ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ລາຍ​ງານທ້າຍ​ປີ ກ່າວ​ວ່າ ປີ 2018 ແມ່ນປີ ​ຂອງ​​ແມ່​ຍິງ


American Women Turned Anger into Activism in 2018
please wait

No media source currently available

0:00 0:03:24 0:00

ປີ 2018 ແມ່ນ​ເປັນປີ ທີ່ໃຫ້ສາຍານາມວ່າ “ປີແມ່​ຍິງ,”ຫຼັງ​ຈາກ​ທີ່​ໄດ້​ມີ​ພວກ​ແມ່​ຍິງ
​ຖືກ​ເລືອກ​ເຂົ້າມາ​ຮັບ​ຕຳ​ແໜ່ງ​ໃນ​ລະ​ດັບ​ຊາດ​, ລະດັບລັດ ແລະລະດັບ​ທ້ອງ​ຖິ່ນຢູ່​ໃນ
​ທົ່ວ​ສະ​ຫະ​ລັດ. ກຸ່ມ​ທີ່​ມີຄວາມ​ຫຼາກ​ຫຼາຍທີ່ວ່າ​ນີ້ ແມ່ນ​ຮວມ​ທັງພວກ​ທີ່​ຖືກເລືອກມາ
ເປັນ​ຄັ້ງ​ທຳ​ອິດ​ ທີ່ເຂົ້າມາຫຼິ້ນການ​ເມືອງ ເພື່ອ​ຮັບ​ມື​ກັບ​ນະ​ໂຍ​ບາຍການປົກຄອງ​ຂອງ
ລັດ​ຖະ​ບານທ່ານ​ທ​ຣຳ. ນັກ​ຂ່າວ​ວີ​ໂອ​ເອເ​ຈ​ຊູເຊ​ເມ ໂອ​ນີ Jesusemen (Jay-sue-
seh-meh) Oniນັກຂ່າວວີໂອເອ ຈະພາພວກເຮົາເບິ່ງຢ້ອນ​ຄືນຫຼັງ ໄປຫາບັນຍາກາດ
ທາງດ້ານການເມືອງ ທີ່​ກະຕຸ້ນໃຫ້​ພວກ​ແມ່​ຍິງ​ອາ​ເມ​ຣິ​ກັນພາກັນເຮັດ ໃນສິ່ງດັ່ງກ່າວ
ຊຶ່ງວັນ​ນະສອນ​ຈະ​ນຳ​ລາຍລະອຽດມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ເດືອນ​ມັງ​ກອນ​ທີ່​ຈະ​ມາ​ເຖິງ​ນີ້ ຈະ​ມີ​ໜ້າ​ໃໝ່​ຫຼາຍໆ​ຄົນເຂົ້າມາ ໃນ​ລັດ​ຖະ​ສະ​ພາ
ສະ​ຫະ​ລັດ ແລະພວກ​ແມ່​ຍິງ​ທີ່​ມີຈຳນວນ​ສູງ​ເປັນ​ປະ​ຫວັດ​ການ 126 ຄົນ ຈະ​ສາ​ບານ
​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ.

ນີ້ແມ່ນ ເປັນ​ສ່ວນ​ນຶ່ງ​ ຂອງການ​ຊຸກ​ຍູ້​ໃຫ້​ພວກ​ແມ່​ຍິງ ພາກັນ​ອອກ​ໄປ​ປ່ອນ​ບັດ.

ນັບຕັ້ງແຕ່ການເລີ້ມຕົ້ນຂອງ​ລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທ່ານດໍໂນ​ລ
ທ​ຣຳ…ຄຳ​ເວົ້າ​ຂອງ​ທ່ານ​ກ່ຽວ​ກັບ​ພວກ​ແມ່​ຍິງ​ແລະ​ນະ​ໂຍ​ບາຍ​ຂອງເພິ່ນ…ໄດ້ຍັງ​ຜົນ​
ໃຫ້​ມີ​ຜູ້​ຄົນ​ຈຳ​ນວນ​ຫຼາຍ​ພັນ​ຄົນ​ລົງ​ສູ່​ທ້ອງ​ຖະ​ໜົນ​ ເພື່ອ​ປະ​ທ້ວງ. ມີ​ພວກ​ອື່ນໆ ກໍພາ​ກັນ
ອອກ​ໄປເຄາະ​ປະ​ຕູ ໃນ​ຊ່ວງ​ເລືອກ​ຕັ້ງ​ກາງ​ສະ​ໄໝ ເພື່ອຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ.

