ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ ສີ ເດີນ​ທາງ​ຢ້ຽມ​ຢາມ ເມືອງວູ​ຮານ ຈຸດ​ສູນ​ກາງ​ການ​ລະ​ບາດ ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຮຽນ​ຮູ້​ກ່ຽວ​ກັບ ປະ​ຕິ​ບັດ​ການ​ຕ່າງໆ​ຂອງ​ໂຮງ​ໝໍ ການ​ຮັກ​ສາ​ປິ່ນ​ປົວ​ພວກ​ຄົນ​ປ່ວຍ ການ​ປ້ອງ​ກັນ​ສຳ​ລັບ​ພວກ​ພະ​ນັກ​ງານ​ການ​ແພດ ແລະ​ການ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ ຢູ່​ທີ່​ໂຮງ​ໝໍ ຮົວ​ເຊິ່ນ​ຊານ ໃນ​ເມືອງວູ​ຮານ ແຂວງ​ຮູ​ເບ ຂອງ​ຈີນ, ວັນ​ທີ 10 ມີ​ນາ 2020.
ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຮຽນ​ຮູ້​ກ່ຽວ​ກັບ ປະ​ຕິ​ບັດ​ການ​ຕ່າງໆ​ຂອງ​ໂຮງ​ໝໍ ການ​ຮັກ​ສາ​ປິ່ນ​ປົວ​ພວກ​ຄົນ​ປ່ວຍ ການ​ປ້ອງ​ກັນ​ສຳ​ລັບ​ພວກ​ພະ​ນັກ​ງານ​ການ​ແພດ ແລະ​ການ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ ຢູ່​ທີ່​ໂຮງ​ໝໍ ຮົວ​ເຊິ່ນ​ຊານ ໃນ​ເມືອງວູ​ຮານ ແຂວງ​ຮູ​ເບ ຂອງ​ຈີນ, ວັນ​ທີ 10 ມີ​ນາ 2020.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງວູ​ຮານ ໃນ​ວັນ​ອັງ​ຄານມື້ນີ້ ​ຊຶ່ງເປັນການ​ຢ້ຽມ​ຢາມຄັ້ງ​ທຳ​ອິດ​ຂອງ​ທ່ານ ນັບ​ຕັ້ງ​ແຕ່​ພື້ນ​ທີ່​ແຫ່ງນີ້ໄດ້ ​ກາຍ​ເປັນ​ຈຸດ​ສູນ​ກາງ ​ການ​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ໄດ້​ຕິດ​ແປດ​ປະ​ຊາ​ຊົນຫຼາຍກວ່າ 80,000 ຄົນ​ ແລະ​ໄດ້​ເອົາ​ຊີ​ວິດ 3,100 ຄົນ ​ຢູ່​ໃນ​ຈີນ.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ ໄດ້​ກ່າວ​ວ່າ ທ່ານ​ສີ ຈະ​ໄປ​ຢ້ຽມ​ຢາມ​ພວກ​ພະ​ນັກ​ງານດ້ານການແພດ​ ແລະ​ພວກ​ຄົນ​ປ່ວຍ​ທັງຫຼາຍ ພ້ອມ​ກັນ​ນັ້ນ ຈະ​ກວດ​ກາ​ເບິ່ງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຄວບ​ຄຸມ​ການ​ລະ​ບາດນີ້.

ການ​ເດີນ​ທາງ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ໃນ​ຄັ້ງນີ້ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ໄດ້​ລາຍ​ງານ ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ​ໃໝ່ອີກ 19 ຄົນ ໃນ​ວັນ​ອັງ​ຄານມື້ນີ້ ​ຊຶ່ງ​ເປັນ​ສ່ວນ​ນຶ່ງຂອງ​ການ​ຕິດ​ແປດ​ໃນ​ຈີນ​ທີ່ມີ​ແນວ​ໂນ້ມ​ສືບ​ຕໍ່​ໜ້ອຍ​ລົງ ໃນ​ຂະ​ນະດຽວ​ກັນ​ ການ​ແຜ່​ກະ​ຈາຍຢູ່​ໃນ​ປະ​ເທດ​ອື່ນໆນັ້ນ ແມ່ນ​ເກີດ​ຂຶ້ນ​ຢ່າງ​ວ່ອງ​ໄວ​. ປະ​ມານ 70 ເປີ​ເຊັນ ຂອງ​ກໍ​ລະ​ນີ​ຕິດຜູ້​ເຊື້ອ​ໄວ​ຣັ​ສໃນ​ຈີນ ​ແມ່ນ​ໄດ້ຫາຍ​ປ່ວຍ​ເປັນ​ປົກ​ກະ​ຕິ​ແລ້ວ.

ພາກ​ສ່ວນ​ນຶ່ງໃນການ​ຮັບ​ມືກັບ​ການ​ລະ​ບາດ​ຂອງ​ຈີນ​ນັ້ນ ແມ່ນ​ການ​ປິດ​ພື້ນ​ທີ່​ບໍ​ລິ​ເວນກວ້າງ​ຂວາງ​ໄວ້ ເພື່ອ​ພະ​ຍາ​ຍາມ​ປ້ອງ​ກັນ​ບໍ່​ໃຫ້​ໄວ​ຣັ​ສ​ແຜ່​ກະ​ຈາຍ​ອອກ​ໄປ ​ໃນ​ການ​ໂຮມ​ຊຸມ​ນຸມ​ໃຫຍ່​ຕ່າງໆ ຫຼື ພາຍ​ໃນ​ກຸ່ມພວກ​ຄົນທີ່​ກຳ​ລັງ​ເດີນ​ທາງ​ໄປ​ຍັງ​ເຂດ​ອື່ນໆ​ໃນ​ປະ​ເທດ.

ສ່ວນ​ຢູ່​ອີ​ຕາ​ລີ ດຽວນີ້ ​ພວມເອົາຍຸດ​ທະ​ສາດ​ດຽວ​ກັນ​ກັບຈີນ​ນັ້ນ ຫຼັງ​ຈາກ​ທີ່ ໄດ້​ກາຍ​ມາ​ເປັນ​ການ​ລະ​ບາດ​ທີ່​ໃຫຍ່​ທີ່​ສຸດ​ແຫ່ງ​ນຶ່ງ ຢູ່ນອກ​ປະ​ເທດ​ຈີນ ໂດຍ​ມີ​ກໍ​ລິ​ນີ​ຕິດ​ເຊື້ອ​ໄວ​ຣັ​ສ ຫຼາຍກວ່າ 9,000 ຄົນ ແລະ ໄດ້​ເອົາ​ຊີ​ວິດ 460 ຄົນ​ແລ້ວນັ້ນ.

ລັດ​ຖະ​ບານ​ຂອງ​ອີ​ຕາ​ລີ ໃນ​ເບື້ອງ​ຕົ້ນ ໄດ້​ວາງ​ຂໍ້​ຈຳ​ກັດ​ຕ່າງໆ ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ປະ​ເທດເທົ່າ​ນັ້ນ ແຕ່​ໃນ​ວັນ​ອັງ​ຄານ​ມື້ນີ້ ໄດ້​ເລີ້ມ​ວາງ​ຂໍ້​ຈຳ​ກັດ​ຕໍ່​ປະ​ຊາ​ຊົນ 60 ລ້ານ​ຄົນ ​ໃນ​ການ​ເດີນ​ທາງຢູ່​ໃນ​ທົ່ວ​ປະ​ເທດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ທ່ານ ຈີ​ເສັບ​ເປ ຄອນ​ຕີ ໄດ້​ກ່າວຖະ​ແຫລງ ໂດຍ​ຜ່ານ​ການ​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ​ ໃນແລງ​ວັນ​ຈັນ​ວານນີ້ ວ່າ ​ມາດ​ຕະ​ການ​ກັກ​ກັນໃນ​ບໍ​ລິ​ເວນທັງຫຼາຍນັ້ນ ອາດ​ເປັນ​ການ​ສະ​ຫລຸບ​ຄວາມດ້ວຍ​ປະ​ໂຫຍກ​ທີ່ວ່າ “ຂ້າ​ພະ​ເຈົ້າ​ຈະ​ຢູ່​ໃນ​ເຮືອນ.”

ຢູ່​ໃນ​ອີ​ຣ່ານ ບັນ​ດາ​ເຈົ້າ​ໜ້າ​ທີ່ ໄດ້​ກ່າວໃນ​ວັນ​ອັງ​ຄານມື້ນີ້ ​ວ່າ ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ເອົາ​ຊີ​ວິດ 54 ຄົນ​ຕື່ມອີກ ໂດຍ​ເຮັດ​ໃຫ້ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ຢູ່​ໃນ​ສາ​ທ​າ​ລະ​ນະ​ລັດ​ແຫ່ງ​ອິ​ສ​ລາມ ນີ້ ​ເພີ້ມ​ຂຶ້ນເປັນ 291 ຄົນ​ແລ້ວ.

ກ່ອນ​ໜ້າ ໃນ​ວັນ​ຈັນ​ວານນີ້ ຜູ້​ນຳ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ກ່າວ​ວ່າ ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ແຜ່​ກະ​ຈາຍ​ເຂົ້າ​ໄປ​ໃນຫຼາຍໆ​ປະ​ເທດ​ແລ້ວ ຊຶ່ງ “ເປັນ​ໄພ​ຂົ່ມ​ຂູ່​ຕໍ່ການ​ລະ​ບາດ​ໃນ​ທົ່ວໂລກນັ້ນ ໄດ້​ກາຍມາ​ເປັນ​ຄວາມ​ຈິງ​ ​ແລ້ວ.”

ແຕ່ ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ WHO ທ່ານ​ເທ​ໂດ​ຣ​ສ ອາ​ດາ​ນົມ ເກບ​ຣີ​ເຢ​ຊັສ ໄດ້​ກ່າວ​ສະ​ແດງ​ຄວາມ​ເຫັນໃນ​ທາງ​ແງ່​ດີ ເຊັ່ນ​ກັນ ວ່າ ມັນ “ຈະ​ເປັນການ​ລະ​ບາດ​ໃນ​ທົ່ວໂລກຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ອາດ​ສາ​ມາດ​ຄວບ​ຄຸມ​ໄດ້.”

ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

Chinese President Xi Jinping traveled Tuesday to the city of Wuhan for his first visit since the area became the center of a coronavirus outbreak that has infected more than 80,000 people and killed 3,100 in China.

Chinese state media said Xi would be visiting medical workers and patients, as well as inspecting efforts to control the outbreak.

His visit came as health officials reported 19 new cases Tuesday, part of a continuing trend of fewer and fewer infections in China as the virus spreads more rapidly in other countries.About 70% of China's cases have already recovered.

Part of China's response was to lock down large areas to try to prevent the virus from spreading at large gatherings or among travelers going to other areas in the country.

Italy is now taking the same strategy after becoming one of the largest outbreak sites outside of China with more than 9,000 cases and 460 deaths.

The Italian government initially put restrictions on the northern part of the country, but Tuesday brought the start of travel restrictions to the entire country of 60 million people.

Prime Minister Giuseppe Conte said in a televised address Monday evening that the quarantine measures could be summarized by the phrase "I'm staying home."

In Iran, officials said Tuesday the coronavirus has killed 54 more people, bringing the death toll in the Islamic Republic to 291

The head of the World Health Organization said Monday that the coronavirus has gained a foothold in so many countries that "the threat of a pandemic has become very real."

But WHO Director-General Tedros Adhanom Ghebreyesus voiced optimism as well, saying it "would be the first pandemic in history that could be controlled."

XS
SM
MD
LG