"ຄືມັນອາດຈະມີການສັບສົນ ໃນຕົວຜົມເອງເພາະອາດຈະພູດອະໄຣທີ່ມັນໄມ້ຊັດ ນະຄຣັບ ຄືແຍກມົ້ງອອກເປັນສອງສ່ວນດ້ວຍກັນ ຄື 5.000 ທີ່ເພັດສະບູນກໍທະຍອຍສົ່ງອອກໄປເລື້ອຍໆ, ອັນນີ້ກໍກັບໄປຖິ່ນຖານເດີມ. ສ່ວນ 156 ຄົນ ບວກເດັກອີກ 6 ຄົນນັ້ນນະຫະ ທາງຝ່າຍລາວຂໍ ຄືວ່າຢ່າງນ້ອຍຂໍໃຫ້ສົ່ງກັບໄປທີ່ນັ້ນກ່ອນແລ້ວອອກພາດສພອດໃຫ້ ແລ້ວກໍເຂົາຈະໄດ້ຂໍໄປ resettlement ໃນປະເທດທີ່ສາມ. ແຕ່ວ່າປະເທດທີ່ຈະຣັບນີ້ ຈະເປັນຢູຣົບ ຫລື ອາເມຣິກາ ເຂົາກໍຢາກໃຫ້ສົ່ງຕຣົງຈາກປະເທດໄທ, ເລື້ອງມັນກໍຍັງໄມ້ມີຂໍ້ຢຸດຕິ. ອັນນີ້ຕ້ອງຂໍຫາລືກັບໜ່ວຍງານຕ່າງໆຢູ່ ເພາະວ່າ ມັນໄມ່ໄຊ້ເປັນກະຊວງຕ່າງປະເທດໂດຍເອກະເທດ ມັນເປັນຢູ່ໃນກອບຂອງ ສ.ມ.ຊ. ເປັນສຳຄັນ, ແລ້ວກໍ ເຣົາຕ້ອງຟັງລັດຖະບານລາວ ເຂົາເປັນເຈົ້າຂອງຄົນຂອງເຂົາ ເປັນສຳຄັນ."
ນີ້ກໍ ແມ່ນການຖະແຫລງໂດຍ ທ່ານ ກະສິດ ພິຣົມ ລັດຖະມົນ ຕີວ່າການຕ່າງປະເທດຂອງໄທ ຊຶ່ງທ່ານໄດ້ໃຫ້ການຍອມຮັບວ່າ ການຖະແຫລງຂອງທ່ານໃນໄລຍະກ່ອນໜ້ານີ້ ກ່ຽວກັບແນວທາງປະຕິບັດຕໍ່ຊາວມົ້ງຈຳນວນ 158 ຄົນ ທີ່ຖືກຄຸມຂັງຢູ່ສຳນັກງານຕຳຫລວດກວດຄົນເຂົ້າເມືອງປະຈຳຈັງຫວັດໜອງຄາຍນັ້ນ ເປັນການໃຫ້ຂໍ້ມູນທີ່ບໍ່ມີຄວາມສົມບູນເນື່ອງຈາກໄດ້ຢືນຢັນວ່າ ຊາວມົ້ງທັງ 158 ຄົນ ດັ່ງກ່າວມີສິດທີ່ຈະຂໍລີ້ໄພໄປຢູ່ໃນປະເທດທີ່ສາມໄດ້ນັ້ນເອງ. ຫາກແຕ່ວ່າ ສຳລັບການຖະແຫລງໃນຄັ້ງຫລ້າສຸດນີ້ ທ່ານ ກະສິດ ໄດ້ໃຫ້ການຢືນຢັນວ່າ ການທີ່ທາງການໄທຈະດຳເນີນການໃນແນວທາງໃດຕໍ່ຊາວມົ້ງທັງ 158 ຄົນ ດັ່ງກ່າວນີ້ ກໍຍັງຄົງມີຄວາມຈຳເປັນທີ່ຈະຕ້ອງປຶກສາຫາລືຮ່ວມກັນກັບສຳນັກງານ ຄວາມໝັ້ນຄົງແຫ່ງຊາດໄທ ແລະ ທາງການລາວເສຍກ່ອນ ເນື່ອງຈາກວ່າ ເປັນກໍລະນີທີ່ກະຊວງການຕ່າງປະເທດຂອງໄທ ບໍ່ ສາມາດທີ່ຈະຕັດສິນໄດ້ ພຽງແຕ່ຝ່າຍດຽວ ແລະ ຊາວມົ້ງທັງ 158 ຄົນ ກໍຍັງເປັນພົນລະເມືອງຂອງລາວອີກດ້ວຍ. ແຕ່ຢ່າງໃດກໍຕາມ ສຳລັບກ່ຽວກັບຊາວມົ້ງໃນຈຳນວນ ຫ້າພັນກວ່າຄົນ ທີ່ຍັງເຫລືອຢູ່ໃນສູນຮອງຮັບຊົ່ວຄາວ ບ້ານ ຫ້ວຍນໍ້າຂາວນັ້ນ ທ່ານກະສິດ ກໍໄດ້ຢືນຢັນວ່າຍັງຈະມີການທະ ຍອຍສົ່ງກັບຄືນໄປລາວຕໍ່ໄປ ໂດຍມີເປົ້າໝາຍທີ່ຈະສົ່ງກັບຄືນໄປລາວ ໃຫ້ໄດ້ທັງໝົດພາຍໃນທ້າຍປີນີ້.
