ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານລັດຖະທຳມະນູນ ຕັດສິນປົດ ນາຍົກລັດຖະມົນຕີ ຜູ້ຍິງ ຄົນທຳອິດ ຂອງປະເທດໄທ (ສະ​ໄລ​ດ໌/​ວີ​ດີ​ໂອ)


ກຸ່ມຕໍ່ຕ້ານ ລັດຖະບານ ພາກັນອອກມາ ເດີນຂະບວນ ສະເຫຼີມ ສະຫຼອງ ພາຍຫຼັງຈາກ ສານລັດຖະທຳມະນູນ ຕັດສິນ ປົດທ່ານນາງ ຍິ່ງລັກ ຊິນນະວັດ.
ກຸ່ມຕໍ່ຕ້ານ ລັດຖະບານ ພາກັນອອກມາ ເດີນຂະບວນ ສະເຫຼີມ ສະຫຼອງ ພາຍຫຼັງຈາກ ສານລັດຖະທຳມະນູນ ຕັດສິນ ປົດທ່ານນາງ ຍິ່ງລັກ ຊິນນະວັດ.
ສານ​ລັດ​ຖະ​ທຳ​ມະນູນ ​ແຫ່ງ​ປະ​ເທດ​ໄທ ​ໄດ້​ຕັດສິນ ໃຫ້ນາຍົກ​
ລັດ​ຖະ​ມົນຕີຮັກສາ​ການ​ ຂອງ​ປະ​ເທດ ພ້ອມ​ດ້ວຍ ສະມາຊິກ
ບາງຄົນໃນ​ຄະນະ ລັດ​ຖະ​ບານ​ ຂອງທ່ານນາງ ຕ້ອງ​ລາອອກ
ຈາກຕຳ​ແໜ່​ງ ​ໃນ​ຂໍ້​ຫາ​ ໃຊ້​ອຳນາດ ​ໄປໃນ​ທາງ​ທີ່​ຜິດ. ກາ​ນ
ຕັດສິນ​ດັ່ງກ່າວ ມີຂຶ້ນຫຼັງຈາກ ໄດ້ເກີດ ສະພາບບໍ່ໄປບໍ່ມາ ທາງ
ດ້ານການເມືອງ ​ເປັນ​ເວລາຫຼາຍ​ໆ ເດືອນ​ມາແລ້ວ ​ແລະ ມີ​ຄວາມ
​ກັງວົນຄັ້ງໃໝ່ ກ່ຽວກັບ ຄວາມເປັນໄປໄດ້ ໃນການທີ່ຈະເກີດ
ຄວາມ​ຮຸນ​ແຮງ​ ລະຫວ່າງ ກຸ່ມ​ສະ​ໜັບ​ສະໜຸນ ​ແລະ ກຸ່ມ​ຕໍ່​ຕ້ານ
ລັດຖະບານ. ຜູ້​ສື່​ຂ່າວ ວີ​ໂອເອ Steve Herman ມີ​ລາຍ​ງານ
ຈາກ ບາງກອກ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​
ອັນ​ດັບ​ຕໍ່​ໄປ.

ສານ​ລັດ​ຖະ​ທຳ​ມະນູນ ໄດ້​ຕັດສິນ​ວ່າ ທ່ານ​ນາງ ຍິ່ງລັກ ຊິນນະ​ວັດ ​ແລະ ສະ​ມາຊິກ ​ໃນ
ຄະນະລັດ​ຖະບານ​ ຂອງ​ທ່ານນາງ ໄດ້​ໃຊ້​ອຳນາດ​ ໃນ​ທາງ​ທີ່ຜິດ ເວລາ​ທີ່​ພວກ​ເຂົາ​ໄດ້
ຍົກຍ້າຍ ​ເຈົ້າໜ້າ​ທີ່​ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຄົນນຶ່ງ ຊຶ່ງ​ໄດ້​ແຜ້ວ​ທາງ​ ໃຫ້​ພີ່ນ້ອງຂອງ​ທ່ານນາງ ຂຶ້ນມາ​ດຳລົງ​ຕຳ​ແໜ່​ງ ເປັນຜູ້​ບັນຊາການ ຕຳຫຼວດ​ແຫ່ງ​ຊາດ.

ທ່ານຈະຣຸນ ອິນທະ​ຈັນ ປະທານຜູ້​ພິພາກສາ ອ່ານ​ວັກ​ສຸດ​ທ້າຍຂອງ​ຄຳ​ຕັດສິນ ອັນຍືດ​
ຍາວ ທີ່ໄດ້​ປົດ​ ນາຍົກ​ລັດ​ຖະ​ມົນຕີ​ ອອກຈາກຕຳແໜ່ງ.

ຜູ້​ພິພາກສາ ກ່າວ​ວ່າ ອີງ​ຕາມ ລັດ​ຖະທຳ​ມະນູນແລ້ວ ຕຳ​ແໜ່​ງ ຂອງນາຍົກ​ລັດຖະມົນຕີ
​ໃນ​ຂະນະ​ນີ້ ໄດ້ຖືກປະກາດ ​ໃຫ້ຫວ່າງລົງ. ທ່ານ​ກ່າວ​ຕື່ມ​ວ່າ ສະມາຊິກ ຂອງຄະນະລັດ
ຖະບານ ທັງ 9​ ທ່ານ ທີ່​ຍັງດຳລົງ​ຕຳ​ແໜ່​ງຢູ່​ ​ເວລາການຍົກຍ້າຍ ແບບຜິດກົດໝາຍ ໄດ້
ມີຂຶ້ນ ໃນປີ 2011 ນັ້ນ ກໍຕ້ອງລາອອກ ເຊັ່ນດຽວກັນ.​

ສ່ວນ​ຄະນະ​ລັດ​ຖະ​ບານ ທີ່​ເຫຼືອຢູ່​ນັ້ນ ​ໄດ້​ພາກັນຄັດ​ເລືອກ ຢ່າງວ່ອງໄວ ເອົາລັດຖະມົນຕີ​
ການ​ຄ້າ​ຊົ່ວ​ຄາວ ທ່ານນິວັດ​ທຳ​ຣົງ​ ບຸນ​ສົງ​ໄພ​ສານ ໃຫ້ມາ​ ດຳລົງ​ຕຳ​ແໜ່​ງ ເປັນນາຍົກ
ລັດຖະມົນຕີ ຮັກສາ​ການ ຄົນ​ໃໝ່.

ບໍ່ດົນຫຼັງຈາກ​ໄດ້ມີການ​ປະກາດ​ແລ້ວ ທ່ານ​ນາງ ຍິ່ງລັກ ກໍ​ໄດ້​ອອກ​ມາ​ກ່າວ​ ຄຳ​ປາ​ໄສ ທາງ​
ໂທລະພາບ ຂອບ​ອົກຂອບໃຈ​ ຕໍ່ປະຊາຊົນ​ ທີ່​ໃຫ້​ຄວາມ​ເຊື່ອ​ໝັ້ນ ​ແລະການ​ສະໜັບ
ສະ​ໜຸນ ​ໃນ​ຊ່ວງ​ເວລາ​ທີ່ຫ​ຍຸ້ງ​ຍາກ.
ທ່ານນາງ ຍິ່ງລັກ ຊິນນະວັດ ມາເຖິງສານລັດຖະທຳມະນູນ ໃນວັນທີ 6 ເດືອນ ພຶດສະພາ ປີ 2014.
ທ່ານນາງ ຍິ່ງລັກ ຊິນນະວັດ ມາເຖິງສານລັດຖະທຳມະນູນ ໃນວັນທີ 6 ເດືອນ ພຶດສະພາ ປີ 2014.

