ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງແຢລເລັນ ເດີນທາງໄປຈີນ ເພື່ອ​ຫາ​ລື ທີ່ແນໃສ່ ການສ້າງສະຖຽນລະພາບ ໃຫ້​ແກ່​ຄວາມ​ສຳ​ພັນ


ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານນາງເຈເນັດ ແຢລເລັນ ເດີນທາງໄປຮອດສະໜາມບິນສາກົນນະຄອນຫຼວງປັກກິ່ງ ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 6 ກໍລະກົດ 2023.
ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານນາງເຈເນັດ ແຢລເລັນ ເດີນທາງໄປຮອດສະໜາມບິນສາກົນນະຄອນຫຼວງປັກກິ່ງ ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 6 ກໍລະກົດ 2023.

ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານນາງເຈເນັດ ແຢລເລັນ ພົບປະກັບນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ ແລະເຈົ້າໜ້າທີ່ຄົນອື່ນໆຂອງ​ຈີນ ຢູ່ນະຄອນຫຼວງປັກກິ່ງໃນວັນສຸກນີ້, ເຊິ່ງເປັນບ່ອນທີ່ທ່ານນາງ ຈະ​ເວົ້າ​ເຖິງສາຍພົວພັນທີ່ເຄັ່ງຕຶງລະຫວ່າງສອງປະເທດ.

ທ່ານນາງ​ແຢລເລັນ ເດີນທາງໄປຮອດປັກກິ່ງ ໃນວັນພະຫັດວານນີ້.

“ຂ້າພະເຈົ້າມີຄວາມຍິນດີ ທີ່ໄດ້ມາເຖິງນະຄອນຫຼວງປັກກິ່ງ ເພື່ອພົບປະກັບເຈົ້າໜ້າທີ່ຂອງຈີນ ແລະບັນດາຜູ້ນໍາທຸລະກິດທັງຫຼາຍ,” ທ່ານນາງແຢລເລັນ ໄດ້ຂຽນລົງໃນທວິດເຕີ້ຂອງທ່ານນາງ. “ພວກເຮົາຊອກຫາການແຂ່ງຂັນທາງດ້ານທຸລະກິດທີ່ເຂັ້ມແຂງ ເພື່ອຜົນປະໂຫຍດຕໍ່ບັນດາຄົນງານ ແລະບໍລິສັດຕ່າງໆຂອງອາເມຣິກັນ, ແລະເພື່ອດໍາເນີນງານຮ່ວມກັນ ຕໍ່ຄວາມທ້າທາຍຕ່າງໆຢູ່ໃນທົ່ວໂລກ.”

“ພວກເຮົາຈະດໍາເນີນການ ເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ ເມື່ອມີຄວາມຈໍາເປັນ,” ທ່ານນາງກ່າວເພີ້ມເຕີມ, “ແລະການເດີນທາງຄັ້ງນີ້ ແມ່ນສະແດງເຖິງໂອກາດ ເພື່ອການຕິດຕໍ່ສື່ສານ ແລະຫຼີກລ້ຽງການສື່ສານທີ່ຜິດພາດ ຫຼືບໍ່ເຂົ້າໃຈເຊິ່ງກັນ ແລະກັນ.”

ທ່ານນາງແຢລເລັນ ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ “ສັ່ງ​ໃຫ້ລັດຖະບານຂອງທ່ານ ທຳ​ການຕິດຕໍ່ສື່ສານທີ່ເລິກເຊິ່ງ ລະຫວ່າງສອງປະ ເທດຂອງພວກເຮົາ ກ່ຽວກັບບັນຫາຕ່າງໆ, ແລະຂ້າພະເຈົ້າກໍຈະດໍາເນີນການດັ່ງກ່າວນັ້ນ ໃນລະຫວ່າງການຢ້ຽມຢາມ ຂອງຂ້າພະເຈົ້າເຊັ່ນກັນ.”

U.S. Treasury Secretary Janet Yellen is meeting Friday with Chinese Premier Li Qiang and other Chinese officials in Beijing, where she is set to address the strained relationship between the two countries.

Yellen arrived in Beijing Thursday.

“I am glad to be in Beijing to meet with Chinese officials and business leaders,” Yellen said on Twitter. “We seek a healthy economic competition that benefits American workers and firms and to collaborate on global challenges.”

“We will take action to protect our national security when needed,” she added, “and this trip presents an opportunity to communicate and avoid miscommunication or misunderstanding.”

Yellen said U.S. President Joe Biden “charged his administration with deepening communication between our two countries on a range of issues, and I look forward to doing so during my visit.”

XS
SM
MD
LG