ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກການເມືອງ ຝ່າຍຄ້ານ ຂອງຊິມບັບເວ ຖືກເນລະເທດ ຫຼັງຈາກ ແຊມເບຍ ປະຕິເສດ ການຂໍລີ້ໄພ


ທ່ານ ເທັນໄດ ບີຕີ ນັກການເມືອງຝ່າຍຄ້ານຂອງຊິມບັບເວ ທັງເປັນຫົວໜ້າພັກປະຊາຊົນ ເພື່ອປະຊາທິປະໄຕ (People’s Democratic Party) ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ໃນນະຄອນຫຼວງ ຮາຣາເຣ, ວັນທີ 14 ກໍລະກົດ 2018, ຜູ້ທີ່ໄດ້ຫລົບໜີ ໄປປະເທດເພື່ອນບ້ານ ແຊມເບຍ ໃນການສະແຫວງຫາການຂໍລີ້ໄພ.
ທ່ານ ເທັນໄດ ບີຕີ ນັກການເມືອງຝ່າຍຄ້ານຂອງຊິມບັບເວ ທັງເປັນຫົວໜ້າພັກປະຊາຊົນ ເພື່ອປະຊາທິປະໄຕ (People’s Democratic Party) ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ໃນນະຄອນຫຼວງ ຮາຣາເຣ, ວັນທີ 14 ກໍລະກົດ 2018, ຜູ້ທີ່ໄດ້ຫລົບໜີ ໄປປະເທດເພື່ອນບ້ານ ແຊມເບຍ ໃນການສະແຫວງຫາການຂໍລີ້ໄພ.

ບັນດາທະນາຍຄວາມ ຂອງທ່ານ ເທັນໄດ ບີຕີ ນັກການເມືອງຝ່າຍຄ້ານຂອງຊິມບັບເວ
ກ່າວວ່າ ຜູ້ກ່ຽວໄດ້ຖືກເນລະເທດ ກັບໄປບ້ານເກີດຂອງເພິ່ນ ຫຼັງຈາກທີ່ທາງການ ຂອງ
ປະເທດ ແຊມເບຍ ທີ່ເປັນປະເທດເພື່ອນບ້ານນັ້ນ ໄດ້ປະຕິເສດການຂໍລີ້ໄພຂອງ ທ່ານ
ບີຕີ.

ທ່ານ ກີລເບີຕ ຟີຣີ ກ່າວວ່າ ທ່ານ ບີຕີ ໄດ້ຖືກນຳໂຕສົ່ງໃຫ້ຕຳຫຼວດຊິມບັບເວ ໃນວັນ
ພະຫັດມື້ນີ້ ໂດຍທີ່ບໍ່ເອົາຫົວຊານຳ ຄຳສັ່ງຂອງສານ ໃຫ້ຢຸດການເນລະ ເທດທ່ານບີຕີ
ນັ້ນ.

ທ່ານ ບີຕີ ເປັນນຶ່ງໃນເກົ້າ ສະມາຊິກ ພັນທະມິດ ຂອງພັກ ຂະບວນການປ່ຽນແປງໄປ
ສູ່ປະຊາທິປະໄຕ ຫຼືເອີ້ນຫຍໍ້ວ່າ MDC ທີ່ທາງການຕຳຫຼວດ ຊິມບັບເວ ຕ້ອງການຕົວ
ໃນການຍຸແຍ່ໃຫ້ເກີດຄວາມຮຸນແຮງ ຫຼັງຈາກການເລືອກຕັ້ງເມື່ອສັບປະດາແລ້ວນີ້
ເຊິ່ງກຸ່ມພັນທະມິດ ພັກ MDC ອ້າງວ່າ ເປັນການເລືອກຕັ້ງ ທີ່ສໍ້ໂກງ ເຂົ້າຂ້າງປະທາ
ນາທິບໍດີ ເອັມເມີສັນ ເອັມນັງກາວາ.

ທ່ານ ບີຕີ ໄດ້ຈັດກອງປະຊຸມຖະແຫລງຂ່າວ ໃນມື້ກ່ອນທີ່ປະທານາທິບໍດີເອັມ ນັງກາວາ
ໄດ້ຖືກປະກາດ ເປັນຜູ້ຊະນະ ແລະອ້າງວ່າ ຜູ້ນຳພັກ MDC ທ່ານ ແນລສັນ ຊຈາມີຊາ
ໄດ້ຊະນະການລົງຄະແນນສຽງ ໃນວັນທີ 30 ກໍລະກົດ ຜ່ານມານັ້ນ. ໃນເວລາ ພວກ
ສະໜັບສະໜຸນຂອງທ່ານ ຊຈາມີຊາ ໄດ້ພາກັນລົງສູ່ຖະໜົນຫົນທາງ ໃນວັນຕໍ່ມາ ເພື່ອ
ປະທ້ວງຕໍ່ຜົນການເລືອກຕັ້ງ ທີ່ເປັນທາງການ. ຕຳຫຼວດຈຶ່ງໄດ້ຕອບໂຕ້ ດ້ວຍການໃຊ້
ແກັສນ້ຳຕາ ແລະການຍິງດ້ວຍລູກປືນແທ້ ທີ່ໄດ້ສັງຫານ 6 ຄົນ.