ນາຍົກລັດ​ຖະ​ມົນຕີ​ຮັກສາ​ການ​ ທີ່​ຖືກ​ປົດ​ ກ່າວ​ວ່າ​ ເຖິງແມ່ນ​
ວ່າສານ​ໄດ້ຕັດສິນໄປ​ແລ້ວ​ກໍ​ຕາມ ແຕ່ທ່ານ​ນາງ ກໍບໍ່​ໄດ້​ລະ​
ເມີດ​ກົດໝາຍຫຍັງ. ພັກ​ເພື່ອ​ໄທ ຊຶ່ງເປັນພັກລັດຖະບານ
ຂອງທ່ານນາງ ​ເອີ້ນຄຳ​ຕັດສິນ​ ຂອງສານ​ລັດ​ຖະ​ທຳ​ມະນູນ
ນັ້ນວ່າ ​ເປັນການສົມຮູ້ຮ່ວມຄິດ ເພື່ອທຳລາຍ ປະຊາ​ທິປະ​ໄຕ.

ອະດີດລັດ​ຖະ​ມົນຕີຕ່າງປະເທດ ທ່ານນົບ​ພະ​ດົນ ປັດທະມະ ຊຶ່ງ​
ເປັນ​ຜູ້​ສະໜັບສະໜຸນ​ລັດຖະບານ​ໃນ​ປະ​ຈຸ​ບັນຖົກຖຽງວ່າ ຄຳ​ຕັດ
ສິນ​ຂອງ​ສານ ​ແມ່ນ​ບໍ່ຖືກຕ້ອງຕາມກົດໝາຍ ລັດຖະທຳ​ມະນູນ ​
ແຕ່​ກໍກ່າວ​ວ່າ ມັນມີທ່າ ທາງວ່າ​ອາດ​ຈະ​ເປັນທີ່ຍອມຮັບ​ເອົາໄດ້.

ທ່ານ ນົບ​ພະ​ດົນ ​ເວົ້າວ່າ: “ນາຍົກ​ລັດ​ຖະ​ມົນຕີ ບໍ່​ໄດ້​ເຮັດ​ຍັງ​ຜິດ​. ​ແຕ່​ສານ​ໄດ້​ຕັດ
ສິນໃຫ້ ນາຍົກລັດຖະມົນຕີຜິດ. ສິ່ງ​ທີ່​ຂ້າພະເຈົ້າ​ ແປກ​ໃຈກໍຄື ​ເປັນ​ຍັງ​ສານ​ບໍ່​
ໄດ້ຕັດ​ສິນໃຫ້​ຄະນະ​ລັດຖະບານ​ ທັງ​ໝົດລາອອກ. ນີ້​ເປັນ​ສິ່ງທີ່​ດີ.”


ທ່ານ ທິຕິ​ນັນ ພົງ​ສຸ​ດທີ່ຣັກ ສາດສະດາຈານລັດຖະສາດ ທີ່​ຈຸລາລົງກອນ ມະຫາ​ວິທະ
ຍາ​ໄລ ​ເຫັນ​ດີ​ນຳ​ວ່າ ການ​ທີ່​ຈົ່ງ ຄະນະ​ລັດຖະບານ ຈຳນວນ 25 ໄວ້ນັ້ນ ແມ່ນອຳນວຍ
ໃຫ້ມີສະຖຽນລະພາບ ໃນລະຍະສັ້ນ ພໍສົມຄວນ.

ທ່ານ ທິຕິ​ນັນ ​ເວົ້າວ່າ “ຂ້າພະ​ເຈົ້າ ມີ​ຄວາມ​ຮູ້ສຶກໃນ​ທາງທີ່​ດີ ຢ່າງ​ລະ ມັດລະວັງ ​
ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຄິດ​ໄປ​ໃນ​ທາງ​ທີ່​ບໍ່​ດີ​ມາ​ໂດຍຕະຫຼອດ. ​ໃນ​ຄັ້ງນີ້ ສານ​
ລັດຖະທຳ​ມະນູນ ບໍ່​ໄດ້​ດຳ​ເນີນ​ການຈົນ​ຮອດ​ຂັ້ນ​ສຸດຂີດ. ທາງ​ສານ​ໄດ້​ໄປ​ເກືອບ​
ຮອດ​ຂັ້ນສຸດທ້າຍ. ສານໄດ້​ປົດ ທ່ານ​ນາງຍິ່ງ​ລັກ ອອກ ​ພ້ອມ​ກັບປົດ ຄະນະ
ລັດຖະບານ​ ຂອງ​ທ່ານ​ນາງ ເມື່ອ ​3 ປີ​ກ່ອນ ນັ້ນ ​ແຕ່​ຫາກ​ວ່າ ​ໄດ້​ຈົ່ງ​ໄວ້​ສ່ວນ​ນຶ່ງ
​ເພື່ອ​ໃຫ້​ສືບຕໍ່ ການປະຕິບັດງານ ຂອງທ່ານ​ນາງ ຍິ່ງ​ລັກ ແລະ ບໍລິຫານ ລັດຖະ
ບານຮັກສາ​ການ. ອັນ​ນີ້ ໝາຍ​ຄວາມ​ວ່າ ພວກ​ເຮົາ​ມີ​ໂອກາດ ທີ່​ຈະ​ໄປ​ເຖິງ​ວັນ
ເລືອກຕັ້ງ.”


ນີ້​ແມ່ນເທື່ອ ​ທີ 3 ທີ່ສານລັດຖະທຳມະນູນຂອງ​ໄທ ​ໄດ້​ປົດນາຍົກລັດຖະມົນຕີ ອອກຈາກ​
ຕຳແໜ່​ງ ນັບແຕ່ ປີ 2006 ເປັນຕົ້ນມາ. ທັງ ​3 ທ່ານ ແມ່ນເປັນຜູ້ຕາງໜ້າຂອງພັກ ທີ່​ໄດ້​
ຮັບ​ການ​ໜຸນຫລັງ ໂດຍ ທ່ານທັກສິນ ຊິນນະ​ວັດ ຊຶ່ງ​ເປັນອ້າຍຂອງ ທ່ານ​ນາງ ຍິ່ງ​ລັກ ​ແລະ
​ເປັນ​ຜູ້​ໃຫ້ການ ສະໜັບສະໜຸນຫຼັກ ຂອງ​ພັກ​ເພື່ອ​ໄທ.

ຄະນະກຳມະການ​ ເລືອກຕັ້ງ​ຂອງໄທ ຮຽກຮ້ອງໃຫ້​ມີ​ ການປ່ອນ​ບັດ​ເລືອກ​ຕັ້ງ​ໃໝ່​ ທົ່ວ​
ປະ​ເທດ ໃນ​ວັນທີ 20 ​ເດືອນກໍ​ລະກົດນີ້. ລັດ​ຖະບານ​ໄດ້​ ປະຕິເສດ ຕໍ່ຂໍ້​ສະ​ເໜີ ຂອງຜູ້ນຳ
ຝ່າຍ​ຄ້ານ​ ທີ່ຢາກໃຫ້ເລື່ອນເວລາ ໃນ​ການ​ເລືອກຕັ້ງອອກໄປ ເປັນເວລາ 6 ​ເດືອນ ເພື່ອ
ໃຫ້​ມີ​ການປະຕິຮູບ ທາງດ້ານການເມືອງ ແລະ ການເລືອກຕັ້ງ ຊຶ່ງ​ເຮັດໃຫ້​ ວັນ​ເລືອກຕັ້ງ
ດັ່ງກ່າວ ຍັງຢູ່​ໃນ​ຄວາມ​ສົງໄສ.
THAILAND POLITICS VOSOT
please wait

No media source currently available

0:00 0:01:41 0:00
XS
SM
MD
LG