ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການອ້າງກຳມະສິດ ຂອງຈີນ ຢູ່ທະເລຈີນໃຕ້ ເປັນບັນຫາທ້າທາຍຕໍ່ ຄວາມສາມັກຄີຂອງອາຊ່ຽນ


ກຳປັ່ນລົບຈີນລຳນຶ່ງ ຍິງລູກສອນໄຟ ຂະນະທີ່ທຳການຊ້ອມລົບ ໃຊ້ລູກປືນແທ້ ຢູ່ທະເລຈີນໃຕ້.
ກຳປັ່ນລົບຈີນລຳນຶ່ງ ຍິງລູກສອນໄຟ ຂະນະທີ່ທຳການຊ້ອມລົບ ໃຊ້ລູກປືນແທ້ ຢູ່ທະເລຈີນໃຕ້.
ການອ້າງເອົາກໍາມະສິດຢ່າງໜັກແໜ້ນຫຼາຍຂຶ້ນຂອງຈີນ ກ່ຽວກັບ
ເຂດນໍ້າແດນດິນ ຢູ່ທະເລຈີນໃຕ້ ທີ່ເປັນຂໍ້ຂັດແຍ້ງກັນນັ້ນ ກໍາລັງ
ເປັນບັນຫາທ້າທາຍຢ່າງໃຫຍ່ຕໍ່ຄວາມສາມັກຄີຂອງສະມາຄົມບັນ
ດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ.
ກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນ ທີ່ກຳປູເຈຍປີນີ້ໄດ້
ປະສົບກັບຄວາມລົ້ມແຫຼວໃນການເຈລະຈາກ່ຽວກັບກົດການປະ
ພຶດທີ່ໄດ້ມີການຄາດຫວັງກັນໄວ້ຢ່າງສູງນັ້ນແລະໄດ້ເຜີຍໃຫ້ເຫັນ
ເຖິງຄວາມແຕກແຍກກັນ ລະຫວ່າງ ບັນດາປະເທດສະມາຊິກ.
Daniel Schearf ຜູ້ສື່ຂ່າວຂອງວີໂອເອ ລາຍງານມາຈາກບາງ
ກອກວ່າ ຮ່ອງຮອຍຕ່າງໆສະແດງໃຫ້ເຫັນວ່າການແຂ່ງຂັນເພື່ອ
ເຂົ້າຄວບຄຸມເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະ
ຊາດແຫ່ງນີ້ ກຳລັງດຸເດືອດຂຶ້ນ.

ການປະທ້ວງໄດ້ລະເບີດຂຶ້ນຢູ່ທີ່ຫວຽດນາມ ເພື່ອຕໍ່ຕ້ານຈີນ ຂະນະທີ່ປະເທດດັ່ງກ່າວໄດ້ ອ້າງເອົາກຳມະສິດເກືອບທັງໝົດໃນທະເລຈີນໃຕ້ຊຶ່ງເປັນເຂດທີ່ອຸດົມສົມບູນໄປດ້ວຍນໍ້າ ມັນ ແກັດທຳມະຊາດແລະປາ.

ໜັງສືຜ່ານແດນຫຼືພາສພອດໃໝ່ຂອງຈີນ ແມ່ນມີຮູບແຜນທີ່ກ່ຽວກັບການອ້າງເອົາກຳມະ ສິດຕໍ່ບໍລິເວນສ່ວນໃຫຍ່ ຂອງເຂດດັ່ງກ່າວ. ນອກນັ້ນແລ້ວ ພວກເຈົ້າໜ້າທີ່ຈີນຍັງໄດ້ປະ ກາດວ່າ ຕົນມີສິດທີ່ຈະຢຸດແລະກວດຄົ້ນເຮືອທີ່ແລ່ນຢູ່ໃນເຂດນ່ານນໍ້າທີ່ມີການຂັດແຍ້ງ ກັນ.

ທ່ານ Raul Fernandez ໂຄສົກກະຊວງການຕ່າງປະເທດຟີລິບປິນກ່າວວ່າ ການກະທໍາ ເຊ່ນນັ້ນ ແມ່ນຈະເປັນການລະເມີດຕໍ່ກົດໝາຍຂອງນາໆຊາດ.

