ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກເຢຍຣະມັນ ກ່າວວ່າ ປະເທດຕາເວັນຕົກ 'ພ້ອມແລ້ວສຳລັບການເຈລະຈາທີ່ເອົາຈິງເອົາຈັງ' ກັບຣັດເຊຍ ກ່ຽວກັບຄວາມປອດໄພຂອງຢູໂຣບ


ບາບນີ້ ຖ່າຍ ແລະຖືກເປີດເຜີຍ ໂດຍໜ່ວຍງານການຂ່າວຂອງປະທານາທິບໍດີ ຢູເຄຣນ ສະແດງໃຫ້ເຫັນ ປະທານາທິບໍດີ ໂວໂລດີເມຍ ເຊເລນສກີ ຕ້ອນຮັບ ນາຍົກລັດຖະມົນຕີ ເຢຍຣະມັນ ໂອລາຟ ໂຊລສ໌ ກ່ອນໜ້າເຂົ້າຮ່ວມກອງປະຊຸມ ຢູ່ໃນນະຄອນຫຼວງກີຢິບ ເມື່ອວັນທີ 14 ກຸມພາ 2022.
ບາບນີ້ ຖ່າຍ ແລະຖືກເປີດເຜີຍ ໂດຍໜ່ວຍງານການຂ່າວຂອງປະທານາທິບໍດີ ຢູເຄຣນ ສະແດງໃຫ້ເຫັນ ປະທານາທິບໍດີ ໂວໂລດີເມຍ ເຊເລນສກີ ຕ້ອນຮັບ ນາຍົກລັດຖະມົນຕີ ເຢຍຣະມັນ ໂອລາຟ ໂຊລສ໌ ກ່ອນໜ້າເຂົ້າຮ່ວມກອງປະຊຸມ ຢູ່ໃນນະຄອນຫຼວງກີຢິບ ເມື່ອວັນທີ 14 ກຸມພາ 2022.

ນາຍົກລັດຖະມົນຕີເຢຍຣະມັນ ໂອລາຟ ໂຊລສ໌ ໄດ້ກ່າວໃນວັນຈັນວານນີ້ ວ່າ ບັນດາປະເທດຕາເວັນຕົກ “ແມ່ນພ້ອມແລ້ວ ສຳລັບການເຈລະຈາທີ່ເອົາຈິງເອົາຈັງກັບຣັດເຊຍກ່ຽວກັບເລື້ອງຄວາມປອດໄພຂອງຢູໂຣບ” ແຕ່ກໍຍັງຫາທາງເພື່ອໃຫ້ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ຫລຸດຜ່ອນການຂົ່ມຂູ່ໃນການບຸກລຸກທີ່ໃກ້ຈະເກີດຂຶ້ນຂອງທ່ານລົງ.

ທ່ານໂຊລສ໌ ໄດ້ສະເໜີເປີດໂອກາດໃໝ່ ໃຫ້ວັງເຄຣມລິນ ຫຼັງຈາກທີ່ໄດ້ພົບປະກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໃນນະຄອນ ຫຼວງກີຢິບ ທັງໆທີ່ສະຫະລັດ ແລະບັນດາປະເທດພັນທະມິດ ໄດ້ເຕືອນວ່າ ທ່ານປູຕິນ ສາມາດເປີດສາກບຸກໂຈມຕີຢູເຄຣນ ໄດ້ ພາຍໃນບໍ່ເທົ່າໃດວັນ ດ້ວຍການຍິງລູກສອນໄຟ ແລະການຖິ້ມລະເບີດ ຕິດຕາມດ້ວຍການບຸກທາງພາກພື້ນດິນ.

ບໍ່ມີຄວາມເຫັນໃດໆເລີຍຈາກຣັດເຊຍ ກ່ຽວກັບຂໍ້ສະເໜີຂອງທ່ານໂຊລສ໌. ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ ໄດ້ສະເໜີແນະຕໍ່ທ່ານປູຕິນ ວ່າ ໃຫ້ທ່ານສືບຕໍ່ເຈລະຈາ ກັບສະ ຫະລັດແລະປະເທດສະມາຊິກຂອງອົງການເນໂຕ້ ເຖິງແມ່ນວ່າ ປະເທດຕາເວັນ ຕົກ ໄດ້ປະຕິເສດຕໍ່ຂໍ້ຮຽກຮ້ອງຕົ້ນຕໍຂອງທ່ານປູຕິນ ທີ່ຖ້າວ່າ ເປັນໄປໄດ້ບໍ່ຢາກໃຫ້ຢູເຄຣນ ເຂົ້າເປັນສະມາຊິກໃນພັນທະມິດທາງທະຫານ ຂອງອົງການເນໂຕ້.

ເຈົ້າໜ້າທີ່ຂອງອົງການເນໂຕ້ ທ່ານນຶ່ງທີ່ຂຽນອີເມລຫາວີໂອເອ ໄດ້ອະທິບາຍເຖິງລັກສະນະໃນການປະເຊີນໜ້າກັນທີ່ເຄັ່ງຕຶງນີ້ ເປັນ “ຊ່ວງເວລາທີ່ອັນຕະ ລາຍສຳລັບຄວາມປອດໄພຂອງຢູໂຣບ. ບັນຫາຂັດແຍ້ງຄັ້ງໃຫຍ່ໃນຢູເຄຣນ ທີ່ອາດຈະເຫັນການພັດພາກຈາກຖິ່ນຖານຂອງປະຊາຊົນຈຳນວນຫຼວງຫຼາຍທີ່ພາ ກັນຫລີກ​ລ່ຽງການສູ້ລົບກັນ. ຍັງມີເວລາຢູ່ທີ່ຈະຫລີກເວັ້ນຄວາມທຸກທໍລະມານເຊັ່ນນັ້ນ. ຕ້ອງໄດ້ເຮັດທຸກສິ່ງທຸກຢ່າງ ເພື່ອທີ່ຈະຫລີກເວັ້ນຜົນກະທົບຕໍ່ພົນລະເຮືອນແບບນີ້ໄດ້.”

ທ່ານເຊເລນສກີ ໄດ້ກ່າວຄຳປາໄສ ໃນວີດີໂອຕໍ່ປະເທດຊາດ ເມື່ອວັນຈັນວານນີ້ ວ່າ ທ່ານໄດ້ຍິນ ການເຄື່ອນໄຫວທາງທະຫານຂອງຣັດເຊຍນັ້ນ ອາດເລີ້ມຂຶ້ນໃນວັນພຸດມື້ອື່ນນີ້ແລະໄດ້ກ່າວວ່າ ທ່ານກ່າວອ້າງເອົາມື້ນັ້ນ ເປັນວັນແຫ່ງຄວາມສາມັກຄືຂອງຊາດ. ທ່ານບໍ່ໄດ້ບອກວ່າ ທ່ານໄດ້ຂໍ້ມູນນັ້ນ ແນວໃດ.

ທຳນຽບຂາວ ໄດ້ກ່າວວ່າ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ໂອ້ລົມກັບນາຍົກລັດຖະມົນຕີອັງກິດ ບໍຣິສ ຈັນສັນ ກ່ຽວກັບຄວາມພະຍາຍາມຂອງພວກເພິ່ນ ເພື່ອທີ່ຈະຍົກລະດັບ “ທ່າທີປ້ອງກັນ” ຂອງກອງກຳລັງພັນທະມິດ ຢູ່ທາງກ້ຳຕາເວັນອອກ ທີ່ໃກ້ທີ່ສຸດກັບຣັດເຊຍ.

ໃນຂະນະດຽວກັນ ດ້ວຍໄພຂົ່ມຂູ່ຂອງການບຸກໂຈມຕີຂອງຣັດເຊຍ ຕໍ່ກີຢິບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ສະຫະລັດ ພວມຍົກຍ້າຍກິດຈະການຕ່າງໆຂອງສະຖານທູດຕົນໄປທີ່ເມືອງລວີບ (Lviv) ທາງກ້ຳຕາເວັນຕົກຂອງຢູເຄຣນ ໃກ້ກັບຊາຍແດນຂອງໂປແລນ ເປັນການຊົ່ວຄາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG