ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊ່ອຍເຫຼືອ ດ້ານມະນຸດສະທຳ ສົ່ງໄປເຖິງ ປະເທດເຢເມນ ແລ້ວ


ພວກເດັກນ້ອຍ ປະທ້ວງກຸ່ມແນວໂຮມ ທີ່ນຳພາໂດຍ ຊາອຸດີ ອາຣາເບຍ ຢູ່ນອກຫ້ອງການ ສປຊ ທີ່ນະຄອນຫຼວງຊານາອາ.
(20 ພະຈິກ 2017)
ພວກເດັກນ້ອຍ ປະທ້ວງກຸ່ມແນວໂຮມ ທີ່ນຳພາໂດຍ ຊາອຸດີ ອາຣາເບຍ ຢູ່ນອກຫ້ອງການ ສປຊ ທີ່ນະຄອນຫຼວງຊານາອາ. (20 ພະຈິກ 2017)

ຖ້ຽວບິນຂົນການຊ່ອຍເຫຼືອທາງດ້ານມະນຸດສະທຳແລະເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫຼືອ
3 ຖ້ຽວ ໄດ້ໄປເຖິງນະຄອນຫຼວງຊານາອາ ຂອງເຢເມນແລ້ວ.

ການຊ່ອຍເຫຼືອນີ້ ແມ່ນເທື່ອທຳອິດ ທີ່ໄດ້ຮັບອະນຸຍາດ ໃຫ້ສົ່ງເຂົ້າໄປ ໃນປະເທດດັ່ງ
ກ່າວ ໃນຮອບເກືອບ 3 ອາທິດ ຫລັງຈາກ ໄດ້ມີການປິດລ້ອມຂອງກຸ່ມແນວໂຮມທີ່ນຳ
ພາໂດຍຊາອຸດີ ອາຣາເບຍ ຊຶ່ງເຮັດໃຫ້ການສົ່ງສິ່ງຂອງທີ່ຈຳເປັນຕ່າງໆເຂົ້າໄປໃນເຢ
ເມນ ຢຸດຊະງັກລົງ.

ພວກຜູ້ນຳຂອງອົງການອາຫານໂລກ ອົງການອະນາໄມໂລກ ແລະ ອົງການຢູນີແຊັຟ
ໄດ້ເຕືອນເຖິງຄວາມເສຍຫາຍໃນການປິດລ້ອມ “ທີ່ຈະຖືກວັດແທກດ້ວຍໂຕເລກຂອງ
ການເສຍຊີວິດ.”

ອົງການທັງສາມກ່າວວ່າ ມີ 7 ລ້ານຄົນ ສ່ຽງຕໍ່ການຂາດແຄນອາຫານຢູ່ໃນປະເທດເຢ
ເມນ ແລະຈຳນວນດັ່ງກ່າວອາດຈະເພີ້ມສູງຂຶ້ນ.

ມີເດັກນ້ອຍ ບໍ່ຕ່ຳກວ່າ 1 ລ້ານຄົນ ສ່ຽງຕໍ່ການເປັນໂຣກຄໍຕີບ ຖ້າການລະບາດ ຂອງ
ໂຣກນີ້ ຫາກບໍ່ສາມາດ ຄວບຄຸມໄດ້ ອີງຕາມຄຳຖະແຫຼງຂອງອົງການທັງສາມ. ນອກ
ນັ້ນ ພວກເຂົາເຈົ້າຍັງໄດ້ເຕືອນ ເຖິງການລະບາດ ທີ່ອາດເກີດຂຶ້ນໃໝ່ຂອງໂຣກອະຫິ
ວາ ທີ່ໄດ້ຄ່ອຍໆຫລຸດຄວາມແຮງລົງລຸນຫຼັງທີ່ໄດ້ມີການລະບາດຢ່າງຮ້າຍແຮງເປັນປະ ຫວັດການໂດຍມີຜູ້ຕິດແປດຫຼາຍກວ່າ 900,000 ກໍລະນີໃນໄລຍະ 6 ເດືອນຜ່ານມາ.

ກຳລັງແນວໂຮມ ພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍໄດ້ປິດລ້ອມເຢເມນ ທັງ
ທາງອາກາດ ພາກພື້ນດິນແລະທາງທະເລເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີດ້ວຍ ລູກສອນໄຟ ຂອງພວກກະບົດຮູຕີ ທີ່ໄດ້ຮັບການໜຸນຫລັງ ຈາກອີຣ່ານ ໃກ້ໆນະຄອນ
ຫຼວງຣິຢາດ ຂອງຊາອຸດີ.

ສົງຄາມຢູ່ໃນເຢເມນ ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 10,000 ຄົນແລ້ວ ແລະຕ້ອງ
ກາຍເປັນຜູ້ອົບພະຍົບຫຼົບໄພປະມານ 3 ລ້ານຄົນ. ແມ່ນແຕ່ກ່ອນສົງຄາມກາງເມືອງ ເລີ້ມຂຶ້ນໃນປີ 2015 ເຢເມນກໍເປັນປະເທດອາຣັບທີ່ທຸກຍາກທີ່ສຸດໃນໂລກຢູ່ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG