5 ປີທີ່ຮ້ອນທີ່ສຸດໃນສະຖິຕິ ແມ່ນໄດ້ເກີດຂືຶ້ນໃນທົດສະວັດນີ້ທັງໝົດ, ແລະ ມັນເບິ່ງຄື
ວ່າ ປີ 2018 ກໍຈະຮວມຢູ່ໃນຖັນແຖວນັ້ນ. ປີນີ້ໄດ້ສະແດງໃຫ້ເຫັນອັນຕະລາຍຂອງ
ສະພາບອາກາດປ່ຽນແປງ, ໃນຂະນະທີ່ມັນໄດ້ສະແດງໃຫ້ເຫັນວ່າ ໂລກຍັງຢູ່ໄກຊ່ຳ
ໃດ ກ່ອນຈະໄດ້ປະເຊີນໜ້າກັບມັນ. ນັກຂ່າວວີໂອເອ ສຕີຟ ບາຣາໂກນາ ມີລາຍງານ
ກ່ຽວກັບ ຄວາມຫາຍານະ ແລະ ບັນຫາຕ່າງໆຈາກສະພາບອາກາດ ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປນີ້.
ໃນເດືອນພະຈິກທີ່ຜ່ານມາ, ໄຟປ່າທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງລັດຄາລິຟໍ
ເນຍ ໄດ້ສັງຫານປະຊາຊົນໄປ 88 ຄົນ, ມັນເປັນຕົວຢ່າງອັນໜ້າຂົນຫົວລຸກຂອງຜົນທີ່
ຕາມມາໃນໂລກ ທີ່ກຳລັງຮ້ອນອົບເອົ້າ.
ໄຟໄໝ້ໃນລັດດັ່ງກ່າວກຳລັງມີຄວາມຮຸນແຮງຂຶ້ນກວ່າເກົ່າ, ອີງຕາມການກ່າວຂອງອະ
ດີດຫົວໜ້ານັກມອດໄຟປ່າ ທ່ານ ເຄັນ ພິມລັອດ (Ken Pimlott).
ທ່ານ ພິມລັອດ ເວົ້າວ່າ “ຫຼາຍຢ່າງ ແມ່ນກຳລັງປ່ຽນແປງ. ເຂົາເຈົ້າສາມາດເວົ້າທຸກຢ່າງ
ທີ່ເຂົາເຈົ້າຢາກເວົ້າ. ແຕ່ນັກດັບໄຟ ແມ່ນກຳລັງຢູ່ໃນສະພາບຂອງອາກາດປ່ຽນແປງ.
ມັນກຳລັງຈ້ອງຕາເບິ່ງໜ້າຂອງເຂົາເຈົ້າທຸກມື້.”
ໃນເດືອນກັນຍາແລ້ວນີ້, ຝົນທີ່ຕົກຫຼາຍເປັນປະຫວັດການ ຈາກພາຍຸເຮີຣິເຄນ
ຟລໍເຣັນສ໌ ໄດ້ກໍ່ໃຫ້ເກີດໄພນ້ຳຖ້ວມຄັ້ງໃຫຍ່ໃນລັດ ຄາໂຣໄລນາເໜືອ.
ໄຟແມ່ນຕັ້ງຢູ່ໃນຈຸດທີ່ຮຸນແຮງຈຸດນຶ່ງ, ແລະ ນ້ຳ ກໍແມ່ນຢູ່ໃນອີກຈຸດນຶ່ງຕ່າງຫາກ,
ຄ້າຍໆກັບວ່າ ເປັນຄວາມແຕກຕ່າງລະຫວ່າງບ່ອນທີ່ໂລກກຳລັງມຸ່ງໜ້າໄປ ກັບ ບ່ອນ
ທີ່ມັນຕ້ອງໄປຢູ່.
ບັນດານັກວິທະຍາສາດຂອງອົງການ ສະຫະປະຊາຊາດ ໄດ້ເປີດເຜີຍລາຍງານທີ່
ໜ້າເປັນຫ່ວງ ກ່ອນການເຈລະຈາ ກ່ຽວກັບ ສະພາບອາກາດໃນເດືອນທັນວາປີນີ້
ໃນປະເທດ ໂປແລນ. ເຊິ່ງທ່ານ ໂຮຊຸງ ລີ ເປັນປະທານຄະນະກຳມະການ.
ທ່ານ ໂຮຊຸງ ກ່າວວ່າ “ມັນໄດ້ສະແດງໃຫ້ເຫັນວ່າ ຈຸດທີ່ຈຳກັດຄວາມອຸ່ນຂອງໂລກ
ແມ່ນ 1.5 ອົງສາແຊລຊຽສ ຊຶ່ງແຄບຫຼາຍ, ມັນຈະຕ້ອງໄດ້ມີການຫຼຸດປະລິມານຂອງ
ການປ່ອຍທາດຄາບອນໄດອັອກໄຊ ລົງປະມານ 45 ເປີເຊັນພາຍ ໃນປີ 2030. ທຸກ
ປີແມ່ນມີຄວາມສຳຄັນ.”
ແຕ່ປີນີ້, ການປ່ອຍຄວັນພິດໄດ້ເພີ່ມຂຶ້ນປະມານ 2.7 ເປີເຊັນ, ເປັນການເພີ່ມຂຶ້ນ ທີ່
ຫຼາຍທີ່ສຸດນັບຕັ້ງແຕ່ປີ 2011 ເປັນຕົ້ນມາ.
ບັນດານັກວິທະຍາສາດຂອງລັດຖະບານ ສະຫະລັດ ໄດ້ເປີດເຜີຍລາຍງານທີ່ໜ້າຕົກ
ໃຈ ກ່ຽວກັບ ຜົນກະທົບຂອງສະພາບອາກາດປ່ຽນແປງຕໍ່ປະເທດ ໃນເດືອນພະຈິກທີ່
ຜ່ານມາ.
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ປະຕິເສດບໍ່ຍອມຮັບ.
ທ່ານ ດໍໂນລ ທຣຳ ກ່າວວ່າ “ຂ້ອຍບໍ່ເຊື່ອມັນ. ບໍ່, ຂ້ອຍບໍ່ເຊື່ອ.”
ທ່ານ ທຣຳ ໄດ້ກ່າວຕໍ່ວີໂອເອວ່າ ການຕັດການປ່ອຍຄວັນພິດ ຈະມີລາຄາແພງໂພດ.
ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂ້າພະເຈົ້າຈະບໍ່ເຮັດໃຫ້ປະ
ເທດຂອງພວກເຮົາລົ້ມລະລາຍ ຍ້ອນພະຍາຍາມຮັກສາມາດຕະຖານບາງຢ່າງທີ່ຄົງ
ຈະບໍ່ມີຄວາມສຳຄັນຫຍັງໄວ້. ເມື່ອເຈົ້າເບິ່ງ ຈີນ ແລະ ເຈົ້າເບິ່ງປະເທດອື່ນໆ ບ່ອນທີ່
ເຂົາເຈົ້າມີຄວັນພິດ, ບ່ອນທີ່ເຂົາເຈົ້າບໍ່ມີອາກາດດີນັ້ນ, ພວກເຮົາຈະໄປອະນາໄມມັນ
ແຕ່ເຂົາເຈົ້າບໍ່ເຮັດຫຍັງ, ແລະ ມັນຕ້ອງໄດ້ໃຊ້ເງິນຢ່າງ ຫຼວງຫຼາຍໃດ໋.”
ແຕ່ຄວາມພະຍາຍາມຂອງທ່ານ ທຣຳ ເພື່ອຜ່ອນຜັນກົດລະບຽບ ໃນການຜະລິດ ແລະ
ຈູດນ້ຳມັນຟອສຊິລ ໄດ້ປະເຊີນກັບຜົນທີ່ອອກມາແບບຂັດແຍ້ງກັນໃນຕອນນີ້, ອີງຕາມ
ການກ່າວຂອງທ່ານ ເຈກ ສມິດ (Jake Schmidt) ຈາກສະພາປ້ອງກັນແຫຼ່ງຊັບພະ
ຍາກອນທຳມະຊາດ.
ທ່ານ ສມິດ ເວົ້າວ່າ “ຂ່າວດີກໍແມ່ນວ່າ ຫຼາຍຢ່າງໃນນັ້ນ ແມ່ນໄດ້ຖືກຍົກຂຶ້ນສານ.
ຄວາມຄືບໜ້າແມ່ນຊ້າກວ່າໜ້ອຍນຶ່ງ ໃນແງ່ຂອງການຫຼຸດຜ່ອນມັນ. ແຕ່ກໍເຫັນໄດ້ຢ່າງ
ຈະແຈ້ງວ່າ ທຸກຢ່າງທີ່ຢູ່ໃນຕາຕະລາງການດຳເນີນການ ດ້ານສະພາບອາກາດໃນ
ສອງສາມປີທີ່ຜ່ານມາ, ລັດຖະບານຂອງທ່ານ ທຣຳ ໄດ້ພະຍາຍາມທີ່ຈະລົບລ້າງມັນ
ຖິ້ມ.”
ພັກຣີພັບບລີກັນຂອງທ່ານ ທຣຳ ໄດ້ສູນເສຍການຄວບຄຸມສະພາຕ່ຳໃນການເລືອກ
ຕັ້ງກາງສະໄໝ. ນັ້ນກໍໝາຍຄວາມວ່າ ມັນຈະມີການຕ້ານຢັນຄືນຈາກພັກເດໂມແຄຣັດ
ກ່ຽວກັບ ບັນຫາສະພາບອາກາດ ແລະ ອີກຫຼາຍຢ່າງໃນປີ 2019.
ໃນຂະນະດຽວກັນ, ການເປັນປໍລະປັກຂອງທ່ານ ທຣຳ ຕໍ່ວິທະຍາສາດ ກ່ຽວກັບ ສະ
ພາບອາກາດ ຈະບໍ່ຢຸດຢັ້ງບັນດານັກເຈລະຈາ ຂອງອົງການສະຫະປະຊາຊາດຈາກ
ການບັນລຸຂໍ້ຕົກລົງໃນປຶ້ມຄູ່ມືກົດລະບຽບ ເມື່ອເດືອນທັນວາທີ່ຜ່ານມາ ສຳລັບການ
ດຳເນີນຂໍ້ຕົກລົງສະພາບອາກາດ ປາຣີ.
