ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສ​ລີ​ພາບ​ໃນ​ການອອກ​ຂ່າວ ກຳ​ລັງຖືກ​ຂົ່ມ​ຂູ່ນັບ​ມື້ ຢູ່​ທົ່ວ​ໂລກ


ນັກ​ຂ່າວ​ໂທ​ລະ​ພາບ ທ່ານ​ຈິມ ອາ​ໂກ​ສ​ຕາ ກຳ​ລັງ​ຢືນ​ລາຍ​ງານ​ຢູ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 2 ສິງ​ຫາ 2018.
ນັກ​ຂ່າວ​ໂທ​ລະ​ພາບ ທ່ານ​ຈິມ ອາ​ໂກ​ສ​ຕາ ກຳ​ລັງ​ຢືນ​ລາຍ​ງານ​ຢູ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ວັນ​ທີ 2 ສິງ​ຫາ 2018.

ເສ​ລີ​ພາບ​ໃນ​ການອອກ​ຂ່າວ ກຳ​ລັງຖືກ​ຂົ່ມ​ຂູ່ນັບ​ມື້ ນັບຫລາຍ​ຂຶ້ນ​ຢູ່ໃນ​ທົ່ວ​ໂລກ, ອີງ
​ຕາມ ລາຍ​ງານ​ຂອງ​ກຸ່ມສິ້ງ​ຊອມ​ດ້ານຂ່າວ​ສານຕ່າງໆ ເຊັ່ນ​ຄະ​ນະ​ກຳ​ມະ​ການປົກ​ປ້ອ​ງ
ນັກ​ຂ່າວ ແລະ​ພວກລາ​ຍ​ງານຂ່າວ​ທີ່​ບໍ່​ມີ​ພົມ​ແດນ Committee to Protect Jour-
nalists ຫລື Reporters without Borders. ທັງ​ສອງ​ກຸ່ມ​ກ່າວ​ວ່າ ຈຳ​ນວນ​ພວກ​ນັກ
​ຂ່າວທີ່​ຖືກ​ສັງ​ຫານ, ລັກ​ພາ​ໂຕ ແລະ​ຖືກ​ກັກ​ຂັງ ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ຕົນ​ຢູ່
ນັ້ນ ມີ​ທ່າ​ອ່ຽງເພີ້ມ​ຂຶ້ນ​ໃນ​ປີ 2018 ນີ້. ນັກ​ຂ່າວ​ວີ​ໂອ​ເອ ເອ​ລີ​ຊາ​ເບັ​ຕ​ຮ໌ ເຊີ​ແນັ​ຟ
(Elizabeth Cherneff) ມີ​ລາຍ​ງານ​ ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ກິ່ງ​ສະ​ຫວັນ​ ຈະ​ນຳ​ມາ​ສະ
​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ເດືອນ​ເມ​ສາຜ່ານ​ມາ,​ ຜູ້​ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ລັດ​ອິ​ສ​ລາມ​ຄົນ​ນຶ່ງຢູ່​ໃນ​ອັ​ຟ​ກາ​ສິນ
​ຖານ ໄດ້​ປອມ​ໂຕ​ເປັນ​ນັກ​ຂ່າວໄດ້ສັງ​ຫານຊີ​ວິດ​ຂອງ 26 ຄົນ ຊຶ່ງຮວມ​ທັງ​ນັກ​ຂ່າວ​ເກົ້າ
​ຄົນ ທີ່​ໄດ້​ຟ້າວ​ໄປ​ຫາບ່ອນ​ເກີດ​ເຫດ ຫຼັງ​ຈາກ​ລະ​ເບີດ​ແຕກຄັ້ງ​ທຳ​ອິດ.

ໃນເດືອນ​ມິ​ຖຸ​ນາຜ່ານ​ມາ, ມື​ປືນ​ຄົນ​ນຶ່ງ​ໄດ້​ຍ່າງ​ເຂົ້າໄປ​ໃນ​ຫ້ອງ​ຂ່າວ​ໃນ​ລັດແມ​ຣີ​ແລນ
ແລະ​ໄດ້​ເປີດ​ສາກ​ຍິງໃສ່​ຄົນ ຊຶ່ງສັງ​ຫານ​ພະ​ນັກ​ງານ​ໜັງ​ສື​ພິມໃນ​ທ້ອງ​ຖິ່ນນັ້ນ​ຫ້າ​ຄົນ.

ແລະ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ, ນັກ​ຂ່າວ​ຂອງໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ຕ໌, ທ່ານ​ຈາ​ມາ​ລ
ຄາ​ຊອກ​ກີ ໄດ້​ຖືກຂ້າ​ຕາຍ​ຢູ່​ໃນສະ​ຖານ​ກົງ​ສຸນຂອງຊ​າ​ອຸ​ດີ ໃນ​ປະ​ເທດ​ເທີ​ກີ.

ນັບ​ແຕ່​ການຖືກ​ລັກ​ພາ​ໂຕ ແລະ​ການສັງ​ຫານຊີ​ວິດ ຈົນ​ເຖິງຖືກ​ການ​ກັກ​ຂັງ, ໄພ​ຂົ່ມ
​ຂູ່​ຕໍ່ພວກ​ນັກ​ຂ່າວ​ລ້ວນ​ແຕ່ກຳ​ລັງ​ເພີ້ມ​ຂຶ້ນ ໃນ​ອັນ​ທີ່​ຜູ້​ຊ່ຽວ​ຊານ​ກ່າວ​ວ່າ​ ມີ​ທ່​າ ອ່ຽງ
ກຳ​ລັງເພີ້ມ​ຂຶ້ນ​ຢ່າງ​ໜ້າ​ວິ​ຕົກ. ​

ທ່ານ​ນາງ​ມາ​ຣ​ໂກ ອີ​ເວີນ ຈາກ​ກຸ່ມນັກ​ຂ່າວ​ບໍ່​ມີ​ພົ​ມ​ແດນ​ກ່າວ​ວ່າ “ພວກ​ນັກ​ຂ່າວ​ຢູ່​
ໃນ​ປະ​ຊາ​ທິ​ປະ​ໄຕ ກຳ​ລັງ​ເພີ້ມ​ຢູ່ໃນສະ​ພາບທີ່​ຖືກ​ຂົ່ມ​ຂູ່ຂຶ້ນ​ນັບ​ມື້ ແລະ​ພວກ​ນັກ​
ຂ່າວ​ຢູ່​ໃນ​ບັນ​ດາ​ປະ​ເທດ ທີ່​ບໍ່​ມີ​ການ​ຂັດ​ແຍ້ງກັນ ກໍຍັງຢູ່​ໃນ​ສະ​ພາບ​ທີ່​ເປັນ​ອັນ​
ຕະ​ລາຍ​ຍ້ອນການ​ລາຍ​ງານຂ່າວ​ຂອງ​ເຂົາ​ເຈົ້າ.”

ອີງ​ຕາມ​ລາຍ​ງານ​ຈາກ​ບັນ​ດາ​ນັກ​ຂ່າວ​ທີ່​ບໍ່​ມີ​ພົມ​ແດນ ພວກ​ນັກ​ຂ່າວ​ອາ​ຊີບຢ່າງ​ໜ້ອຍ
63 ຄົນ​ ໄດ້​ຖືກ​ສັງ​ຫານ​ໃນ​ປີ 2018. ສ​າມ​ປະ​ເທດ​ທີ່​ເປັນ​ອັນ​ຕະ​ລາຍ ຮ້າຍ​ແຮງ​ສຸດ​ຕໍ່
​ບັນ​ດາ​ນັກ​ຂ່າວ​ແມ່ນ ອັ​ຟ​ກາ​ນິ​ສ​ຖານ, ຊີ​ເຣຍ, ແລະ​ແມັກ​ຊິ​ໂກ ອີງ​ຕາມ​ລາຍ​ງານຂ່າວ.
ແຕ່​ການ​ໂຈມ​ຕີກໍ​ບໍ່ໄດ້​ຈຳ​ກັດຢູ່​ພຽງ​ແຕ່ການຖືກ​ສັງ​ຫານ ຊີ​ວິດ.

ການ​ຈັບ​ພວກ​ນັກ​ຂ່າວໄປ​ຂັງ​ຄຸກ​ກໍກຳລັງ​ເພີ້ມ​ຂຶ້ນເຊັ່ນ​ກັນ. ຄະ​ນະ​ກຳ​ມະ​ການ​ປົກປ້ອງ
ນັກ​ຂ່າວ ເວົ້າ​ວ່າ ຈີນ, ເທີ​ກີ, ແລະ​ອີ​ຈິບ ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ການ​ຈັບ ​ເອົາຫຼາຍກວ່າ
​ເຄິງ​ນຶ່ງ​ຂອງຈຳ​ນວນນັກ​ຂ່າວທັງ​ໝົດ​ ໄປ​ຂັງ​ຄຸກ.

ພວກ​ເຈົ້າ​ໜ້າ​ທີ່ໄດ້ຖືກກ່າວ​ເຖິງວ່າ ເຮັດ​ເຊັ່ນ​ນັ້ນ ແມ່ນຢູ່​ໃນ​ກໍ​ລະ​ນີ​ຢູ່​ໃນ​ມຽນ​ມາ ຊຶ່ງ​ໃນ
​ປີ​ນີ້ໄດ້​ຕັດ​ສິນ​ລົງ​ໂທດ​ນັກຂ່າວ​ຈາກອົງ​ການ​ຂ່າວຣອຍ​ເຕີ້​ສອງ​ຄົນໃຫ້ຕິດ​ຄຸກເປັນ​ເວ​ລາ
​ເຈັດ​ປີ.

ທ່ານ​ໂຣ​ເບີດ ມາ​ໂຮ​ນີ ຄະ​ນະ​ກຳ​ມະ​ການປົກ​ປ້ອງນັກ​ຂ່າວ ກ່າວ​ວ່າ “ເຂົາ​ເຈົ້າ​ໄດ້​ໄປ​
ເອົາ​ຂ່າວກ່ຽວ​ກັບ​ການ​ທຳອາດ​ຊະ​ຍາ​ກຳດ້ານ​ສົງ​ຄາມ, ກ່ຽວ​ກັບຄວາມ​ໂຫດ​ຮ້າຍ.
ແລະຍ້ອນ​ວ່າ​ເປັນເຊັ່ນ​ນັ້ນ ພວກເຂົາ​ເຈົ້າ​ໄດ້​ຖືກວາງ​ແຜນຕົວະຍົວະໂດຍ​ຕຳ​ຫຼວດ
ແລ້ວ​ຖືກກ່າວ​ຫາ​ວ່າ​ລັກ​ເອກ​ກະ​ສານ, ຊຶ່ງ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ ແລະ​ບັດ​ນີ້ ​ຢູ່​ໃນ​ການ​
ດຳ​ເນີນຂະ​ບວນ​ດ້ານ​ຍຸ​ຕິ​ທຳ​ທີ່ໜ້າ​ຕະ​ຫລົກນັ້ນ, ເຂົາ​ເຈົ້າ​ໄດ້​ຖືກ​ເອົາ​ໄປ​ເຂົ້າ​ຄຸກ.
ສະ​ພາບ​ເຫຼົ່າ​ນັ້ນ​ແມ່ນບັນ​ຫາປະ​ເພດດຽວ​ກັນ​ທີ່ບັນ​ດາ​ນັກ​ຂ່າວ​ຢູ່​ໃນ​ປະ​ເທດ​ຂອງ
​ເຂົາ​ເຈົ້າທີ່ທຳ​ໄດ້ລາຍ​ງານ​ກ່ຽວ​ກັບ​ລັດ​ຖະ​ບານຂອງ​ຕົນ, ກຳ​ລັງປະ​ສົບ​ຢູ່.”

ປະ​ທາ​ນາ​ທິບໍດີ​ທ​ຣ​ຳ​ກ່າວ​ວ່າ “ເຈົ້າ​ສ້າງ​ໂຕ​ຂອງ​ເຈົ້າ​ເອງ ແລະກໍ​ຍັງ​ມີ​ພວກ​ນັກ​ຂ່າວ
ຫລາຍ​ຄົນ ທີ່ພາ​ກັນ​ກໍ່​ຄວາ​ມ​ຮຸນ​ແຮງ​ ໂດຍ​ການບໍ່​ໄດ້​ຂຽນຕາມ​ຄວາມ​ເປັນ​ຈິງ.
ຂ່າວຂີ້​ຕົວະກຳ​ລັງ​ກໍ່​ຄວາ​ມ​ຮຸນ​ແຮງຂຶ້ນ.”

ສ່ວນຢູ່​ໃນ​ສະ​ຫະ​ລັດນັ້ນ ຖ້ອຍ​ຄຳ​ທີ່ຕໍ່​ຕ້ານ​ຢ່າງ​ຮຸນ​ແຮງ​ຕໍ່ອົງ​ການ​ສື່ມວນ​ຊົນ ຂອງປະ
​ທາ​ນາ​ທິ​ບໍ​ດີ ໄດ້ເປັນ​ຕົວ​ຢ່າງທີ່ບໍ່​ດີ​ ໃຫ້ແກ່ຜູ້​ນຳຄົນ​ອື່ນໆ ​ທີ່ຢາກ​ໂຈມ​ຕີອົງ​ການຂ່າວ
ສານຕ່າງໆ, ອີງ​ຕາມພວກ​ນັກ​ຊ່ຽວຊານດ້ານນີ້.

ທ່ານ​ທອມ ໂຣ​ເຊັນ​ທ​ຽວ ຈາກ​ສະ​ຖາ​ບັນ​ຂ່າວ​ອາ​ເມ​ຣິ​ກັນ​ກ່າວ​ວ່າ “ໂດຍ​ການ​ຮ້ອງ
ພວກເຂົາ​ເຈົ້າ​ວ່າ ​ຂ່າວຂີ້​ຕົວະ ມັນກໍໝາຍ​ຄວາມ​ວ່າ ທ່ານ​ເວົ້າວ່າ ພວກ​ເຂົາ​ເຈົ້າ​ບໍ່​
ເປັນ​ໜ້າເຊື່ອ​ຖື, ໂດຍ​ກ່າວ​ວ່າ​ເຂົາ​ເຈົ້າ​ລົ້ມ​ແຫຼວ, ໃນໝາຍ​ຄວາມ​ວ່າ ທ່ານ​ບອກວ່າ
​ຢູ່ບ່ອນທີ່​ຜິດພາດຂອງ​ປະຫ​ວັດ​ສາດ. ແລະ​ໂດຍການ​ກ່າວ​ວ່າ​ ເຂົາ​ເຈົ້າ​ເປັນ​ສັດ​ຕູ
ຂອງປະ​ຊາ​ຊົນ, ກໍ​ໝາຍ​ຄວາມ​ວ່າທ່ານເວົ້າວ່າ ຕົນ​ເອງ​ເປັນປະ​ຊາ​ຊົນ,ຖ້າ​ຫາກ​
ເຂົາ​ເຈົ້າ​ເປັນ​ສັດ​ຕູ​ຕໍ່​ຂ້ອຍ, ຖ້າ​ເຂົາ​ເຈົ້າ​ຕິ​ຕຽນ​ຂ້ອຍ, ທີ່ຈິງ​ແລ້​ວ ກໍແມ່ນ​ເຂົາ​ເຈົ້າ​
ຕິ​ຕຽນ​ທ່ານ.”

ຄວາມ​ເຊື່ອ​ຖື​ຂອງ​ປະ​ຊາ​ຊົນຕໍ່​ອົງ​ການ​ຂ່າວ​ອາ​ເມ​ຣິ​ກາ ແມ່ນຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ຊຶ່ງ​
ບາງ​ຄົນ​ກໍ​ເວົ້າ​ວ່າ​ ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງກວ້າງ​ຂ​ວາງວ່າ ​ເສ​ລີ​ພາບ​ໃນ​ການ
​ອອກຂ່າວ​ຢູ່​ທົ່ວ​ໂລກຕົກ​ຕ່ຳ​ລົງ. ແຕ່​ວ່າ ກໍ​ຍັງ​ມີ​ຮອງ​ຮອຍທີ່​ຊີ້​ໃຫ້​ເຫັນ ໃນແງ່ບ​ວກ​ບາງ​
ຢ່າງທີ່​ສະ​ແດງ​ວ່າ ມັນ​ກໍ​ມີ​ການ​ປ່ຽນ​ແປງຢູ່​ເຊັ່ນ​ກັນ.

ຢູ່​ໃນ​ເອ​ທິ​ໂອ​ເປຍ ທີ່​ກຳ​ລັງ​ຢູ່​ໃນ​ການ​ປະ​ຕິ​ຮູບ​ທາງປະ​ຊາ​ທິ​ປະ​ໄຕ ຊຶ່ງດຳ​ເນີນໂດຍ​ນາ
​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່, ທ່ານ​ອາ​ບີ ອາເ​ມດ ນັ້ນ ບໍ່​ມີ​ນັກ​ຂ່າວຄົນ​ໃດ​ຖືກ​ຕິດ​ຄຸກ​ເປັນ
​ເທື່ອ​ທຳ​ອິດ​ໃນຮອບ 14 ປີຜ່ານ​ມາ. ແລະ​ຍັງບໍ່ພຽງ​ແຕ່​ເທົ່າ​ນັ້ນ.

ຍານ​າງ​ມາ​ຣ​ເຊີ ອີ​ເວີນ ນັກ​ຂ່າວ​ບໍ່​ມີ​ພົມ​ແດນ​ກ່າວ​ວ່າ “ພວກ​ເຮົາ​ເຫັນ​ການ​ປ່ຽນ​ແປງ​ຢູ່
​ໃນ​ລະ​ບອບການ​ປົກ​ຄອງຕ່າງໆ ແລະ​ຢູ່​ໃນບັນ​ດາປະ​ເທດໃດ​ນຶ່ງເຊັ່ນ ເອ​ກົວ​ດໍ​ຣ, ເກົາ​
ຫຼີ​ໃຕ້, ກຳ​ເບຍ, ຊຶ່ງ​ໄດ້ກວາມ​ເອົາ​ການ​ປັບ​ປຸງໃນ​ລະ​ດັບ​ໃດ​ນຶ່ງ ​ຢູ່​ໃນ​ດັດ​ສະ​ນີເສ​ລີພາບ
ການ​ອອກ​ຂ່າວ​ໂລກ ຂອງພວກ​ເຮົາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ຂະ​ນະ​ທີ່​ພວກ​ນັກ​ຂ່າວສືບ​ຕໍ່​ປະ​ຕິ​ບັດ​ງານຂອງ​ພວກ​ເຂົາ​ເຈົ້າ​ຢູ່
​ທົ່ວ​ໂລກນັ້ນ ລາຍ​ງານ​ຫລ້າ​ສຸດກໍ​ໄດ້ສົ່​ງ​ສັນ​ຍານໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ດັ່ງ​ກ່າວ
​ ຢູ່​ໃນສະ​ພາບ​ແວດ​ລ້ອມທີ່​ມີ​ຄ​ວາມຫ​ຍຸ້ງ​ຍາກ ແລະ​ສ່ຽງໄພ​ຫລາຍ​ຂຶ້ນ​ນັບ​ມື້.

XS
SM
MD
LG