ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Sans Frontier Withdrawn from Huay Namkhao


ອົງການແພດ​ບໍ່ມີ​ພົມ​ແດນປະກາດ​ຢຸດ​ເຊົາ​ການ ​ດຳ​ເນີນ​ງານ​ໃຫ້​ຄວາມ​ຊ່ວຍ​ເຫລືອດ້ານ​ມະນຸ​ດສະຍາ​ທັມ ​ແກ່​ບັນດາຊາວ​ມົ້ງ ຢູ່​ສູນຮອງຮັບຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວ ​ໂດຍ​ໃຫ້ເຫດຜົນວ່າ ບໍ່ສາມາດທີ່ຈະ​ປະຕິບັດ​ງານ​ພາຍ​ໃຕ້ສະພາບ​ການກົດ​ດັນ​ຈາກ​ກອງທັບ​ໄທ​ໄດ້​ອີກ​ຕໍ່​ໄປ ​ແລະ ບໍ່​ເຫັນ​ດີ​ກັບ​ການ​ທີ່​ທາງ​ການ​ໄທ ​ໄດ້​ບີບ​ບັງຄັບ​ໃຫ້​ຊາວ​ມົ້ງ​ເດີນທາງ​ກັບ​ຄືນ​ໄປ​ລາວ.


ທ່ານ ​ກີວ​ແລດສ ​ໄອຊາສ (Gilles Isard) ຫົວໜ້າຄະນະ​ ປະຕິ ບັດ​ງານປະຈຳ​ປະ​ເທດ​ໄທ ຂອງອົງການ ​ແພດ​ບໍ່ມີ​ພົມ​ແດນ ຫລື (Medecins Sans Frontiers) ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ອົງການ ​ແພດ​ບໍ່ມີ​ພົມ​ແດນ ​ໄດ້​ຕັດສິນໃຈ​ຢຸດ​ເຊົາ ​ແລະ ຖອນ​ຕົວ​ຈາກ​ການ​ດຳ​ເນີນ​ງານ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດ​ສະ​ທຳ​ແກ່​ບັນດາ​ຊາວ​ມົ້ງ ທີ່​ພັກອາໃສ​ຢູ່​ສູນຮອງຮັບຊົ່ວຄາວ ບ້ານ​ຫ້ວຍ​ນ້ຳຂາວ ​

ໃນ ​ເຂດ​ອຳ​ເພີ​ເຂົາ​ຄໍ້ ຈັງຫວັດ​ເພັດ​ຊະ​ບູນ ທາງ​ພາກ​ເໜືອຕອນ​ຫລ່າງຂອງ​ປະ​ເທດ​ໄທ ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ນີ້. ​ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ ອົງການ​ ແພດ​ບໍ່ມີ​ພົມ​ແດນ ຕ້ອງ​ຕັດສິນ​ໃຈ​ດັ່ງກ່າວ ກໍ​ຍ້ອນ​ວ່າ​ບໍ່ສາມາດ​ທີ່​ຈະ​ປະຕິບັດ​ງານ​ພາຍໃຕ້ສະພາບ​ການ​ກົດ​ດັນ​ຈາກ​ ເຈົ້າໜ້າທີ່​ຖະຫານ ຈາກ​ກອງທັບ​ພາກ​ທີ ສາມ ຂອງ​ໄທ​ໄດ້​ອີກ​ຕໍ່​ໄປ ລວມທັງ​ຍັງ​ບໍ່​ເຫັນ​ດ້ວຍ ​ແລະ ບໍ່ສາມາດ​ທີ່​ຈະ​ຍອມຮັບ​ເອົາ​ໄດ້ ກັບ​ການ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ​ໃຫ້​ບັນດາ​ຊາວ​ມົ້ງສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ປະ​ເທດ​ລາວ. ຍິ່ງ​ໄປ​ກວ່າ​ນັ້ນ ກອງທັບ​ພາກ​ທີ່ ສາມ​ ຂອງ​ໄທ ຍັງ​ໄດ້​ດຳ​ເນີນ​ມາດ​ຕະການ​ປິດ​ກັ້ນ ​ແລະ ປະຕິ​ເສດ ກາ​ນ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ ຂອງ​ອົງການ​ລະຫວ່າງ​ຊາດ​ຕ່າງໆ ທີ່​ຕ້ອງການຈະ​ຍືນ​ມື​ເຂົ້າ​ໄປ​ໃຫ້​ຄວາມ​ຊ່ວຍ​ເຫ​ລື​ອ​ແກ່​ຊາວ​ມົ້ງ ຢູ່ບ້ານ​ຫ້ວຍ​ນ້ຳຂາວ ມາ​ໂດ​ຍຕະຫລອດ ທັງໆທີ່​ວ່າ​ພາຍໃຕ້​ຫລັກ​ການ​ສາ​ກົນ​ແລ້ວ ຊາວ​ມົ້ງ​ເຫລົ່ານີ້ ມາ​ສິດ​ທີ່​ຈະໄດ້ຮັບຄວາມ​ຊ່ວຍ​ເຫລືອ​ດ້ານ​ມະນຸດ​ສະ​ທຳ ລວມ​ໄປ​ເຖິງ ການ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ພິຈາລະນາ​ເພື່ອ​ຮັບຮອງ​ໃຫ້​ໄປ​ຕັ້ງຖິ່ນ​ຖານ​ ​ໃໝ່ ຢູ່​ໃນ​ປະ​ເທດ​ທີ່​ສາມ ອີກ​ດ້ວຍ. ຫາກ​ແຕ່​ວ່າ ພວກ​ເຂົາ​ເຈົ້າ ກໍ​ບໍ່ເຄີຍໄດ້​ຮັບ​ສິດ​ດັ່ງກ່າວເລີຍ ​ເນື່ອງ​ຈາກທາງ​ການ​ໄທຖື​ວ່າ​ຊາວ​ມົ້ງ​ເຫລົ່າ​ນີ້ ​ເປັນພຽງ​ແຕ່​ຄົນ​ຕ່າງ​ດ້າວ​ທີ່​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ ທີ່​ຈະ​ຕ້ອງ​ສົ່ງ​ກັບ​ຄືນ​ໄປ​ລາວ​ພຽງ​ແຕ່​ສະຖານ​ດຽວ.

​ໂດຍໃນໂອກາດ​ດຽວກັນນີ້ ທ່ານ ​ກີວ​ແລດສ ​ໄອຊາສ (Gilles Isard) ຍັງ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການໄທ ​ແລະ ລາວ ຢຸດ​ເຊົາ​ການ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ​ໃຫ້​ຊາວ​ມົ້ງສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ລາວ ​ແລະ ຍອມ​ອານຸຍາດ ​ໃຫ້​ພາກສ່ວນ​ທີ່​ສາມ ທີ່​ເປັນ​ເອກ​ະ​ເທດ ຈາກ​ທາງ​ການ​ລາວ ​ແລະ ​ໄທ ​ເພື່ອ​ໃຫ້​ສາມາດ​ເຂົ້າ​ໄປ​ພິຈາລະນາ​ຕັດສິນ​ໃຈ ກ່ຽວກັບ​ການ​ໃຫ້​ສະຖານະ​ຂອງ​ການ​ເປັນ​ຊາວ​ອົບ​ພະ​ຍົບຕໍ່ຊາວ​ມົ້ງ​ໄດ້​ອີກ​ດ້ວຍ.

ອົງການ ​ແພດ​ບໍ່ມີ​ພົມ​ແດນ ​ເປັນ​ອົງການ​ລະຫວ່າງ​ຊາດ ພຽງ​ແຕ່​ອົງການ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ດຳ​ເນີນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດ​ສະຍາ​ທຳ​ແກ່​ບັນດາ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນຕົ້ນມາ. ​ເພາະສະນັ້ນ ການ​ຕັດສິນ​ໃຈ​ຢຸດ​ເຊົາ ດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ໃນ​ຄັ້ງລ້າ​ສຸດ​ນີ້ ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ຊາວ​ມົ້ງ ຢູ່​ບ້ານ​ຫ້ວຍ​ນ້ຳຂາວຢ່າງໜັກຫນ່ວງ ກັບ​ທັງ​ຍັງ​ເປັນ​ການ​ກົດ​ດັນໃຫ້​ຊາວ​ມົ້ງຕ້ອງ​ພາກັນ​ສະໝັກ​ໃຈ ​ເດີນທາງ​ກັບ​ຄືນ​ໄປ​ລາວ​ໄວ​ຂຶ້ນ ຕາມ​ຄວາມ​ຕ້ອງການ​ຂອງ​ທາງ​ການ​ລາວ ​ແລະ ​ໄທ​ອີກ​ຕ່າງຫາກ ​ເນື່ອງ​ຈາກ​ວ່າ​ຊາວ​ມົ້ງບໍ່​ເຫລືອຫ​ນ່ວຍງານ​ໃດ​ເລີຍ ທີ່​ຈະໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ພວກ​ເຂົາ​ເຈົ້າຕໍ່​ໄປ​ອີກແລ້ວ ​ໃນ​ຂະນະ​ທີ່​ທາງ​ການ​ໄທ ກໍ​ໄດ້​ພະຍາຍາ​ມກົດ​ດັນ​ພວກ​ເຂົາ​ເຈົ້າຕະຫລອດ​ເວລາ ​ເພື່ອ​ໃຫ້​ເດີນທາງ​ກັບ​ຄືນ​ໄປ​ລາວ, ດັ່ງທີ່ ທ້າວ ຫລີ​ສື ​ແກນນຳ​ຄົນ​ສຳ​ຄັນ​ແກ່​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ ​ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເປັນ​ຢູ່​ຂອງ​ບັນດາ​ຊາວ​ມົ້ງໃນ​ ເວລາ​ນີ້ກັບ VOA ວ່າ:

XS
SM
MD
LG