ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ລໍຖ້າການກັບຄືນມາພົວພັນກັບອົງການຈັດຕັ້ງຂອງໂລກ ຂອງທ່ານໄບເດັນ


ຢູ່ອົງການສະຫະປະຊາຊາດ 4 ປີ ຫຼັງຈາກມີການນໍາໃຊ້ນະໂຍບາຍ “ອາເມຣິກາມາກ່ອນ” ຂອງປະທານາທິບໍດີທຣໍາ ຊຶ່ງໃນບາງຄັ້ງບາງຄາວແມ່ນໝາຍເຖິງ “ອາເມຣິກາແຕ່ພຽງຜູ້ດຽວນັ້ນ.” ທ່ານໂຈ ໄບເດັນ ປະທານາທີບໍດີທີ່ຖືກເລືອກໃໝ່ ກ່າວວ່າ ລັດຖະບານຂອງທ່ານ ຈະຢືນຢັນຄືນອີກຄັ້ງນຶ່ງເຖິງບົດບາດ ທີ່ເປັນປະຫວັດສາດ ຂອງປະເທດ ໃນຖານະຜູ້ນຳລະດັບໂລກ. ນັກຂ່າວວີໂອເອ ມາຣກາເຣັຕ ເບີເຊຍ ລາຍງານວ່າ ຄວາມຄາດຫວັງຢູ່ທີ່ອົງການສະຫະປະຊາຊາດ ແມ່ນສູງ ທີ່ວ່າ ສະຫະລັດ ຈະຄືນມາປະສານງານພົວພັນກັບອົງການຈັດຕັ້ງຂອງໂລກອີກ ດັ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນເວລາທີ່ທ່ານ ໄດ້ນຳສະເໜີ ບັນດາເຈົ້າໜ້າທີ່ລະດັບສູງ ດ້ານຄວາມໝັ້ນຄົງແຫ່ງຊາດແລະດ້ານນະໂຍບາຍການຕ່າງປະເທດ ເມື່ອເດືອນແລ້ວນີ້ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ໄດ້ກ່າວວ່າ ພວກເພິ່ນທັງສອງສະທ້ອນໃຫ້ເຫັນວ່າ “ອາເມຣິກາກັບຄືນມາອີກ.”

ທ່ານໄບເດັນກ່າວວ່າ “ພ້ອມແລ້ວທີ່ຈະນຳພາໂລກ ບໍ່ຖອຍໜີໄປຈາກມັນ. ພ້ອມ ແລ້ວທີ່ຈະປະເຊີນກັບພວກຝ່າຍປໍລະປັກຂອງພວກເຮົາ ບໍ່ປະຕິເສດຕໍ່ບັນດາພັນ ທະມິດຂອງພວກເຮົາ. ແລະພ້ອມແລ້ວ ທີ່ຈະຢືນຢັດເພື່ອຫຼັກຄຸນຄ່າ ຂອງພວກເຮົາ.”

ຢູ່ທີ່ອົງການສະຫະປະຊາຊາດ ລັດຖະບານທ່ານທຣຳ ໄດ້ຕັດທຶນອຸດໜຸນໂຄງ ການຕ່າງໆຫຼາຍຮ້ອຍລ້ານໂດລາ ທີ່ລວມທັງພາລະກິດຂອງໜ່ວຍຮັກສາສັນຕິ ພາບ ພວກອົບພະຍົບຊາວປາແລັສໄຕນ໌ ແລະສຸຂະພາບດ້ານການສືບພັນຂອງພວກແມ່ຍິງ. ນອກນັ້ນ ຍັງໄດ້ຖອນໂຕອອກຈາກອົງການຕ່າງໆຂອງສະຫະປະ ຊາຊາດ ເຊັ່ນວ່າ ອົງການອະນາໄມໂລກ ຫຼື WHO ແລະຢຸດເຊົາປະຕິບັດຂໍ້ຕົກລົງທີ່ສຳຄັນໆກ່ຽວກັບເລື້ອງດິນຟ້າອາກາດ.

ທ່ານໄບເດັນ ອາດໄດ້ຮັບການສະໜັບສະໜຸນຈາກນາໆຊາດບາງສ່ວນທີ່ມີເຈດ ຕະນາດີ ໂດຍຍົກເລີກນະໂຍບາຍບາງສ່ວນຂອງທ່ານທຣຳ ຢ່າງວ່ອງໄວ.

ບັນດານັກຊ່ຽວຊານ ກ່າວວ່າ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣັສ ທີທ່າທາງວ່າ ຈະມີອິດສະຫຼະພາບຫຼາຍຂຶ້ນໃນການເຄື່ອນ ໄຫວ ກັບລັດຖະບານຊຸດໃໝ່ຂອງສະຫະລັດ.

