ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຈະ​​ນຳສະ​ເໜີ​ແຜນ​ການ​ໄຊ​ຊະ​ນະ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຂອງ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ສະ​ພາ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ກີ​ຢິບ.
ປະ​ທາ​ນາ​ທິ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ສະ​ພາ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ກີ​ຢິບ.

ປະ​ທານ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ຄາດ​ວ່າ​ຈະ​ເປີດ​ເຜີຍ​ “ແຜນ​ການ​ໄຊ​ຊະ​ນະ” ທີ່​ລໍ​ຖ້າ​ເປັນ​ຢ່າງ​ສູງ​ຂອງ​ທ່ານ ຕໍ່​ສະ​ພາ​ແຫ່ງ​ຊາດ ຢູ​ເຄ​ຣນ ໃນ​ວັນ​ພຸດ​ມື້ນີ້, ຫຼັງ​ຈາກ​ໄດ້​ປຶກ​ສ​າ​ຫາ​ລື ກ່ຽວ​ກັບ ມັນ​ກັບ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ທີ່​ສຳ​ຄັນ​ຂອງ​ທ່ານ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ສຸກ​ເສີນຫຼາຍ​ຄັ້ງ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ.

ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ ຣັດ​ເຊຍ ເຄື່ອນ​ເຂົ້າ​ໄປ​ໃນ​ພາກ​ຕາ​ເວັນ​ອອກ ແລະ ການ​ຂາດ​ແຄນ​ໄຟ​ຟ້າ​ໃນ​ຊ່ວງ​ລະ​ດູ​ໜາວ​ໃກ້​ຈະ​ເກີດ​ຂຶ້ນ​ນັ້ນ, ຜູ້​ນຳ ຢູ​ເຄ​ຣນ ກ່າວ​ວ່າ ແຜນ​ການ​ດັ່ງ​ກ່າວ ເຊິ່ງ​ລວມ​ມີ​ການ​ຂໍ​ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ກຸ່ມກອງ​ທັບ NATO ນັ້ນ, ຈະ​ບັງ​ຄັບ​ໃຫ້ ມົ​ສ​ກູ ເຈ​ລະ​ຈາ​ການ​ສິ້ນ​ສຸດ​ສົງ​ຄາມ​ດ້ວຍ​ຄວາມ​ສຸດ​ຈະ​ລິດ.

ລາຍ​ລະ​ອຽດ​ທີ່​ແນ່ນອນ​ຂອງ​ແຜນ​ການ​ດັ່ງ​ກ່າວ​ນັ້ນ​ແມ່ນບໍ່​ເປັນ​ທີ່​ຮູ້​ຈັກ, ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ກ່ອນ​ໜ້ານີ້​ໄດ້​ຊີ້​ໃຫ້​ເຫັນ​ວ່າ ມັນ​ຈະ​ລວມ​ມີ​ການ​ຂໍ​ໃຫ້​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ເພີ່ມ​ການ​ສະ​ໜອງ​ອາ​ວຸດ ແລະ ອະ​ນຸ​ມັດ​ການ​ໂຈມ​ຕີ​ໄລ​ຍະ​ໄກ​ເຂົ້າ​ໄປ​ໃນ ຣັດ​ເຊຍ.

ຫຼັງ​ຈາກ​ສົງ​ຄາມ​ທີ່​ແກ່​ຍາວ​ມາ​ດົນ​ສອງ​ປີ​ເຄິ່ງ, ຄຳ​ປາ​ໄສ​ຂອງ​ທ່ານ ເຊ​ເລັນ​ສ​ກີ ຕໍ່​ສະ​ພາ​ແຫ່ງ​ຊາດ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ແນ​ເປົ້າ​ເພື່ອ​ຊັກ​ຊວນ​ສາ​ທາ​ລະ​ນະ​ທີ່​ອິດ​ເມື່ອຍ​ຂອງ ຢູ​ເຄ​ຣນ ວ່າ ສົງ​ຄາມ​ອາດ​ສິ້ນ​ສຸດລົງ​ໄວໆ​ນີ້ ແລະ ບັ​ນ​ເທົາ​ຄວາມ​ຢ້າ​ນ​ກົວ​ທີ່​ວ່າ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຕາ​ເວັນ​ຕົກ​ແມ່ນ​ກຳ​ລັງຫຼຸດ​ລົງ​ຢ່າງວ່ອງ​ໄວ.