ບັນດານັກວິຈານເວົ້າວ່າ ມັນບໍ່ໄດ້ດຳເນີນໄປໄກພໍ. ແຕ່ການເຮັດໃຫ້ໝົດທຸກຄົນມາ
ເຮັດສິ່ງດຽວກັນແມ່ນບໍ່ງ່າຍ, ອີງຕາມການກ່າວຂອງປະທານກອງປະຊຸມ ທ່ານ
ມິຄາລ ເຄີຕິກາ.
ທ່ານ ເຄີຕິກາ ປະທານກອງປະຊຸມ COP24 ເວົ້າວ່າ “ໃນສະພາບການດັ່ງກ່າວນີ້,
ທຸກໆບາດກ້າວຕໍ່ໜ້າ ແມ່ນຄວາມສຳເລັດທີ່ໃຫຍ່. ແລະ ຜ່ານການປະຕິບັດການນີ້,
ເຈົ້າໄດ້ເຮັດຫຼາຍພັນບາດກ້າວນ້ອຍໆ ໄປສູ່ທາງໜ້ານຳກັນ.”
ບັນດາຜູ້ຊ່ຽວຊານໄດ້ເຕືອນວ່າ, ແຕ່ຕ້ອງໄດ້ກ້າວໄປໜ້າຢ່າງລະມັດລະວັງ. ການເພີ່ມ
ພາສີນ້ຳມັນເຊື້ອໄຟ ເພື່ອຕໍ່ສູ້ກັບສະພາບອາກາດປ່ຽນແປງ ໄດ້ຊ່ວຍເຮັດໃຫ້ພວກປະ
ທ້ວງເສື້ອກັກສີເຫຼືອງ ອອກມາສູ່ຖະໜົນຫຼາຍສາຍໃນປະເທດ ຝຣັ່ງ.
ແມ່ນໃຜຈະເປັນຜູ້ເສຍຄ່າການດຳເນີນງານ ກ່ຽວກັບ ສະພາບອາກາດ, ໃນຂະນະທີ່
ໃບສັ່ງເກັບເງິນ ສຳລັບການທີ່ບໍ່ໄດ້ດຳເນີນງານໃນອະດີດໃກ້ຈະເຖິງກຳນົດ? ມັນ
ແມ່ນຄຳຖາມສຳລັບປີ 2019 ແລະ ຕໍ່ໆໄປ.
The five hottest years on record have all taken place this decade, and it looks like 2018 will join their ranks. This year showcased the hazards of climate change, while showing how far the world is from confronting it. VOA's Steve Baragona looks back on a year of climate catastrophes and controversies.
In November, California's deadliest wildfire on record killed 88 people, a grim example of consequences on a warming planet.
The state's fires are getting worse, says former wildfire fighting chief Ken Pimlott.
"Things are changing. Folks can say what they want to say. But firefighters are living climate change. It's staring them in the face every day."
In September, Hurricane Florence's record-breaking rains caused massive flooding in North Carolina.
Fire at one extreme, water at the other --like the difference between where the world is headed and where it needs to be.
U.N. scientists issued a sobering report ahead of December's climate talks in Poland. Hoesung Lee chaired the panel.
"It shows that the window to limit global warming to 1.5 degrees [Celcius] is narrow, that it will require a net global emissions of carbon dioxide to fall about 45 percent by 2030. Every year matters."
But this year, emissions rose by an estimated 2.7 percent, the biggest jump since 2011.
U.S. government scientists published an equally stark report in November on the impacts of climate change on the nation.
President Donald Trump rejected it.
"I don't believe it. No. I don't believe it."
Trump told VOA that cutting emissions would be too expensive.
"I'm not going to put the country out of business trying to maintain certain standards that probably don't matter. When you look at China and you look at other countries where they have foul air, where they have not good air, we're going to be clean but they're not, and it costs a lot of money."
But Trump's efforts to loosen regulations on producing and burning fossil fuels have met with mixed results so far, says the Natural Resources Defense Council's Jake Schmidt.
"The good news is that a number of those are being held up in court. The progress is a bit slower in terms of unwinding them. But clearly everything that's been on the climate action agenda for the last couple of years, the Trump administration is trying to undo."
Trump's Republican party lost control of the House of Representatives in the midterm elections. That will mean more pushback from Democrats on climate and much more in 2019.
Meanwhile, Trump's hostility toward climate science did not stop U.N. negotiators from reaching a deal in December on a rulebook for carrying out the Paris climate agreement.
Critics say it does not go nearly far enough. But getting everyone on board was not easy, says meeting chair Michal Kurtyka.
"In these circumstances, every single step forward is a big achievement. And through this package, you have made a thousand little steps forward together."
But step forward carefully, experts warn. Raising fuel taxes to fight climate change helped bring yellow vest protesters to the streets in France.
Who will pay the cost of climate action, as the bill for past inaction comes due? It's a question for 2019 and beyond.