ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການແພດບໍ່ມີພົມແດນ ຖອນອອກຈາກ ຫ້ວຍນ້ຳຂາວ


ອົງການ ​ແພດ​ບໍ່ມີ​ພົມ​ແດນປະກາດ​ຢຸດ​ເຊົາ​ການ ​ດຳ​ເນີນ​ງານໃຫ້​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸ​ດສະຍາ​ທໍາ ​ແກ່​ບັນດາຊາວ​ມົ້ງ ຢູ່​ສູນຮອງຮັບຊົ່ວຄາວບ້ານ​ຫ້ວຍ​ນໍ້າຂາວໂດຍ ໃຫ້ເຫດຜົນວ່າບໍ່ ສາມາດທີ່ຈະປະຕິບັດງານ ພາຍໃຕ້ສະພາບກົດດັນ ຈາກກອງ ທັບພາກ ທີສາມ ຂອງໄທໄດ້ອີກຕໍ່ໄປ ແລະ ກໍບໍ່ ເຫັນດີກັບການທີ່ ທາງການໄທໄດ້ບີບບັງຄັບ ໃຫ້ຊາວມົ້ງເດີນທາງກັບໄປລາວ.

ທ່ານ ​ກີລວສ ​ໄອຊາສ (Gilles Isard) ຫົວໜ້າຄະນະ​ປະຕິ ບັດ​ງານປະຈຳ​ປະ​ເທດ​ໄທ ຂອງອົງການ ​ແພດ​ບໍ່ມີ​ພົມ​ແດນ ຫລື (Medecins Sans Frontieres) ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ອົງການ ​ແພດ​ບໍ່ມີ​ພົມ​ແດນ ​ໄດ້​ຕັດສິນໃຈ​ຢຸດ​ເຊົາ ​ແລະຖອນ​ຕົວ​ຈາກ​ການ​ດຳ​ເນີນ​ງານ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດສະທຳ​ແກ່​ບັນດາ​ຊາວ​ມົ້ງທີ່ພັກອາໃສ​ຢູ່​ສູນຮອງຮັບຊົ່ວຄາວໃນເຂດ​ອຳ​ເພີ​ເຂົາ​ຄໍ້ຈັງຫວັດ​ເພັດສະ​ບູນ ທາງ​ພາກ​ເໜືອຕອນ​ຫລ່າງຂອງ​ປະ​ເທດ​ໄທ ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ນີ້. ​ສາ​ເຫດ​ທີ່​ເຮັດ​ໃຫ້​ອົງການ​ແພດ​ບໍ່ມີ​ພົມ​ແດນ ຕ້ອງ​ຕັດສິນ​ໃຈ​ດັ່ງກ່າວ ກໍ​ຍ້ອນ​ວ່າ​ ບໍ່ສາມາດ​ທີ່​ຈະ​ປະຕິ ບັດ​ງານ​ພາຍໃຕ້ສະພາບ​ການ​ກົດ​ດັນ​ຈາກ​ ເຈົ້າໜ້າທີ່​ທະຫານຈາກ​ກອງທັບ​ພາກ​ທີສາມ ຂອງ​ໄທ​ໄດ້​ອີກ​ຕໍ່​ໄປລວມ ທັງ​ຍັງ​ບໍ່​ເຫັນ​ດ້ວຍ ​ແລະ ບໍ່ສາມາດ​ທີ່​ຈະ​ຍອມຮັບ​ເອົາ​ໄດ້ກັບ​ການ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ​ໃຫ້​ບັນດາ​ຊາວ​ມົ້ງ ສະໝັກ​ໃຈ​ເດີນທາງ​ກັບ​ຄືນ​ໄປ​ປະ​ເທດ​ລາວ. ຍິ່ງ​ໄປ​ກວ່າ​ນັ້ນກອງທັບ​ພາກ​ທີ່ ສາມ​ຂອງ​ໄທ ຍັງ​ໄດ້​ດຳ​ເນີນ​ມາດ​ຕະການ ​ປິດ​ກັ້ນ ​ແລະ ປະຕິ​ເສດກາ​ນ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມຂອງ​ອົງ ການ​ລະ ຫວ່າງ​ຊາດ​ຕ່າງໆ ທີ່​ຕ້ອງການຈະ​ຍື່ນ​ມື​ເຂົ້າ​ໄປ​ໃຫ້​ຄວາມ​ຊ່ວຍ​ເຫ​ລື​ອ​ແກ່​ຊາວ​ມົ້ງຢູ່ບ້ານ​ຫ້ວຍນໍ້າຂາວ ມາ​ໂດ​ຍ ຕະຫລອດທັງໆ ທີ່​ວ່າ​ພາຍໃຕ້ຫລັກການສາກົນແລ້ວ ຊາວ​ມົ້ງ​ເຫລົ່ານີ້ມີ​ສິດ​ທີ່​ຈະໄດ້ຮັບຄວາມ​ຊ່ວຍ​ເຫລືອດ້ານ​ມະນຸດ​ສະ​ທຳລວມ​ໄປ​ເຖິງການ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ພິຈາລະນາ​ເພື່ອ​ຮັບຮອງ​ໃຫ້​ໄປ​ຕັ້ງຖິ່ນ​ຖານ​ໃໝ່ ຢູ່​ໃນ​ປະ​ເທດ​ທີ່​ສາມອີກ​ດ້ວຍ. ຫາກ​ແຕ່​ວ່າ ພວກ​ເຂົາ​ເຈົ້າ ກໍ​ບໍ່ເຄີຍ ໄດ້​ຮັບ​ສິດ​ດັ່ງກ່າວເລີຍ ​ເນື່ອງ​ຈາກທາງ​ການ​ໄທຖື​ວ່າ​ຊາວ​ມົ້ງ​ເຫລົ່າ​ນີ້ ​ເປັນພຽງ​ແຕ່​ຄົນ​ຕ່າງ​ດ້າວ​ທີ່​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ ທີ່​ຈະ​ຕ້ອງ​ສົ່ງ​ກັບ​ຄືນ​ໄປ​ລາວ​ພຽງ​ແຕ່​ສະຖານ​ດຽວ.