ຢູ​ເຄ​ຣນ ໄດ້​ປະ​ເຊີນ​ກັບ​ຊ່ວງ​ເວ​ລາ​ທີ່ບໍ່​ແນ່ນອນ​ກ່ອນ​ການ​ເລືອກ​ຕັ້ງ​ ສະ​ຫະ​ລັດ ໃນ​ວັນ​ທີ 5 ພະ​ຈິກນີ້ ທີ່​ອາດ​ເຮັດ​ໃຫ້​ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຄືນ​ໄປ​ສູ່​ທຳ​ນຽບ​ຂາວ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ດັ່ງ​ກ່າວ ໄດ້​ສັນ​ຍາ​ທີ່​ຈະ​ສິ້ນ​ສຸດ​ສົງ​ຄາມ​ຢ່າງວ່ອງ​ໄວ ກ່ອນ​ເຂົ້າ​ກຳ​ຕຳ​ແໜ່ງ ຖ້າ​ທ່ານ​ໄດ້​ຊະ​ນະ, ເຊິ່ງ​ແມ່ນ​ຄວາມ​ຄິດ​ທີ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ກີ​ຢິບ ຢ້ານ​ວ່າ​ອາດ​ປະ​ກອບ​ມີ​ການ​ຜ່ອນ​ຜັນ​ຄັ້ງ​ໃຫຍ່ ໃນ​ແງ່​ຂອງ​ຂໍ້​ຕົກ​ລົງ​ທີ່​ໄວ.

ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຍັງ​ບໍ່​ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ວ່າ ຄຳ​ປາ​ໄສ​ຂອງ​ທ່ານ ເຊ​ເລັນ​ສ​ກີ ຈະ​ເກີດ​ຂຶ້ນ​ໃນ​ວັນ​ພຸດມື້ນີ້ ຫຼື ກ່າວ​ວ່າ​ມັນ​ຈະ​ເປັນ​ຈັກ​ໂມງ.

ແຕ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ​ເຊັ່ນ​ທ່ານ​ນາງ ໄອ​ຣີ​ນາ ເກ​ຣາ​ສ​ເຊັນ​ໂກ ໄດ້​ກ່າວ​ວ່າ ເພື່ອ​ນ​ຮ່ວມ​ສະ​ພາ​ໄດ້​ຖືກບອກ​ໃຫ້​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ ສຳ​ລັບ​ການ​ປະ​ຊຸມ​ທີ່ບໍ່​ໄດ້​ຖືກວາງ​ແຜນ​ໄວ້ ແລະ ວ່າ​ມັນ​ບໍ່​ໄດ້​ເປັນ​ຄວາມ​ລັບ​ອີກ​ຕໍ່​ໄປ​ທີ່​ທ່ານ ເຊ​ເລັນ​ສ​ກີ​ ຈະ​ນຳ​ສະ​ເໜີ​ແຜນ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

President Volodymyr Zelenskiy was expected to unveil his much anticipated "Victory Plan" to the Ukrainian parliament on Wednesday, after discussing it with his key Western allies during a set of quickfire trips in recent weeks.

As Russian troops advance in the east and a bleak winter of power shortages looms, the Ukrainian leader says the plan, which includes seeking an invitation to join the NATO military bloc, would force Moscow to negotiate an end to the war in good faith.

The exact details of the plan are not known, but Ukrainian officials have previously suggested it includes a request to the West to step up weapons supplies and to authorise longer-range strikes into Russia.

After two-and-a-half years of war, Zelenskiy's speech to parliament will likely aim to persuade an exhausted Ukrainian public that the war can be ended soon and allay fears that Western support is rapidly ebbing.

Ukraine faces a precarious moment ahead of a Nov. 5 U.S. election that could return Donald Trump to the White House.

The Republican former president has pledged to rapidly end the war before entering office if he wins, an idea that Kyiv's supporters fear would involve big concessions in the name of a quick deal.

The president's office has not confirmed officially that the Zelenskiy speech will happen on Wednesday or said what time it will be.

But opposition lawmakers such as Iryna Gerashchenko said fellow MPs had been told to attend parliament for an unplanned session and that it was no longer a "secret" that Zelenskiy would present the plan.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG