄົນຂາຍຊີ້ນໃນຕະຫລາດແຫ່ງນຶ່ງຂອງລາວ ທີ່ໄດ້ຮັບຜົນ ກະທົບໂດຍກົງຈາກໄພເງິນເຟີ້
ຄົນຂາຍຊີ້ນໃນຕະຫລາດແຫ່ງນຶ່ງຂອງລາວ ທີ່ໄດ້ຮັບຜົນ ກະທົບໂດຍກົງຈາກໄພເງິນເຟີ້

ເຈົ້າໜ້າທີ່ຂັ້ນສູງຂອງລາວເຊື່ອໝັ້ນວ່າ ອັດຕາເງິນເຟີ້ໃນລາວຈະເພີ່ມຂຶ້ນບໍ່ເຖິງເລກສອງຫຼັກ ເພາະວ່າພາກການຜະລິດ ແລະເສດຖະກິດໂດຍລວມຂອງລາວ ຍັງມີທ່າອ່ຽງຂະຫຍາຍໂຕ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ເລື່ອມ ຍົງວົງສິດທິ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ
ການຄ້າ ໄດ້ຖະແຫຼງຢືນຢັນວ່າ ອັດຕາເງິນເຟີ້ໂດຍສະເລ່ຍພາຍໃນລາວໄດ້ປັບໂຕລົດລົງ ນັບຕັ້ງແຕ່ເດືອນກໍລະກົດ ເປັນຕົ້ນມາແລ້ວ, ເຊິ່ງກໍຄືອັດຕາເງິນເຟີ້ໂດຍສະເລ່ຍ ໄດ້ລົດລົງ
ຈາດລະດັບ 9.52% ໃນຊ່ວງເດືອນ ມັງກອນ-ມິຖຸນາເປັນ 6.29% ໃນຊ່ວງເດືອນກໍລະ
ກົດ-ກັນຍານີ້ ແລະເຖິງແມ່ນວ່າ ຈະເປັນອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວ
ກັນຂອງປີກາຍກໍຕາມ ຫາກແຕ່ກໍເພີ່ມຂຶ້ນພຽງ 0.6% ເທົ່ານັ້ນ.


ພ້ອມກັນນີ້, ເມື່ອປະກອບກັບໃນພາກການຜະລິດສິນຄ້າ ແລະເສດຖະກິດໂດຍລວມຂອງ
ລາວ ກໍຍັງມີທ່າອ່ຽງຂະຫຍາຍໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍແລ້ວ, ຈຶ່ງເຮັດໃຫ້ທ່ານ
ເລື່ອມ ມີຄວາມເຊື່ອໝັ້ນວ່າ ອັດຕາເງິນເຟີ້ໂດຍສະເລ່ຍຂອງລາວ ໃນຕະຫຼອດປີນີ້ ຈະບໍ່
ເຖິງລະດັບເລກສອງຫຼັກ ຫຼືຕັ້ງແຕ່ 10% ຂຶ້ນໄປຢ່າງແນ່ນອນ ດັ່ງທີ່ ທ່ານ ເລື່ອມ ໄດ້ໃຫ້
ການຢືນຢັນ ແລະຊີ້ແຈງວ່າ:

ຄາດວ່າອັດຕາເງິນເຟີ້ຄົງບໍ່ຂຶ້ນຮອດສອງໂຕເລກໃນທ້າຍປີນີ້ ຕາມທີ່ພວກເຮົາ
ກັງວົນກັນຢູ່ເພາະວ່າເສດຖະກິດຂອງພວກເຮົານີ້ດີຂຶ້ນ ແລະມີປັດໃຈພາຍໃນ
ທີ່ມາກະຕຸກຊຸກຢູ້ໃຫ້ອັດຕາເງິນເຟີ້ນີ້ຫຼຸດລົງເລື້ອຍໆ, ຕົ້ນຕໍລະແມ່ນພວກເຮົາມີ
ການຊີ້
ນໍາຕະຫຼອດເວລາຈາກທ່ານ ນາຍົກ, ທ່ານ ຮອງນາຍົກລັດຖະມົນຕີຜູ້ຊີ້
ນໍາ
ວຽກງານເສດຖະກິດ ແລະຄະນະນໍາຂອງກະຊວງອຸດສາຫະກໍາແລະການຄ້າ

ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ເກີດຂຶນໃນໄລຍະ ເດືອນ ສິງຫາ ເຖິງກັນຍາ, 2011
ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນ ທີ່ເກີດຂຶນໃນໄລຍະ ເດືອນ ສິງຫາ ເຖິງກັນຍາ, 2011

ທາງດ້ານທ່ານ ລິເບີ ສີບົວປາວ
ຜູ້ອໍານວຍການສະຖາບັນວິໃຈ
ເສດຖະກິດແຫ່ງຊາດລາວ ຖະ
ແຫລງໃຫ້ຄວາມຄິດເຫັນວ່າ
ການທີ່ລາວໄດ້ປະສົບບັນຫາ
ໄພນໍ້າຖ້ວມຄັ້ງໃຫຍ່ຢູ່ໃນຫຼາຍໆ
ພື້ນທີ່ນັບແຕ່ທ້າຍເດືອນມິຖຸນາ
ເບັນຕົ້ນມາຈົນເຖິງປັດຈຸບັນນີ້
ບໍ່ພຽງແຕ່ຈະເຮັດໃຫ້ເກີດຄວາມ
ເສຍຫາຍຢ່າງຫລວງຫຼາຍຕໍ່ຊັບ
ສິນຂອງລັດຖະບານ ແລະເອກ
ກະຊົນເທົ່ານັ້ນ ຫາກແຕ່ຄວາມ
ເສຍຫາຍດັ່ງກ່າວ ກໍຍັງຈະສົ່ງ
ຜົນກະທົບຕໍ່ເນື່ອງ ເຮັດໃຫ້
ປະຊາຊົນລາວຕ້ອງປະເຊີນກັບສະພາວະເງິນເຟີ້ ທີ່ຈະປັບຕົວສູງຂຶ້ນອີກດ້ວຍ.

ທັງນີ້ ກໍເນື່ອງຈາກວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ໄດ້ເຮັດໃຫ້ແລະຜົນຜະລິດທາງດ້ານການກະ
ເສດ ຂອງປະຊາຊົນເສຍຫາຍໄປຢ່າງຫລວງຫລາຍ. ສ່ວນໂຄງລ່າງພື້ນຖານຕ່າງໆເຊັ່ນ
ຖະໜົນຫົນທາງ, ຄອງຊົນລະປະທານ,​ ລະບົບສາຍສົ່ງກະແສໄຟຟ້າ, ລະບົບການສື່ສານ,
ໂຮງຮຽນ, ໂຮງໝໍ, ອາຄານສຳນັກງານຕ່າງໆ ຂອງລັດຖະບານ ແລະເຮືອນຂອງປະຊາ
ຊົນນັ້ນຖືກ ໄດ້ຖືກກະແສນໍ້າພັດທໍາລາຍໄປຢ່າງກວ້າງຂວາງນັ້ນ ກໍຍັງນັບເປັນປັດໃຈສໍາຄັນ
ທີ່ຈະເຮັດໃຫ້ຕົ້ນ ທຶນການຂົນສົ່ງສິນຄ້າແພງຂຶ້ນ ແລະເມື່ອສິນຄ້າມີລາຄາແພງຂຶ້ນ ກໍຄື
ສາເຫດສໍາຄັນທີ່ ເຮັດໃຫ້ເກີດເປັນບັນຫາເງິນເຟີ້ ທີ່ຈະເພີ້ມສູງຂຶ້ນເຊ່ນດຽວກັນ.

ອີງຕາມລາຍງານຂອງສໍານັກງານສະຖິຕິແຫ່ງຊາດລາວ ກໍໄດ້ລະບຸວ່າ ໃນຊ່ວງເດືອນພຶດ
ສະພາທີ່ຜ່ານມາ ສະພາວະເງິນເຟີ້ໃນລາວໄດ້ປັບຕົວສູງຂຶ້ນເຖິງ 9.7% ຊຶ່ງກໍເປັນຜົນຈາກ
ການທີ່ໄດ້ມີການປັບລາຄາສິນຄ້າອຸປະໂພກຂຶ້ນໃນອັດຕາສະເລ່ຍເຖິງ14.7% ແລະໃນຂະ
ນະດຽວກັນ ກໍມີການປັບຂຶ້ນອັັດຕາຄ່າລົດໂດຍສານປະຈໍາທາງໃນອັດຕາສະເລ່ຍ 10.91%
ໃນທົ່ວປະເທດ.

ເພາະສະນັ້ນ ເມື່ອຖືກສົມທົບດ້ວຍໄພນໍ້າຖ້ວມຄັ້ງໃຫຍ່ໃນຄັ້ງຫລ້າສຸດທີ່ໄດ້ກໍ່ໃຫ້ເກີດຜົນ
ເສຍຫາຍ ຄິດເປັນມູນຄ່າຫລາຍກວ່າ 1 ພັນ 390 ຕື້ກີບໃນເວລານີ້ ກໍຍ່ອມທີ່ຈະເຮັດໃຫ້
ເກີດ ເປັນບັນຫາເງິນເຟີ້ຕິດຕາມມາ ແລະຜູ້ທີ່ຈະຕ້ອງປະເຊີນກັບບັນຫາດັ່ງກ່າວນີ້ຢ່າງ
ຫລີກລ່ຽງບໍ່ໄດ້ ກໍຄືປະຊາຊົນລາວໃນທົ່ວປະເທດນັ້ນເອງ.

ຍິ່ງໄປກວ່ານັ້ນ ຄະນະ​ກໍາມາ​ທິການ​ເສດຖະກິດ ​ແລະສັງຄົມ​ແຫ່ງ​ອົງການສະຫະ​ປະຊາ
ຊາດ ​ສໍານັກງານ​ປະ​ຈໍາພູມ​ມີ​ພາກ​ເອ​ເຊຍ ແລະປາຊີ​ຟິກ (ESCAP)​ ກໍໄດ້​ສະ​ເໜີລາຍ
ງານ​ວ່າ​ ລາວ​ເປັນປະ​ເທດໜຶ່ງທີ່​ກໍາລັງ​ປະ​ເຊີນໜ້າກັບ​ສະພາວະ​ເງິນ​ເຟີ້​ ໃນ​ອັດຕາ​ທີ່​ສູງ
ເມື່ອ​ທຽບກັບປະ​ເທດສະມາຊິກ​ໃນ​ກຸ່ມ​ອາຊຽນດ້ວຍ​ກັນ ​ໂດຍ​ເປັນ​ຮອງແຕ່ພຽງ​ຫວຽດ
ນາມ​ປະ​ເທດ​ດຽວ ​ເທົ່າ​ນັ້ນ.

XS
SM
MD
LG