ທ່ານຣິຊາຣ໌ດ ໂກວານ ຜູ້ອຳນວຍການຂອງສະຫະປະຊາຊາດ ຈາກກຸ່ມວິກິດການສາກົນ ຫຼື International Crisis Group ກ່າວຜ່ານທາງສໄກ້ປ໌ ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະເຫັນທ່ານກູເຕເຣັສ ວາງແຜນທີ່ທະເຍີທະຍານສົມຄວນບາງຢ່າງໃນປີໜ້ານີ້ ກ່ຽວກັບວິທີຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາ ກາດ ແລະວິທີຕໍ່ສູ້ກັບຄວາມບໍ່ສະເໝີພາບ. ໃນຄວາມຮູ້ສຶກແລ້ວ ເພາະວ່າ ທ່ານໄດ້ຖືກປົດປ່ອຍ ເພື່ອສົ່ງເສີມແນວຄິດທີ່ທະເຍີທະຍານຕ່າງໆສຳລັບການຮ່ວມມືຂອງນານາຊາດ ຫຼັງຈາກຊ່ວງໄລຍະນຶ່ງ ຊຶ່ງທ່ານຕ້ອງໄດ້ລະມັດລະວັງຢ່າງຍິ່ງເພື່ອຫລີກເວັ້ນການຂັດໃຈທ່ານທຣຳ.”

ຜູ້ທີ່ທ່ານໄບເດັນ ໄດ້ສະເໜີຊື່ ໃຫ້ເປັນເອກອັກຄະລັດຖະທູດປະຈຳອົງການສະ ຫະປະຊາຊາດ ແລະສະມາຊິກຂອງຄະນະລັດຖະບານຂອງທ່ານ ກໍແມ່ນນັກການທູດອາຊີບ ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌.

ທ່ານນາງ ທອມມັສ ກຣີນຟີລດ໌ ຜູ້ຖືກສະເໜີຊື່ໃຫ້ເປັນເອກອັກຄະລັດຖະທູດປະຈຳ ສະຫະປະຊາຊາດ ກ່າວວ່າ “ອາເມຣິກາກັບຄືນມາແລ້ວ. ພາຄີຫຼາຍຝ່າຍກັບຄືນມາແລ້ວ. ການທູດກັບຄືນມາແລ້ວ.”

ບັນດານັກການທູດ ໄດ້ສະແດງຄວາມຍິນດີຢ່າງເປີດເຜີຍ ແລະແບບສ່ວນຕົວ ຕໍ່ການສະເໜີຊື່ທ່ານນາງທອມມັສ-ກຣີນຟີລດ໌.

ທ່ານເຈີຣີ ແມັດຈີລາ ເອກອັກຄະລັດຖະທູດປະຈຳສະຫະປະຊາຊາດຈາກອາຟຣິກາໃຕ້ ກ່າວວ່າ “ພວກເຮົາຄິດວ່າ ທ່ານນາງຈະນຳເອົາປະສົບການທີ່ຫຼາກຫຼາຍ ມາສູ່ອົງການ ຊຶ່ງຕະຫຼອດໄລຍະສາມທົດສະວັດຂອງການທູດ ແລະອັນນັ້ນເປັນ ສິ່ງທີ່ພວກເຮົາຕ້ອງການດຽວນີ້. ບັດນີ້ ພວກເຮົາຕ້ອງການທັກສະດ້ານການທູດ ວຸດທິພາວະ ແລະໂດຍຮັບຮູ້ວ່າ ພວກເຮົາມີເຫດຜົນເໝືອນກັນ ພວກເຮົາໝົດທຸກຄົນ.”

ລິ້ງຄຳຕອບສຸດທ້າຍຂອງທ່ານເຈີຣີ ແມັດຈີລາ:

https://s3.amazonaws.com/downloads2.unmultimedia.org/public/video/ondemand/2586883_PCONF%20SECURITY%20COUNCIL%20PRESIDENT%20FOR%20DECEMBER%20SOUTH%20AFRICA%2001%20DEC%2020.mp4

ບໍ່ວ່າ ຈະເຂົ້າຮ່ວມກັບຂໍ້ຕົກລົງນິວເຄລຍອີຣ່ານ ຄືນອີກຫຼືບໍ່ນັ້ນ ຈະເປັນການທົດສອບລັດຖະບານຊຸດໃໝ່ ຢ່າງໄວວາ.

ທ່ານນາງຣານດາ ສລິມ ເຈົ້າໜ້າທີ່ອະວຸໂສ ປະຈຳສະຖາບັນຕາເວັນອອກກາງ ກ່າວຜ່ານທາງສໄກ້ປ໌ ວ່າ “ທ່ານປະທານາທິບໍດີທີ່ຖືກເລືອກໃໝ່ ຮັບຮູ້ວ່າ ອັນນີ້ຈະເປັນເສັ້ນທາງທີ່ຫຍຸ້ງຍາກຕໍ່ໄປໜ້າ…ຖ້າຫາກອີຣ່ານແມ່ນຕ້ອງປະຕິບັດຕາມ ຂໍ້ຕົກລົງປີ 2015 ຢ່າງເຂັ້ມງວດ ຕໍ່ຈາກນັ້ນ ສະຫະລັດກໍຈະເຂົ້າຮ່ວມຂໍ້ຕົກລົງ ຄືນອີກ ພຽງແຕ່ວ່າເປັນການເລີ້ມຕົ້ນຂອງການເຈລະຈາທີ່ຈະຕິດຕາມມາ ແລະອັນນັ້ນ ເປັນບ່ອນທີ່ຄວາມຫຍຸ້ງຍາກ ແມ່ນຈະເຂົ້າມາ.”

ທີ່ອົງການສະຫະປະຊາຊາດ ຈີນພວມທຳການເຄື່ອນໄຫວເພື່ອຂະຫຍາຍອິດທິພົນຂອງຕົນ ໃນຂະນະທີ່ລັດຖະບານທ່ານທຣຳຖອຍກັບຄືນຢູ່ນັ້ນ.

ທ່ານຣິຊາຣ໌ດ ໂກວານ ກ່າວວ່າ “ທ່ານໄບເດັນ ຂ້າພະເຈົ້າຄິດວ່າ ແມ່ນຕ້ອງ
ການທີ່ຈະຈຳກັດອິດທິພົນຂອງຈີນ ແຕ່ຈະບໍ່ຮູ້ຈັກວ່າ ໃນບາງດ້ານແລ້ວ ມັນຈຳ
ເປັນທີ່ຈະຕ້ອງໄດ້ເຮັດວຽກຮ່ວມກັບປັກກິ່ງ.”

ທັງພັນທະມິດ ແລະຄູ່ປໍລະປັກທ ຕ່າງກໍມີຄວາມກະຕືລືລົ້ນທີ່ຈະເຫັນວິທີທີ່ທ່ານໄບເດັນ ແລະທູດປະຈຳສະຫະປະຊາຊາດຂອງທ່ານ ຈະຕີຄວາມໝາຍການນຳ ພາໃໝ່ຂອງສະຫະລັດ ຢູ່ທີ່ອົງການສະຫະປະຊາດ ອັນນີ້ແນວໃດ.

After four years of President Trump’s “America First” policy, President-elect Joe Biden says his administration will reassert the nation’s historic role as a global leader. VOA correspondent Margaret Besheer reports that expectations at the United Nations are high the United States will re-engage at the world body.

When he introduced his top national security and foreign policy officials last month, President-elect Joe Biden said they reflect that “America is back.”

(President-elect Joe Biden)

“Ready to lead the world, not retreat from it. Ready to confront our adversaries, not reject our allies. And ready to stand up for our values.”

At the United Nations, the Trump administration has slashed hundreds of millions of dollars in funding to programs, including peacekeeping missions, Palestinian refugees and for women’s reproductive health. It pulled out of U.N. agencies like the World Health Organization and quit a major accord on climate action.

Biden could win some international goodwill by quickly undoing some of Trump’s policies.

Experts say U.N. Secretary-General Antonio Guterres will likely have more latitude with the new U.S. administration.

(Richard Gowan, UN Director, International Crisis Group)

“I think we are going to see Guterres laying out some pretty ambitious plans in the year ahead on how to fight climate change and how to fight inequality. Because in a sense, he is liberated to promote ambitious ideas for international cooperation after a period in which he had to be enormously cautious to avoid offending Trump.”

Biden’s nominee to be U.N. Ambassador and member of his Cabinet is career diplomat Linda Thomas-Greenfield.

(Linda Thomas Greenfield, U.N. Ambassador nominee)

“America is back. Multilateralism is back. Diplomacy is back.”

Diplomats have publicly and privately welcomed her nomination.

(Jerry Matjila, South African Ambassador to the UN)

https://s3.amazonaws.com/downloads2.unmultimedia.org/public/video/ondemand/2586883_PCONF%20SECURITY%20COUNCIL%20PRESIDENT%20FOR%20DECEMBER%20SOUTH%20AFRICA%2001%20DEC%2020.mp4

“We think that she will bring to bear a vast experience — over three decades of diplomacy — and that’s what we need now. Now, we need diplomatic skills, maturity and knowing we have a common cause, all of us.”

Whether to rejoin the Iran nuclear deal will quickly test the new administration.

(Randa Slim, Senior Fellow, Middle East Institute)

“The president-elect recognizes that this is going to be a tough road ahead. … If Iran were to enter into strict compliance with the 2015 deal, then the U.S. will rejoin the deal, but only as the beginning of follow-on negotiations — and that’s where the difficulties are going to come.”

At the United Nations, China moved to expand its influence as the Trump administration pulled back.

(Richard Gowan, UN Director, International Crisis Group)

“Biden, I think, will want to limit Chinese influence but does know that in some ways, it is necessary to work with Beijing.”

Both allies and adversaries are eager to see how Biden and his U.N. envoy will translate this new U.S. leadership at the United Nations.

XS
SM
MD
LG