​ໃນໂອກາດ​ດຽວກັນນີ້ ທ່ານ ​ກີວ​ແລດສ ​ໄອຊາສ (Gilles Isard) ຍັງ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການໄທ ​ແລະ ລາວຢຸດ​ເຊົາ​ການ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ​ໃຫ້​ຊາວ​ມົ້ງສະໝັກ​ໃຈ​ເດີນທາງ​ກັບ​ ຄືນ​ໄປ​ລາວ ​ແລະ ຍອມ​ອະນຸ ຍາດ ​ໃຫ້​ພາກສ່ວນ​ທີ່​ສາມທີ່​ເປັນ​ເອກ​ະ​ເທດ ຈາກ​ທາງ​ການ​ລາວ ​ແລະ ​ໄທ ​ເພື່ອ​ໃຫ້​ສາມາດ​ເຂົ້າ​ໄປ​ພິຈາລະນາ​ຕັດສິນ​ໃຈກ່ຽວກັບ​ການ​ໃຫ້​ສະຖານະ​ຂອງ​ການ​ເປັນ​ຊາວ​ອົບ​ພະ​ຍົບຕໍ່ຊາວ​ມົ້ງ​ໄດ້​ອີກ​ດ້ວຍ.

ອົງການແພດ​ບໍ່ມີ​ພົມ​ແດນ ​ເປັນ​ອົງການ​ລະຫວ່າງ​ຊາດ ພຽງ​ແຕ່​ອົງການ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ດຳ​ເນີນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ ດ້ານ​ມະນຸດ​ສະຍາ​ທຳ​ແກ່​ບັນດາ​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນຕົ້ນ ມາ. ​ເພາະສະນັ້ນ ການ​ຕັດສິນ​ໃຈ​ຢຸດ​ເຊົາດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ໃນ​ຄັ້ງລ້າ​ສຸດ​ນີ້ ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວຢ່າງໜັກຫນ່ວງ ກັບ​ທັງ​ຍັງ​ເປັນ​ການ​ກົດ​ດັນໃຫ້​ຊາວ​ມົ້ງຕ້ອງ​ພາກັນ​ສະໝັກ​ໃຈ ​ເດີນທາງ​ກັບ​ຄືນໄປລາວໄວຂຶ້ນຕາມ​ຄວາມ​ຕ້ອງການ​ຂອງ​ທາງ​ການ​ລາວ ​ແລະ ​ໄທ​ອີກ​ຕ່າງຫາກ​ເນື່ອງ​ຈາກ​ວ່າ​ ຊາວ​ມົ້ງບໍ່​ເຫລືອຫ​ນ່ວຍງານ​ໃດ​ເລີຍທີ່​ຈະໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ພວກ​ເຂົາ​ເຈົ້າຕໍ່​ໄປ​ອີກແລ້ວ ​ໃນ​ຂະນະ​ທີ່​ທາງ​ການ​ໄທກຳລັງກົດ​ດັນ​ພວກ​ເຂົາ​ເຈົ້າຕະຫລອດ​ເວລາເພື່ອ​ໃຫ້​ເດີນທາງ​ກັບ​ຄືນ​ໄປ​ລາວ, ດັ່ງທີ່ທ້າວ ຫລີ​ສື ແກນ ນຳ​ຄົນ​ສຳ​ຄັນ​ແກ່​ຊາວ​ມົ້ງຢູ່​ບ້ານ​ຫ້ວຍ​ນ້ຳຂາວ ​ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເປັນ​ຢູ່​ຂອງ​ບັນດາ​ຊາວ​ມົ້ງໃນ​ ເວລາ​ນີ້ກັບ VOA ວ່າ:

ເຈົ້າໜ້າທີ່​ໄທ​ໄດ້​ກົດ​ດັນ​ຊາວ​ມົ້ງປ່າ ​ແລ້ວ​ກໍ້ມົ້ງລາວ​ໄປລາວໃຫ້ ໝົດ. ​ຕອນນີ້ ພວກ​ເຈົ້າໜ້າທີ່​ໄທເຂົາ​ເຈົ້າກໍ​ໄລ່​ ທ່ານໝໍພົມ​ແດນ​ໃຫ້​ອອກ​ໃຫ້​ຖອນ​ຕົວ​ໃຫ້ໝົດ. ​ເຈົ້າໜ້າ ທີ່ໄທ​ກໍ​ບໍ່​ໃຫ້ ທ່ານໝໍ ພົມ​ແດນ ​ແຈກ​ຢາ ​ແລ້ວ​ກໍ​ບໍ່​ໃຫ້ ແຈກເຂົ້າ​ໃຫ້​ກິນ​ແລ້ວ. ທ່ານ ໝໍພົມ​ແດນ ​ເຂົາ​ກໍ່​ຈະ​ຖອນ​ຕົວ​ອອກ​ໃຫ້ໝົດ, ຕອນ​ນີ້ ຢາກ​ຣ້ອງ​ຂໍ​ວ່າ ຂໍ​ໃຫ້ລັດຖະ ບານ​ໄທ ​ແລະ ​ເຈົ້າໜ້າທີ່​ໄທ ​ໃຫ້​ມີ​ຄວາມ​ເປັນ​ທຳ​ໃຫ້​ພວກ​ມົ້ງປ່ານີ້. ​ພວກ​ມົ້ງ ປ່ານີ້ ​ບໍ່ແມ່ນມົ້ງຄອມ​ມີວ​ນິດ ແມ່ນ​ມົ້ງເສ​ລີ ປີ 85 ນີ້ ພວກ​ມົ້ງປ່ານີ້ ກໍ​ໄດ້​ຊ່ວຍ​ຮົບ​ຢູ່​ທີ່​ບ້ານຮ່ວມເກົ້າ​ນີ້ນ໋ະ ​ມັນບໍ່​ເໝາະສົມ​ທີ່ລັດຖະບານ​ໄທ ແລະ ​ເຈົ້າໜ້າທີ່​ໄທ ຈະ​ເຮັດ ຈັ່ງຊີ້ກັບ​ພວກ​ມົ້ງປ່າ.

ໃນ​ປະຈຸ​ບັນ ຍັງ​ຄົງ​ເຫລືອ​ຊາວ​ມົ້ງ​ເກືອບ 5.000 ຄົນ ທີ່​ພັກ​ອາ​ໃສ​ຢູ່ສູນຮອງຮັບ ຊົ່ວຄາວບ້ານ​ຫ້ວຍ ​ນ້ຳຂາວ ຊຶ່ງ​ທາງ​ການລາວ ​ແລະໄທໄດ້​ຕັ້ງ​ເປົ້າໝາຍວ່າຈະ​ສົ່ງ​ພວກ​ເຂົາ​ເຈົ້າກັບ​ຄືນ​ໄປລາວ ​ແລະ ຮັບ​ເອົາ​ໃຫ້​ໄດ້​ທັງໝົດ ພາຍ​ໃນ​ທ້າ​ຍປີນີ້ຕໍ່​ໄປ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກ ໃນວັນທີ 21 ພຶດສະພາ 2009


XS
SM
MD
LG