ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເຊເລັນສກີ ປະຕິຍານວ່າ ຢູເຄຣນ ຈະເປັນສ່ວນນຶ່ງຂອງ ສະຫະພາບຢູໂຣບ


ແຟ້ມພາບ - ປະທານາທິບໍດີ ຢູເຄຣນ ໂວໂບດີເມຍ ເຊເລັນສກີ, ຂວາ, ແລະ ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີເລເຢນ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວໃນນະຄອນຫຼວງ ກິຢິບຂອງຢູເຄຣນ, ວັນທີ 4 ພະຈິກ 2023
ແຟ້ມພາບ - ປະທານາທິບໍດີ ຢູເຄຣນ ໂວໂບດີເມຍ ເຊເລັນສກີ, ຂວາ, ແລະ ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີເລເຢນ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວໃນນະຄອນຫຼວງ ກິຢິບຂອງຢູເຄຣນ, ວັນທີ 4 ພະຈິກ 2023

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ປະຕິຍານໃນວັນອັງຄານວານນີ້ວ່າ ປະເທດຂອງທ່ານຈະກາຍເປັນສະມາຊິກຂອງສະຫະພາບຢູໂຣບ. ຄຳເຫັນຂອງທ່ານ ມີຂຶ້ນນຶ່ງມື້ກ່ອນໜ້າລາຍງານນຶ່ງ ແມ່ນມີກຳນົດທີ່ຈະຖືກພິມອອກເຜີຍແຜ່ໃນວັນພຸດມື້ນີ້ ກ່ຽວກັບຄວາມຄືບໜ້າຂອງການສະໝັກເຂົ້າເປັນສະມາຊິກສະຫະພາບຢູໂຣບຂອງປະເທດທ່ານ.

ສ່ວນຄວາມຄືບໜ້າຂອງການສະໝັກເປັນສະມາຊິກ ຂອງປະເທດ ໂມລໂດວາ ແລະຈໍເຈຍ ຈະຍັງຖືກນຳຂຶ້ນມາພິຈາລະນາໃນບົດລາຍງານໂດຍຄະນະກຳມາທິການຂອງຢູໂຣບ.

ສະຫະພາບຢູໂຣບ ໄດ້ອະນຸມັດໃຫ້ສະຖານະການສະໝັກເປັນສະມາຊິກຂອງຢູເຄຣນ ໃນເດືອນມິຖຸນາ ປີ 2022 ແລະໄດ້ລະບຸເງື່ອນໄຂຈຳນວນນຶ່ງໄວ້ສຳລັບການຮັບເຂົ້າເປັນສະມາຊິກ ທີ່ລວມທັງການແກ້ໄຂເລື້ອງການສໍ້ລາດບັງຫຼວງທີ່ແຜ່ຫຼາຍ ແລະການປະຕິຮູບດ້ານຕຸລາການ ໃນປະເທດ.

ທ່ານເຊເລັນສກີ ໄດ້ຊີ້ໃຫ້ເຫັນເຖິງບາດກ້າວຕ່າງໆທີ່ຢູເຄຣນ ໄດ້ເຮັດໄປແລ້ວ ແລະໄດ້ຮັບຮູ້ວ່າ ຍັງມີວຽກງານອີກຫຼາຍທີ່ຕ້ອງໄດ້ເຮັດສຳລັບປະເທດ ທີ່ຈະ “ປັບໃຫ້ເຂົ້າກັບມາດຕະຖານຂອງສະຫະພາບຢູໂຣບ.”

ນອກຈາກນັ້ນ ດ້ານການທູດໄດ້ເກີດຂຶ້ນລະຫວ່າງບັນດາປະເທດຂອງຢູໂຣບກັບຢູເຄຣນ ຂຍະນະທີ່ ເຮືອບິນລົບອາຍພົ່ນ F-16 ຫ້າລຳ ທຳອິດກໍໄດ້ຖືກສົ່ງໄປໃຫ້ໂດຍປະເທດເນເທີແລນ ໂດຍຜ່ານຖານທັບອາກາດໃນໂຣມາເນຍ ບ່ອນທີ່ພວກເຮືອບິນທັງຫຼາຍນີ້ ຈະຖືກນຳໃຊ້ເພື່ອການຝຶກແອບສຳລັບນັກບິນຂອງຢູເຄຣນ ແລະໂຣມາເນຍ ອີງຕາມກະຊວງປ້ອງກັນປະເທດຂອງເນເທີແລນ.

Ukrainian President Volodymyr Zelenskyy vowed Tuesday that his country would become a member of the European Union. His remarks came a day before a report is scheduled to be published Wednesday on the progress of the country's candidacy to the EU.

The progress of candidate countries Moldova and Georgia will also be addressed in the report by the European Commission.

The EU granted Ukraine candidate status in June 2022 and outlined several conditions for admittance, including addressing widespread corruption and judicial reforms in the country.

Zelenskyy pointed to the strides Ukraine has made and acknowledged that more work was needed for the country to "adapt to EU standards."

Further diplomacy took place between European nations and Ukraine, as the first of five F-16 fighter jets was sent by the Netherlands to an air base in Romania, where the planes will be used in training for Ukrainian and Romanian pilots, according to the Dutch Defense Ministry.

XS
SM
MD
LG