ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ al-Qaida ໃນເຢ​ເມັນ ​ປະຕິຍານ ຈະທຳ​ການ​ໂຈມ​ຕີ ປະ​ເທດ​ຕາ​ເວັນ​ຕົກ (ວີດີໂອ)


ຜູ້ນຳກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນເຢ​ເມັນ ​ໄດ້​ອອກ​ມາ
​ປະຕິຍານ ທີ່​ຈະທຳ​ການ​ໂຈມ​ຕີບັນດາ​ປະ​ເທດ​ຕາ​ເວັນ​ຕົກ
​ໂດຍ​ສະເພາະສະຫະລັດອາ​ເມຣິກາ.

​ໃນ​ພາບວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່ທາງ​ອິນ​ເຕີ​ເນັ​ດ ທ້າວ Nasser
al-Wuhayshi ​ໄດ້​ຮຽກຮ້ອງ​ພວກຫົວຕໍ່ສູ້ຮຸນ​ແຮງ ​ໃຫ້“ດຳ​ເນີນ
ການ ເຮັດ​ສົງຄາມ”
ຕໍ່ຕ້ານ​ຊາວ​ຕາ​ເວັນ​ຕົກ ຢູ່ໃນທຸກຫົນ​ແຫ່ງ.

​ວີ​ດີ​ໂອນັ້ນ ທີ່​ກ່າວ​ກັນ​ວ່າ​ເຮັດຂຶ້ນ​ໃນ​ເດືອນ​ມີນາ​ປີ​ນີ້ ​ສະ​ແດງ​ໃຫ້
​ເຫັນ​ພາບ​ ທ້າວ Nasser al-Wuhayshi ມີ​ຄວາມ​ເຫັນ​ຕໍ່ພວກ
​ຫົວຕໍ່ສູ້​ຮຸນ​ແຮງ ຫຼາຍ​ຮ້າຍ​ຄົນ ທີ່​ມີຮວມທັງພວກ​ທີ່​ຫາ​ກໍ​ໂຕນ​ໜີ ອອກ​ຈາກ​ຄຸກ ​ໃນ​ນະຄອນຫຼວງ Sanaa ເມື່ອເດືອນກຸມພາ​ແລ້ວ​ນີ້.

​ໃນ​ການ​ເຂົ້າ​ບຸກ​ຄຸກ​ຢ່າງ​ໂຈ່ງແຈ້ງ​ຄັ້ງນັ້ນ ​ພວກ al-Qaida ​ໄດ້​ໃຊ້​ລະ​ເບີດແລະ​ປືນ ​ໂຈມ​ຕີ​ພວກ​ຄົນຍາມ​ຄຸກ ​ແລະ​ກໍ​ໄດ້​ປ່ອຍນັກ​ໂທ​ດ 29 ຄົນ ຊຶ່ງ​ຮວມທັງ 19 ຄົນ ທີ່​ຕິດ​ຄຸກ ​ໃນ​ຄະດີ​ກໍ່​ການ​ຮ້າຍ.

ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ເຢ​ເມັນ ທີ່​ຊື່ວ່າ ກຸ່ມ al-Qaida ​ໃນ​ແຫຼມ Arabian ​ໄດ້​ທຳ​ການ​ໂຈມ​ຕີ​ທີ່​ໝັ້ນ​ຂອງທະຫານ, ພວກ​ນັກ​ທ່ອງ​ທ່ຽວ ​ແລະ​ພວກ​ນັກ​ການ​ທູດ ​ໃນເຢ​ເມັນ ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້. ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງສະຫະລັດ ​ໄດ້​ສັງຫານ​ຜູ້ນຳ​ຄົນ​ສຳຄັນ​ຂັ້ນ​ສູງ​ຂອງ​ກຸ່ມ​ດັ່ງກ່າວ​ ຫຼາຍ​ຄົນ.​
Yemen al-Qaida VO
please wait
Embed

No media source currently available

0:00 0:00:47 0:00

The leader of the Yemen branch of al-Qaida has vowed to attack western nations, particularly the United States.

In a video posted online, Nasser al-Wuhayshi calls on militants to "pursue war" against "western crusaders" everywhere.

The video, purportedly from March of this year, shows the militant leader addressing a group of several hundred militants including some that recently escaped from a prison in the capital, Sanaa in February.

In the brazen assault, al-Qaida militants used bombs and guns to attack guards at the prison, freeing 29 inmates including 19 jailed for terrorism-related offenses.

Al Qaida in the Arabian Peninsula has launched attacks on military targets, tourists and diplomats in Yemen in recent years. United States drones have killed several of the group's top figures.
XS
SM
MD
LG