ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ປ. ມູກາເບ ປະເຊີນໜ້າ ກັບການຟ້ອງ ບໍ່ເອົາຫົວຊາ ກັບເສັ້ນຕາຍ ໃຫ້ລາອອກ


ປະທານາທິບໍດີ ຊິມບາເວ ທ່ານ Robert Mugabe ຖະແຫລງ ຕໍ່ປະເທດຊາດ ທີ່ທຳນຽບປະທານາທິບໍດີ ໃນນະຄອນ Harare ປະເທດ Zimbabwe ທີ 19 ພະຈິກ 2017.

ບັນ​ດາ​ສະມາຊິກສະພາ ​ໃນ Zimbabwe ມີ​ແຜນ​ທີ່ຈະດຳ​ເນີນ​ການຮ້ອງ​ຟ້ອງປະທາ
ນາທິບໍດີ​ທີ່ປົກຄອງປະເທດຍາວ​ນານ ທ່ານ Robert Mugabe ໃນ​ວັນ​ອັງ​ຄານ​ມື້​ນີ້
ຫລັງ​ຈາກ​ທ່ານ​ບໍ່ເອົາ​ຫົວຊາ​ກັບເສັ້ນ​ຕາຍ​ ໃຫ້ທ່ານ​ລາ​ອອກ​ຈາກ​ຕຳ​ ແໜ່​ງ.

ບັນດາ​ສະມາຊິກພັກ Zanu-PF ທີ່ເປັນພັກລັດຖະບານ ປົກຄອງປະເທດໃນເວ
ລານີ້ ​ໄດ້​ສະ​ແດງຄວາມ​ຫວັງອອກມາວ່າ ຂັ້ນຕອນນີ້ ອາດ​ຈະເສັດ​ສິ້ນລົງ​ພາຍ​ໃນ​ນຶ່ງ
​ອາ​ທິດ.

ການ​ເຄື່ີອນ​ໄຫວ​ຮ້ອງ​ຟ້ອງ​ຮວມທັງ ການ​ກ່າວ​ຫາ​ໃຊ້​ອຳນາດ​ເຖື່ອນທີ່​ແຕ່ງ​ຕັ້ງ​ໃຫ້ ພັນ​ລະ
​ຍາ​ຂອງ​ທ່ານ ທ່ານ​ນາງ Grace Mugabe ​ເປັນ​ຜູ້​ສືບທອດ​ໜ້າ​ທີ່ແທນທ່ານ. ທ່ານ
Mugabe ​ເອົາ​ບາດ​ກ້າວ​ດັ່ງກ່າວ ​ຫຼັງ​ຈາກ​ໄດ້​ປົດນາຍທະຫານ ​ທີ່ ເປັນວິລະບຸຣຸດທີ່ມີ​ຊື່
ສຽງ ​ແລະ​ອະດີດ​ຮອງ​ປະທານາທິບໍດີ ທ່ານ Emmerson Mnangagwa ອອກຈາກ
ຕຳແໜ່ງ.

ຢູ່​ໃນ​ຖະ​ແຫລ​ງການ​ໃ​ນວັນ​ອັງຄານ​ມື້​ນີ້ ທ່ານ Mnangage ກ່າວ​ວ່າ ປະຊາຊົນ
Zimbawe ​ໄດ້​ກ່າວ​ອອກ​ມາ ​ແລະໄດ້​ຮຽກຮ້ອງ​ໃຫ້ ທ່່ານ Mugabe ລາ​ອອກ​ຈາກ​ຕຳ
​ແໜ່​ງ “​ເພື່ອ​ວ່າ​ປະ​ເທດ​ຊາດຈະສາມາດ​ເຄື່ອນ​ໄຫວ​ໄປ​ໜ້າໄດ້.”

ທ່ານ Mnangawa ​ໄດ້​ກ່າວ​ເພີ້​ມ​ອີກ​ວ່າ ທ່ານ​ຈະ​ບໍ່​ກັບ​ຄືນປະ​ເທດ ຈົນ​ກວ່າ​ວ່າ​ທ່ານ​
ສາມາດ​ຈະຮັບປະກັນ​ກ່ຽວກັບຄວາ​ມປອດໄພ​ຂອງ​ທ່ານ.

ທ່ານ Mugabe ອາຍຸ 93 ປີ ບໍ່​ໄດ້​ສະ​ແດງໃຫ້​ເຫັນເຖິງຮ່ອງ​ຮອຍແຫ່ງ​ຄວາມ​ເຕັມ​ໃຈ ​ທີ່
ຈະ​ລາ​ອອກ​ຈາກຕຳ​ແໜ່​ງ ທີ່​ທ່ານໄດ້​ກຳມາ​ເປັນເວລາ​ສີ່​ທົດ​ສະ​ວັດ ​ແລະ​ໄດ້​ວາງ​ແຜນ​ທີ່​
ຈະຈັດ​ກອງ​ປະຊຸມ​ຄະນະ​ລັດຖະບານໃນ​ວັນ​ອັງຄານ​ມື້​ນີ້.

ທ່ານ Mugabe ໄດ້ຖືກກັກບໍລິເວນ ມາແຕ່ອາທິດແລ້ວ ເວລາພວກທະຫານ ເຂົ້າຍຶດ
ສະຖາບັນທີ່ສຳຄັນໆຕ່າງໆຂອງປະເທດ.

ປະຊາຊົນຊິມບັບເວ ກຳລັງເບິ່ງໂທລະພາບ ຖະແຫລງການຂອງ ປະທານາທິບໍດີ Robert Mugabe ຢູ່ທີ່ບາດື່ມເຫລົ້າໃນເມືອງ Harare ປະເທດ Zimbabwe.
ປະຊາຊົນຊິມບັບເວ ກຳລັງເບິ່ງໂທລະພາບ ຖະແຫລງການຂອງ ປະທານາທິບໍດີ Robert Mugabe ຢູ່ທີ່ບາດື່ມເຫລົ້າໃນເມືອງ Harare ປະເທດ Zimbabwe.

​ສະມາຊິກ​ພັກ ZANU-PF ​ໄດ້​ຕັ້ງ​ເສັ້ນ​ຕາຍໃຫ້​ທ່ານ Mugabe ຢູ່​ກອງ​ປະຊຸມ​ໃນວັນ​ອາ
ທິດທີ່​ຜ່ານ​ມາ ບ່ອນ​ທີ່ເຂົາເຈົ້າ​ຍັງ​ໄດ້​ປົດທ່ານ ​ອອກຈາກ​ຫົວໜ້າ​ພັກ ​ແລະ​ໄດ້​ເລືອກ​ເອົາ
ທ່ານ Mnangagwa ​ເປັນ​ຜູ້ນຳ​ຄົນ​ໃໝ່.

​ໃ​ນນະຄອນຫລວງ ວໍ​ຊິງ​ຕັນ ​ເຈົ້າ​ໜ້າ​ທີ່​ກະຊວງຕ່າງປະ​ເທດ​ກ່າວ​ວ່າ “ອະນາ​ຄົດ​ຂອງ Zimbabwe ຕ້ອງ​ພິຈາລະນາ ​ແລະ​ສ້າງ​ຕັ້ງ​ໂດຍ​ປະຊາຊົນ Zimbabwe” ​ແລະ​
ສະຫະລັດ​ໃຫ້ການ​ສະໜັບສະໜູນ​ຕໍ່ໄປລະ​ຂ້າມ​ຜ່ານ​ໄປສູ່ ປະຊາທິປະ​ໄຕ​ຂອງ​ປະ​ເທດ
ດັ່ງກ່າວ.

ເວລານັ້ນເປັນຮອງປະທານາທິບໍດີ Emmerson Mnangagwa ຕ້ອນຮັບບັນດາຜູ້ສະໜັບສະໜູນ ທີ່ຫ້ອງການພັກ ZANU-PF ໃນເມືອງ Harare ປະເທດ Zimbabwe.
ເວລານັ້ນເປັນຮອງປະທານາທິບໍດີ Emmerson Mnangagwa ຕ້ອນຮັບບັນດາຜູ້ສະໜັບສະໜູນ ທີ່ຫ້ອງການພັກ ZANU-PF ໃນເມືອງ Harare ປະເທດ Zimbabwe.

ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “​ແມ່ນຫຍັງກໍຕາມທີ່ເປັນການຈັດແຈງ​ໄລ
ຍະ​ສັ້ນ​ ທີ່ລັດຖະບານ Zimbabwe ​ອາດໄດ້ຕັ້ງ​ເອົາໄວ້ ເສັ້ນທາງ​ໄປ​ໜ້າ ຕ້ອງ​ນຳໄປສູ່

ສະຕີໝາຍເລກນຶ່ງ ທ່ານນາງ Grace Mugabe, ຂວາ, ເຫັນຢູ່ກັບ ສາມີ ປະທານາທິບໍດີ Robert Mugabe.
ສະຕີໝາຍເລກນຶ່ງ ທ່ານນາງ Grace Mugabe, ຂວາ, ເຫັນຢູ່ກັບ ສາມີ ປະທານາທິບໍດີ Robert Mugabe.

ການເລືອກຕັ້ງທີ່​ເສລີ ​ແລະທ່ຽງ​ທໍາ ອັນ​ທີ່​ປະຊາຊົນ Zimbabwe ມີ​ສິດ​ເສລີ​ໃນ​ການ
ເຕົ້າ​ໂຮມໂດຍປາດ​ສະ​ຈາກ​ການ​ລົບ​ກວນແຊກແຊງ ​ແລະ​ສະແດງຄວາມ​ຄິດຄວາມ
ເຫັນ​ຂອງເຂົາ​ເຈົ້າ ໂດຍປາດ​ສະ​ຈາກ​ຄວາມ​ຢ້ານ​ກົວ ເລືອກ​ເອົາ​ບັນດາ​ຜູ້ນຳເຂົາ​ເຈົ້າໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Zimbabwe's President Clings to Power After Being Sacked As Ruling Party Leader
please wait

No media source currently available

0:00 0:03:20 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG