ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ທ່ານ​ນາງ​ແຢ​ລ​ເລັນ ກ່າວ​ວ່​າ ສະ​ຫະ​ລັດ​ຈະ​​ຮອດ​ຂີດ​ຈຳ​ກັດ​ໜີ້​ສິນ ໃນ​ວັນ​ທີ 1 ມິ​ຖຸ​ນານີ້


​ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ ​ທີ່ສະ​ຖາ​ບັນ​ການ​ສຶກ​ສາ​ຂັ້ນ​ສູງ​ລະ​ຫວ່າງ​ປະ​ເທດ ​ຂອງມະ​ຫາ​ວິ​ທະ​ຍາ​ໄລ Johns Hopkins ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 20 ເມ​ສາ 2023.
​ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາງ​ແຈ​ແນັດ ແຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ ​ທີ່ສະ​ຖາ​ບັນ​ການ​ສຶກ​ສາ​ຂັ້ນ​ສູງ​ລະ​ຫວ່າງ​ປະ​ເທດ ​ຂອງມະ​ຫາ​ວິ​ທະ​ຍາ​ໄລ Johns Hopkins ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 20 ເມ​ສາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ນາ​ຈາ​ແນັດ ແຢ​ລ​ເລັນ ໄດ້​ແຈ້ງ​ໃຫ້​ລັດ​ຖະ​ສະ​ພາ​ຊາບ​ວ່າ ສະ​ຫະ​ລັດ​ກະ​ປະ​ມານ​ວ່າ​ຈະ​ກ້າວ​ໄປ​ຮອດ​ຂີດຈຳ​ກັດ​ໜີ້​ສິນ​ພາຍ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ຈະ​ມາ​ເຖິງນີ້ ຖ້າ​ສະ​ມາ​ຊິກ​ສະ​ພາ ​ບໍ່​ໄດ້​ເພີ້ມ​ເພ​ດານ​ໜີ້ໃຫ້​ສູງ​ຂຶ້ນ​ຕື່ມ ຫຼື​ໂຈະ​ການ​ຈຳ​ກັດ​ໜີ້​ສິນ​ກ່ອນ​ເວ​ລານັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ໃນ​ຈົດ​ໝາຍ​ທີ່​ສົ່ງ​ໄປ​ເຖິງ​ພວກ​ຜູ້​ນຳ​ຂອງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ໃນ​ວັນ​ຈັນ​ວານນີ້ ທ່ານ​ນາງ​ແຢ​ລ​ເລັນ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ “ໃຫ້​ການ​ຄຸ້ມ​ຄອງ​ໂດຍ​ເຕັມ ​ຕໍ່​ຄວາມ​ເຊື່ອ​ໝັ້ນ​ແລະ​ສິນ​ເຊື່ອ​ຂອງ​ສະ​ຫະ​ລັດດ້ວຍ​ການ​ດຳ​ເນີນ​ການ​ຢ່າງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້” ເພື່ອ​ແກ້​ໄຂ ​ຂີດ​ຈຳ​ກັດ​ໃນ​ການ​ກູ້​ຢືມຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ ໃນ​ມູນ​ຄ່າ 31 ພັນ 400 ຕື້​ໂດ​ລາ. ນອກ​ນັ້ນ ທາງ​ກະ​ຊວງ​ການ​ເງິນຍັງ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຕົນ​ມີ​ແຜນ​ການ​ທີ່​ຈະ​ເພີ້ມ​ການ​ກູ້​ຢືມ​ໃນໄຕ​ມາດລະ​ຫວ່າງ​ເດືອນ​ເມ​ສາ​ຫາ​ມິ​ຖຸ​ນາ​ຂອງ​ປີນີ້.

Treasury Secretary Janet Yellen has notified Congress that the U.S. is projected to reach its debt limit as early as June 1, if lawmakers do not raise or suspend the debt limit before then. In a letter Monday to House and Senate leaders, Yellen urged Congress “to protect the full faith and credit of the United States by acting as soon as possible” to address the $31.4 trillion limit on its legal borrowing authority. The Treasury also said Monday it plans to increase its borrowing during the April to June quarter of this year.

XS
SM
MD
LG