ທ່ານ ເອັນກູລູເລໂກ ຊີບານດາ ໂຄສົກ ຂອງກຸ່ມພັນທະມິດ ພັກ MDC ໄດ້ກ່າວຕໍ່ວີໂອເອ ໃນວັນ ພຸດວານນີ້ ວ່າ ພວກເຈົ້າໜ້າທີ່ອາວຸໂສ ຂອງພັກຫຼາຍໆຄົນ ໄດ້ພາກັນຫລົບໜີໄປລີ້ ໂດຍຢ້ານວ່າ ຈະຖືກຈັບກຸມ ຫຼື ຖືກລັກພາໂຕໄປ ຕັ້ງແຕ່ມີການເລືອກຕັ້ງ, ວັນທີ 8 ສິງຫາ 2018.
ທ່ານ ເອັນກູລູເລໂກ ຊີບານດາ ໂຄສົກ ຂອງກຸ່ມພັນທະມິດ ພັກ MDC ໄດ້ກ່າວຕໍ່ວີໂອເອ ໃນວັນ ພຸດວານນີ້ ວ່າ ພວກເຈົ້າໜ້າທີ່ອາວຸໂສ ຂອງພັກຫຼາຍໆຄົນ ໄດ້ພາກັນຫລົບໜີໄປລີ້ ໂດຍຢ້ານວ່າ ຈະຖືກຈັບກຸມ ຫຼື ຖືກລັກພາໂຕໄປ ຕັ້ງແຕ່ມີການເລືອກຕັ້ງ, ວັນທີ 8 ສິງຫາ 2018.

ສ່ວນທ່ານ ເອັນກູລູເລໂກ ຊີບານດາ ໂຄສົກຂອງພັກ MDC ໄດ້ກ່າວຕໍ່ວີໂອເອ ໃນວັນ
ພຸດວານນີ້ ວ່າ ພວກເຈົ້າໜ້າທີ່ອາວຸໂສ ຂອງພັກຫຼາຍໆຄົນ ໄດ້ພາກັນຫລົບໜີໄປລີ້
ໂດຍຢ້ານວ່າ ຈະຖືກຈັບກຸມ ຫຼື ຖືກລັກພາໂຕໄປ ຕັ້ງແຕ່ມີການເລືອກຕັ້ງ.

ພັນທະມິດ ພັກ MDC ກຳລັງໂຕ້ແຍ້ງຜົນການເລືອກຕັ້ງທີ່ເປັນທາງການ ໂດຍກ່າວວ່າ
ຜູ້ສະໝັກຂອງຕົນ ຄື ທ່ານແນວສັນ ຊຈາມີຊາ ໄດ້ຊະນະ ດ້ວຍຄະ ແນນສຽງ 58 ເປີເຊັນ.

ສ່ວນທ່ານ ທາບານີ ເອັມໂປຟູ ທະນາຍຄວາມຂອງພັກຝ່າຍຄ້ານ ໄດ້ກ່າວຕໍ່ບັນດາ
ນັກຂ່າວ ໃນວັນພຸດວານນີ້ວ່າ ຕົນຈະຍື່ນຟ້ອງຕໍ່ສານ ເພື່ອຄັດຄ້ານ ພາຍໃນວັນສຸກນີ້
ທີ່ໄດ້ຖືກກຳນົດເປັນເສັ້ນຕາຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Lawyers for Zimbabwe opposition politician Tendai Biti say he has been deported to his native land after authorities in neighboring Zambia rejected his bid for asylum.

Gilbert Phiri says Biti was handed over to Zimbabwean police Thursday, ignoring a court order to halt his deportation.

Biti is one of nine members of the Movement for Democratic Change alliance wanted by Zimbabwe police for inciting violence following last week's presidential election, which the MDC alliance claims was rigged in favor of President Emmerson Mnangagwa.

Biti held a news conference the day before President Mnangagwa was declared the winner and claimed that MDC leader Nelson Chamisa had won the July 30 vote.When Chamisa's supporters took to the streets the next day to protest the official results, police responded by using tear gas and live fire, killing six people.

Nkululeko Sibanda, a spokesman for the MDC, told VOA Wednesday that many of its senior officials had gone into hiding, fearing arrests or abductions since the election.

The MDC alliance is challenging the official election results, saying that its candidate, Nelson Chamisa, won 56 percent of the vote.

Thabani Mpofu, the lawyer for the opposition, told reporters Wednesday that it would file a court challenge by the Friday deadline.

XS
SM
MD
LG