ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຕ້ອງ​ຕິຣັດເຊຍ ຢູ່ທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ


ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນຂະນະທີ່ນັ່ງຢູ່ຂ້າງທ່ານຟູມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນກອງປະຊຸມ ກ່ຽວກັບວິກິດການໃນຢູເຄຣນ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ, ວັນທີ 20 ກັນຍາ 2023
ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນຂະນະທີ່ນັ່ງຢູ່ຂ້າງທ່ານຟູມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນກອງປະຊຸມ ກ່ຽວກັບວິກິດການໃນຢູເຄຣນ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ, ວັນທີ 20 ກັນຍາ 2023

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້​ປາກົດຕົວ ກ່ອນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນວັນພຸດວານນີ້ ເປັນເທື່ອທຳອິດ ນັບຕັ້ງແຕ່ການຮຸກຮານຂອງຣັດເຊຍ ເພື່ອຮ້ອງ​ຂໍການສະໜັບສະໜູນຕໍ່ປະເທດຂອງທ່ານ ແລະກ່າວຫາຣັດເຊຍວ່າ ໄດ້ດຳເນີນ “ການຮຸກຮານທາງອາຍາ ແລະ ບໍ່ມີເຫດຜົນ” ເຊິ່ງທຳລາຍບັນດາມາດຕະຖານຂອງສົງຄາມ ແລະ ກົດ​ບັດຂອງ​ສະຫະປະ​ຊາ​ຊາດ​.

​ໃນ​ລະຫວ່າງ​ການປະຊຸມ​ທີ່ຂ້ອນຂ້າງ​ຂັດ​ແຍ່ງ​ກັນ, ທ່ານເຊເລັນສກີ ​ໄດ້​ຊຸກຍູ້ໃຫ້ມີການດຳເນີນການ, ເຊິ່ງລວມເຖິງ​ການ​ປະກອບ​ອາວຸດ​ໃຫ້​ຢູ​ເຄຣນ ​ແລະ ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່ຣັດ​ເຊຍ.

ທ່ານເຊເລັນສກີ ກ່າວ​ວ່າ “ການ​ຊ່ວຍ​ເຫຼືອ​ຢູ​ເຄຣນ ດ້ວຍ​ອາວຸດ​ໃນການປະຕິບັດການ​ຄັ້ງ​ນີ້, ​ໂດຍ​ການວາງມາດຕະການ​ລົງ​ໂທດ ​ແລະ ການ​ກົດ​ດັນ​ຢ່າງຮອບດ້ານ​ຕໍ່​ຜູ້​ຮຸກ​ຮານ, ພ້ອມກັບ​ລົງ​ຄະ​ແນນ​ສຽງເພື່ອລົງ​ມະຕິ​ທີ່​ກ່ຽວຂ້ອງ, ​ຈະ​ໝາຍ​ເຖິງ​ການ​ຊ່ວຍ​ປົກປ້ອງ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ.

ສະພາໄດ້ປະຊຸມກັນຫຼາຍ​ຄັ້ງ ​ແລະ​ໄດ້​ລົງ​ຄະ​ແນນ​ສຽງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ນັບ​ແຕ່​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ ເມື່ອ 19 ​ເດືອນ​ກ່ອນ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ວັງເຄຣມລິນ ຖອນ​ທະຫານ​ອອກ​ຈາກ​ຢູ​ເຄຣນ, ​ເຖິງ​ແມ່ນ​ວ່າຈະ​ຍັງ​ບໍ່​ສາມາດ​ດຳ​ເນີນ​ການ​ໃດໆ ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວໄດ້​ເນື່ອງຈາກ​ຣັດ​ເຊຍໄດ້​ມີ​ການ​ຄັດຄ້ານ ກໍຕາມ.

ທ່ານເຊເລັນສກີ ຮຽກຮ້ອງ​ໃຫ້​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ຢູ​ເຄຣນ, ​ໂດຍ​ເນັ້ນຢໍ້າ​ວ່າ ຂໍ້​ສະ​ເໜີ​ສັນຕິພາບ​ຂອງ​ທ່ານເຊ່ິງ​ເລີ່​ມຕົ້ນ​ດ້ວຍ​ການ​ຍຶດໝັ້ນ​ໃນ​ກົດ​ບັດ​ທີ່​ຮັບປະກັນອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ 193 ປະ​ເທດ​ສະມາຊິກ​ຂອງສະຫະ​ປະຊາ​ຊາດ.

ກ່ອນ​ການ​ປະຊຸມ, ​ໄດ້​ມີ​ການ​ຄາດ​ຄະ​ເນ​ວ່າ ທ່ານເຊເລັນສກີ ​ແລະ ນັກ​ການ​ທູດ​ລະ ດັບ​ສູງ​ຂອງຣັດ​ເຊຍ, ທ່ານເຊີເກ ລາວຣອຟ (Sergey Lavrov) ຈະ​ປະ​ເຊີນ​ໜ້າ​ກັນ, ອະພິປາຍກັນ ຫຼື​ພຽງ​ແຕ່​ຫຼີກ​ລ່ຽງກັນ​ແລະ​ກັນ. ແຕ່ທ່ານເຊເລັນສກີ ໄດ້ອອກຈາກສະພາທັນທີ ຫຼັງຈາກການກ່າວຄຳປາໄສຂອງທ່ານ.

ຢ່າງໃດກໍຕາມ, ໄດ້ມີການແລກປ່ຽນຄໍາເວົ້າທີ່ຮ້ອນແຮງ, ໃນຂະນະທີ່ກອງປະຊຸມໄດ້ເລີ້ມຂຶ້ນ ກ່ອນທີ່ທ່ານລາວຣອຟ ຈະມາຮອດ. ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍປະຈຳສະຫະປະຊາຊາດ ທ່ານວາສຊີລີ ເນເບນເຊຍ (Vassily Nebenzia) ໄດ້ປະທ້ວງການ​ຕັດສິນ​ໃຈ ​ຂອງ​ນາຍົກລັດຖະມົນຕີອາລເບເນຍ ທ່ານເອດີ ຣາມາ (Edi Rama) ທີ່​ອະນຸຍາດ​ໃຫ້​ທ່ານເຊເລັນສກີ ກ່າວ​ຄຳ​ປາ​ໄສ​ຕໍ່​ໜ້າ​ສະມາຊິກ​ສະພາ 15 ທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG