ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຜູ້ເຂົ້າຮ່ວມໂຄງການລິເລີ້ມຜູ້ນຳຊາວໜຸ່ມ ອາຟຣິກາ ມີຄວາມໄຝ່ຝັນ ຢາກຈະປ່ຽນແປງ ອາຟຣິກາ ໃຫ້ດີຂຶ້ນ


YALI Fellows Share Dreams of a Better Africa
please wait

No media source currently available

0:00 0:02:25 0:00

ໃນປີນີ້ ບັນດາຜູ້ນຳ 700 ຄົນ ຈາກພາກພື້ນ​ລຸ່ມທະເລຊາຍຊາຮາຣາຂອງ ອາຟຣິກາ ໄດ້ເຂົ້າຮ່ວມໃນໂຄງການລິເລີ້ມຜູ້ນຳຊາວໜຸ່ມຂອງອາຟຣິກາ ຫຼືເອີ້ນຫຍໍ້ວ່າ ຢາລີ (YALI) ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ ສ​ຫລ

ໃນປີນີ້ ບັນດາຜູ້ນຳ 700 ຄົນ ຈາກພາກພື້ນ​ລຸ່ມທະເລຊາຍຊາຮາຣາຂອງ ອາຟຣິກາ
ໄດ້ເຂົ້າຮ່ວມໃນໂຄງການລິເລີ້ມຜູ້ນຳຊາວໜຸ່ມຂອງອາຟຣິກາ ຫຼືເອີ້ນຫຍໍ້ວ່າ ຢາລີ
(YALI) ຊຶ່ງບັນດາຜູ້ເຂົ້າຮ່ວມໂຄງການ ຈະເດີນທາງໄປ ທົ່ວສະຫະລັດ. ໂຄງການ
ຢາລີ ໄດ້ເລີ້ມຕົ້ນຂຶ້ນ ໃນປີ 2014 ພາຍໃຕ້ໂຄງ ການຊື່ວ່າ ແມນແດລາ ວໍຊິງຕັນ
ແຟລໂລຊິປ (Mandela Washington Fellowship) ຊຶ່ງໄດ້ຮັບທຶນສະໜັບສະໜຸນ
ຈາກກະຊວງການຕ່າງປະເທດ ສະຫະລັດ. ໂຄງການດັ່ງກ່າວຈະນຳເອົາບັນດາຜູ້ນຳ
ຊາວໜຸ່ມທີ່ມີ ອາຍຸລະ ຫວ່າງ 25 ຫາ 35 ປີ ຜູ້ທີ່ໄດ້ປະສົບຜົນສຳເລັດໃນດ້ານ
ທຸລະກິດ ດ້ານການ ຄຸ້ມຄອງໃນພາກລັດ ຫຼື ດ້ານການພົວພັນຊ່ອຍເຫຼືອສັງຄົມ ມາ
ຍັງ ສະຫະລັດ ຊຶ່ງ ຊາຮາ ມາຈິດ ມີລາຍລະອຽດຕື່ມ ກ່ຽວກັບໂຄງການດັ່ງກ່າວ ແລະ
ບັນ ດາຜູ້ເຂົ້າຮ່ວມໃນໂຄງການຢາລີ ດັ່ງທີ່ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ບຸ​ກ​ຄົນທີີ່ເກັ່ງ​ທີ່​ສຸດ ແລະ ສະຫຼຽວສະຫຼາດທີ່ສຸດຂອງອາຟຣິກາ ຈຳນວນນຶ່ງ ໄດ້ມາ
ເຕົ້າໂຮມກັນຢູ່ໃນນະຄອນຫຼວງ ວໍຊິງຕັນ ເປັນເວລາ 6 ສັບປະດາ ເພື່ອພົບປະແລກ
ປ່ຽນຂໍ້ມູນໃນການຕິດຕໍ່ພົວພັນກັນ ແລະ ການຝຶກອົບຮົມໃນ ດ້ານການເປັນຜູ້ນຳ
ເມື່ອບໍ່ດົນມານີ້.

ໃນຊ່ວງຕອນທ້າຍຂອງກຳນົດເວລາທີ່ ພວກເຂົາເຈົ້າມີເຫຼືອຢູ່ນັ້ນ ບັນດາຊາວໜຸ່ມ
ອາຟຣິກາເຫຼົານີ້ ກໍໄດ້ເຂົ້າຮ່ວມໃນກອງປະຊຸມສຸດຍອດ ແມນແດລາ ວໍຊິງຕັນ
ແຟລໂລຊິປ (Mandela Washington Fellowship) ຢູ່ໃນນະ ຄອນຫຼວງ ວໍຊິງຕັນ
ດີຊີ ທີ່ໄດ້​ຮັບ​ການອຸປະຖຳ ໂດຍກະຊວງການຕ່າງປະ ເທດຂອງ ສະຫະລັດ.

ໂຄງການນີ້ຮູ້ຈັກກັນດີຄື ໂຄງການລິເລີ້ມ ບັນດາຜູ້ນຳຊາວໜຸ່ມຂອງອາຟຣິກາ ແລະ
ບັນດາຜູ້ເຂົ້າຮ່ວມໃນໂຄງການ ພາ​ກັນເອີ້ນກັນວ່າ ຢາລີ.

ບັນດາຜູ້ເຂົ້າຮ່ວມໃນໂຄງການ ໄດ້ສະແດງຄວາມຮູ້ສຶກກະຕືລືລົ້ນຢ່າງຍິ່ງ ທີ່ຈະປັບປຸງ
ສະພາບການຢູ່ໃນອາຟຣິກາ.

ທ້າວໄມໂກລ ມາລູຊາ ຄີໂມລໂລ ຜູ້ເຂົ້າຮ່ວມໃນໂຄງການແມນແດລາ ວໍຊິງຕັນ ຈາກ
ປະເທດ ແທນຊາເນຍ ເວົ້າວ່າ “ໃນປັດຈຸບັນນີ້ ພວກເຮົາກຳລັງ ເຮັດ​ວຽກເພື່ອຫາທາງ
ສ້າງແອັບ​ພ​ລີ​ເຄ​ຊັ້ນອັນນຶ່ງ ຊຶ່ງເປັນເທັກໂນໂລຈີທີ່ກ່ຽວພັນ ກັບຄວາມປອດໄພ ສຳລັບ
ພວກແມ່ຍິງ ແລະພວກຍິງສາວ ທີ່ເຈາະຈົງໃສ່ຜູ້ທີ່ ອ່ອນແອ ແລະສ່ຽງຕໍ່ການຖືກລະເມີດ
ທາງເພດ ແລະການທຳຮ້າຍຮ່າງກາຍ.”

ທ້າວໂອຕູໂຕ ອາມາຣາວເຈິ ກຸກວູ ຜູ້ເຂົ້າຮ່ວມໃນໂຄງການແມນແດລາ ວໍຊິງຕັນ ຈາກ
ປະເທດ ໄນຈີເຣຍ ເວົ້າວ່າ “ຂ້າພະເຈົ້າເປັນເພສັດຊະກອນ ໂດຍການຝຶກອົບຮົມ ແຕ່
ປັດຈຸບັນນີ້ ຂ້າພະເຈົ້າໄດ້ທຳການຄົ້ນຄວ້າ ກ່ຽວກັບ ບັນຫາສຸຂະພາບ ແລະ ສັງຄົມ. ຂ້າພະເຈົ້າຍັງເຮັດ​ກ​ານ​ສ້າງຄວາມສາມາດ ສຳລັບພວກຊາວໜຸ່ມໃນສາຂາອາຊີບດ້ານ
ສາທາລະນະສຸກ ເພື່ອປັບປຸງຄວາມ ອາດສາມາດ ໃນການໃຫ້ບໍລິການດ້ານສຸກຂະ
ພາບ ແລະການ​ບໍ​ລິ​ການສັງຄົມ ແລະເພື່ອໃຫ້ພວກເຂົາເຈົ້າຢູ່ໃນປະເທດຕໍ່ໄປ ຍ້ອນວ່າ
ການຫຼັ່ງ​ໄຫຼ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ອື່ນໃນຂະ​ແໜງສາທາລະນະສຸກ ແມ່ນ​ໄດ້ເພີ້ມຂຶ້ນ
ເລື້ອຍໆ ຢູ່ປະເທດ ໄນຈີເຣຍ.”

ທ່ານນາງ ມາເຣຍ ໂຣຍສ໌ ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບ ດ້ານການ
ສຶກສາ ແລະວັດທະນະທຳຂອງສະຫະລັດ ກ່າວວ່າ “ສະຫະລັດ ກຳລັງລົງທຶນໃນ
ອາຟຣິກາ.”

ທຳນຽບຂາວ ໄດ້ເລີ້ມຕົ້ນຍຸທະສາດໃໝ່ຂອງຕົນ ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງ
ອາຟຣິກາ ເມື່ອເດືອນມິຖຸນາຜ່ານມານີ້, ທີ່ເນັ້ນໜັກເຖິງເປົ້າໝາຍຕ່າງໆກ່ຽວ​ກັບ ການ
ສົ່ງເສີມສາຍສຳພັນ ລະຫວ່າງ ສະຫະລັດ ກັບອາຟຣິກາ.

ທ່ານທີບໍ ນາຈີ ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບກິດຈະການ ກ່ຽວ​ກັບ
ອາຟຣິກາ ກ່າວວ່າ “ການເຮັດໃຫ້ຊາວໜຸ່ມມີຄວາມສາມາດຫຼາຍຂຶ້ນ ເປັນໝາກຫົວ
ໃຈຂອງສາຍສຳພັນ ລະຫວ່າງ ສະຫະລັດ ກັບອາຟຣິກາ. ດຽວນີ້ ໂດຍທີ່ພວກທ່ານ
ໄດ້ຮັບປະສົບການຕ່າງໆໃນຖານະເປັນ YALI ພວກທ່ານໄດ້ ແບກພາລະຄວາມຮັບ
ຜິດຊອບທີ່ພິເສດ ເພື່ອຊ່ອຍສ້າງອະນາຄົດທີ່ດີກວ່າເກົ່າ ສຳລັບອາຟຣິກາ.”

ບັນດາຜູ້ເຂົ້າຮ່ວມໂຄງການ YALI ໃນປີນີ້ ໄດ້ຖືກຄັດເລືອກມາຈາກກຸ່ມຜູ້ຍື່ນເອກະສານ
ຈຳນວນ 38,000 ຄົນ. ການມີໜ້າຂອງພວກເຂົາເຈົ້າໃນສະຫະລັດ ຍັງເປັນການແລກ
ປ່ຽນວັດທະນະທຳ ໂດຍການສົ່ງພວກເຂົາເຈົ້າໄປຍັງສະຖາ ບັນການສຶກສາ 27 ແຫ່ງ
ຢູ່ໃນ 20 ລັດທົ່ວ ສະຫະລັດ ນຳດ້ວຍ.”

ທ້າວ ທິໂມຕີ ອາຈີໂອລີຮູເຢ ອັນດຽນເດເຢ ຜູ້ເຂົ້າຮ່ວມໂຄງການແມນແດລາ ວໍຊິງຕັນ
ຈາກໄນຈີເຣຍ ເວົ້າວ່າ “ຂ້າພະເຈົ້າຄຶດວ່າ ໂຄງການນີ້ເປັນສິ່່ງນຶ່ງ ທີ່ດີແທ້ໆ ເພາະວ່າ
ການທີ່ລັດຖະບານສະຫະລັດ ນຳເອົາບັນດາຜູ້ນຳຊາວໜຸ່ມ ຂອງອາຟຣິກາ ຜູ້ທີ່ກຳລັງ
ເຮັດໃຫ້ປະຊາຄົມຂອງພວກເຂົາເຈົ້າປ່ຽນແປງ, ໃນ ເມື່ອພວກເຮົາໄດ້ມີອັນນັ້ນແລ້ວ
ແລະຄວາມຈິງແລ້ວ ພວກເຮົາມີປະຊາຊົນທີ່ ຫຼາກຫຼາຍ ຈາກປະເທດຕ່າງໆທີ່ແຕກ
ຕ່າງກັນ ແລະແຕ່ລະຄົນ ກໍຢູ່ໃນພະແນກ ຫຼື ມີປະສົບການທີ່ແຕກຕ່າງກັນ ສະນັ້ນແລ້ວ
ພວກເຮົາສາມາດຈະຮັບເອົາ ຄວາມຄິດເຫຼົ່ານີ້ຮ່ວມກັນ.”

ບັນດາຜູ້ເຂົ້າຮ່ວມໃນໂຄງການທັງຫຼາຍ ມີຄວາມໄຝ່ຝັນສູງສຳລັບອາຟຣິກາ ຈາກການ
ມອບອຳນາດໃຫ້ແກ່ພວກແມ່ຍິງ ຕະຫຼອດເຖິງການຄຸ້ມຄອງທຸລະກິດ ໃນປະເທດບ້ານ
ເກີດຂອງພວກເຂົາເຈົ້າ ຄື ໄນຈີເຣຍ, ການາ, ອາຟຣິກາໃຕ້ ຊາມເບຍ ແລະ ເຄັນຢາ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຂ້າງ​ລຸ່ມນີ້

This year, 700 leaders from Sub Saharan Africa participated in the Young African Leaders Initiative, or YALI fellowship, across the U.S. Launched in 2014, YALI's flagship program the Mandela Washington Fellowship -- is funded by the U.S. Department of State. The program brings young African leaders between the ages of 25 to 35 who excel in business, public management, or civic engagement to the U.S. Sahar Majid has more about the program and the YALI fellows in this report narrated by Kathleen Struck.

Some of Africa's best and brightest assembled in Washington for six weeks of networking and leadership training recently.

At the end of their stint, these young Africans participated in the

Mandela Washington Fellowship Summit in Washington D.C. that was sponsored by the U.S. State Department.


The program is known as the Young African Leaders Initiative, and its fellows are referred to as YALIs.

Participants expressed enthusiasm for improving conditions in Africa.

Michael Malusa Kimollo, Mandela Washington Fellow from Tanzania:
"So currently we are working on developing an app which is the technology around safety for women and young girls who are specifically vulnerable into sexual and physical violence."

Otuto Amarauche Ckukwu, Mandela Washington Fellow from Nigeria:
"I'm a pharmacist by training but currently I do more research on health and social issues. I also do capacity building for young health professionals to improve the ability to render health and social services and for them to remain in country because the brain drain in the health sector is increasing back home in Nigeria."

Marie Royce, Assistant Secretary of State for Educational and Cultural Affairs:
"The United States is investing in Africa."

The White House launched its new Prosper Africa Strategy in June that highlights American goals of promoting U.S.-Africa relations.

Tibor Nagy, US Assistant Secretary of State for African Affairs:
"Empowering youth is at the heart of the U.S.-Africa relationship. Now with your YALI experience you bear a special responsibility to help build a better future for Africa."

This year's YALI fellows were selected from a pool of 38,000 applicants. Their presence in the U.S. was also a...

...cultural exchange, sending them to 27 educational institutions in 20 states across the U.S.

Timothy Agiolihuye Undiandeye, Mandela Washington Fellow from Nigeria
"I think that the program is really a good one, because for the US government to bring young African leaders who are making change in their community, when we have that and the fact that we have a mixture of people from different countries and each of us has a different sector or different experiences, so we're able to acquire these ideas together."

The fellows have high ambitions for Africa, from empowering women to business management in their home countries, like Nigeria, Ghana, South Africa, Zambia and Kenya.

XS
SM
MD
LG