​ທ່ານ ກວຽນ ແມັ​ຄ​ຄີ (Guian McKee, UVA) ນັກ​ວິ​ໄຈ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ
​ເວີ​ຈີ​ເນຍ ກ່າວ​ວ່າ "ສິ່ງທີ່​ພວກ​ເຮົາ​ໄດ້ເຫັນ​ ໃນ​ການ​ເດີນ​ຂະ​ບວນ​ຂອງ​ພວກ​ແມ່​ຍິງ
ໃນ​ເດືອນ​ມັງ​ກອນ​ປີ 2017, ຊຶ່ງ​ເປັນ​ການ​ເລີ້ມ​ຕົ້ນ​ຂອງພະ​ລັງດັ່ງກ່າວ. ນີ້​ແມ່ນ​ຈຸດ​
ເພັ່ງເລັງ​ໃສ່ການເຄື່ອນ​ໄຫວສຳລັບ​ຫຼາຍໆ​ຄົນ, ພວກ​ແມ່​ຍິງຫຼາຍຄົນ​ໄດ້​ພາກັນ
ອອກມາດ້ວຍຄວາມໂມໂຫ ຍ້ອນຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ​ອັນ​ເປັນ​ວິທີ​ແບບ​
ທົ່ວ​ໄປ​ຂອງທ່ານ​ທ​ຣຳ.”

ເພີ່ມ​ໃສ່​ຄວາມ​ໂກດ​ແຄ້ນຂອງ​ພວກ​ແມ່​ຍິງ​ນັ້ນ, ກໍມີເລື້ອງທີ່ເດັ່ນໆຄືເລື້ອງ​ການ​ລະ​ເມີດ
​ທາງ​ເພດໃນ​ສະ​ຖານ​ທີ່​ເຮັດ​ວຽກ. ບັນ​ຫາ​ດັ່ງ​ກ່າວໄດ້ກະ​ຕຸ້ນ​ໃຫ້​ມີ​ການ​ໂຕ້​ວາ​ທີກັນ
ໃນ​ລະ​ດັບ​ຊາດ ແລະ​ເປັນ​ຂະ​ນວນ​ເຮັດ​ໃຫ້​ເກີດ​ຂະ​ບວນ​ການ ທີ່​ເອີ້ນ​ວ່າ #metoo
Movement ຂຶ້ນມາ.

​ການເຄື່ອນໄຫວດັ່ງ​ກ່າວ ຍັງ​ໄດ້ດຶງ​ເອົາ​ພວກ​ຜູ້​ຊາຍ​ສິບກວ່າ​ຄົນ​ລົງມາຈາກ​ການ
ເປັນຕົວຢ່າງທີ່ດີເດັ່ນ ເຊັ່ນ ທ່ານ​ບິ​ລ ຄອ​ສ​ບີ, ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ຖືກ​ສະ​ຖາ​ປະ​ນາ​ວ່າ
ເປັນ“ພໍ່​ແຫ່ງ​ຊາດ ຂອງ​ຊາວ​ອາ​ເມ​ຣິ​ກັນ,” ຊຶ່ງ​ປັດ​ຈຸ​ບັນ​ນີ້ ແມ່ນພວມ​ຕິດ​ຄຸກ ໃນ​ຖານະ
​ວາງ​ຢາ​ແລະ​ລະ​ເມີດ​ທາງ​ເພດ​ ແມ່​ຍິງ​ຜູ້​ນຶ່ງ ເມື່ອຫຼາຍໆປີຜ່ານ​ມາ​.

​ທ່ານນາງ ລີໆ ເບີ​ຣ໌​ນາຣ໌ດ (Lili Bernard, Cosby Accuser) ຜູ້​ທີ່ກ່າວ​ຫາ​ທ່ານ
ຄອ​ສ​ບີ ກ່າວ​ວ່າ "ມັນແມ່ນ​ໄຊ​ຊະ​ນະ​ຂອງ​ພວກ​ທີ່​ລອດ​ພົ້ນ​ ຈາກ​ການຖືກ​ລ່ວງ
ລະ​ເມີດ​ທາງ​ເພດທັງ​ຫຼາຍ."


​ອະ​ດີດ​ທ່ານໝໍ​ຂອງ​ທີມ​ກາຍ​ຍະ​ກຳ​ສະ​ຫະ​ລັດ ທ່ານແລ​ຣີ ນາ​ຊາ​ຣ໌ ແມ່ນ​ໄດ້​ຖືກ​ຕັດ
​ສິນ​ວ່າ​ມີ​ຄວາມ​ຜິດ​ແລະ​ໄດ້​ຮັບ​ໂທດ​ ​ຖານ​ລະ​ເມີດ​ທາງ​ເພດ ​ຕໍ່​ພວກ​ເດັກ​ນ້ອຍ
​ແມ່​ຍິງ​ຫຼາຍກວ່າ 100 ຄົນ ທີ່​ຮວມ​ທັງ ​ນັກກາຍ​ຍະ​ກຳ ເຈົ້​າ​ຂອງ​ຫຼຽນ​ໂອ​ລິມ​ປິກ​ນຳ.

ນາງຈໍ​ເດັນ ວີ​ເບີ​ຣ໌​ເຈົ້​າ​ຂອງ​ຫຼຽນ​ຄຳໂອ​ລິມ​ປິກ​ ກ່າວ​ວ່າ " ເຖິງ​ແມ່ນ​ວ່າ ຂ້ອຍຈະ​ເປັນ
ຜູ້​ເຄາະຮ້າຍກໍຕາມ ແຕ່ຂ້ອຍຈະບໍ່ແມ່ນ,ແລະ​ຈະ​ບໍ່ຢູ່ໃນ​ຊີ​ວິດ​ແບບ​ນັ້ນ​."


ຄົນ​ທີ່ທ່ານ​ທ​ຣຳ ເລືອກ​ໃ​ຫ້​ເປັນ​ຜູ້ພິ​ພາກ​ສາ​ສານ​ສູງ​ສຸດ​ສະ​ຫະ​ລັດ ທ່ານ ແບ​ຣັຕ
ຄາ​ວາ​ນໍ ກໍ​ແມ່ນ​ຜູ້​ນຶ່ງ ​ທີ່​ຖືກ​ກ່າວ​ຫາລວນລາມທາງ​ເພດ.

ທ່ານນາງຄ​ຣິ​ສເຕັນ ແບ​ລ​ຊີ ຟອ​ຣ໌ດ ຜູ້​ທີ່ກ່າວ​ຫາ​ທ່ານ ຄາ​ວາ​ນໍ ເວົ້າ​ວ່າ "ຂ້າພະ​ເຈົ້າ​
ຄິດ​ວ່າ​ລາວ​ຈະ​ຂົ່ມ​ຂືນ​ຂ້າ​ພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຮ້ອງ​ໃຫ້​ຄົນ​ຊ່ອຍ​."


ທ່ານ ແບ​ຣັ​ຕ ຄາ​ວາ​ນໍ ​ຊຶ່ງເວລານັ້ນເປັນຜູ້ຖືກສະເໜີຊື໋ ໃຫ້ເປັນຜູ້ພິ​ພາກ​ສາ​ສານ​ສູງ​ສຸດ
​ສະ​ຫະ​ລັດ ກ່າວ​ວ່າ "ຂ້າພະ​ເຈົ້າບໍ່​ເຄີຍ​ກະ​ທຳ​ແບບ​ນັ້ນກັບ​ລາວ ຫຼື ກັບ​ຜູ້​ໃດ , ນັ້ນ​ບໍ່​
ແມ່ນ​ວິທີ​ຂອງ ຂ້າພະ​ເຈົ້າ."


ທ່ານຄາ​ວາ​ນໍ ​ໄດ້​ຮັບ​ການ​ຢືນ​ຢັນ​ໃຫ້​ເປັນ ຜູ້ພິ​ພາກ​ສາ​ສານ​ສູງ​ສຸດຂອງ​ແຜ່ນ​ດິນ.
ແຕ່ ຍັງ​ມີ​ການ​ກ່າວ​ຫາ ຕໍ່​ຕ້ານ​ເພິ່ນຕື່ມ​ອີກ ທີ່​ເປັນ​ເຊື້ອເພີງສຳລັບສິດ​ທິ​ຂອງ​ພວກ
​ແມ່​ຍິງ.

ທ່ານນາງ​ເຣີ​ແບັກ​ກາ ​ເທ​ຣ​ສ​ເຕີ​ຣ໌ ຜູ້​ນຳ​ຂອງ​ຂະ​ບວນ​ການ #metoo Movement
ກ່າວ​ວ່າ "ຕະ​ຫຼອດເວ​ລາໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ຣິ​ກາ, ຄວາມ​ໂກດ​ແຄ້ນ​ຍ້ອນ
ຄວາມ​ບໍ່​ເທົ່າ​ທຽມ​ກັນ,ໄດ້​ເຮັດ​ໃຫ້​ພວກ​ແມ່​ຍິງ​ລຸກ​ອອກ​ຈາກ​ເກົ້າ​ອີ້​ຂອງ​ພວກ​ເຂົາ​ເຈົ້າ
ອອກ​ມາ​ພົວ​ພັນ​ໃນ​ທາງ​ການ​ເມືອງ."

ນີ້​ແມ່ນຜົນຂອງຄວາມ​ໂກດ​ແຄ້ນ​ບໍ? ພວກ​ນັກ​ວິ​ໄຈ ກ່າວ​ວ່າ ນີ້​ແມ່ນສິ່ງ​ທຳ​ອິດ​ຂອງ
​ເລື້ອງ​ນີ້ ໃນການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.

ທ່ານນາງມອ​ລ​ລີ ໂອ​ຣຸ​ຄ (Molly O'Rourke, American University) ຈາກມະ​ຫາ
​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ ກ່າວ​ວ່າ "ພວກອອກ​ມາ​ປ່ອນ​ບັດ​ທັງ​ຫຼາຍ ມີ​ໂອ​ກາດ​ທີ່​ຈະ
ເລືອກ​ເອົາ​ພວກ​ຜູ້​ນຳ ພວກ​ທີ່​ຈະ​ເປັນ​ຕົວ​ແທນ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ເບິ່ງ​ເປັນ​
ຄົນ​ອາ​ເມ​ຣິ​ກັນ​ແທ້. ມັນ​ມີ​ຜູ້​ລົງ​ແຂ່ງ​ຂັນ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ທີ່​ຫຼາກ​ຫຼາຍພື້ນ​ຖານ​
ຄວາມ​ເປັນ​ມາ ແລະ​ຈາກ​ພວກ​ທີ່​ມີ​ສີ​ຜີວຕ່າງໆ ຮວ​ມ​ທັງ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ
ອາ​ຟ​ຣິ​ກາ, ​ສະ​ເປນ, ຄົນ​ຊົນ​ເຜົ່າ​ພື້ນ​ເມືອງ ແລະ​ພວກ​ຮັກ​ຮ່ວມ​ເພດ LGBTQ
ທັງ​ຫຼາຍນຳ."


​ພວກມີ​ສິດ​ປ່ອນ​ບັດ​ທັງ​ຫຼາຍ ແມ່ນ​ໄດ້​ເລືອກ​ເອົາ​ພວກ​ທີ່​ມີ​ຫຼາກ​ຫຼາຍ​ພື້ນ​ຖານຜູ້​ນຳຄົນ
ທຳ​ອິດ​ທີ່​ເປັນ​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ປາ​ແລັ​ສ​ໄຕ ແລະຄົນທຳ​ອິດຂອງຊາວ​ອາ​ເມ​ຣິ​ກັນ
ເຊື້ອ​ສາຍໂຊ​ມາ​ເລຍ. ທັງສອງ​ທ່ານ​ແມ່ນ​ພວກ​ແມ່​ຍິງ​ຊາວ​ມຸ​ສ​ລິ​ມ ໃນ​ລັດ​ຖະ​ສະ​ພາ.

ທ່ານນາງໂອ​ຣຸ​ຄ ກ່າວ​ເພີ້ມ​ຕື່ມ​ວ່າ "ພວກມີ​ສິດ​ປ່ອນ​ບັດ​ທັງ​ຫຼາຍ ໄດ້​ເກີດຄວາມເບື່ອໜ່າຍ​ມາ​ຫຼາຍ​ປີ​ແລ້ວ ກ່ຽວ​ກັບ​ການບໍລິຫານໃນ​ວໍ​ຊີງ​ຕັນ. ແລະ​ສ່ວນ​ນຶ່ງ​ໃນ​ນັ້ນ​ກໍແມ່ນ​ຄວາມ​ຄິດ​ທີ່​ວ່າ ມັນ​ເບິ່ງ​ຄື​ວ່າ ມີ​ແຕ່​ພວກ​ຜູ້​ເຖົ້າທີ່ເກົ່າແກ່ບໍ​ລິ​ຫານເລື້ອຍມາ."

ແຕ່ວໍ​ຊີງ​ຕັນ ກໍ​ຍັງ​ຄອບ​ງຳ​ໄປດ້ວຍ​ພວກ​ຜູ້​ຊາຍ​ຢູ່. ພວກ​ແມ່​ຍິງ​ແມ່ນ​ມີ​ໜ້ອຍກວ່າ 25 ເປີ​ເຊັນ ໃນລັດ​ຖະ​ສະ​ພາ ແຕ່ແມ່ນ 51 ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊາ​ກອນ​ຂອງ​ປະ​ເທດ.


ເຖິງແມ່ນ​ວ່າ​ ຫົນ​ທາງ​ຈະຍັງ​ຍາວ​ໄກຢູ່​ຕໍ່​ໜ້າ, ແຕ່​ພວກທີ່​ເປັນ​ກະ​ບອກ​ສຽງ​ຂອງ​ພວກ​
ແມ່​ຍິງທັງ​ຫຼາຍ ກໍຄາດ​ຄະ​ເນ​ວ່າ “ປີຂອງ​ພວກ​ແມ່​ຍິງ ຫຼື Year of the Woman”
ກໍແມ່ນຈະ​ຍາວ​ໄກ ໄປເກີນກວ່າ ປີ 2018.

2018 has been dubbed "The Year of the Woman," after a record number of women were electetd to national, state and local legislatures across the United States. The diverse group includes several first-timers who took the leap into politics in response to the Trump administration's policies. VOA's Jesusemen (Jay-sue-seh-meh) Oni takes a look back at the political climate that galvanized American women.

There will be plenty of new faces on Capitol Hill come January.

And a record number of women. 126 will take the oath of office.

This is, in part, because of a major push to get women to vote.

From the beginning of U-S- President Donald Trump's administration... his remarks about women and his administration's policies... prompted thousands to take to the streets in protest. Others knocked on doors during the midterm elections demanding changes.

Guian McKee, UVA analyst
"What we saw with the women's march in January of 2017, the beginning of this kind of energy. This focused activism for many people, many women coming out of outrage over Trump's comments, Trump's general approach."

Adding to women's anger, high-profile cases involving claims of sexual harassment in the workplace. The issue ignited a national debate and sparked the so-called #metoo Movement.

The movement also brought down dozens of men including television icon Bill Cosby, once hailed as "America's dad," now behind bars for drugging and sexually assaulting a woman years ago.

Lili Bernard, Cosby Accuser
"It is a victory for all sexual assault survivors."

Former team USA gymnastics doctor Larry Nassar was convicted and sentenced for molesting more than 100 young girls, including Olympic medalists.

Jordan Wieber, U.S. Olympic Gold Medalist
"Even though I'm a victim, I do not, and will not, live my life as one."

President Trump's pick for the Supreme Court, Judge Brett Kavanaugh was also accused of sexual misconduct.

CHRISTINE BLASEY FORD, KAVANAUGH ACCUSER
"I believed he was going to rape me.I tried to yell for help."

BRETT KAVANAUGH, SUPREME COURT NOMINEE
"I have never done this to her or to anyone. That is not who I am."

Kavanaugh was confirmed to the highest court of the land. But the allegations against him further fueled the debate over women's rights.

REBECCA TRAISTER, ME TOO MOVEMENT LEADER
"Throughout American history, anger at inequality, has driven women off their couches out the door to engage in politics."

The result of that anger? Analysts say first-of-a-kind midterm elections.

Molly O'Rourke, American University
"Voters had an opportunity to elect leaders who actually represent and look like Americans. There were more diverse candidates and candidates of color on the ballot - African American, Hispanic, Native American, LGBTQ candidates."

Voters elected a diverse group of specifically womenincluding the first Palestinian American and the first Somali American. Both are also the first Muslim women in Congress.

Molly O'Rourke, American University
"Voters have been disgusted for many years about how Washington is run. And part of that is the idea that it seems like it's always the same old people who are governing."

But Washington is still dominated by men. Women make up less than a quarter of Congress but 51% of the nation's population.

Despite the long road ahead, Women rights advocates predict the "Year of the Woman" will extend beyond 2018.

XS
SM
MD
LG