ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ G7 ປະ​ຕິ​ຍານ​ການ​ສະ​ໜັບ​ສະ​ໜູນ​ຄັ້ງ​ໃໝ່​ສຳ​ລັບ ຢູ​ເຄ​ຣນ ແລະ ສະ​ຫະ​ລັດ ສັນ​ຍາ​ຊ່ວຍ​ເຫຼືອ​ລະ​ບົບ​ປ້ອງ​ກັນທາງ​ອາ​ກາດ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ, ຊ້າຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌, ຂວາ ໃນ​ໜ້າ​ຈໍ, ເຂົ້າ​ຮ່ວມກອງ​ປະ​ຂຸມ​ທາງວິ​ດີ​ໂອ​ຂອງ​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ 7 ປະ​ເທດ ແລະ ຢູ​ເຄ​ຣນ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ຕຸ​ລາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ, ຊ້າຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌, ຂວາ ໃນ​ໜ້າ​ຈໍ, ເຂົ້າ​ຮ່ວມກອງ​ປະ​ຂຸມ​ທາງວິ​ດີ​ໂອ​ຂອງ​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ 7 ປະ​ເທດ ແລະ ຢູ​ເຄ​ຣນ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ຕຸ​ລາ 2022.

ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ 7 ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດ​ ຫຼື G-7 ທີ່​ປະ​ຊຸມກັນ​ເມື່ອ​ວັນ​ອັງ​ຄານ​ວານນີ້​ໃນ​ກອງ​ປະ​ຊຸມ​ວິ​ກິດ​ການ​ຜ່ານ​ທາງວິ​ດີ​ໂອກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ໄດ້​ສັນ​ຍາ​ວ່າ​ເຂົາ​ເຈົ້າ​ຈະ “ຢືນ​ຄຽງ​ຂ້າງ​ຢ່າງ​ເດັດ​ດ່ຽວ​ກັບ ຢູ​ເຄ​ຣນ ດົນ​ເທົ່າ​ທີ່​ມັນຈະເປັນ” ຫຼັງ​ຈາກ ຣັດ​ເຊຍ ໄດ້​ສືບ​ຕໍ່​ການ​ລະ​ດົມ​ຍິງ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ ໃສ່​ເມືອງ​ຕ່າງໆ​ຂອງ ຢູ​ເຄ​ຣນ.

ບັນ​ດາ​ຜູ້​ນຳ G-7 ໄດ້​ກ່າວໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງຫຼັງ​ຈາກ​ການ​ປະ​ຊຸມ​ຜ່າ​ນ​ທາ​ງ​ໄກວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ປະ​ກັນ​ຕໍ່​ທ່ານ ເຊ​ເລັນ​ສ​ກີ ວ່າ​ເຂົາ​ເຈົ້າ “ບໍ່​ໄດ້​ຢ້ານ ແລະ ແນ່ວ​ແນ່ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ທີ່​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຢູ​ເຄ​ຣນ ເພື່ອ​ສະ​ໜັບ​ສະ​ໜູນ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ​ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ເຂົາ​ເຈົ້າ.” ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ຢ່າງບໍ່​ໄຈ້​ແຍກ​ຕໍ່​ປະ​ຊາ​ກອນ​ພົນ​ລະ​ເຮືອນ​ທີ່​ບໍ​ລິ​ສຸດໂດຍ​ມົ​ສ​ກູ ແມ່ນ​ເທົ່າ​ກັບ​ອາ​ຊະ​ຍາ​ກຳ​ສົງ​ຄາມ.”

ບັນ​ດາ​ຜູ້​ນຳ G-7 ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ນຳ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ແລະ ຜູ້​ທີ່​ຮັບ​ຜິດ​ຊອບ​ມາ​ລົງ​ໂທດ.” ກຸ່ມ 7 ປະ​ເທດ ປະ​ກອບ​ມີ ສະ​ຫະ​ລັດ, ເຢຍ​ຣະ​ມັນ, ອັງ​ກິດ, ຝ​ຣັ່ງ, ອິ​ຕາ​ລີ, ກາ​ນາ​ດາ ແລະ ຍີ່​ປຸ່ນ.

ທ່າມ​ກາງ​ການ​ຂົ່ມ​ຂູ່​ທີ່​ດຳ​ເນີນ​ຢູ່​ຂອງ​ທ່ານ ປູ​ຕິນ ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ນັ້ນ, ກຸ່ມ 7 ປະ​ເທດ ໄດ້​ກ່າວ​ຢ້ຳ​ວ່າ​ເຂົາ​ເຈົ້າ​ຈະ “ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຕາມ​ມາ​ຢ່າງ​ຮ້າຍ​ແຮງ​ໂດຍ​ກົງ” ຖ້າ ມົ​ສ​ກູ ໃຊ້​ອາ​ວຸດ​ທຳ​ລາຍ​ລ້າງ, ແຕ່ບໍ່​ໄດ້​ກ່າວ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ທາງ​ທະ​ຫານ​ໂດຍ​ກົງ​ໃນ ຢູ​ເຄ​ຣນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ສິ່ງ​ທີ່​ລະ​ບຸ​ໃຫ້​ເຫັນ​ວ່າ​ທ່ານ ປູ​ຕິນ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ ແລະ ກ່າວ​ຢ້ຳ​ວ່າ​ມັນ​ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ທ່າ​ທີ​ດ້ານ​ນິວ​ເຄ​ລຍ​ຂອງ ສະ​ຫະ​ລັດ.

ທ່ານ ຈອນ ເຄີ​ບີ, ຜູ້​ປະ​ສານ​ງານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດສຳ​ລັບ​ການ​ສື່​ສານ​ດ້ານ​ຍຸດ​ທະ​ສາດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ, ສະ​ຫະ​ລັດ ບໍ່​ໄດ້​ພິ​ຈາ​ລະ​ນາ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ທີ່​ນ້ອຍກວ່າ ແລະ ທຳ​ລາຍ​ລ້າງ​ໜ້ອຍກວ່າ​ອາ​ວຸດ​ນິວ​ເຄ​ລຍ​ຍຸ​ທະ​ວິ​ທີ​ໄປ ຢູ​ເຄ​ຣນ.

ທ່ານໄດ້​ກ່າວ​ວ່າ “ມັນ​ບໍ່​ມີ​ຄວາມ​ສົນ​ໃຈ​ຢ່າງ​ແນ່ນອນ​ຈາກ​ຟາກ​ຂອງ​ເຮົາ ແລະ ຈາກ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ທີ່​ຈະ​ເຫັນ​ສົງ​ຄາມ​ນີ້​ຮຸນ​ແຮງ​ເຖິງ​ຂັ້ນ​ໃຊ້​ອາ​ວຸດ​ທຳ​ລາຍ​ລ້າງ​ເລີຍ.”

ຣັດ​ເຊຍ ແມ່ນ​ຄາດ​ວ່າ​ມີ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ດັ່ງ​ກ່າວນີ້ 2,000 ລູກ, ລວມ​ທັງ​ບາງ​ລູກ​ທີ່​ນ້ອຍຫຼາຍ ແລະ ສາ​ມາດ​ພົກ​ພາ​ໄດ້ ທີ່​ເຂົາ​ເຈົ້າ​ກ່າວອ້າງ​ເຖິງ​ມັນ​ວ່າ ເປັນ “ລະ​ເບີດ​ກະ​ເປົາ​ເດີນ​ທາງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG