ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຸກພັກຝ່າຍ ໃນເຢເມັນ ກ່າວຫາກັນ ວ່າລະເມີດ ສັນຍາຢຸດຍິງ


ພວກນັກລົບຊົນເຜົ່າ ຕັ້ງຈຸດຍິງຢູ່ ຢູ່ຖະໜົນສາຍນຶ່ງ ໃນລະຫວ່າງ ຕໍ່ສູ້ກັນກັບ ພວກກກະບົດ ນິກາຍ Shiite ທີຮູ້ຈັກກັນຄື ກຸ່ມ as Houthi, ໃນເມືອງ Taiz ຂອງເຢເມັນ, ວັນອັງຄານ ທີ 15 ທັນວາ 2015.
ພວກນັກລົບຊົນເຜົ່າ ຕັ້ງຈຸດຍິງຢູ່ ຢູ່ຖະໜົນສາຍນຶ່ງ ໃນລະຫວ່າງ ຕໍ່ສູ້ກັນກັບ ພວກກກະບົດ ນິກາຍ Shiite ທີຮູ້ຈັກກັນຄື ກຸ່ມ as Houthi, ໃນເມືອງ Taiz ຂອງເຢເມັນ, ວັນອັງຄານ ທີ 15 ທັນວາ 2015.

ພວກກະບົດ ແລະ ກຳລັງທີ່ສະໜັບສະໜູນ ລັດຖະບານ ຕ່າງກໍ
ກ່າວຫາກັນແລະກັບ ຕໍ່ການລະເມີດ ສັນຍາຢຸດຍິງ ໃນປະເທດ
ເຢເມັນ ແຕ່ສັນຍາຕົກລົກນັ້ນ ສ່ວນໃຫຍ່ແລ້ວປາກົດວ່າ ຍັງໃຊ້
ການໄດ້ຢູ່ ໃນວັນພຸດມື້ນີ້.

ການກ່າວຫາທີ່ວ່ານັ້ນ ລວມມີການສູ້ລົບກັນ ຢູ່ພາກພື້ນດິນ ການ
ຍິງປືນໃຫຍ່ ໂດຍພວກກະບົດ Houthi ແລະ ການໂຈມຕີທາງອາ
ກາດ ໂດຍກຸ່ມແນວໂຮມທີ່ນຳພາໂດຍຊາອຸດີ ອາຣາເບຍ ຊຶ່ງເປັນ
ການໜູນຫຼັງລັດຖະບານ ຂອງປະທານາທິບໍດີ Abd Rabbu
Mansour Hadi ຕັ້ງແຕ່ເດືອນມີນາເປັນຕົ້ນມາ.

ສັນຍາຢຸດຍິງ ໄດ້ມີຜົນນຳໃຊ້ ໃນວັນອັງຄານວານນີ້ ໃນຂະນະທີ່ບັນດາຜູ້ຕາງໜ້າຈາກ
ລັດຖະບານ ແລະ ພວກກະບົດໄດ້ເລີ້ມຕົ້ນການເຈລະຈາ ທີ່ອຸປະຖຳໂດຍອົງການສະຫະ
ປະຊາຊາດ ໃນປະເທດສະວິດເຊີແລນ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moo ໄດ້ສະແດງຄວາມຍິນດີ
ກັບການເລີ້ມຕົ້ນເຈລະຈາກັນ ໂດຍກ່າວວ່າ ເປັນພຽງຫົນທາງດຽວ ທີ່ພວກເຂົາເຈົ້າຈະ
ຍຸດຕິສົງຄາມກາງເມືອງທີ່ແກ່ຍາວມາໄດ້ຫຼາຍເດືອນແລ້ວນັ້ນ. ທ່ານ Ban ໄດ້ຊຸກຍູ້ທຸກ
ພັກຝ່າຍ ທຳງານຮ່ວມກັນໄປສູ່ ການຍຸດຕິບັນຫາຂັດແຍ້ງຢ່າງຖາວອນ.

ນາຍົກລັດຖະມົນຕີ ເຢເມັນ ທ່ານ Khaled Bahah ໄດ້ສະແດງຄວາມຮູ້ສຶກ ມີຄວາມຫວັງ
ສຳລັບປະເທດຂອງທ່ານ ໃນຂະນະທີ່ສັນຍາຕົກລົງຢຸດຍິງ ໄດ້ເລີ້ມມີຜົນນຳໃຊ້. ທ່ານໄດ້
ກ່າວວ່າ ເຢເມັນ ແມ່ນ “ກຳລັງມີຮູບຮ່າງ” ຜ່ານການເຈລະຈາກັນ ໃນນະຄອນ Geneva
ໂດຍຊີ້ໃຫ້ເຫັນ ເຖິງສະຖານະການ ຢູ່ແຫ່ງນັ້ນ ແມ່ນມີຄວາມຫວັງຫຼາຍກວ່າ ໃນປະເທດ
ອືນໆ ຢູ່ຕາເວັນອອກກາງ ເຊັ່ນ ຊີເຣຍ ແລະ ລີເບຍ.

ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Ismail Ould Cheikh Ahmed ໄດ້ກ່າວ
ວ່າ ເປົ້າໝາຍຂອງການເຈລະຈາສັນຕິພາບຢູ່ Geneva ແມ່ນເພື່ອ “ແຜ້ວທາງໄປສູ່ການ
ກັບຄືນຫາການປ່ຽນແປງ ທາງດ້ານການເມືອງຢ່າງສັນຕິ ແລະ ເປັນລະບົບບະບຽບ.”

ບັນຫາຂັດແຍ້ງ ໄດ້ລະເບີດຂຶ້ນ ໃນເດືອນກັນຍາ ປີ 2014 ໃນເວລາ ກຸ່ມ Houthi ໄດ້ເຂົ້າ
ຍຶດເອົານະຄອນຫຼວງ Sana’a ກ່ອນຈະບຸກຄືບໜ້າໄປທາງທິດໃຕ້ ແລະ ກົດດັນ ປະທາ
ນາທິບໍດີ Hadi ໃຫ້ຫລົບໜີໄປ ຊາອຸດີ ອາຣາເບຍ ໃນຂະນະທີ່ພວກເຂົາ ໄດ້ເຂົ້າຄວບຄຸມ
ເມືອງທ່າ Aden.

XS
SM
MD
LG