ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ກະ​ບົດ​ຮູ​ຕີ​ຂອງ​ເຢ​ເມນ ເປີດ​ກ້​ວາງ​ເພື່ອ​ການ ​ເຈ​ລະ​ຈາ ຖ້າ​ຫາກວ່າ ມັນ​ຈະ​ດຳ​ເນີນ​ສືບ​ຕໍ່​ໄປ ໂດຍດີ ໃນ ​ສວີ​ເດັນ


ພາບ​ທີ່ມອງ​ຈາກ​ພາຍນອກ ຂອງ​ຜາ​ສາດ Johannesberg, ໃນ​ຣິມ​ໂບ, 50 ກິ​ໂລ​ແມັດ ຈາກ​ພາກ​ເໜືອ​ຂອງ​ສ​ຕ໊ອກ​ໂຮມ, ​ສວີ​ເດັນ, 4 ທັນ​ວາ 2018.
ພາບ​ທີ່ມອງ​ຈາກ​ພາຍນອກ ຂອງ​ຜາ​ສາດ Johannesberg, ໃນ​ຣິມ​ໂບ, 50 ກິ​ໂລ​ແມັດ ຈາກ​ພາກ​ເໜືອ​ຂອງ​ສ​ຕ໊ອກ​ໂຮມ, ​ສວີ​ເດັນ, 4 ທັນ​ວາ 2018.

ກຸ່ມ​ກະ​ບົດ​ຮູ​ຕີ​ຂອງ​ເຢ​ເມນ ອາດ​ຈະ​ເປີດ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ລັດ​ຖະ​ບານທີ່ເປັນ
ປໍລະປັກກັບຕົນ ຖ້າ​ຫາກວ່າ ການ​ເຈ​ລະ​ຈາ​ສັນຕິ​ພາບ​ໃນ​ປະ​ຈຸ​ບັນ​ນີ້ ໃນ​ສວີ​ເດັນ
ເປັນ​ໄປ​ດ້ວຍ​ດີ, ດັ່ງທີ່ໂຄ​ສົກ​ໄດ້​ກ່າວໄປ​ໃນ​ວັນ​ອາ​ທິດ​ວານ​ນີ້​.

“ຖ້າ​ຫາກວ່າ​ພວກ​ເຮົາ ປ່ອຍ​ການ​ປຶກ​ສາ​ນີ້​ໄວ້ ໃຫ້​ດຳ​ເນີນ​ໄປ ຂັ້ນ​ຕອນຂອງ​ການ​ສ້າງ
​ຄວາມ​ໝັ້ນ​ໃຈ ແລະ​ຊອກ​ຫາ​ແບບ​ແຜນ​ປະ​ຕິ​ບັດ​ງານ - ພວກ​ເຮົາ​ກໍສາ​ມາດທີ່​ຈະ​ມີ
​ການ​ເຈ​ລະ​ຈາ​ຮອບ​ໃໝ່ໄດ້”
ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຕໍ່​ໜ້າ, ດັ່ງທີ່ໂຄ​ສົກ​ຂອງກຸ່ມ​ຮູ​ຕີ
ທ່ານ​ໂມ​ຮາມ​ແມັດ ອັບ​ແດ​ລ​ຊາ​ລາມ ໄດ້​ບອກພວກ​ນັກ​ຂ່າວ​ໄປ.

ບັນ​ຫາ​ບາງ​ອັນ ທີ່​ໄດ້​ມີ​ການ​ເຈ​ລະ​ຈາກັນ ຢູ່ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ເປັນ​
ການ​ແລ​ກ​ປ່ຽນ​ພວກ​ນັກ​ໂທດ ແລະ​ເປີດ​ຄືນ​ສະ​ໜາມ​ບິນ​ຊາ​ນາ. ບາງ​ລາຍ​ງານ​ຍັງ​ກ່າວ
​ອີກວ່າ ຫຼາຍ​ພັກ​ຝ່າຍ ໄດ້​ຕົກ​ລົງ​ທີ່​ຈະ​ແລ​ກ​ປ່ຽນ​ພວກ​ນັກ​ໂທດ ກ່ອນ​ການ​ເຈ​ລະ​ຈາ
ໃນ​ນະຄອນ​ສ​ຕ໊ອກໂຮມ ເລີ້ມ​ຂຶ້ນ, ແຕ່​ວ່າ ມັນ​ມີ​ການ​ຄືບ​ໜ້າ​ຢ່າງ​ຊ້າໆ​ກັບ​ບັນ​ຫາ​
ພວກ​ນີ້ ເຊັ່ນການ​ເປີດ​ຄືນ​ສະ​ໜາມ​ບິນ ແລະ​ຄວບ​ຄຸມ​ເມືອງ​ທ່າ ໂຮ​ໄຮ​ດາ ທີ່​ເປັນເມືອງ​
ທ່າ ​ທີ່​ໃຫຍ່ທີ່​ສຸດ​ຂອງ​ເຢ​ເມນ.

ການ​ເຈ​ລະ​ຈາ​ດັ່ງ​ກ່າວ ໄດ້​ວາງ​ແຜນ​ໄວ້ ໃນ​ວັນ​ພະ​ຫັດ ຫຼື​ວັນ​ສຸກ ແມ່ນ​ເປັນ​ຄັ້ງ​ທຳ​ອິດ
ລະ​ຫວ່​າງ ພັກ​ທີ່​ເຮັດ​ສົງ​ຄາມກັນ ນັບ​ຕັ້ງ​ແຕ່​ການ​ເລີ້ມ​ເຈ​ລະ​ຈາ​ໄດ້​ແຕກຫັກ ໃນ​ປີ 2016.

ຄວາມ​ວຸ້ນ​ວາຍ ຊຶ່ງ​ໄດ້​ກະ​ຕຸ້ນ ໃນ​ອັນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເອີ້ນ​ວ່າເປັນ​ວິ​ກິດ​
ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຂີ້​ຮ້າຍ​ທີ່​ສຸດ, ຍັງ​ຜົນ​ໃຫ້​ມີ​ຫຼາຍກວ່າ 10,000 ຄົນ ເສຍ
​ຊີ​ວິດ ນັບ​ຕັ້ງ​ແຕ່ ປີ 2015 ຕອນ​ທີ່ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ພາ​ຄີ ເຂົ້າ​ຮ່ວມ​ລັດ​ຖະ​ບານ
​ເຢ​ເມນ​ຕໍ່​ສູ້​ຕ້ານ​ຢັນ​ພວກ​ກະ​ບົດ.

The Houthi rebels are meeting with government representatives in the first meeting between the warring parties since

Yemen's Houthi rebels may be open to more talks with the rival government if current peace negotiations in Sweden go well, a spokesman said Sunday.

"If we leave these consultations having made progress -- progress in building confidence and finding a framework -- we can hold a new round of talks" in the coming months, Houthi spokesman Mohammed Abdelsalam told reporters.

Some of the issues being negotiated at the U.N.-brokered talks are a prisoner swap and the re-opening of the Sanaa airport. Some reports say that the parties had agreed to the prisoner swap before the talks in Stockholm began, but there has been little progress on issues such as the re-opening of the airport and control of Yemen's largest port city Hodeidah.

The talks, scheduled to end Thursday or Friday, are the first between the warring parties since a breakdown of negotiations in 2016.

The conflict, which has triggered what the U.N. calls the world's worst humanitarian crisis, has left more than 10,000 dead since 2015 when Saudi Arabia and its allies joined Yemen's government's fight against the rebels.


XS
SM
MD
LG