ສ່ວນທາງດ້ານ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນ ຕີ ວ່າການຕ່າງປະເທດຂອງ ລາວນັ້ນ ກໍໄດ້ຢືນຢັນວ່າ ຊາວມົ້ງທຸກຄົນ ທັງທີ່ຢູ່ໜອງຄາຍ ແລະ ສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວ ຈະຕ້ອງຖືກສົ່ງກັບຄືນໄປລາວທັງໝົດ ຫລັງຈາກນັ້ນ ຈຶ່ງຈະມີການພິຈາລະນາເປັນກໍລະນີ-ກໍລະນີໄປວ່າຈະໄດ້ຮັບສິດເດີນທາງ ໄປຕັ້ງຖິ່ນຖານໃໝ່ຢູ່ຕ່າງປະເທດ ຫລື ບໍ່, ດັ່ງທີ່ ທ່ານ ທອງລຸນ ໄດ້ໃຫ້ການຊີ້ແຈງໃນຕອນໜຶ່ງວ່າ:
"ນະໂຍບາຍຂອງສອງລັດຖະບາຍໄດ້ຕົກລົງກັນນີ້ ມົ້ງເຂົ້າເມືອງຜິດກົດໝາຍໃນຢູ່ໄທໜີ້ ທາງລາວຍິນດີຈະຮັບເອົາໄປໝົດທຸກຄົນ. ຄັນຜູ້ໃດຢາກໄປປະເທດທີ່ສາມ ຫລືວ່າ ປະເທດທີ່ສາມຊິມາເອົາ ກໍຂໍໃຫ້ໄປຄຸຍກັນກັບເມືອງລາວ ເພາະວ່າອັນນີ້ເປັນຄົນລາວ ກໍທາງລາວເປັນຜູ້ ພິຈາລະນາແຕ່ລະລາຍ-ແຕ່ລະລາຍ-ແຕ່ລະລາຍ, ແຕ່ວ່າຍັງບໍ່ທັນມີປະເທດໃດໄດ້ຕິດຕໍ່ມາເປັນລາຍລັກອັກສອນ ຫລືວ່າເປັນທາງການ."
ກ່ອນໜ້ານີ້ ທາງການ ອັອສເຕຣເລຍ, ນີວຊີແລນ, ແຄນາດາ ແລະ ສະຫະຣັດອາເມຣິກາ ໄດ້ສະແດງຄວາມຈຳນົງ ທີ່ຈະຂໍຮັບເອົາຊາວມົ້ງບາງສ່ວນໃນຈຳນວນ 158 ຄົນ ທີ່ຖືກຄຸມຂັງຢູ່ໃນ ສຳນັກງານຕຳຫລວດກວດຄົນເຂົ້າເມືອງຈັງຫວັດໜອງຄາຍມາແລ້ວ ຫາກແຕ່ວ່າຈົນເຖິງປະຈຸບັນ ກໍຍັງຄົງບໍ່ມີຄວາມຄືບໜ້າເກີດຂຶ້ນແຕ່ຢ່າງໃດ ໂດຍຊາວມົ້ງກຸ່ມນີ້ ໄດ້ຖືກທາງການໄທຈັບກຸມຄຸມຂັງ ນັບຈາກທ້າຍປີ 2006 ເປັນຕົ້ນມາຈົນເຖິງປະຈຸບັນ. ສຳລັບສາເຫດທີ່ເຮັດໃຫ້ບໍ່ມີຄວາມຄືບ ໜ້າເກີດຂຶ້ນແຕ່ຢ່າງໃດນັ້ນ ກໍໄດ້ຮັບການຢືນຢັນຈາກທາງຝ່າຍສຳນັກງານຂ້າຫລວງໃຫຍ່ ຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ຫລື UNHCR ສຳນັກງານປະຈຳບາງກອກວ່າ ເປັນຍ້ອນບໍ່ໄດ້ຮັບຄວາມຮ່ວມມືຈາກທາງການຝ່າຍໄທ.
ສ່ວນກ່ຽວກັບການສົ່ງຊາວມົ້ງຈາກບ້ານຫ້ວຍນໍ້າຂາວ ກັບຄືນໄປລາວນັ້ນ ກໍປະກົດວ່າທາງ ການໄທ ໂດຍກອງທັບພາກທີ່ສາມ ໄດ້ສົ່ງຊາວມົ້ງກັບຄືນໄປໃຫ້ກັບທາງການລາວແລ້ວ 16 ຄັ້ງ ໂດຍມີຈຳນວນຊາວມົ້ງທີ່ສົ່ງກັບຄືນໄປລາວລວມກັນ 2.884 ຄົນ ຊຶ່ງທາງການໄທກໍຢືນຢັນວ່າ ເປັນການສົ່ງກັບຄືນໄປລາວ ໂດຍຊາວມົ້ງທຸກຄົນສະໝັກໃຈທີ່ຈະເດີນທາງກັບຄືນໄປພູມລຳເນົາຂອງພວກຕົນ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກໃນວັນທີ 19 ພຶດສະພາ 2009