ທ່ານ Fernandez ເວົ້າວ່າ “ພວກເຮົາຈະມີບັນຫາ ດ້ານອິດສະຫຼະພາບ ໃນການ ເດີນເຮືອແລະການຄ້າທີ່ຖືກຕ້ອງຕາມກົດໝາຍນຳ. ນີ້ແມ່ນເປັນໄພຂົ່ມຂູ່ຕໍ່ທຸກໆ ປະເທດ ບໍ່ພຽງແຕ່ບັນດາປະເທດທີ່ຢູ່ໃນຂົງເຂດ ແຕ່ຍັງຮວມທັງປະເທດຕ່າງໆ
ທີ່ໃຊ້ເສັ້ນທາງຄົມມະນາຄົມທາງທະເລເຫຼົ່ານີ້ນຳດ້ວຍ.”


ໃນເດືອນເມສາຜ່ານມາ ເຮືອຂອງຟີລີບປິນແລະຈີນໄດ້ປະເຊີນໜ້າກັນຢ່າງເຄັ່ງຄຽດເປັນ ເວລາສອງເດືອນ ກ່ຽວກັບເຂດຫາປາທີ່ຢູ່ອ້ອມແອ້ມໝູ່ເກາະ Scarborough.

ທ່ານ Hong Lei ໂຄສົ ກກະຊວງການຕ່າງປະເທດຈີນໄດ້ຕຳໜິຕິຕຽນກ່ຽວກັບການຮາວີ ລົບກວນຕໍ່ພວກຊາວປະມົງຈີນ ແລະການເຂົ້າໄປສຳຫຼວດ ຂອງຫວຽດນາມ ຮ່ວມກັບອິນ ເດຍຫາຊັບພະຍາກອນໃນເຂດທີ່ມີການຂັດແຍ້ງກັນຢູ່ນັ້ນ.

ທ່ານ Hong Lei ເວົ້າວ່າ “ຈີນແມ່ນຄັດຄ້ານຕໍ່ການພັດທະນາບໍ່ນໍ້າມັນແລະບໍ່ແກັສ ທຳມະຊາດ ຢູ່ໃນບໍລິເວນນ່ານນໍ້າ ທີ່ຍັງມີການຂັດແຍ້ງ ຢູ່ໃນເຂດທະເລຈີນໃຕ້. ພວກເຮົາຫວັງວ່າ ບັນດາປະເທດທີ່ກ່ຽວຂ້ອງຈະໃຫ້ການເຄົາລົບຕໍ່ທ່າທີແລະສິດ ທິຂອງຈີນ.”

ປັກກິ່ງ ບໍ່ຍອມສົນທະນາຫາລື ເລື່ອງດັ່ງກ່າວ ກັບສະມາຄົມບັນດາປະຊາຊາດໃນເຂດເອ ເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ ທັງໆທີ່ຈີນ ໄດ້ອ້າງເອົາກຳມະສິດກວມກັນ ກັບສີ່ປະ ເທດສະມາຊິກຂອງອາຊ່ຽນ ທີ່ປະກອບດ້ວຍ 10 ປະເທດນັ້ນ. ສີ່ປະເທດດັ່ງກ່າວກໍມີ ບຣູ ນາຍ ມາເລເຊຍ ຟີລິບປິນແລະຫວຽດນາມ ທີ່ອ້າງເອົາກໍາມະສິດກວມກັນກັບຈີນແລະໄຕ້ ຫວັນ.

ກອງປະຊຸມສຸດຍອດຂອງອາຊ່ຽນໃນປີນີ້ຢູ່ກຳປູເຈຍ ໄດ້ເຜີຍໃຫ້ເຫັນວ່າ ກຳປູເຈຍຊຶ່ງເປັນ ເຈົ້າພາບໄດ້ເຫັນພ້ອມກັບຈີນ ໃຫ້ຍົກເລີກການເຈລະຈາ ທີ່ດຳເນີນມາເປັນເວລານຶ່ງທົດ ສະວັດ ກ່ຽວກັບກົດການປະພຶດໃນເຂດທະເລຈີນໃຕ້ ທີ່ແນໃສ່ເພື່ອປ້ອງກັນບໍ່ໃຫ້ເກີດບັນ ຫາຂັດແຍ້ງນັ້ນ.
ເຮືອຫາປາຂອງຈີນ ຢູ່ທະເລຈີນໃຕ້
ເຮືອຫາປາຂອງຈີນ ຢູ່ທະເລຈີນໃຕ້

ທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ໄດ້ເຕືອນທຸກ ພັກຝ່າຍ ບໍ່ໃຫ້ເພີ້ມຄວາມເຄັ່ງຕຶງຂຶ້ນ ທີ່ທ່ານກ່າວວ່າ ແນໃສ່ເພື່ອທຳລາຍການເຈລະຈາ ນັ້ນ.

ທ່ານ Natalegawa ເວົ້າວ່າ "ພວກເຂົາເຈົ້າຢາກໄດ້ປຽບໂດຍການເຂົ້າກຳສະຖາ ນະການທາງພາກພື້ນດິນຫຼືສະຖານະການທາງທະເລກ່ອນໝູ່ ກ່ອນທີ່ຈະມີການ ເຈລະຈາກັນ ແລະນີ້ຄືສິ່ງທີ່ພວກເຮົາຈໍາເປັນຕ້ອງໄດ້ເຕືອນໃຫ້ລະມັດລະວັງ ບໍ່ ໃຫ້ເກີດຂຶ້ນຍ້ອນວ່າຖ້າຫາກມັນເກີດຂຶ້ນມັນກໍຈະມີສະຖານະການທີ່ມີການຕອບ ໂຕ້ແບບເທົ່າທຽມກັນ.”

ສ່ວນທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ ກ່າວວ່າ ຄວາມເຄັ່ງ ຕຶງທີ່ເພີ້ມທະວີຂຶ້ນເຮັດໃຫ້ການດຳເນີນຄວາມພະຍາຍາມເພື່ອແກ້ໄຂບັນຫາດັ່ງກ່າວແບບ ສັນຕິວິທີ ປະສົບກັບຄວາມຍຸ່ງຍາກ.

ແຜນທີ່ການອ້າງກຳມະສິດ ໃນທະເລຈີນໃຕ້
ແຜນທີ່ການອ້າງກຳມະສິດ ໃນທະເລຈີນໃຕ້


ທ່ານສຸຣິນເວົ້າວ່າ “ພວກເຮົາ ຕ້ອງເປັນຜູ້ໄກ່ເກ່ຍ ທີ່ຊື່ສັດຈິງໃຈ. ພວກເຮົາຕ້ອງ ເປັນກົນໄກທີ່ເປັນກາງ ເປັນກົນໄກທີ່ມີປະສິດທິພາບ ໃນການສ້າງຄວາມກໍ້າເກິ່ງ ໃຫ້ແກ່ຜົນປະໂຫຍດຂອງພັກຝ່າຍຕ່າງໆທີ່ຍາດແຍ່ງແຂ່ງດີກັນ ໂດຍອ້າງວ່າຕົນ ມີຜົນປະໂຫຍດທີ່ຕ້ອງຖືກຕ້ອງຊອບທຳ ກ່ຽວກັບບັນຫານີ້.”

ປະທານາທິບໍດີບາຣັກ ໂອບາມາ ໄດ້ໄປຮ່ວມປະຊຸມສຸດຍອດເອເຊຍຕາເວັນອອກ ເປັນ ເທື່ອທຳອິດ ທີ່ກຸງພະນົມເປັນ ອັນເປັນພາກສ່ວນນຶ່ງຂອງການຫັນໄປສູ່ເຂດເອເຊຍຂອງ ສະຫະລັດ. ຫຼາຍໆປະເທດມີຄວາມຍິນດີນໍາການມີໜ້າເພີ້ມຂຶ້ນຂອງອາເມຣິກາຢູ່ ໃນຂົງ ເຂດໃນຖານະເປັນແຮງຖ່ວງຫລືຕ້ານຢັນອິດທິພົນທີ່ມີເພີ້ມຂຶ້ນຂອງຈີນ.
XS
SM
MD
LG