ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລັນສກີ ຮ້ອງຂໍຕໍ່ບັນດາພັນທະມິດ ວ່າ 'ເຄື່ອງມືໃນການທໍາລາຍລ້າງ ແມ່ນມີຄວາມຕ້ອງການຢູ່ທີ່ແນວຫນ້າ ໃນຕອນນີ້'


ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ ກ່າວ​ໃນ​ເວລາ​ໃຫ້​ສໍາພາດ​ກັບອົງການຂ່າວ AFP ທີ່​ທຳນຽບປະທານາທິບໍດີ​ໃນ​ນະຄອນ ກີຢິບ ​ໃນ​ວັນ​ທີ 17 ພຶດສະພາ 2024 ທ່າມກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ. (ຮູບພາບໂດຍ Roman PILIPEY / AFP)
ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ ກ່າວ​ໃນ​ເວລາ​ໃຫ້​ສໍາພາດ​ກັບອົງການຂ່າວ AFP ທີ່​ທຳນຽບປະທານາທິບໍດີ​ໃນ​ນະຄອນ ກີຢິບ ​ໃນ​ວັນ​ທີ 17 ພຶດສະພາ 2024 ທ່າມກາງ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ. (ຮູບພາບໂດຍ Roman PILIPEY / AFP)

ໃນ​ການ​ກ່າວ​ປາ​ໄສ​ທາງ​ວີ​ດີ​ໂອ​ປະຈຳ​ຕອນ​ກາງຄືນ​ ​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ​ໄດ້​ຮ້ອງ​ຂໍ​ອີກເທື່ອນຶ່ງ ໃຫ້​ສົ່ງອາວຸດ​ເຂົ້າມາຮອດໃນ​ທັນທີ ​ໃນ​ຂະນະ​ທີ່​ປະ​ເທດ​ຂອງ​ທ່ານ​ຍັງ ຕໍ່ສູ້​ເພື່ອ​ເອົາ​ຊະນະຣັດ​ເຊຍ​ ຢ່າງຕໍ່ເນື່ອງ.

ໃນຂະນະທີ່ບາງປະເທດ, ລວມທັງສະຫະລັດ, ໄດ້ສັນຍາວ່າ ຈະສະໜອງອາວຸດແລະອຸປະກອນການທະຫານອື່ນໆ ໃຫ້, ແຕ່ການມາຮອດຢູເຄຣນຂອງພວກມັນ ແມ່ນຊ້າຫຼາຍ. ທ່ານ ເຊເລັນສກີ ເຊິ່ງໄດ້ພົບກັບເຈົ້າຫນ້າທີ່ປ້ອງກັນປະເທດຂອງທ່ານ ໃນຊ່ວງຕອນເຊົ້າຂອງມື້ນັ້ນ ກ່າວວ່າມັນມີຄວາມຈໍາເປັນທີ່ປະເທດຕ່າງໆ ທີ່ສະຫນັບສະຫນູນຢູເຄລນ ຈະຕ້ອງເຂົ້າໃຈວ່າ "ເຄື່ອງມືໃນການທໍາລາຍລ້າງ ແມ່ນມີຄວາມຕ້ອງການຢູ່ທີ່ແນວຫນ້າ ໃນຕອນນີ້, ໃນອາທິດນີ້, ບໍ່ແມ່ນໃນຊ່ວງລະດູຮ້ອນ."

​ໃນ​ຂະນະ​ດຽວ​ກັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຣັດ​ເຊຍ​ໄດ້​ເລີ່​ມດຳ​ເນີນ “ການ​ຝຶກ​ຊ້ອມ​ພາກ​ປະຕິບັດ​ໃນ​ການ​ກະກຽມ ​ແລະ ການ​ນຳ​ໃຊ້​ອາວຸດ​ນິວ​ເຄຼຍທີ່​ບໍ່​ແມ່ນ​ປະເພດຍຸດ​ທະ​ສາດ.

ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ສັ່ງໃຫ້ມີການຊ້ອມລົບໃນຕົ້ນເດືອນນີ້ ໃນ "ການຕອບໂຕ້ ຕໍ່ການຖະແຫຼງການທີ່ເປັນການ​ກະ​ຕຸ້ນ​ແລະ​ການ​ຂົ່ມ​ຂູ່ຈາກ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕາ​ເວັນ​ຕົກ” ກະຊວງກ່າວ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູເອລ ມາກຣົງ (Emmanuel Macron) ກ່າວ​ວ່າ NATO ບໍ່​ຄວນ​ປະຕິ​ເສດ​ການ​ສົ່ງກຳລັງ​ທະຫານ​ໄປ​ຢູ​ເຄຣນ, ​ໃນ​ຂະນະ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ທ່ານ ເດວິດ ແຄເມີຣອນ (David Cameron) ກ່າວ​ວ່າ ຢູ​ເຄຣນ ມີ​ສິດ​ທີ່ຈະຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ເຂົ້າ​ສູ່​ດິນ​ແດນຂອງຣັດ​ເຊຍ.

In his nightly video address on Tuesday, Ukrainian President Volodymyr Zelenskyy again made a plea for the immediate arrival of weapons as his country continues its battle to beat back Russia.

While some countries, including the U.S., have promised weapons and other military equipment, their arrival in Ukraine has been slow. Zelenskyy, who met with his defense officials earlier in the day, said it is imperative that countries supporting Ukraine understand “the means of destruction that are needed at the front right now, in these weeks, not sometime in the summer.”

Meanwhile, Russia has begun “practical training in the preparation and use of nonstrategic nuclear weapons,” its Defense Ministry said Tuesday.

Russian President Vladimir Putin ordered the drills earlier this month in "response to

provocative statements and threats by Western officials,” the ministry said.

French President Emmanuel Macron has said NATO should not rule out deploying troops to Ukraine, while British Foreign Minister David Cameron has said Ukraine has the right to fire Western missiles into Russian territory.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG