ໃນຊ່ວງລະດູຮ້ອນປີ 1993, ເດັກນ້ອຍ 46 ຄົນຈາກ ອິສຣາແອລ, ປາແລັສໄຕນ໌, ອີຈິບ ແລະ ອາເມຣິກາ ໄດ້ມາເຕົ້າໂຮມກັນທີ່ຄ້າຍແຫ່ງໜຶ່ງ ໃນລັດເມນ. ຄ້າຍນີ້ເປັນຄວາມຄິດລິເລີ່ມຂອງທ່ານ ຈອນ ວໍລາຊ ນັກຂ່າວ ແລະ ນັກຂຽນ ຜູ້ຕ້ອງການໃຫ້ໂອກາດເດັກນ້ອຍຈາກພື້ນທີ່ສົງຄາມ ໄດ້ສ້າງ ອະນາຄົດທີ່ໝັ້ນຄົງ ແລະ ປອດໄພ. ທ່ານ ເຈັບຟ ສວິດຄອດ ລາຍງານ, ເຊິ່ງ ພຸດທະສອນ ຈະລາຍລະອຽດມາສະເໜີທ່ານ.
ທຸກໆລະດູຮ້ອນ ເດັກນ້ອຍຈາກຂົງເຂດທີ່ມີຄວາມຂັດແຍ່ງໃນຕາເວັນອອກກາງ, ເອເຊຍກາງ ແລະ ສະຫະລັດ ອາເມຣິກາ ຈະມາເຕົ້າໂຮມກັນໃນສະຖານທີ່ທີ່ ງຽບສະຫງົບນີ້ໃນລັດເມນ ເພື່ອສ້າງຄວາມເຂົ້າໃຈ ແລະ ມິດຕະພາບ.
ນີ້ແມ່ນສ່ວນໜຶ່ງຂອງໂຄງການທີ່ເອີ້ນວ່າ "Seeds of Peace" (ແກ່ນພັນແຫ່ງສັນຕິພາບ)
ທ່ານນາງ ເອວາ ອາມົວດ ຫົວໜ້າດ້ານຜົນກະທົບຂອງໂຄງການ Seeds of Peace ກ່າວວ່າ
"ຂ້ອຍຄິດວ່າສຳລັບຫຼາຍຄົນ, ນີ້ເປັນຄັ້ງທຳອິດທີ່ພວກເຂົາໄດ້ມີໂອກາດພົບໜ້າກັນແບບແທ້ໆ, ມີການສົນທະນາກັນແບບຊ້າໆ ທີ່ຊ່ວຍໃຫ້ພວກເຂົາເຂົ້າໃຈປະສົບການຊີວິດທີ່ແຕກຕ່າງກັນໄດ້ດີຂຶ້ນ."
ເດັກນ້ອຍ ມັກມາຮອດຄ້າຍພ້ອມກັບອັກຄະຕິດ້ານລົບທັງໝົດ ບ່ອນທີ່ພົບ ໃນຊຸມຊົນທີ່ແບ່ງແຍກຂອງພວກເຂົາ.
ທ້າວ ແຊມສ ຮາເຟສ ຈາກປະເທດ ອີຈິບ ເຄີຍເປັນຜູ້ເຂົ້າຄ້າຍໃນປີ 2018 ແລະ ກັບມາປີນີ້ໃນຖານະທີປຶກສາຄ້າຍ.
ທ້າວ ແຊມສ ຮາເຟສ ກ່າວວ່າ
"ຂ້ອຍມາບ່ອນນີ້ ແລະ ໄດ້ພົບກັບຄົນເຫຼົ່ານັ້ນທີ່ຄວນຈະເປັນຄົນບໍ່ດີ ແລະ ຂ້ອຍຫຼິ້ນກິລາກັບພວກເຂົາ, ກິນເຂົ້ານຳກັນ, ເຮົາຮ້ອງໄຫ້ນຳກັນ, ພວກເຮົາຫົວຂວັນຮ່ວມກັນ ແລະ ສຳລັບຂ້ອຍ ນັ້ນເປັນສິ່ງທີ່ພິເສດຫຼາຍ."
ມີກິດຈະກຳຄ້າຍລະດູຮ້ອນທົ່ວໄປຫຼາຍຢ່າງ. ແຕ່ກໍ່ມີການປະຊຸມນ້ອຍໆປະຈຳ ວັນ ທີ່ຜູ້ເຂົ້າຮ່ວມສາມາດໂອ້ລົມກ່ຽວກັບຄວາມຂັດແຍ່ງທີ່ທຳລາຍຊຸມຊົນ ຂອງພວກເຂົາ. ທ່ານນາງ ອາມົວ ກ່າວວ່າມັນບໍ່ໄດ້ເປັນພຽງເລື່ອງສະໜຸກ ສະໜານ ແລະ ເກມເທົ່ານັ້ນ.
ທ່ານນາງ ເອວາ ອາມົວ ກ່າວວ່າ
"ທີ່ນີ້ເປັນສະຖານທີ່ີ່ທີ່ຍາກລຳບາກໃນຫຼາຍໆມື້. ມັນເປັນເລື່ອງຂອງອາລົມ, ມັນຍາກ ແລະ ມັນຈຳເປັນຕ້ອງເປັນແບບນັ້ນ ເພາະບັນຫາທີ່ພວກເຂົາກຳລັງ ຈັດການຢູ່ນັ້ນມັນເປັນເລື່ອງຈິງ."
ຜູ້ຈັດງານກ່າວວ່າເປົ້າໝາຍຄືການທຳລາຍອຸປະສັກ ແລະ ສ້າງມິດຕະພາບ ທີ່ຍືນຍົງ. ນາງ ອາລີຊາ ອາເມຍ ປາເວສ ອາຍຸ 18 ປີ ຈາກປາກິສຖານ ກ່າວວ່າ ລາວໄດ້ສ້າງມິດຕະພາບກັບໝູ່ເພື່ອນຮ່ວມຄ້າຍຈາກອິນເດຍ ຜ່ານຫ້ອງຮຽນເຮັດອາຫານງ່າຍໆ.
ນາງ ອາລີຊາ ອາເມຍ ປາເວສ ກ່າວວ່າ
"ລາວນຳເຄື່ອງເທດກັບມາຈາກບ້ານທີ່ຂ້ອຍບໍ່ໄດ້ນຳມາ. ດັ່ງນັ້ນ, ທຸກມື້ເຮົາຈະ ເວົ້າວ່າ 'ຂໍມາຊາລາສັບແນ່' ແບບວ່າ 'ຂ້ອຍຕ້ອງການຕອນນີ້ເລີຍ' ປະມານ ນັ້ນ."
ເຈົ້າໜ້າທີ່ກ່າວວ່າເມື່ອສ້າງຄວາມສຳພັນສ່ວນໂຕແລ້ວ ຜູ້ເຂົ້າຄ້າຍຈະເລີ່ມເບິ່ງ ຄວາມຂັດແຍ່ງໃນມຸມມອງທີ່ແຕກຕ່າງກັນອອກໄປ.
ໝູ່ຂອງນາງ ອາລີຊາ, ນາງ ອານັດຈອດ ຊາຈເດບ ອາຍຸ 15 ປີ ມາຈາກມຸມໄບ.
ນາງ ອານັດຈອດ ຊາຈເດບ ກ່າວວ່າ
"ສິ່ງທີ່ຕິດຢູ່ໃນໃຈຂ້ອຍແທ້ໆແມ່ນ ຄວາມຂັດແຍ່ງເປັນເລື່ອງທາງການເມືອງ ຫຼາຍກວ່າເລື່ອງຂອງຜູ້ຄົນໃນແຜ່ນດິນນັ້ນໆ."
ດ້ວຍເຫດຜົນດ້ານຄວາມປອດໄພໂຄງການ Seeds of Peace ຂໍໃຫ້ພວກເຮົາບໍ່ເວົ້າກັບເດັກນ້ອຍ ຈາກຕາເວັນອອກກາງ. ທ້າວ ຄາມານ ອັດມາສຮາຣາວີ ເປັນທີ່ປຶກສາຄ້າຍທີ່ໜີອອກມາຈາກສົງຄາມໃນກາຊາ.
ທ້າວ ຄາມານ ອັດມາສຮາຣາວີ ກ່າວວ່າ
"ການມາທີ່ນີ້ ແລະ ເວົ້າກ່ຽວກັບສັນຕິພາບເປັນຄວາມທ້າທາຍອັນໃຫຍ່ຫຼວງ ສຳລັບເດັກນ້ອຍ."
ນາງ ໂນອາມ ຊາຊມອນ ເປັນທີປຶກສາຄ້າຍຈາກອິສຣາແອລ.
"ຂ້ອຍຄິດວ່ານັ້ນເຮັດໃຫ້ມັນຍິ່ງຊັບຊ້ອນຂຶ້ນ, ຍິ່ງເຈັບປວດຂຶ້ນ."
ໂຄງການ Seeds of Peace ກ່າວວ່າການຄົ້ນຄວ້າຂອງພວກເຂົາສະແດງໃຫ້ ເຫັນວ່າ 80% ຂອງນັກຮຽນເກົ່າກວ່າ 8,000 ຄົນ ຍັງຄົງເຮັດວຽກຢ່າງຫ້າວ ຫັນ ເພື່ອປ່ຽນແປງຄວາມຂັດແຍ່ງ ແລະ ມີແຜນທີ່ຈະທຳການແລກປ່ຽນເພີ່ມຕື່ມ.
ທ່ານນາງ ເອວາ ອາມົວ ກ່າວວ່າ
"ຖ້າພວກເຮົາສາມາດສືບຕໍ່ເພີ່ມຄົນໃຫ້ຫຼາຍຂຶ້ນ ໃນກຸ່ມແບບນັ້ນ, ເຮັດວຽກຮ່ວມ ກັນຂ້າມພົມແດນ ພາຍໃນພົມແດນເພື່ອສ້າງໂລກແບບນັ້ນ, ບາງທີເຮົາອາດ ຈະເຫັນຈຸດປ່ຽນທີ່ເຮົາຕ້ອງການເພື່ອຫຼີກເວັ້ນຈາກຄວາມຮຸນແຮງແບບທີ່ເຮົາເຫັນໃນທຸກມື້ນີ້."
ອ່ານລາຍງານນີ້ເປັນພາສາອັງກິດ
Each summer kids from conflict regions in the Middle East, Central Asia, and U.S. gather in this quiet setting in the U.S. State of Maine to build understanding and friendship
“I think for many of them, this is the first time they're really able to meet face to face, to have the kinds of slow conversations that enable them to better understand their different lived experiences.”
Kids often arrive at the camp with all the negative stereotypes found in their segregated communities.
Shams Hafez of Egypt was a camper in 2018 and returned this year as a counselor.
“I come here, and I meet those people who were supposed to be bad and I play sports with them, I have meals with them, we cry together, we laugh together. And, for me that was very special.”
There are plenty of the usual summer camp activities. But there are also daily sessions where participants talk about conflicts that ravage their communities. Armour says it’s not all fun and games.
“This is a hard place to be in, on many days. It is emotional, it is difficult, and it needs to be because the issues that they’re dealing with are real.”
Organizers say the goal is to break barriers and build enduring friendships. 18-year-old Aleezah Aamir Parvez of Pakistan says she built a friendship with a fellow camper from India over a simple cooking class.
“She brought spices back from home that I didn’t bring. So, every meal we’d be like, give me the chopped masala, like, I need that right now and stuff like that.
Officials say once personal relationships are formed campers begin to see conflict in a different way.
Aleezah’s friend, 15-Year-old Anadjot Sachdev, is from Mumbai.
“What really stuck with me was like, one has got to be, conflict being more political than it is about the actual people of the land.”
For security reasons, Seeds of Peace asked us not to speak to kids from the Middle East. Kamal Almashharawi, is a camp counselor who escaped from the Gaza war.
“To come here and talk about peace is a huge challenge for kids.
Noam Chachmon is a camp counselor from Israel.
“I think that just made it even more complicated, even more painful.”
Seeds of Peace says their research indicates 80 percent of more than 8,000 alumni are still actively working to transform conflict. And there are plans to plant more seeds.
“If we can Continue to add more people to that kind of a collective, working together across borders within borders to create that kind of world, then perhaps we can see the kinds of tipping points that we need to avoid the kind of violence that we see today.”
ຟໍຣັມສະແດງຄວາມຄິດເຫັນ