ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ບອກຊາວອາເມຣິກັນວ່າ ເງິນຂອງພວກທ່ານ ບໍ່ແມ່ນເພື່ອການກຸສົນ


ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ, ກ່າວປາໄສຢູ່ໃນກອງປະຊຸມ​ຮ່ວມຄົບຄະນະຂອງສະພາ ຢູ່ໃນຫ້ອງປະຊຸມຂອງຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ທັນວາ ປີ 2022.
ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ, ກ່າວປາໄສຢູ່ໃນກອງປະຊຸມ​ຮ່ວມຄົບຄະນະຂອງສະພາ ຢູ່ໃນຫ້ອງປະຊຸມຂອງຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ທັນວາ ປີ 2022.

ປະທານາທິບໍດີໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້ກ່າ​ວ​ຄຳ​ປາ​ໄຕໍ່ສະມາຊິກສະພາສະຫະລັດ ແລະພົບປະກັບປະທານາທິບໍດີ ໂຈ ໄບເດັນ ໃນວັນພຸດທີ່ຜ່ານມາ ໃນການຢ້ຽມຢາມສະຫະລັດທີ່ໜ້າຕື່ນເຕັ້ນເພື່ອ​ຮ້ອງ​ຂໍການ​ຊ່ວຍ​ເຫຼືອຈາກ​ປະ​ເທດ​ພາ​ຄີນາໆຊາດລະດັບສູງ​ ສຳ​ລັບ​ສືບ​ຕໍ່​ໃຫ້ສະໜັບສະໜຸນກອງທັບຂອງທ່ານ, ພ້ອມທັງຊ່ວຍເຫຼືອດ້ານເສດຖະກິດ ຂອງຢູເຄຣນ ໃນການຕໍ່ສູ້ຕ້ານການຮຸກຮານຂອງຣັດເຊຍ. ຫົວໜ້ານັກຂ່າວປະຈໍາທໍານຽບຂາວ ແພດຊີ ວີດາກຸສວາຣາ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ໃຫ້ການຕ້ອນຮັບປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຢູ່ທີ່ທໍານຽບຂາວໃນວັນພຸດທີ່ຜ່ານມາ, ເຊິ່ງເປັນການຢ້ຽມຢາມທີ່ບໍ່​ຄາດ​ຄິດ ເພື່ອສົ່ງຂໍ້ຄວາມ ໄປເຖິງປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ທີ່ວ່າ ສະຫະລັດຈະຍັງຢູ່ທີ່ນັ້ນກັບຢູເຄຣນ ດົນເທົ່າກັບສົງຄາມຍັງຄົງດຳ​ເນີນຢູ່.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ພະຍາຍາມໃຊ້ລະດູໜາວເປັນອາວຸດ, ແຕ່ປະຊາຊົນຊາວຢູເຄຣນ ຍັງຄົງເປັນແຮງບັນດານໃຈ ໃຫ້ຊາວໂລກຢູ່ຕໍ່ໄປ. ຂ້າພະເຈົ້າຈິງໃຈໝາຍຄວາມວ່າດັ່ງນັ້ນ, ພວກເຂົາເຈົ້າບໍ່ເປັນພຽງແຕ່ແຮງບັນດານໃຈໃຫ້ແກ່ພວກເຮົາ ແຕ່ພວກເຂົາເຈົ້າຍັງເປັນແຮງບັນດານໃຈໃຫ້ກັບປະຊາຄົມຢູ່ໃນທົ່ວໂລກ ດ້ວຍຄວາມກ້າຫານຂອງພວກເຂົາເຈົ້າ ແລະວິທີການທີ່ພວກເຂົາເຈົ້າ​ປັບ​ຕົວ ແລະ​ຕັດ​ສິນ​ໃຈ ເພື່ອຟື້ນຟູ ພ້ອມທັງແກ້ໄຂບັນຫາຕ່າງໆໃນອະນາຄົດຕໍ່ໜ້າແນວໃດ.”

Your Money is Not Charity, Zelenskyy Tells Americans
please wait

No media source currently available

0:00 0:02:18 0:00

ທ່ານເຊເລັນສກີ ກ່າວຂອບໃຈ ທ່ານໄບເດັນ, ພ້ອມກັນນັ້ນທ່ານກໍຍັງໄດ້ມອບຫຼຽນໄຊກ້າຫານ ເຊິ່ງເປັນຂອງກອງທັບຢູເຄຣນ, ​ຮ້ອຍ​ເອກ​ບັງ​ຄັບ​ໜ່ວຍ​ຍິງ​ລູກ​ສອນ​ໄຟ HIMARS ທີ່ມອບໃຫ້ໂດຍສະຫະລັດ.

ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຢູເຄຣນ ກ່າວວ່າ:

“ລາວເປັນຜູ້ທີ່ກ້າຫານຫຼາຍ. ແລະລາວກໍໄດ້ກ່າວອີກວ່າ ​ຂໍໃຫ້ສິ່ງນີ້ແກ່ປະທານາ ທິບໍດີທີ່ກ້າຫານ, ພ້ອມກັນນີ້ ຂ້າພະເຈົ້າກໍຕ້ອງການ ມອບຫຼຽນໄຊກ້າ​ຫານ​ຂອງ ກອງ​ທັບນີ້ ໃຫ້ແກ່ທ່ານ.”

ໃນຂະນະທີ່ ທ່ານເຊເລັນສກີ ເດີນທາງມາຮອດດິນແດນສະຫະລັດ, ເຊິ່ງເປັນຝຸ່ນດິນນອກປະເທດທໍາອິດຂອງທ່ານ ນັບຕັ້ງແຕ່ ຣັດເຊຍ ໄດ້ເລີ້ມຕົ້ນເຂົ້າມາຮຸກຮານປະເທດໃນເດືອນກຸມພາ, ໂດຍສະຫະລັດ ໄດ້ປະກາດການຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງຈໍານວນ 1 ຕື້ 850 ລ້ານໂດລາ ໃຫ້ແກ່ຢູເຄຣນ ເພີ້ມເຕີມ, ລວມທັງລະບົບປ້ອງກັນໄພ​ທາງ​ອາ​ກາດລູກ​ສອນ​ໄຟ​ແພັ​ທ​ທ​ຣີ​ອັອ​ສ ທີ່ຈະຊ່ວຍຕໍ່ຕ້ານລູກສອນໄຟຂອງຣັດເຊຍ, ເຊິ່ງເປັນການເຄື່ອນໄຫວທີ່ມົສກູຮ້ອງວ່າ “ເປັນການທ້າທາຍ.”

ໃນວັນພຸດທີ່ຜ່ານມາ, ທ່ານປູຕິນ ກ່າວວ່າ ຣັດເຊຍ “ບໍ່ມີຫຍັງທີ່ຈະຕໍາໜິກ່ຽວກັບສົງຄາມ.”

ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍເຊເລັນສກີ ຖືທຸງຊາດສະຫະລັດ ເຊິ່ງໄດ້ມອບໃຫ້ທ່ານໂດຍປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ໃນລະຫວ່າງການປະຊຸມຄົບຄະນະຂອງສະພາສະຫະລັດ ຢູ່ທີ່ຫ້ອງປະຊຸມຂອງຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ທັນວາ, 2022.
ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍເຊເລັນສກີ ຖືທຸງຊາດສະຫະລັດ ເຊິ່ງໄດ້ມອບໃຫ້ທ່ານໂດຍປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ໃນລະຫວ່າງການປະຊຸມຄົບຄະນະຂອງສະພາສະຫະລັດ ຢູ່ທີ່ຫ້ອງປະຊຸມຂອງຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ທັນວາ, 2022.

ທ່ານວລາດີເມຍ ປູຕິນ, ປະທານາທິບໍດີຂອງ ຣັດເຊຍ ກ່າວເປັນພາສາຣັດເຊຍວ່າ:

“ໃນທາງທີ່ກົງກັນຂ້າມກັນ, ນີ້ແມ່ນຜົນສະຫຼຸບຂອງນະໂຍບາຍປະເທດຕ່າງໆ, ແລະປະເທດທີສາມ, ເພື່ອພະຍາຍາມຕໍ່ສູ້ມາເລື້ອຍໆເພື່ອສິ່ງນີ້ ໄປສູ່ການພັງທະລາຍລົງ ໃນໂລກຂອງຣັດເຊຍ.”

ໃນຄໍາປາໄສກ່ອນການປະຊຸມຄົບ​ຄະ​ນະຂອງສະພາ, ທ່ານເຊເລັນສກີ ໄດ້ຮ້ອງຂໍຕໍ່ສະມາຊິກສະພາສະຫະລັດ ເຊິ່ງກໍາລັງໂຕ້ແຍ້ງກັນກ່ຽວກັບເງິນຊ່ວຍເຫຼືອສຸກເສີນໃຫ້ແກ່ຢູເຄຣນ 45 ຕື້ໂດລາ, ໂດຍຈະເປັນເງິນທີ່ຊາວອາເມຣິກັນຊ່ວຍເຫຼືອໃນຊ່ວງສົງຄາມຫຼາຍກວ່າ 100 ຕື້ໂດລາ.

ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີ ຂອງ ຢູເຄຣນ ກ່າວວ່າ:

“ເງິນຂອງພວກທ່ານບໍ່ແມ່ນເພື່ອການກຸສົນ, ແຕ່ມັນເປັນການລົງທຶນໃນດ້ານຄວາມໝັ້ນຄົງ ແລະປະຊາທິປະໄຕຂອງໂລກ ທີ່ພວກເຮົາກໍາລັງຈັດການໃນທິດທາງຂອງຄວາມຮັບຜິດຊອບສູງທີ່ສຸດ.”

ເມື່ອບໍ່ດົນມານີ້ ການສໍາຫຼວດຄວາມຄິດເຫັນຂອງສະພານະຄອນຊິຄາໂກພົບວ່າ ໃນລະຫວ່າງທີ່ປະຊາຊົນຊາວອາເມຣິກັນ 65 ເປີເຊັນຍັງຄົງໃຫ້ການສະໜັບສະໜຸນຕໍ່ສະຫະລັດກ່ຽວກັບການຊ່ວຍເຫຼືອແກ່ປະເທດຢູເຄຣນ, ພວກເຂົາເຈົ້າແຍກອອກສໍາລັບຄໍາວ່າ “ດົນນານເທົ່າທີ່ສົງຄາມຍັງຄົງດໍາເນີນຢູ່” ແລະຕ້ອງການໃຫ້ລັດຖະບານວໍຊິງຕັນ ​ຮຽກ​ຮ້ອງ​ໃຫ້ກີຢິບ ທຳ​ການ​ແກ້​ໄຂ​ເພື່ອ​ສ້າງສັນຕິພາບໃຫ້ໄວທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້.

President Volodymyr Zelenskyy addressed U.S. lawmakers and met with President Joe Biden Wednesday on Wednesday in a dramatic visit to the United States to rally his top international partner to sustain its military and economic assistance in Ukraine’s fight against the Russian invasion. White House Bureau Chief Patsy Widakuswara has this report.

President Joe Biden welcomed President Volodymyr Zelenskyy at the White House on Wednesday, in a surprise visit designed to send a message to Russian President Vladimir Putin that the United States will be there for Ukraine for as long as it takes.

President Joe Biden

"He's (Russian President Vladimir Putin) trying to use winter as a weapon, but the Ukrainian people continue to inspire the world. I mean that sincerely. Not just inspire us but inspire the world with their courage and how they have chosen their resilience and resolve for the future."

Zelenskyy thanked Biden and gave him a Cross for Military Merit medal that belonged to a Ukrainian soldier, captain of a HIMARS battery given by the U.S.

Volodymyr Zelenskyy, Ukrainian President

“He's very brave. And he said, give it to very brave president. And I want to give you that, the Cross for Military Merit.”

As Zelenskyy touched down on U.S. soil on his first trip abroad since the Russian invasion began in February, the U.S. announced $1.85 billion in additional security assistance for Ukraine, including the Patriot defense system that will help protect against Russian missiles – a move Moscow calls “provocative.”

On Wednesday, Putin said Russia has "nothing to be blamed for" on the war.

Vladimir Putin, Russian President, Russian

“On the contrary, this is the result of the policy of other countries, third countries, which have always striven for this, towards the disintegration of the Russian world.”

In remarks before a joint meeting of Congress, Zelenskyy appealed to U.S. lawmakers who are debating another $45 billion in emergency aid to Ukraine, which would bring the total American wartime assistance to more than $100 billion.

Volodymyr Zelenskyy, Ukrainian President

“Your money is not charity. It is an investment in the global security and democracy that we handle in the most responsible way.”

A recent Chicago Council poll finds that while 65% of Americans continue to support U.S. assistance to Ukraine, they’re split between supporting for “as long as it takes” and wanting Washington to urge Kyiv to settle for peace as soon as possible.

XS
SM
MD
LG