ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊຽງຂວາງຕ້ອງ​ການ​ທຶນ ຢ່າງ​ຫລວງ​ຫລາຍ ເພື່ອ​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ ໃນ​ເຂດທົ່ງ​ໄຫ​ຫີນ


ທົ່ງ​ໄຫ​ຫີນ ຊຶ່ງ​ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນມໍລະດົກໂລກ ແລະເປັນເຂດທ່ອງທ່ຽວທາງວັດທະນະທໍາ ຈາກ​ອົງ​ການ UNESCO ໃນ​ເດືອນ ກໍ​ລະ​ກົດ​ປີນີ້
ທົ່ງ​ໄຫ​ຫີນ ຊຶ່ງ​ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນມໍລະດົກໂລກ ແລະເປັນເຂດທ່ອງທ່ຽວທາງວັດທະນະທໍາ ຈາກ​ອົງ​ການ UNESCO ໃນ​ເດືອນ ກໍ​ລະ​ກົດ​ປີນີ້

ເຈົ້າແຂວງຊຽງຂວາງ ຢືນຢັນວ່າ ຈະເລັ່ງພັດທະນາພື້ນຖານໂຄງລ່າງ ເພື່ອຮັບຮອງ
ການພັດທະນາມໍລະດົກໂລກ ທົ່ງໄຫຫີນເປັນເຂດທ່ອງທ່ຽວ ວັດທະນະທໍາ ດ້ວຍການ
ສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ມາ
​ສະ​ເໜີ​ທ່ານ ຈາກ​ບາງກອກ.

ທ່ານບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ຖະແຫລງຍອມຮັບວ່າ ການທີ່ມີງົບ
ປະມານ ຢ່າງຈໍາກັດ ຄືບັນຫາສໍາຄັນໃນການພັດທະນາພື້ນຖານໂຄງຫລ່າງຕ່າງໆ
ສໍາລັບຮອງຮັບການພັດທະນາເຂດມໍລະດົກໂລກທົ່ງໄຫຫີນ ໃຫ້ເປັນແຫລ່ງທ່ອງທ່ຽວ
ທາງດ້ານວັດທະນະທໍາ ທີ່ໄດ້ມາດຕະຖານສາກົນ ໂດຍສະເພາະແມ່ນ ການພັດທະນາ
ຖະໜົນເຊື່ອມຕໍ່ໄປຫາທີ່ຕັ້ງຂອງໄຫຫີນ ທີ່ຂຶ້ນທະບຽນເປັນມໍລະດົກໂລກທັງ 11 ເຂດ
ລວມເຖິງການພັດທະນາສິ່ງອໍານວຍຄວາມສະດວກຕ່າງໆ ທັງໂຮງແຮມ, ບ້ານພັກ,
ຮ້ານອາຫານ ແລະ ສະຖານທີ່ບັນເທິງນັ້ນ ຈະຕ້ອງນໍາໃຊ້ເງິນລົງທຶນຈໍານວນຫລາຍ
ຈຶ່ງຕ້ອງສົ່ງເສີມການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະຕ່າງປະເທດ ເປັນ
ດ້ານຫລັກ ອັນຈະດໍາເນີນການຄຽງຄູ່ກັບ ການສົ່ງເສີມການ ຜະລິດສິນຄ້າ ແລະການ
ມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ ໃຫ້ເປັນເຈົ້າບ້ານທີ່ດີ ດັ່ງທີ່ທ່ານບຸນຕົ້ນ ໃຫ້
ການຢືນຢັນວ່າ:
“ເຮົາຈະຕ້ອງໄດ້ທຸ້ມເທທຶນຮອນໃສ່ເປັນຕົ້ນແມ່ນຖະໜົນ ຫົນທາງໄປຫາ 11 ຈຸດ,
ລະດົມນັກລົງທຶນ ທັງພາຍໃນ ທັ້ງຕ່າງປະເທດສ້າງບ້ານພັກ, ໂຮງແຮມ, ຮ້ານກິນດື່ມ,
ສະຖານບັນເທີງທີ່ບໍ່ຂັດກັບ ຮີດຄອງປະເພນີ ພວກເຮົາຕ້ອງໄດ້ຊຸກຍູ້ໃນເລື້ອງພື້ນ
ຖານໂຄງຫລ່າງ, ສົ່ງເສີມໃຫ້ປະຊາຊົນຕັ້ງ ສະມາຄົມປູກພືດ ທັງໝາກໄມ້ ໃຫ້ເປັນ

Organic ທີ່ປອດສານເຄມີ, ສຶກສາອົບຮົມ ໃຫ້ເປັນເຈົ້າບ້ານທີ່ດີ, ສຸພາບ ອ່ອນນ້ອມ
ໃຫ້ຄວາມອົບອຸ່ນ ແກ່ແຂກ.”

ພາບ​ຂອງ​ເມືອງ​ແປກ, ແຂວງຊຽງ​ຂວາງ​ທີ່​ມີ​ການ​ຊຸກ​ຍູ້​ໃຫ້​ລົງ​ທຶນ​ເຂົ້າ​ໃນການ​ສ້າງ​ພື້ນ​ຖານ​ໂຄງ​ຫລ່າງ ແລະ​ຂະ​ແໜງ​ການ​ບໍ​ລິ​ການການ​ທ່ອງ​ທ່ຽວ
ພາບ​ຂອງ​ເມືອງ​ແປກ, ແຂວງຊຽງ​ຂວາງ​ທີ່​ມີ​ການ​ຊຸກ​ຍູ້​ໃຫ້​ລົງ​ທຶນ​ເຂົ້າ​ໃນການ​ສ້າງ​ພື້ນ​ຖານ​ໂຄງ​ຫລ່າງ ແລະ​ຂະ​ແໜງ​ການ​ບໍ​ລິ​ການການ​ທ່ອງ​ທ່ຽວ

ທັງນີ້ ໂດຍ ທົ່ງໄຫຫີນ ໄດ້ຖືກຮັບຮອງເປັນມໍລະດົກໂລກທາງວັດທະນະທຳ ຢ່າງເປັນ
ທາງການ ໃນໂອກາດກອງປະຊຸມໃຫຍ່ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ
ຂອງ UNESCO ທີ່ດຳເນີນກອງປະຊຸມໃນລະຫວ່າງ ວັນທີ 30 ມິຖຸນາ - 10 ກໍລະກົດ
2019 ທີ່ນະຄອນບາກູ ນະຄອນຫຼວງຂອງປະເທດສາທາລະນະລັດ ອາເຈີບາຍຈານ
ສ່ວນກ່ອນໜ້ານັ້ນ ຄະນະຊ່ຽວຊານຂອງ UNESCO ກໍໄດ້ເດີນທາງມາກວດກາຄວາມ
ພ້ອມໃນດ້ານຕ່າງໆ ຂອງທົ່ງໄຫຫີນໃນເດືອນຕຸລາ 2018 ກໍຄືຫລັງຈາກທາງການລາວ
ໄດ້ສຶກສາຢ່າງລະອຽດ ແລະກຳນົດແຜນການຄຸ້ມຄອງ ແລະອະນຸລັກເຂດທົ່ງໄຫຫິນ
ໄດ້ຕາມເງື່ອນໄຂທີ່ UNESCO ກຳນົດໃນທຸກດ້ານແລ້ວ ແລະເພື່ອເຮັດໃຫ້ສະດວກຕໍ່
ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດ
ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີໄຫຫີນທີ່ໄດ້ຂຶ້ນ
ທະບຽນເປັນມໍລະດົກໂລກຈຳນວນທັງໝົດ 999 ໜ່ວຍ.

ຫາກແຕ່ທ່ານວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຊຽງຂວາງ
ກໍໃຫ້ການຢືນຢັນວ່າ ແຂວງຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງ ເພື່ອຮອງຮັບການ
ທ່ອງ ທ່ຽວທີ່ຄາດໝາຍວ່າ ຈະມີການຂະຫຍາຍຕົວເພີ້ມຂຶ້ນພາຍຫຼັງຈາກ UNESCO ໄດ້
ປະກາດຮັບຮອງໃຫ້ທົ່ງໄຫຫີນ ເປັນມໍລະດົກໂລກດັ່ງກ່າວ ໂດຍສະເພາະແມ່ນສະໜາມບິນ
ບໍ່ສາມາດ ຮອງຮັບເຮືອບິນຂະໜາດໃຫຍ່ໄດ້ ສ່ວນຖະໜົນຫົນທາງໄປຫາແຫລ່ງທ່ອງທ່ຽວ
ຕ່າງໆ ກໍຍັງບໍ່ໄດ້ມາດຕະຖານ. ໂຮງແຮມ-ເຮືອນພັກ-ຮ້ານອາຫານ-ສະຖານບໍລິການ
ຕ່າງໆ ຍັງບໍ່ພຽງພໍ ເຮັດໃຫ້ມີນັກທ່ອງທ່ຽວ ຕ່າງຊາດເດີນທາງມາໃນແຂວງຊຽງຂວາງພຽງ
8 ໝື່ນກວ່າຄົນ ເທົ່ານັ້ນ ໃນແຕ່ລະປີ.

ໃນປັດຈຸບັນນີ້ ສປປ ລາວ ມີມໍລະດົກໂລກແລ້ວ 3 ແຫ່ງ ກໍຄືເມືອງຫລວງພະບາງຊຶ່ງເປັນ
ມໍລະດົກໂລກທາງວັດທະນະທຳ ກັບປາສາດວັດພູ ໃນແຂວງຈຳປາສັກກໍເປັນມໍລະດົກ
ໂລກດ້ານວັດທະນະທຳ. ສ່ວນທົ່ງໄຫຫີນ ກໍຈັດເປັນມໍລະດົກໂລກ ທາງວັດທະນະທຳ
ເຊັ່ນດຽວກັນ.

​ພາບ​ຖະ​ໜົນ​ສາຍ​ນຶ່ງໃນ​ເມືອງ​ໂພນ​ສະ​ຫວັນ, ຊຶ່ງ​ເປັນ​ຕົວ​ເມືອງ​ໃນເທດ​ສະ​ບານ​ຂອງ​ແຂວງ​ຊຽງ​ຂວາງ
​ພາບ​ຖະ​ໜົນ​ສາຍ​ນຶ່ງໃນ​ເມືອງ​ໂພນ​ສະ​ຫວັນ, ຊຶ່ງ​ເປັນ​ຕົວ​ເມືອງ​ໃນເທດ​ສະ​ບານ​ຂອງ​ແຂວງ​ຊຽງ​ຂວາງ

ນອກຈາກນັ້ນ ສຽງແຄນລາວ ກໍຖືກຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບຕ້ອງບໍ່ໄດ້ ທາງດ້ານສຽງເພງຂອງມະນຸດຊາດ. ສ່ວນລຳວົງລາວ ແລະລາຍນາກຂອງສິ້ນໄໝລາວນັ້ນ ທາງການລາວໄດ້ນຳສະເໜີຕໍ່ UNESCO ເພື່ອຂໍໃຫ້ພິຈາລະນາ ແລະຮັບຮອງໃຫ້ ເປັນມໍລະດົກໂລກດ້ານພູມປັນຍາ ແລະຈິດວິນຍານຂອງມະນຸດຊາດດ້ວຍເຊັ່ນກັນ. ສ່ວນເຂດອຸທະຍານແຫ່ງຊາດພູຫີນໜາມໜໍ່ ໃນເຂດແຂວງຄຳມ່ວນ ກໍໄດ້ ຖືກນຳສະເໜີໃຫ້ ເປັນມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດໃນລາວ ຊຶ່ງຄາດວ່າ ຈະມີການພິຈາ ລະນາໃນກອງປະຊຸມໃຫຍ່ຂອງຄະນະກຳມະ ການມໍລະດົກຄັ້ງທີ 44 ຂອງ UNESCO ທີ່ກໍາໜົດຈະມີຂຶ້ນໃນປີ 2020 ຢູ່ເມືອງຝູໂຈ, ມົນທົນຝູຈ້ຽນ, ສາທາລະນະລັດ ປະຊາຊົນຈີນ.

XS
SM
MD
LG