ເປັນເວລາສີ່ເດືອນຜ່ານມາ ທີ່ຊາວໂຣຮິງຢາ ໄດ້ເລີ້ມພາກັນຫລົບໜີ ຫລັງຈາກມີລາຍ
ງານວ່າ ພວກຄົນຮ້າຍໄດ້ໂຈມຕີປ້ອມຍາມຕຳຫລວດມ່ຽນມ່າຫຼາຍແຫ່ງ. ສະຕີວ ແຊນ
ຝອດ ກ່າວຕໍ່ພວກອົບພະຍົບ ແລະພະນັກງານໃຫ້ການຊ່ວຍເຫລືອເພື່ອຢາກໄດ້ຮັບ
ຄວາມຮູ້ສຶກເຖິງສະພາບການຢູ່ພາກພື້ນດິນສຳລັບ ຊາວອົບພະຍົບຫຼາຍກວ່າ 650.
000 ຄົນຊຶ່ງ ກິ່ງສະວັນ ຈະນຳລາຍລະອຽດມາສະເໜີທ່ານ.
ລະດູໜາວໄດ້ມາເຖິງ ສຳລັບຊາວອົບພະຍົບໂຣຮິງຢາຫລາຍກວ່າ 650,000 ຄົນ ຜູ້ທີ່
ໄດ້ຫຫລົບໜີຈາກການທັບມ້າງທີ່ໂຫດຮ້າຍ ໂດຍກຳລັງມຽນມາໃນສີ່ເດືອນທີ່ຜ່ານມາ.
ເສັ້ນສາຍຂອງສະບຽງອາຫານ ແລະທີ່ພັກພາອາໄສພວມຖືກຈັດແຈງຊ້າລົງ ແລະການ
ລໍຖ້າ ກໍແມ່ນຍາວນານ ແລະສະບຽງຕ່າງໆກໍຂາດເຂີນສຳລັບພວກຄອບຄົວໃຫຍ່ ທີ່ມີ
ຫລາຍກວ່າແປດຄົນ.
ນາງຟາຕິມາ ນົວ ຜູ້ທີ່ຫາກໍມາຮອດໃໝ່ໆກ່າວວ່າ "ເຂົາເຈົ້າເອົາເຂົ້າໃຫ້ພວກເຮົາ 10
ຫລື12 ກິໂລກຣາມ ແຕ່ມັນບໍ່ພໍກິນ. ເຂົາເຈົ້າເອົາແຕ່ທໍ່ນັ້ນໃນແຕ່ລະເດືອນ. ແຕ່ຂ້າ
ພະເຈົ້າ ບໍ່ໄດ້ເຂົ້າຫລາຍກວ່າ 10 ກິໂລກຣາມ.”
ອົງການອາຫານໂລກ ໄດ້ສົ່ງເຂົ້າໃຫ້ ຫລາຍກວ່າ 20,000 ໂຕນ ແກ່ 185,000 ຄອບ
ຄົວ ແຕ່ກໍຍອມຮັບວ່າມັນບໍ່ພຽງພໍ.
ທ່ານນາງແຊນລີ ທັກກຣານ ຈາກອົງການອາຫານໂລກ ກ່າວວ່າ “ຄວາມຈິງແລ້ວ ພວກເຮົາກຳລັງແນເປົ້າໝາຍໃສ່ບັນດາຄອບຄົວ ແລະຂະໜາດຂອງຄອບຄົວແທ້ໆ ເພື່ອ
ຢາກຮູ້ວ່າພວກເຮົາຈະໄດ້ເພີ້ມຈຳນວນໃຫ້ແກ່ ພວກຄອບຄົວທີ່ມີສີ່ຄົນ ຫາຫົກຄົນ
ແລະພວກທີ່ມີແປດຄົນ ເພີ້ມໃຫ້ເປັນສອງເທົ່າ. ພວກເຮົາຕ້ອງໄດ້ຕອບສະໜອງ
ຄວາມຕ້ອງການຂອງພວກທີ່ບອກພວກເຮົາວ່າ ພວກເຮົາຫີວ ພວກເຮົາບໍ່ມີອາຫານ
ພຽງພໍ.”
ການສຳຫລວດສູນເມື່ອບໍ່ດົນມານີ້ ໂດຍ ບັນດາກຸ່ມສິດທິມະນຸດ ນາຍແພດບໍ່ມີພົມແດນ
ລາຍງານວ່າ ຊາວໂຣຮິງຢາຢ່າງໜ້ອຍ 6,700 ຄົນ ໄດ້ຖືກຂ້າຕາຍ ລະຫວ່າງການໂຈມ
ຕີໃນມຽນມາ ແລະພາບຖ່າຍຈາກດາວທຽມສະແດງໃຫ້ເຫັນວ່າ ຫລາຍກວ່າ 40 ໝູ່ບ້ານ
ທີ່ມີຕຶກອາຄານຖືກທຳລາຍໃນເດືອນພະຈິກ ຊຶ່ງນຳຈຳນວນມາສູ່ທັງໝົດ 354 ຫລັງ.
ໃນຂະນະທີ່ມີຫລັກຖານເພີ່ມຂຶ້ນ ຄວາມເຫັນພ້ອມນຳກັນລະຫວ່າງບັນດາພະນັກງານ
ຜູ້ມີປະສົບການທີ່ສຸດກໍບໍ່ເປັນທີ່ແປກໃຈ.
ທ່ານອາເຊີວາທຳ ຟຣໍລິງຕັນ ຈາກອົງການພະລັງສັນຕິພາຍ ທີ່ໃຫ້ລະເວັ້ນຄວາມຮຸນ
ແຮງກ່າວວ່າ “ໃນການຜ່ານພ່າສະພາບຄວາມໂຫດຮ້າຍທັງໝົດເຫລົ່ານີ້ມາ ໂດຍ
ໄດ້ເຫັນພວກອ້າຍເອື້ອຍນ້ອງແລະພໍ່ແມ່ ຖືກຂ້າຕາຍຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ
ເຈົ້າ ແລະຖືກຂົ່ມຂືນອິງຕາມ ບັນດາປະຊາຄົມ ມັນບໍ່ເປັນທີ່ເໝາະສົມທີ່ຈະກັບຄືນ
ມາໂດຍທັນທີ່.”
ຕົກມາເຖິງເດືອນທັນວາ ຈຳນວນອົບພະຍົບທັງໝົດຢູ່ສູນຕ່າງໆມີຢູ່ເກືອບ 860,000
ຄົນ ຮວມທັງພວກທີ່ພາກັນຫລົບໜີ ກ່ອນການທັບມ້າງຫວ່າງມໍ່ໆມານີ້ນຳ. ແລະອົບພະ
ຍົບຄືທ້າວມູຮາມິດ ອາມາຣ ກໍບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນ ວ່າກຳລັງຕຽມຕົວ
ຈະກັບເມືອບ້ານ.
ທ້າວອາມາຣ ກ່າວວ່າ “ພວກເຮົາຈະບໍ່ກັບຄືນໄປມຽນມາຢ່າງງ່າຍໆ ນອກຈາກວ່າ
ພວກເຮົາຈະໄດ້ຮັບສິດຂອງພວກເຮົາ. ຖ້າຫາກພວກເຮົາກັບໄປພວກເຂົາກໍຈະຕັດ
ແລະຂ້າ ແລະຍິງພວກເຮົາຖິ້ມ. ເພາະສະນັ້ນພວກເຮົາຈຶ່ງຈະບໍ່ກັບຄືນເທື່ອ.”
ລັດຖະບານມຽນມາໄດ້ປະຕິເສດການກ່າວຫາມາເປັນເວລານານ ວ່າທຳ
ຄວາມໂຫດຮ້າຍຕໍ່ຊາວໂຣຮິງຢາ ແຕ່ມັນກໍບໍ່ເປັນທີ່ແຈ້ງຂາວ ວ່າເວລາໃດ ຫລືເມື່ອໃດ
ຊາວມຸສລິມກຸ່ມນ້ອຍຈະສາມາດກັບຄືນໄປໄດ້. ໃນຂະນະດຽວກັນວິກິດຕະການດ້ານ
ມະນຸດສະທຳຢູ່ໃນສູນອົບພະຍົບຕ່າງໆ ກໍເບິ່ງຄືຈະດຳເນີນຕໍ່ໄປ ໃນປີ 2018.